ທ່ານ​ສາ​ມາດ​ຕິດ​ຕາມ​​ຕຳ​ແໜ່ງລົດ​ເມ​ຂຽວ​ໄດ້​ແລ້ວ​ຜ່

ທ່ານ​ສາ​ມາດ​ຕິດ​ຕາມ​​ຕຳ​ແໜ່ງລົດ​ເມ​ຂຽວ​ໄດ້​ແລ້ວ​ຜ່

ຫຼັງຈາກປີກາຍນີ້ໄດ້ນຳເອົາລະບົບການຈ່າຍເງິນຜ່ານບັດສຳລັບນັກຮຽນ ແລະ ນັກສຶກສາເຂົ້າເພື່ອຫຼຸດຜ່ອນລາຍຈ່າຍ ແລະ ສະດວກສະບາຍ ໂດຍຄ່າລົງທະບຽນເຮັດບັດແມ່ນ 400 000 ກີບຕໍ່ປີ ຖືວ່າຄຸ້ມຄ່າຫຼາຍສຳລັບໃຜທີໃຊ້ບໍລິການລົດເມເປັນປະຈຳໂດຍທ່ານສາມາດໃຊ້ໄດ້ກັບລົດເມທຸກສາຍທີໃຫ້ບໍລິການໃນພື້ນທີນະຄອນຫຼວງວຽງຈັນ.

ລ່າສຸດເພິ່ນກໍໄດ້ພັດທະນາໄປອີກຂັ້ນກັບການໃຫ້ບໍລິການລົດເມຂຽວ ທ່ານສາມາດຕິດຕາມຕຳແໜ່ງລົດເມຂຽວໄດ້ຜ່ານເວັບໄຊ Lao-BusNavi  ຫຼັງຈາກໄດ້ທົດລອງໃຊ້ຜ່ານຄອມພິວເຕີ, ມືຖືລະບົບປະຕິບັການ Android ແລະ iOS ສາມາດເຮັດວຽກໄດ້ດີ. ຖືວ່າມີປະໂຫຍດຫຼາຍສຳລັບຂີ່ລົດເມເລີຍ ເພາະມັນສ້າງຄວາມສະດວກສະບາຍໃນການຕິດຈາມວ່າລົດເມຮອດໃສແລ້ວ ໃນກໍລະນີທີເຮົາກຳລັງຖ້າລົດເມຢູ່. ນອກນັ້ນແລ້ວ, ເຮົາຄິດວ່າມັນຍັງຈະແກ້ບັນຫາໃນການຈັດສັນເວລາອອກ ແລະ ເຂົ້າຂອງລົດເມສາຍຕ່າງໆ ເພາະຜູ່ຈັດສັນຕາຕະລາງລົດເມສາມາດຮູ້ໄດ້ແນ່ນອນວ່າລົດເມນັ້ນອອກຈັກໂມ ແລະ ໃຊ້ເວລາເທົ່າໃດໃນການໄປ ແລະ ກັບໃນຊ່ວງເວລາຮີບດ່ວນ ແລະ ທຳມະດາ.

you-can-track-green-bus-real-time-via-website