​ເງິນ​ເຟີ້ແມ່ນ​ຫຍັງ?

​ເງິນ​ເຟີ້ແມ່ນ​ຫຍັງ?

ສຳລັບໃຜທີຟັງເລື່ອງເສດຖະກິດກໍຄົງຈະຄຸ້ນຫູກັນດີກັບຄຳວ່າເງິນເຟີ້ ແລະ ຫຼາຍທ່ານອາດຈະຮູ້ແນ່ແລ້ວວ່າເງິນເຟີ້ແມ່ນຫຍັງ ແຕ່ສຳລັບບາງທ່ານກໍຍັງບໍ່ຮູ້ຄວາມໝາຍຂອງມັນ ມີແຕ່ເຄີຍໄດ້ຍິນ. ເງິນເຟີ້ (Inflation) ຟັງເບິ່ງແລ້ວບໍ່ແມ່ນຊື່ສະກຸນເງິນເດີ້ ມັນແມ່ນຄຳທີ່ໃຊ້ເວົ້າເມື່ອອັດຕາເງິນ ຫຼື ລາຄາຂອງສິນຄ້າມີການເພີ່ມຂຶ້ນ ເຮົາສາມາດເວົ້າໄດ້ວ່າເງິນເຟີ້ແມ່ນອັດຕາເງິນທີ່ສູນເສຍໄປກໍໄດ້. ການເກີດພາວະເງິນເຟີ້ນັ້ນມີຫຼາຍປັດໃຈ ຕົວຢ່າງເຊັ່ນ: ເງິນຫຼາຍກ່ວາສິນຄ້າ ກໍສາມາດກໍ່ໃຫ້ເກີດພາວະເງິນເຟີ້ໄດ້ຄືກັນ ເມື່ອສິນຄ້າທີ່ປະຊາຊົນຕ້ອງການນັ້ນມີໜ້ອຍ ເຮັດໃຫ້ຜູ່ເປັນພໍ່ຄ້າ, ແມ່ຄ້ານັ້ນໄດ້ອັບລາຄາຂາຍໃຫ້ສູງຂຶ້ນກ່ວາຄວາມເປັນຈິງ ເຊິ່ງໄດ້ເຮັດໃຫ້ເງິນທີ່ໝູນວຽນໃນຕະຫຼາດນັ້ນສູງຂຶ້ນຕາມໆກັນ ເຊິ່ງເລື່ອງນີ້ກໍຈະໄປກ່ຽວກັບຈຸດດຸ່ນດ່ຽງຂອງເງິນຕາ.

ອີກຕົວຢ່າງໜຶ່ງເມື່ອເກີດພາວະເງິນເຟີ້ກໍຄື ສົມມຸດວ່າປີນີ້ເຮົາຊື້ຊີ້ນໂລໜຶ່ງໄດ້ໃນລາຄາ 1000 ກີບ ແຕ່ວ່າປີຕໍ່ໄປເກີດອັດຕາເງິນເຟີ້ 10% ສະແດງວ່າໃນປີຕໍ່ມາເຮົາຈະຕ້ອງຊື້ຊີ້ນ 1 ໂລໃນລາຄາ 1100 ກີບ. ເຮົາຈະຕ້ອງຈ່າຍເງິນເພີ່ມອີກ 100 ກີບ ເພື່ອຊື້ຊີ້ນໃຫ້ໄດ້ 1 ໂລຄືເກົ່າ ນັ້ນໝາຍຄວາມວ່າ ເມື່ອເກີດອັດຕາເງິນເຟີ້ເງິນເທົ່າເດີມຈະບໍ່ສາມາດຊື້ສິນຄ້າໂຕເກົ່າ, ປະລິມານເທົ່າເກົ່າໄດ້ແລ້ວ.

ສາເຫດທີພາໃຫ້ເກີດພາວະເງິນເຟີ້ນັ້ນເຮົາຈະເຫັນໄດ້ຊັດເຈນມີແຕ່ 2 ທິດສະດີທີຖືກຍອມຮັບຄື:

ເງິນຫຼາຍກ່ວາສິນຄ້າ (Demand-Pull Inflation) ເກີດຂຶ້ນເມື່ອສິນຄ້າຕອບສະໜອງຄວາມຕ້ອງການຂອງຜູ່ຊື້ບໍ່ໄດ້ ເຮັດໃຫ້ລາຄາສິນຄ້າເພີ່ມຂຶ້ນຈະປົກກະຕິ ເຊິ່ງເປັນໄປຕາມກົດເກນອຸປະສົງອຸປະທານ. ໃນນີ້ບາງຄົນອາດຈະເຂົ້າໃຈຜິດ ມັນບໍ່ໄດ້ໝາຍຄວາມວ່າຜູ່ໃຊ້ມີເງິນຫຼາຍແລ້ວໄປຊື້ສິນຄ້າທີມີໜ້ອຍ. ມັກຈະເກີດຂຶ້ນເມື່ອເສດຖະກິດກຳລັງເຕີບໂຕ.

ຕົ້ນທຶນຜັກດັນໃຫ້ເກີດພາວະເງິນເຟີ້ (Cost-Pull inflation) ເມື່ອຕົ້ນທຶນໃນການຜະລິດສູງຂຶ້ນແຕ່ລະບໍລິສັດກໍຕ້ອງໄດ້ຂຶ້ນລາຄາສິນຄ້າ ເຊິ່ງມັນເປັນຜົນພວງມາຈາກຄ່າພາສີ ແລະ ຕົ້ນທຶນອື່ນໆທີໃຊ້ເຂົ້າໃນການຜະລິດໂດຍເປັນເຫດເຮັດໃຫ້ເກີດພາວະເງິນເຟີ້ແບບຕ່ອງໂສ້ກັນໄປ.

ຜົນກະທົບເມື່ອເກີດເງິນເຟີ້

ເຊື່ອແນ່ວ່າເມື່ອເກີດພາວະເງິນເຟີ້ເຮົາທຸກຄົນກະຄົງຈະເຈັບຫົວກັນເປັນແຖວ ແລະ ເງິນເຟີ້ນັ້ນມັນບໍ່ດີຕໍ່ເສດຖະກິດໂດຍລວມເລີຍ. ຜົນກະທົບຈາກເງິນເຟີ້ນັ້ນແບ່ງອອກເປັນສອງປະເພດຄື: ອັດຕາເງິນເຟີ້ທີເຮົາສາມາດຄາດເດົາໄດ້ ແລະອັດຕາເງິນເຟີ້ທີ່ເຮົາບໍ່ສາມາດຄາດເດົາໄດ້.

  • ອັດຕາເງິນເຟີ້ທີເຮົາຄາດເດົາໄດ້ແມ່ນອັດຕາເງິນເຟີ້ທີເຮົາຄິດວ່າຈະເກີດຂຶ້ນເທົ່ານັ້ນເທົ່ານີ້ເປີເຊັນ ແລະ ຕຽມການຮັບມື, ແກ້ໄຂກັບມັນ ໂດຍມີຜູ້ຄວບຄຸມແມ່ນ ທະນາຄານກາງ ເປັນຜູ້ຄວບຄຸມໂດຍເພິ່ນຈະມີການປ່ຽນແປງໃນສ່ວນຂອງດອກເບ້ຍ ແລະ ບາງຄັ້ງອາດຈະມີການຂຶ້ນເງິນເດືອນ ເພື່ອໃຫ້ປະຊາຊົນມີກຳລັງຊື້ເທົ່າເກົ່າ.
  • ສ່ວນອັດຕາເງິນເຟີ້ທີ່ເຮົາຄາດເດົາບໍ່ໄດ້ແມ່ນເຮົາບໍ່ສາມາດຄວບຄຸມການປ່ຽນແປງຂອງອັດຕາເງິນເຟີ້ໄດ້ ເຊິ່ງຜົນກະທົບຂອງມັນແມ່ນຈະຫຼາຍເຊັ່ນ:
    • ເຈົ້າໜີ້ຈະເສຍຜົນປະໂຫຍດ ແລະ ລູກໜີ້ຈະໄດ້ຜົນປະໂຫຍດຖ້າບໍ່ມີການປ່ຽນແປງດອກເບ້ຍ.
    • ປະຊາຊົນ ແລະ ຜູ່ລົງທຶນຂາດຄວາມໝັ້ນໃຈໃນການໃຊ້ຈ່າຍຂອງຕົນ.
    • ຜູ່ທີມີລາຍໄດ້ແບບຄົງທີເຊັ່ນ: ຜູ່ທີກິນເງິນບຳນານ ເຊິ່ງໄປຕັດກຳລັງຊື້ຂອງເຂົາລົງ.
    • ເສດຖະກິດໂດຍລວມແມ່ນຈະຕ້ອງໄດ້ຂຶ້ນຄ່າໃຊ້ຈ່າຍເຊັ່ນ: ຮ້ານອາຫານຈະຕ້ອງໄດ້ອັບເດດຄ່າອາຫານຂອງຕົນໃນລາຄາທີສູງຂຶ້ນ.
    • ຖ້າອັດຕາເງິນເຟີ້ຂອງປະເທດເຮົາສູງກ່ວາປະເທດອື່ນຈະເຮັດໃຫ້ສິນຄ້າພາຍໃນມີການແຂ່ງຂັນກັນໜ້ອຍ.
    • ນາຍຈ້າງໄດ້ຜົນປະໂຫຍດຈາກການຈ່າຍເງິນເທົ່າເກົ່າ ແລະ ລູກຈ້າງເສຍຜົນປະໂຫຍດຈາກການໄດ້ເງິນເທົ່າເກົ່າ ແລະ ກຳລັງຊື້ຂອງຕົນຫຼຸດລົງ.

ຫຼາຍໆຄົນຈົ່ມວ່າເງິນເດືອນຂຶ້ນ ລາຄາສິນຄ້າກໍ່ເພີ່ມຂຶ້ນ ນັ້ນແມ່ນມັນຫຼີກລ້ຽງບໍ່ໄດ້ຖ້າທ່ານໄດ້ອ່ານຂ້າງເທິງແລ້ວທ່ານຄົງຈະເຂົ້າໃຈ. ນອກນັ້ນ, ການເພີ່ມຂຶ້ນຂອງອັດຕາເງິນເຟີ້ ແມ່ນສະແດງໃຫ້ເຫັນເສດຖະກິດຂອງເຮົາກຳລັງມີການຂະຫຍາຍຕົວ ແຕ່ຈະສູງ ຫຼື ຕ່ຳນັ້ນແມ່ນຂຶ້ນກັບເສດຖະກິດໂດຍລວມຂອງເຮົາ.

ເຮົາວັດອັດຕາເງິນເຟີ້ແນວໃດ?

ອັດຕາດອກເບ້ຍເທົ່ານັ້ນເທົ່ານີ້ເປີເຊັນນັ້ນ ເພິ່ນວັດກັນແນວໃດ ບໍ່ແມ່ນເພິ່ນມົ້ວເບາະ ບໍ່ແມ່ນເພິ່ນເອົາບັນທັດມາວັດເບາະ 55. ເພິ່ນວັດອັດຕາເງິນເຟີ້ດ້ວຍ “ດັດຊະນີລາຄາ” ດັດຊະນີລາຄານັ້ນມີສອງຢ່າງຄື ດັດຊະນີລາຄາການຊົມໃຊ້ (Consumer Price Index ຫຼື CPI) ແລະ ດັດຊະນີລາຄາການຜະລິດ (Producer Price Index).  ສ່ວນຫຼາຍແລ້ວເຂົາຈະວັດອັດຕາເງິນເຟີ້ດ້ວຍດັດຊະນີລາຄາຂອງຜູ່ບໍລິໂພກ ແລະ ຄິດໄລ່ກັນປີຕໍ່ປີ.

ວິທີຄິດໄລ່ອັດຕາເງິນເຟີ້:

ອັດຕາເງິນເຟີ້= ((ດັດຊະນີລາຄາການຊົມໃຊ້ປີ X − ດັດຊະນີລາຄາການຊົມໃຊ້ປີ Y) / (ດັດຊະນີລາຄາການຊົມໃຊ້ Y)) x 100%

ໃນກໍລະນີສຶກສາ

ໃນປະເທດລາວອັດຕາເງິນເຟີ້ແມ່ນໄດ້ຖືກຄວບຄຸມໂດຍ “ທະນາຄານແຫ່ງ ສ.ປ.ປ.ລ”  ໂດຍເພິ່ນຈະຄວບຄຸມອັດຕາການໄຫຼຂອງເງິນໃນທ້ອງຕະຫຼາດເພື່ອຄວບຄຸມບໍ່ໃຫ້ເງິນເຟີ້ສູງ, ແຕ່ໃຫ້ເຂົ້່າໃຈວ່າໃນທີນີ້ທະນາຄານກາງແມ່ນພຽງແຕ່ຄວບຄຸມອັດຕາດອກເບ້ຍເທົ່ານັ້ນເພື່ອບໍ່ໃຫ້ກະທົບກັບເສດຖະກິດໂດຍລວມຂອງທຸລະກິດທາງດ້ານການເງິນ ແຕ່ວ່າມັນຍັງບໍ່ໄດ້ໄປຫຼຸດຜ່ອນອັດຕາເງິນເຟີ້ທີ່ເກີດຂຶ້ນໃນສິນຄ້າປະເພດອາຫານປານໃດ ເພາະມາດຕະການຄວບຄຸມລາຄາອາຫານຍັງມີຂໍ້ບົກພ່ອງຢູ່ເຮັດໃຫ້ມີການຕັ້ງລາຄາຂາຍທີ່ຂຶ້ນກັບແມ່ຄ້າ ພໍ່ຄ້າເອົາແຕ່ສິຕັ້ງ. ພ້ອມກັນນັ້ນເມື່ອອັດຕາເງິນເຟີ້ສູງແລ້ວ ເຮົາຄິດວ່າມີແຕ່ລາຄາອາຫານຂຶ້ນເທົ່ານັ້ນ ທີ່ຈິງແລ້ວເຮົາລືມຄິດເບິ່ງວ່າເງິນເດືອນເຮົາກະຂຶ້ນຄືກັນ ເພື່ອເຮັດໃຫ້ກຳລັງຊື້ຂອງປະຊາຊົນເທົ່າເກົ່າ. ສັງເກດໄດ້ວ່າເມື່ອໃດທີ່ລັດຖະບານຈະຂຶ້ນເງິນເດືອນໃຫ້ແກ່ພະນັກງານລັດ ເມື່ອນັ້ນພໍ່ຄ້າ, ແມ່ຄ້າທັງຫຼາຍກໍ່ຈະພາກັນຂຶ້ນລາຄາສິນຄ້າຂອງຕົນໄວ້ກ່ອນລະເດ້ຕົວຢ່າງ: ຮ້ານເຝີຮ້ານໜຶ່ງ. ຕາມຄວາມເປັນຈິງແລ້ວເພິ່ນຂຶ້ນເງິນເດືອນໃຫ້ພະນັກງານເພື່ອແກ້ບັນຫາເງິນທີ່ກຳລັງເຟີ້ໃນຕອນນັ້ນ ແລະ ໃນຕອນນັ້ນເງິນກໍ່ເຟີ້ຢູ່ແລ້ວ ກັບເອົາເປັນວ່າແກ້ໄຂສ່ຳກັບບໍ່ແກ້ໄຂ.

ອີກແງ່ຄິດໜຶ່ງກໍຄືເຮົາຈະຕ້ອງຮູ້ຈັກຄ່າເງິນທີແທ້ຈິງນຳ, ເງິນທີແທ້ຈິງນັ້ນແມ່ນເງິນທີໄດ້ຈາກການຫັກອັດຕາເງິນເຟີ້ແລ້ວ ແລະ ມັນແມ່ນຄ່າຂອງເງິນທີເຮົາຖືຢູ່ແທ້ໆ. ຕົວຢ່າງໃນກໍລະນີມີການຂຶ້ນເງິນເດືອນຂອງເຮົາ ເຊິ່ງເງິນເດືອນປັດຈຸບັນເຮົາໄດ້ຢູ່ 1 ລ້ານກີບ ແລ້ວຈະມີການຂຶ້ນເງິນເດືອນໃຫ້ 10 ເປີເຊັນ ໝາຍຄວາມວ່າເງິນທີເຮົາຈະໄດ້ຫຼັງຈາກທີຂຶ້ນເງິນເດືອນໃຫ້ແລ້ວ ແມ່ນ 1 ລ້ານ 1 ແສນກີບ ແລະ ໃນຂະນະນັ້ນມີເງິນມີອັດຕເງິນເຟີ້ຢູ່ 3 ເປີເຊັນ. ນັ້ນສະແດງໃຫ້ເກັນວ່າເງິນທີເຮົາໄດ້ຈຳນວນ 1 ລ້ານ 1 ແສນກີບ ນັ້ນຍັງບໍ່ແມ່ນຄ່າຂອງເຮົາທີເຮົາໄດ້ແທ້ໆຢູ່, ເງິນທີເຮົາໄດ້ແທ້ໆແມ່ນຫຼັງຈາກທີເຮົາເອົາມາລົບກັບອັດຕາເງິນເຟີ້ແລ້ວ ເຊິ່ງເຮົາຈະໄດ້ດັ່ງນີ້: ເອົາ 10%-3% = 7% ສະແດງວ່າເງິນທີເຮົາຈະໄດ້ຈາກການຂຶ້ນເງິນເດືອນເຮົານັ້ນແມ່ນ 7% ເທົ່ານັ້ນ. ສະຫຼຸບເຮົາຈະໄດ້ຈາກການຂຶ້ນເງິນເດືອນແມ່ນ 1 ລ້ານ 7 ສິບພັນກີບ, ແຕ່ໃຫ້ເຂົ້າໃຈ ແລະ ຢ່າຫຼົງກັນເນາະ ນີ້ແມ່ນການຄິດໄລ່ຄ່າຂອງເງິນທີແທ້ຈິງ ແຕ່ເມື່ອທຽບກັບເງິນທີໄດ້ແມ່ນເຮົາກໍຈະໄດ້ 1 ລ້ານ 1 ແສນກີບ ຫັ້ນລະ.

ອີກຕົວຢ່າງໜຶ່ງອັນນີ້ແມ່ນເລື່ອງຈິງ, ເລື່ອງມີຢູ່ວ່າໃນປີກາຍນີ້ປີ  2014 ຮ້ານອາຫານຕາມສັ່ງອ້ອມແອ້ມ ມະຫາວິທະຍາໄລແຫ່ງຊາດ (ວິທະຍາເຂດດົງໂດກ) ລາຍການອາຫານທີຈະເອົາມາເວົ້າແມ່ນເອົາຢ່າງໜຶ່ງລະກັນ “ເຂົ້າຜັດໝູກ໋ອບ” ເຊິ່ງແຕ່ລະຮ້ານເພິ່ນຈະຂາຍຢູ່ທີ 10.000 ກີບຕໍ່ຈານ ແຕ່ວ່າມາປີນີ້ 2015 ເພິ່ນໄດ້ຂຶ້ນລາຄາອາຫານດັ່ງກ່າວມາເປັນ 15.000 ກີບຕໍ່ຈານ. ສະແດງວ່າມີການເພີ່ມຂຶ້ນຂອງລາຄາ ແຕ່ປະລິມານເທົ່າເກົ່າ ເຮົາຮູ້ໂລດວ່າເກີດພາວະເງິນເຟີ້ເກີດຂຶ້ນ ແລະ ເຮົາຈະມາຄິດໄລ່ເບິ່ງວ່າເງິນເຟີ້ທີເກີດຂຶ້ນສຳລັບອາຫານ “ເຂົ້າຜັດໝູກ໋ອບ” ນັ້ນມີເທົ່າໃດ.

ອັດຕາເງິນເຟີ້ອາຫານ “ເຂົ້າຜັດໝູກ໋ອບ” = ((ລາຄາປີ 2015 – ລາຄາປີ 2014) / (ລາຄາປີ 2014) ) x 100%

=> ((15.000 – 10.000) / (10.000)) x 100%

=> 50%

ສະແດງວ່າລາຄາອາຫານ “ເຂົ້າຜັດໝູກ໋ອບ” ມີອັດຕາເງິນເຟີ້ສູງເຖິງ 50% ຖືວ່າສູງພໍສົມຄວນເລີຍລະ. ເຮົາລອງຄິດເບິ່ງວ່າພຽງແຕ່ປີດຽວເທົ່ານັ້ນມີການຜັນຜວນຂອງອັດຕາເງິນເຟີ້ເຖິງ 50%.

ເຮົາລອງມາເບິ່ງກັນວ່າອັດຕາເງິນເຟີ້ໃນລາວເປັນແນວໃດ?

ຄຳເຕືອນ: ຂໍ້ມູນນີ້ແມ່ນອີງຕາມຂໍ້ມູນທີໄດ້ຈາກເວັບໄຊທະນາຄານແຫ່ງ ສ.ປ.ປ.ລາວ

ເດືອນ ປີ ອັດຕາເງິນເຟີ້ ປີ ອັດຕາເງິນເຟີ້
ມັງກອນ 2015 2.04 2014 5.99
ກຸມພາ 2015 1.44 2014 5.66
ມີນາ 2015 1.19 2014 5.32

inflation-of-laos-by-kongphaly

 

inflation-of-laos-by-kongphaly-2

ຈາກຂໍ້ມູນທີໄດ້ຂ້າງເທິງເຫັນວ່າອັດຕາເງິນເຟີ້ປີຕໍ່ປີແມ່ນໄດ້ມີການລົດລົງຫຼາຍ ແລະ ເດືອນຕໍ່ເດືອນໃນປີ 2015 ເຫັນວ່າມີການຫຼຸດລົງຢ່າງຕໍ່ເນື່ອງ. ການທີອັດຕາເງິນເຟີ້ຫຼຸດລົງເລື້ອຍໆແມ່ນສ່ວນໜຶ່ງກໍມາຈາກວ່າລາຄານ້ຳມັນເຊື້ອໄຟມີການຫຼຸດລົງສືບເນື່ອງຈາກລາຄານ້ຳມັນໂລກຫຼຸດລົງ ແລະ ລາຄາອາຫານມີການເໜັງຕີງເລັກໜ້ອຍ. ນອກນັ້ນອັດຕາເງິນເຟີ້ຂອງປີ 2015 ແມ່ນຢູ່ໃນລະດັບດີ.

ສະຫຼຸບແລ້ວໃຫ້ເຂົ້າໃຈກັນວ່າເງິນເຟີ້ແມ່ນການເພີ່ມຂຶ້ນຂອງລາຄາແຕ່ປະລິມານສິນຄ້າດີໄດ້ເທົ່າເດີມ. ເຖິງວ່າເງິນເຟີ້ຈະມີດ້ານລົບຫຼາຍດ້ານແຕ່ມັນກໍບໍ່ສະເໝີໄປມັນຍັງດ້ານບວກຢູ່ຄືເງິນເຟີ້ສະແດງໃຫ້ເຫັນເຖິງການເຕີບໂຕທາງດ້ານເສດຖະກິດວ່າກຳລັງມີການຂະຫຍາຍຕົວ.

ຂອບໃຈຂໍ້ມູນທາງສະຖິຕິຈາກ ທະນາຄານແຫ່ງ ສ.ປ.ປ.ລາວ ແລະ ສູນສະຖິຕິແຫ່ງຊາດ