ຟີຣລາຍເຊັ່ນໂປແກມ BitDefender Internet Security 2012 1 ປີ


BitDefender ເປັນໂຣແກມແອນຕີ້ໄວຣັດທີ່ນິຍົມກັນໃຊ້ທົ່ວໂລກເລີຍ ໂດຍເປັນທີ່ຮອງຮັບຈາກລູກຄ້າ ແລະ ບໍລິສັດທີ່ສຳຄັນຫຼາຍໆແຫ່ງໂດຍຈາການທົດສອບຈາກ AVTEST ໄດ້ບອກວ່າ BitDefender ໄດ້ອັນດັບ 1 ດ້ວຍຄະແນນ 6.0, ຮອງລົງມາແມ່ນ Kaspersky 5.5, AVG 5.5, Symantech 5.0, Trend Micro 4.5, ແລະ ສຸດທ້າຍແມ່ນ McAfee 3.0. ຕາມຄວາມເປັນຈິງແລ້ວນິເຮົາກະຍັງບໍ່ເຄີຍໃຊ້ ກໍ່ເລີຍບໍ່ມີຫຍັງມາໃຫ້ຄວາມເຫັນໃຫ້ຄົນທີ່ເຂົ້າມາເບິ່ງເວັບນີ້ເລີຍ.

ມາເຂົ້າເລື່ອງກັນເລີຍ ໂປໂມຊັ້ນຂອງ BitDefender ກະມີມາຕະຫຼອດແຕ່ກະບໍ່ໄດ້ມາໂພດ ເພາະມັນເປັນພຽງແຕ່ລາຍເຊັ່ນພຽງສັ້ນເທົ່ານັ້ນ ເຊັ່ນ: ມີພຽງແຕ່ 180 ວັນລາຍເຊັ່ນ ທີ່ເພິ່ນແຈກເປັນສ່ວນຫຼາຍ. ແຕ່ມື້ນີ້ເພິ່ນມາແບບຈັດເຕັມໂດຍແຈກລາຍເຊັ່ນໃຊ້ຟີຣ 1 ປີເຕັມກັນເລີຍ ອັນນີ້ກະບໍ່ຮູ້ຄືກັນວ່າເພິ່ນແຈກໃນໂອກາດຫຍັງ ເຮົາເດົາວ່າເພິ່ນຄົງຈະແຈກຊ່ວງສະເຫຼີມສະຫຼອງວັນຄິຼດມາດທີ່ໃກ້ຈະມາເຖິງນີ້…..

ເວົ້າກັນຫຼາຍພໍສົມຄວນລະມາເບິ່ງວິທີເຮັດກັນເລີຍ

ອ່ານກ່ອນຈະເຮັດ

  • ໂປໂມຊັ້ນນີ້ຈະບໍ່ສາມາດໃຊ້ໄດ້ໃນປະເທດເຮົາ ມັນຈະໄດ້ສະເພາະປະເທດເຢຍລະມັນ, ສະວິດ, ອົດສຕາລີ ແຕ່ເຮົາຈະໃຊ້ພອດຊີ
  • ໂປໂມຊັນນີ້ໝົດເຂດວັນທີ 31 ເດືອນ 1 ປີ 2012

1. ຕັ້ງຄ່າພອດຊີໃຫ້ເປັນປະເທດທີ່ເຮົາໄດ້ເວົ້າໄວ້ຂ້າງເທິງ ຕົວຢ່າງ ເຮົາຈະໃຊ້ແມ່ນຈະເອົາເປັນປະເທດເຢຍລະມັນ

2. ເຂົ້າໄປເວັບພອດຊີ ແນະນຳ ເວັບນີ້ເລີຍ ຄິຣກ. ເລືອກເອົາໂຕໃດກະໄດ້

3. ວິທີນຳໃຊ້ ເຮົາຈະບອກໃນ Firefox

4. Click Firefox icon=>Option=>Advance=>Network=>Setting=>Manual proxy config ພິມພອດຊີທີໄດ້ຈາກເວັບຂ້າງເທິງ

5. ຫຼັງຈາກຕັ້ງຄ່າເປັນທີ່ຮຽບຮ້ອຍແລ້ວກະເຂົາເວັບແຈກກັນເລີຍ

6. ເວັບແຈກ

7. ພິມເມວ ແລະ ເຄບຊາ

8.  ຄິຣກ Absenden

9. ກວດເບິ່ງເມວຂອງທ່ານ ຄີຈະມີ 7 ໂຕ

10. ລົງທະບຽນລາຍເຊັ່ນຂອງທ່ານ

11. ແລ້ວ ໃຊ້ຂ້າໄວຣັດເຕັມທີເລີຍ

ມີມີຂັ້ນຕອນໃດບໍ່ເຂົ້າໃຈຄອມເມັ້ນເດີ້ຈະພະຍາຍາມຕອບໄວທີ່ສຸດ

By Douangtavanh Kongphaly