Women Techmakers Scholar Program 2017

ໂອ​ກາດ​ດີໆ​ຂອງ​ທ່ານ​ຍິງ​ມາ​ຮອດ​ແລ້ວ ກັບ​ທຶນ​ການ​ສຶກ​ສາ Women Techmakers ປະ​ຈຳ​ປີ 2017. ທຶນ Women Techmakers ເປັນ​ທຶນ​ການ​ສຶກ​ສາທີ່​ເປີດ​ໂອ​ກາດໃຫ້​ຜູ່​ຍິງ​ທີ່​ກຳ​ລັງ​ສຶກ​ສາ​ໃນ​ສາ​ຂາ​ທີ່​ກ່ຽວ​ຂ້ອງ​ກັບ​ຄອມ​ພິວ​ເຕີ ມີ​ໂອ​ກາດ​ໄດ້​ເປັນ​ສ່ວນ​ໜຶ່ງ​ໃນການ​ສະ​ໜັບ​ສະ​ໜູນ​ໃຫ້​ຜູ່​ຍິງ​ມີ​ທັກ​ສະ​ຄວາມ​ສາ​ມາດ​ໃນ​ດ້ານ​ຄອມ​ພິວ​ເຕີ ແລະ ເຕັກ​ໂນ​ໂລ​ຊີ​ສູງ​ຂຶ້ນ ແລະ ຝຶກ​ຝົນ​ຕົນ​ເອງ​ໃຫ້​ເປັນ​ຜູ່​ນຳ​ໃນ​ສາ​ຂາ​ດັ່ງ​ກ່າວ. ທຶນ​ດັ່ງ​ກ່າວ ແຕ່​ກ່ອນ​ເປັນ​ທຶນ Anita Borg Memmorial ເຊິ່ງ​ເປັນ​ທຶນ​ເພື່ອ​ລະ​ນຶກ​ເຖິງ Dr. Anita Borg ຜູ້​ທີ່​ອຸທິດ​ຕົນ​ໃຫ້​ກັບ​ການ​ສົ່ງ​ເສີມ​ການເຜີຍ​ແຜ່​ຄວາມ​ຮູ້​ເລື່ອງ​ຄອມ​ພິວ​ເຕີ​ໃຫ້​ກັບ​ຜູ້​ຍິງ ຂໍ້​ມູນ​ເພີ່ມ​ຕື່ມ​ສາ​ມາດ​ເຂົ້າ​ໄປ​ອ່ານ​ໄດ້​ທີ່ ຊິງ​ທຶນ​ການ​ສຶກ​ສາ​ຈາກ Google:Anita Borg Memorial.

ຜູ່​ທີ່​ໄດ້​ຮັບ​ການ​ຄັດ​ເລືອກ​ຈະ​ອີງ​ຕາມ​ ຈຸດ​ແຂງ​ຂອງ​ຜູ່​ສະ​ໝັກ​ວ່າ​ຜູ່​ສະ​ໝັກ​ມີ​ຄວາມ​ສາ​ມາດຫຼາຍ​ສ່ຳ​ໃດ​ໃນ​ດ້ານ ແນວ​ຄິດ​ທີ່​ແປກ​ໃໝ່, ການ​ສະ​ແດງ​ອອກ​ດ້ານ​ການ​ເປັນ​ຜູ່​ນຳ ແລະ ຄະ​ແນນ​ການ​ຮຽນ.

ຜົນ​ປະ​ໂຫຍດ​ທີ່​ໄດ້​ຈາກທຶນ​ການ​ສຶກ​ສາ WTM ມີຄື:

ຜູ່​ທີ່​ໄດ້​ຮັບ​ທຶນ​ການ​ສຶກ​ສາ​ຈ​ະ​ຮັບ​ເງິນ​ເປັນ​ທຶນ​ຈ່າຍ​ຄ່າ​ຮຽ​ນ​ການ​ສຶກ​ສາ​ປະ​ຈຳ​ປີ 2017-2018 ແລະ ໄດ້​ເຂົ້າ​ຮ່ວມ​ເປັນ​ສ່ວນ​ໜຶ່ງ​ຂອງ​ກຸ່ມ Women Techmakers ເພື່ອ​ເຜີຍ​ແຜ່​ຄວາມ​ຮູ້, ສະ​ໜັບ​ສະ​ໜູນ​ຜູ່​ຍິງ​ຄົນ​ອື່ນ​ໃນ​ດ້ານ​ເທັກ​ໂນ​ໂລ​ຢີ ແລະ ມີ​ສ່ວນ​ຮ່ວມ​ໃນ​ໂຄງ​ການ​ຕ່າງໆ.

ຄຸນ​ສົມ​ບັດ​ຂອງ​ຜູ່​ສະ​ໝັກ:

  1. ເປັນ​ຜູ່​ຍິງ
  2. ກຳ​ລັງ​ສຶກ​ສາ​ໃນ​ມະ​ຫາ​ວິ​ທະ​ຍາ​ໄລ​ສົກ​ປີ 2017-2018
  3. ເປັນ​ນັກ​ສຶກ​ສາ ປະ​ລິນ​ຍາ​ຕີ, ປະ​ລິນ​ຍາ​ໂທ ແລະ ປະ​ລິນ​ຍາ​ເອກ ໃນ​ມະ​ຫາ​ໄລ​ຂົງ​ເຂດ Asia Pacific.
  4. ກຳ​ລັງ​ສຶກ​ສາ​ໃນ​ສາ​ຂາ ວິ​ທະ​ຍາ​ສາດ​ຄອມ​ພິວ​ເຕີ, ວິ​ສະ​ວ​ະ​ກຳ​ຄອມ​ພິວ​ເຕີ ຫຼື ສາ​ຂາ​ທີ່​ກ່ຽວ​ຂ້ອງ​ກັບ​ສາ​ຂາ​ເຕັກ​ໂນ​ໂລ​ຊີ
  5. ຮຽນ​ເກັ່ງ
  6. ​ມີ​ຄວາມ​ສາ​ມາດ​ໃນ​ດ້ານ​ການ​ເປັນ​ຜູ່​ນຳ ແລະ ສະ​ແດງ​ຄວາມ​ຄິດ​ທີ່​ແປກໃໝ່​ເພື່ອ​ເຮັດ​ໃຫ້​ຜູ່​ຍິງ​ຫັນ​ມາ​ສົນ​ໃຈ​ກ່ຽວ​ກັບ​ເລື່ອງ​ເທັກ​ໂນ​ໂລ​ຢີຫຼາຍ​ຂຶ້ນ

ເອ​ກະ​ສານ​ທີ່​ຕ້ອງ​ກຽມ​ໃນ​ການ​ສະ​ໝັກ

  1. ຂໍ້​ມຸນ​ທົ່ວ​ໄປ​ຂອງ​ຜູ່​ສະ​ໝັກ (ຂໍ້​ມູນ​ຕິດ​ຕໍ່ ແລະ ຂໍ້​ມູນ​ກ່ຽວ​ກັບ​ວ່າ​ເຮົາ​ກຳ​ລັງ​ເຮັດ​ຫຍັງ​ຢູ່​ດຽວນີ້ ແລະ ສຶກ​ສາ​ຢູ່​ໃສ)
  2. ໃບຄະ​ແນນ
  3. ຊີ​ວະ​ປະ​ຫວັດ (Resume)
  4. ຂຽນ essay ຕອບ​ຄຳ​ຖາມ​ສີ່​ຢ່າງນີ້ ​ໜ້າ​ຈະ​ກ່ຽວ​ຂ້ອງ​ກັບ diversity, demonstrated leadership and academic background (ຢູ່​ເວັບ​ບໍ່​ເຫັນ​ບອກ​ລະ​ອຽດ)

ສະ​ໝັກ​ໄດ້​ທີ່ https://www.womentechmakers.com/scholars ກ່ອນ​ວັ​ນ​ທີ 22 ພຶດ​ສະ​ພາ 2017