ເດ​ດ​ຄັ້ງ​ທຳ​ອິດ​ໃຫ້​ທ່ານ​ຄິດ​ຫາ​ກາ​ເຟ

​ເຄີຍ​ຄິດ​ແລ້ວ​ຄິດ​ອີກບໍ່​ວ່າ​ເດດ​ຄັ້ງ​ທຳ​ອິດ​ເຮົາສິ​ຊວນ​ເຂົາໄປ​ໃສ? ຫຼື ຄິດ​ໄອ​ເດຍ​ດີໆ​ສຳ​ລັບ​ເດດຄັ້ງ​ທຳ​ອິດບໍ່​ອອກສິ​ເຮັດແນວ​ໃດ​ໃຫ້​​ເຂົາ​ປະ​ທັບ​ໃຈ ໂດຍ​ມີ​ປັດ​ໃຈຫຼາຍ​ໆ​ຢ່າງ​ເລີຍ​ລະ​ທີ່​ຈະ​ຕ້ອງ​ໄດ້​ເອົາ​ເຂົ້າ​ມາ​ປະ​ມວນ​ຜົນ​ບໍ່​ວ່າ​ຈະ​ເປັນ ວັນ, ເວ​ລາ, ສ​ະ​ຖານ​ທີ່, ບັນ​ຢາ​ກາດ ແລະ ເງິນ​(ປັດ​ໃຈຫຼັກ​ເລີຍ). ຍັງ​ບໍ່​ໝົດ​ໆ ຍັງ​ຕ້ອງ​ຖ້າ​ເບິ່ງ​ຜົນ​ຕອບ​ຮັບ​ຕາມຫຼັງ​ອີກວ່າ​ສິ​ເປັນ​ແນວ​ໃດ? ເຂົາ​ສິ​ມັ​ກບໍ່? ມັນ​ສິ​ໂຣ​ແມັນ​ຕິກບໍ່?

​ເດດ​ຄັ້ງ​ທຳ​ອິດນັ້ນ​ເປັນ​ໂຕ​ຕັດ​ສິນ​ເລີຍ​ວ່າ​ຄວາມ​ສຳ​ພັນ​ຂອງ​ເຮົາ​ກັບ​ເຂົາ​ຈະ​ໄປ​ກັນ​ໄດ້​ບໍ່ ແລະ ມັນ​ຍັງ​ເປັນ​ດ່ານ​ທຳ​ອິດ​ໃນ​ການ​ເກັບ​ຄະ​ແນນ​ເຊິ່ງວ່າ​ເປັນ​ດ່ານ​ທີ່​ໄດ້​ຄະ​ແນນຫຼາຍ​ກ່ອນ​ໝູ່​ໝົດ​ເລີຍ​ກໍ​ວ່າ​ໄດ້.

ບາງ​ຄັ້ງ​ມັນ​ກໍ​ອາດ​ຈະ​ເປັນ​ເລື່ອງ​ທີ່​ຍາກຫຼາຍສຳ​ລັບ​ບາງ​ຄົນ​ທີ່​ຈະ​ຄິດໂດຍ​ສະ​ເພາະ​ຄົນ​ທີ່​ກຳ​ລັງ​ຈະ​ເປັນ​ເດດ​ທຳ​ອິດ​ຂອງ​ເຂົາ(ມື​ໃໝ່) ຫຼືວ່າ ຄົນ​ທີ່​ອອກ​ເດດຫຼາຍ​ຄັ້ງ​ແລ້ວ​ກໍ​ຕາມ​. ມັນ​ອາດ​ຈະ​ຍາກ​ໃນ​ການ​ທີ່​ເຮົາ​ຈະ​ເກັບ​ຄະ​ແນນ​ຈາກ​ເຂົາ ໂດຍ​ສະ​ເພາະ​ເມື່ອ​ເຮົາ​ຍັງບໍ່​ຮູ້​ຈັກ​ເຂົາ​ດີພໍ.

ສ່ວນຫຼາຍແລ​້ວ​ທີ່​ເຫັນໆ​ກັນກໍ​ຈະ​ເຫັນ​ແຕ່​ໄປ​ເບິ່ງ​ໜັງ ຕໍ່​ດ້ວຍ​ໄປກິນ​ເຂົ້າ(ຈະ​ກ່ອນ ຫຼື ຫຼັງ​ກໍ​ແລ້ວ​ແຕ່​ລະ​ສະ​ຖາ​ນະ​ການ​ຂອງ​ແຕ່​ລະ​ຄົນ) ຫຼື ຊວນ​ໄປ​ກິນ​ເຂົ້າ​ເລີຍ.

ຖ້າ​ຫາກ​ທ່ານ​ຄິດ​ຫຍັງ​ບໍ່​ອອກ​ສຳ​ລັບ​ເດດ​ຂອງ​ທ່ານ ເຮົາ​ຂໍ​ແນະ​ນຳ​ໃຫ້​ທ່ານ​ຄິດ​ຫາ​ກາ​ເຟ​ມັນ​ອາດ​ຈະ​ຟັງ​ເບິ່ງ​ແປກໆ​ແນ່​ໜ້ອຍ​ໜຶ່ງ ເຮົາ​ເຊື່ອ​ວ່າ​ກາ​ເຟນີ້​ລະ​ເປັນ​ໂຕ​ຊັກ​ຈູງ​ທີ່​ດີ​ສຳ​ລັບ​ການ​ເລີ່ມ​ຕົ້ນ​ຂອງ​ການ​ສົນ​ທະ​ນາ ແລະ ນຳ​ໄປ​ສູ່​ຄວາມ​ສຳ​ພັນ​ທີ່​ດີ.

5 ເຫດ​ຜົນ​ສຳ​ລັບ​ເລືອກ​ຮ້ານ​​ກາ​ເຟ​​

1. ປອດ​ໄພ ແລະ ສະ​ດວກ​ສ​ະ​ບາຍ

ປັດ​ຈຸ​ບັນ​ເຫັນ​ວ່າ​ຮ້ານ​ກາ​ເຟ​ກຳ​ລັງ​ບູມຫຼາຍ​ໃນ​ນະ​ຄອນຫຼວງວຽງ​ຈັນຢູ່​ແຖວໃດ​ໆກະ​ເຕັມ​ໄປ​ດ້ວຍ​ຮ້ານ​ກາ​ເຟ​ເກືອບ​ວ່າ​ຢູ່​ຊອກ​ໃດ​ແຈ​ໃດ​ຫາບໍ່​ຍາກ, ແນ່ນອນ​ມັນ​ແມ່ນ​ສະ​ຖານ​ທີ​ທີ່​ເໝາະ​ເຈາະ​ເລີຍ​ໃນ​ການ​ເລືອກ​ເພື່ອ​ເດດ​ກັບ​ໃຜ​ບາງ​ຄົນ. ຮ້ານ​ກາ​ເຟ​ເປັນ​ສະ​ຖານ​ທີ​ຄົນ​ທົ່ວ​ໄປ​ສາ​ມາດ​ເຂົ້າ​ໃຊ້​ບໍ​ລິ​ການ​ໄດ້, ງ່າຍ​ຕໍ່​ການ​ໃຊ້​ບໍ​ລິ​ການ, ​ເປັນ​ກັນ​ເອງ​ເຮັດ​ຄື​ຢູ່​ບ້ານ​ໂຕ​ເອງ​ໂລດ #ຜິດໆ ແລະ ທີ​ສຳ​ຄັນ​ມີ​ອິນ​ເຕີ​ເນັດ​ໄວ້​ໃຫ້​ຫຼິ້ນ​ຟ​ຣີ​ ນຳ​ອີກ ​ຈະ​ອັບ​ໂຫຼດ​ຮູບ, ເຊັກ​ອິນ​ຜ່ານ Facebook, Instagram, Twitter ສະ​ບາຍບໍ່​ເປືອງ​ເນັດ​ເຮົາ #ຜິດໆ.

ເກືອບ​ວ່າ​ທຸກ​ຄົນ​ແມ່ນ​ມັກ​ກາ​ເຟ ຫຼື ຊາ ຫຼື ເຄື່ອງ​ດື່ມ​ປະ​ເພດ​ອື່ນໆ​ສະ​ນັ້ນ​ການ​ເດດ​ຢູ່​ຮ້ານ​ກາ​ເຟນັ້ນ​ເປັນ​ສິ່ງ​ທີ່​ເໝາະ​ສຳ​ລັບ​ທຸກ​ເພດ​ທ​ຸກ​ໄວ ແລະ ເກືອບ​ວ່າ​ທຸກ​ຄົນ​ຖ້າ​ຫາກວ່າ​ຊວນໄປ​ກິນ​ກາ​ເຟຕ້ອງບໍ່ເອີຍ​ຄຳ​ວ່າ​ປະ​ຕິ​ເສດ​ແນ່ນອນ ຖ​້າ​ວ່າ​ລ້ຽງ #ຜິດໆ.

ຖ້າ​ຫາກວ່າ​ວາງແຜນ​ຈັກ​ໜ້ອຍ​ໜຶ່ງ, ຫຼັງ​ຈາກ​ດື່ມ​ກາ​ເຟ​ແລ້ວ​ແມ່ນ​ທ່ານ​ສາ​ມາດ​ຕໍ່​ກິດ​ຈະ​ກຳ​ອື່ນໆ​ໄດ້​ຕາມ​ອັດ​ທະ​ຍາ​ໄສທາງ​ດ້ານ​ຄວາມ​ຄິດ​ຂອງ​ແຕ່​ລະ​ຄົນ ໂດຍ​ເຮົາ​ອາ​ໄສ​ເອົາ​ການ​ກິນ​ກາ​ເຟ​ເປັນ​ໂຕ​ເຊື່ອມ​ລະ​ຫວ່າງ​ກິດ​ຈະ​ກຳຫຼັກ​ທີ່​ເຮົາ​ຈະ​ເຮັດ​ກະ​ໄດ້​. ສະ​ນັ້ນ, ຫາກວ່າ​ເດດ​ຂອງ​ທ່ານ​ມີ​ທ່າ​ທີ​ຈະຫຼົ້ມ ທ່ານ​ສາ​ມາດ​ຈົບ​ການ​ສົນ​ທະ​ນາ​ແບບ​ໄວ​ວາ​ໄດ້​ໂດຍ​ງ່າຍ​ດ້ວຍ​ການ​ດື່ມ​ພຽງ​ຈອກ​ດຽວ. ແຕ່​ຫາກວ່າ​ໄປ​ດ້ວຍ​ດີ​ທ່ານ​ກໍ​ສາ​ມາດ​ຕໍ່​ດ້ວຍ​ກິດ​ຈະ​ກຳ​ອື່ນ​ເລີຍ.

2. ປະ​ຢັດ ແລະ ບໍ່​ກົດ​ດັນຫຼາຍ

ຫຼາຍ​ຄົນ​ຄົງ​ຈະ​ຄິດ​ວ່າ​ການ​ອອກ​ເດດ​ຄັ້ງ​ທຳ​ອິດ​ເຮົາ​ຈະ​ຕ້ອງ​ຫາ​ຮ້ານຫຼູໆ​ດັງໆ, ​ສັ່ງອາ​ຫານແພງໆ ເພື່ອ​ຢາກ​ເຮັດ​ເຮັດ​ຜູ່ນັ້ນ​ປະ​ທັບ​ໃຈ​…ແຕ່​ເຮົາ​ຄິດ​ວ່າບໍ່​ເລີຍ​ມັນ​ເປັນ​ຫຍັງ​ທີ່​ສິ້ນ​ເປືອງ​ເອົາ​ຊື່ໆ, ມັນ​ຍັງ​ເປັນ​ການ​ເພີ່ມ​ຄວາມ​ກົດ​ດັນ​ໃຫ້ທັງ​ຜູ່​ຈ່າຍ ແລະ ຜູ່​ຈ່າຍ​ໃຫ້. ເພາະ​ສະ​ນັ້ນ, ຈະ​ດີ​ກ່​ວາ​ບໍ່​ຖ້າ​ວ່າ​ເຮົາ​ຈະ​ເລີ່ມ​ທຳ​ຄວາມ​ຮູ້ຈັກ​ໃຜ​ບາງ​ຄົນ​ໃນ​ສະ​ຖາ​ນະ​ການ​ທີ່​ປາດ​ສະ​ຈາກ​ຄວາມ​ຄາດ​ຫວັງ​ສູງ​ເກີນ​ໄປ ແລະ ການ​ເປັນ​ໜີ້​ບຸນ​ຄຸນ​ໃຜຫຼາຍ​ເກີນ​ໄປ.

ປະ​ຢັດ, ເປັນ​ກັນ​ເອງ ແລະ ລຽບ​ງ່າຍດີ​ທີ່​ສ​ຸດ.

ການ​ເຮັດ​ກິດ​ຈະ​ກຳ​ທີ່​ມີ​ລາ​ຄາ​ແພງ​ຕັ້ງ​ແຕ່​ຕອນ​ທຳ​ອິດ​ປົກ​ກະ​ຕິ​ແລ້ວ​ຈະ​ເຮັດ​ໃຫ້​ທ່ານ​ໜ້າ​ສົນ​ໃຈ​ໜ້ອຍ​ລົງ​ສຳ​ລັບ​ຜູ່ນັ້ນ. ເນື່ອງ​ຈາກວ່າ​ຈະ​ເກ​ີດ​ສິ່ງ​ທີ່​ເອີ້ນ​ວ່າ: “overjustification effect” ເປັນ​ພຶດ​ຕິ​ກຳ​ທີ່​ເກີດ​ຂຶ້ນເມື່ອ​ຜູ່​ໃດ​ຄົນ​ໜຶ່ງ​ຖືກ​ຄາດ​ຫວັງ​ດ້ວຍ​ແຮງ​ກະ​ຕຸ້ນ​ຈາກ​ພາຍນອກ​ເຊັ່ນ: ເງິນ ຫຼື ຂອງ​ລາງວັນ ໂດຍ​ມັນ​ເຮັດ​ໃຫ້​ໄປຫຼຸດ​ແຮງ​ຈູງ​ໃຈ​ພາຍ​ໃນໂຕ​ຂອງ​ຄົນ​ຜູ່ນັ້ນ​ລົງ​ໃນ​ການ​ເຮັດ​ກິດ​ຈະ​ກຳ. ປົກ​ກະ​ຕິ​ແລ້ວ​ເວ​ລາ​ບາງ​ຄົນ​ມີ​ຊ່ວງ​ເວ​ລາ​ທີ່​ດີໆ​ກັບ​ເຮົາ, ເຂົາ​ຜູ່ນັ້ນ​ຂ້ອນ​ຂ້າງ​ມີ​ອາ​ລົມຄວາມ​ຮູ້​ສຶກ​ຕໍ່​ເຮົາ ໝາຍ​ຄວາມ​ວ່າ​ເຮົາເລີ່ມ​ເປັນ​ທີ່​ສົນ​ໃຈ​ຕໍ່​ເຂົາ. ກົງ​ກັນ​ຂ້າມ​ເວ​ລ​າ​ມີ​ຂອງ​ມີ​ຄ່າ ແລ​ະ ໜ້າ​ສົນ​ໃຈ​ເຂົ້າ​ມາ ຄົນ​ສ່ວນຫຼາຍ​ມັກ​ຈະ​ຫັນ​ມາ​ໃຫ້​ຄວາມ​ສົນ​ໃຈ​ກັບ​ສິ່ງນັ້ນຫຼາຍ​ກ່​ວາ. ໃນ​ຈຸດໆ​ນີ້​ເຮົາ​ເຫັນ​ໄດ້​ວ່າ​ກາ​ເຟ​ເປັນ​ພຽງ​ແຕ່​ໂຕ​ປະ​ກອບ​ຊື່ໆ ​ເຮັດ​ໃຫ້​ທ່ານ​ເປັນ​ສິ່ງ​ດຽວ​ທີ່​ເຂົາ​ສົນ​ໃຈ​ໃນ​ເວ​ລານັ້ນ.

3. ການ​ຊັກ​ຈູງ

ສານ​ຄາ​ເຟ​ອິນ(caffeine) ໂດຍ​ທົ່ວ​ໄປ​ຈະ​ເຮັດ​ໃຫ້​ເຮົາ​ມີ​ຄວາມ​ຕື່ນ​ໂຕ​ຍິ່ງ​ຂຶ້ນ ແລະ ຮູ້​ສຶກ​ຊ່ວງ​ຈາກ​ອາ​ການ​ຢາກນອກ. ນັ້ນ​ເຮັດ​ໃຫ້​ເຂົາ​ເກີດ​ມີ​ຄວາມ​ສົນ​ໃຈໃນ​ເວ​ລາ​ເຮົາ​ເວົ້າ ແລະ ສາ​ມາດ​ຊັກ​ຈູງ​ໄດ້​ງ່າຍ​ເມື່ອ​ມີ​ການ​ຜິດ​ຖຽງ​ກັນ​ໃນ​ທາງ​ທີ່​ສ້າງ​ສັນ. ສະ​ນັ້ນ, ສານ​ຄາ​ເຟ​ອິນ​ຈະ​ເຮັດ​ໃຫ້​ທັງ​ສອງ​ຄົນ​ນັ້ນ​ຮູ້​ສຶກ​ລົມ​ກັນ​ແບບບໍ່​ຮູ້​ໂມງ​ຮູ້​ຍາມ​ເລີຍ​ລະ.

4. ການ​ເຊື່ອ​ມ​ສຳ​ພັນ​ທີ່​ດີ

ກາເຟ ຫຼື ອາ​ຫານເປັນ​ຕົວ​ຢ່າງ​ທີ່​ດີ​ສຳ​ລັບ​ການ​ສື່​ຄວາມ​ຮູ້​ສຶກ​ດີໆໆ​ໃຫ້​ກັບ​ຄົນ​ອ້ອມ​ຂ້າງ ແລະ ຄວາມ​ສຳ​ພັນ​ທີ່​ດີ. ເປັນ​ທີ່​ຮູ້​ຈັກ​ກັ​ນ​ດີ​ສຳ​ລັບ​ສິ່ງ​ທີ່​ກ່າວ​ມານີ້​ວ່າ: “the Luncheon Effect” ທິດ​ສະ​ດີ​ຂອງ​ທ່ານ Razran ປີ 1938 ເປັນ​ພຶດ​ຕິ​ກຳ​ການ​ຊັກ​ຈູງ​ຄົນ​ດ້ວຍ​ອາ​ຫານ ໂດຍ​ລະ​ຫວ່າງ​ທີ່​ເຮົາ​ກຳ​ລັງ​ກິນນັ້ນ​ເຮົາ​ອາດ​ຈະ​ຮັບ​ຄວາມ​ຄິດ​ເຂົ້າ​ມາງ່າຍ​ຄື​ກັນ​ກັບ​ອາ​ຫານ. ເຮົາເຄີຍ​ສັງ​ເກດບໍ່​ວ່າ​ເປັນ​ຫຍັງ​ຄົນ​ໃນ​ແວດ​ວົງ​ທຸ​ລະ​ກິດ​ເຂົາ​ຈະ​ມີ​ຂໍ້​ສະ​ເໜີ​ຫຍັງ ຫຼື ລົມ​ເລື່ອງ​ຂໍ້​ຕົກ​ລົງ​ຕ່າງໆ​ເຂົາ​ມັກ​ຈະ​ໄປ​ລົມ​ກັນ​ໃນ​ຮ້ານ​ອາ​ຫານ.

ນັ້ນ​ໝາຍ​ຄວາມ​ວ່າ​ຫາກ​ຜູ່​ທີ່​ລ້ຽງ​ອາ​ຫານ ຫຼື ເຄື່ອງ​ດື່ມ​ຜູ່ນັ້ນ​ຈະ​ມີ​ຄວາມ​ຮູ້​ສຶກ​ໃກ້​ຊິດກັບ​ຜູ່​ທີ່​ຖືກ​ລ້ຽງ. ຖ້າ​ຢາກ​ໃຫ້​ຊິດ​ກັບ​ໃຜ​ຜູ່​ໜຶ່ງ​ເປັນ​ຫຍັງ​ທ່ານ​ຄືບໍ່​ລອງ​ລ້ຽງ​ນ້ຳ​ຜູ່ນັ້ນ​ຈັກ​ຄັ້ງ​ໜຶ່ງ​ລອງ​ເບິ່ງ​ແລກກ​ກັບ​ຄວາມ​ສຳ​ພັນ​ທີ​ດີ​ເຊິ່ງ​ກັນ ແລະ ກັນ.

5. ຕື່ນ​ໂຕ

ທ້າຍ​ສຸດ ແລະ ເດັ​ດສຸດ, ສານຄາ​ເຟ​ອິນໃນ​ກາ​ເຟ, ຊາ ແລະ ໂກ່​ໂກ້ ເປັນ​ສານ​ກະ​ຕຸ້ນ. ດັ່ງ​ທີ່​ຮູ້​ກັນ​ເມື່ອ​ເຮົາ​ຮັບ​ສານນີ້​ເຂົ້າ​ໄປ​ເຮົາ​ຈະ​ຮູ້​ສຶກ​ຫົວ​ໃຈ​ເຕັ້​ນ​ໄວ​ຂຶ້ນ, ເລືອກ​ສູບ​ສີດ ແລະ ຮ່າງ​ກາຍ​ເຮົາ​ມີ​ພະ​ລັງ. ສິ່ງ​ທີ່​ກ່າວ​ມານີ້​ລ້ວນ​ແລ້ວ​ແຕ່​ແມ່ນ​ຄວາມ​ຮູ້​ສຶກ​ທີ່​ເກີດ​ຂຶ້ນເມື່ອ​ເຮົາ​ກຳ​ລັງ​ຕົກຫຼຸມ​ຮັກ​ໃຜ​ຈັກ​ຄົນ​ໜຶ່ງ. ຕາມ​ຄວາມ​ເປັນ​ຈິງ​ແລ້ວ​ຄົນ​ເຮົາ​ຈະ​ແຍກບໍ່​ອອກດອກ ເຊິ່ງ​ພຶດ​ຕິ​ກຳ​ນີ້​ເອີ້ນ​ວ່າ: “misattribution of arousal” ເປັນ​ພຶດ​ຕິ​ກຳ​ທີ່​ຄົນ​ເຮົາ​ຈະ​ຄິດ​ວ່າ​ສິ່ງ​ທີ່​ຕົນ​ພົບ​ຢູ່ນັ້ນ​ແມ່ນ​ຖືກ ແຕ່​ທີ່​ຈິງ​ແລ້ວ​ຜິດ​ເຊິ່ງ​ສິ່ງນັ້ນ​ເຮັດ​ໃຫ້​ເຂົາ​ຮູ້​ສຶກ​ຕື່ນ​ໂຕ ຫຼື ເວົ້າ​ອີກ​ຢ່າງ​ໜຶ່ງວ່າ: ອາ​ລົມ​ລວງ.

ສະ​ນັ້​ນ, ກາ​ເຟ​ຈະ​ເຮັດ​ໃຫ້​ຄົນ​ທີ່​ທ່ານ​ລົມ​ນຳ​ນັ້ນ​ຫົວ​ໃຈ​ຂອງ​ລາວ​ຈະ​ເຕັ້ນ​ໄວ​ຂຶ້ນ ເຊິ່ງ​ມັນ​ຈະ​ເຮັດ​ໃຫ້​ລາວ​ຄິດ​ວ່າ​ເປັນ​ເພາະ​ທ່ານທີ່​ເຮັດ​ໃຫ້​ລາວ​ເປັນ​ແບບນັ້ນ​.