Economic Order Quantity ຫຼື EOQ ແມ່ນ​ຫຍັງ?

Economic Order Quantity ຫຼື EOQ ແມ່ນ​ຫຍັງ?

ເວ​ລາ​ທີ່​ເຮົາ​ສັ່ງ​ສິນ​ຄ້າ​ມາ​ເຮົາ​ຈະ​ຕ້ອງ​ເສຍ​ເງິນ​ຄ່າ​ສົ່ງ ແລະ ຄ່າ​ເກັບ​ມ້ຽນ, ເຄີຍບໍ່​ບາງ​ເທື່ອ​ເຮົາ​ສັ່ງ​ສິນ​ຄ້າ​ມາຫຼາຍ​ເພື່ອຫຼຸດ​ຕົ້ນ​ທຶນ​ຄ່າ​ສົ່ງ, ແຕ່​ພັດ​ສິນ​ຄ້າ​ຄ້າງ​ສາງຫຼາຍ ໂດຍ​ສະ​ເພາະ​ສິນ​ຄ້າ​ທີ່​ມີ​ອາ​ຍຸ​ສັ້ນ​ເຊັ່ນ ຊີ້ນ ແລະ ນົມ ເປັນ​ຕົ້ນ ການ​ທີ່​ເຮົາ​ສັ່ງ​ມາຫຼາຍ​ພັດ​ຂາຍບໍ່​ໝົດ ເຖິງວ່າ​ມັນ​ຈະຫຼຸດ​ຕົ້ນ​ທຶນ​ໃນ​ການ​ຂົນ​ສົ່ງ, ແຕ່​ມັນ​ພັດ​ໄປ​ເພີ່ມ​ຕົ້ນ​ທຶນ​ໃນ​ການ​ເກັບ​ຮັກ​ສາ ໃນ​ກໍ່​ລະ​ນີນີ້​ແມ່ນ​ເຮົາ​ກໍ​ຈະ​ຂາດ​ທຶນ​ຈາກ​ການ​ຂາຍ​ສິນ​ຄ້າບໍ່​ໄດ້. ຈາກ​ບັນ​ຫາ​ດັ່ງ​ກ່າວ, ເຮົາ​ສາ​ມາດ​ແກ້​ບັນ​ຫານີ້​ໄດ້​ດ້ວຍ​ສູດ EOQ ຫຼື Economic Order Quantity.

Economic Order Quantity ຫຼື ປະ​ລິ​ມານ​ສັ່ງ​ຊື້​ທີ່​ປະ​ຢັດ ແມ່ນ​ຈະ​ຊ່ວຍ​ໃຫ້​ເຈົ້າ​ຂອງ​ທຸ​ລະ​ກິດຮູ້​ວ່າ ຈະ​ຕ້ອງ​ສັ່ງ​ສິນ​ຄ້າ​ຄັ້ງ​ໜຶ່ງ​ເທົ່າ​ໃດ ເພື່ອ​ເຮັດ​ໃຫ້​ຕົ້ນ​ທຶນ​ໃນ​ການ​ສັ່ງ​ສິນ​ຄ້າ​ຕ່ຳ​ສຸດ. ມັນ​ສາ​ມາດ​ຊ່ວຍ​ໃຫ້​ຫຼຸດ​ຕົ້ນ​ທຶນ​ໃນ​ການ​ສັ່ງ​ຊື້​ສິນ​ຄ້າ ແລະ ການ​ເກັບ​ຮັກ​ສາ​ສິນ​ຄ້າ.

ສູດ​ຄິດ​ໄລ່

EOQ = √(2*S*O)/C

S = ປະ​ລິ​ມານ​ຄວາມ​ຕ້ອງ​ການ​ສິນ​ຄ້າ​ໃນ 1 ປີ

O = ຕົ້ນ​ທຶນ​ໃນ​ການ​ສັ່ງ​ຊື້​ສິນ​ຄ້າ​ຕໍ່​ຄັ້ງ (ຕົ້ນ​ທຶນນີ້​ແມ່ນ​ຕົ້ນ​ທຶນ​ ຄ່າ​ຂົນ​ສົ່ງ ເປັນ​ຕົ້ນ, ຢ່າໄປຫຼົງ​ກັບ​ຕົ້ນ​ທຶນ​ໃນ​ການ​ຜະ​ລິດ​ສິນ​ຄ້າ)

C = ຕົ້ນ​ທຶນ​ໃນ​ການ​ເກັບ​ຮັກ​ສາ​ສິນ​ຄ້າ​ຕໍ່​ໜ່ວຍ (ຕົ້ນ​ທຶນນີ້​ແມ່ນ​ຕົ້ນ​ທຶນ ຄ່າ​ເຊົ່າ​ສາງ ເປັນ​ຕົ້ນ

**ບາງ​ຄັ້ງ​ອາດ​ຈະ​ມີ​ຄ່າ​ເສຍ​ໂອ​ກາດ​ມາ​ກ່ຽວ​ນຳ​ເຊິ່ງ​ສູດ​ມີ​ດັ່ງ​ນີ້

EOQ = √(2*S*O)/(C*I)

I = ຄ່າ​ເສຍ​ໂອກ​າດ

ເມື່ອ​ເຮົາ​ຮູ້​ຄ່າ ປະ​ລິ​ມານ​ສັ່ງ​ສິນ​ຄ້າ​ທີ່​ປະ​ຢັດ​ແລ້ວ ເຮົາ​ກໍ່​ສາ​ມາດ​ໄປ​ຄິດ​ໄລ່​ຕົ້ນ​ທຶນ​ລວມ​ໄດ້​ດັ່ງ​ນີ້:

EOQ = Q

ຕົ້ນ​ທຶນ​ລວມ = ຕົ້ນ​ທຶນ​ໃນ​ການ​ເກັບ​ຮັກ​ສາ + ຕົ້ນ​ທຶນ​ໃນ​ການ​ສັ່ງ​ຊື້

TC = ((Q*C)/2) + ((S*O)/Q)

ຕົ້ນ​ທຶນ​ໃນ​ການ​ເກັບ​ຮັກ​ສາ = (Q*C)/2

ຕົ້ນ​ທຶນ​ໃນ​ການ​ສັ່ງ​ຊື້ = (S*O)/Q

ຈຳ​ນວນ​ຄັ້ງ​ໃນ​ການ​ສັ່ງ​ຊື້ = S/Q

ສິນ​ຄ້າ​ໃນ​ສາງ​ສະ​ເລ່ຍ = Q/2

ບົດ​ເລກ​ຕົວ​ຢ່າງ

ບໍ​ລິ​ສັດຜະ​ລິດໂທ​ລະ​ສັບ ຕ້ອງ​ການ​ຢາກ​ຮູ້​ວ່າ ​ຈະ​ຕ້ອງ​ສັ່ງ​ສິນ​ຄ້າ​ຄັ້ງ​ໜຶ່ງ​ເທົ່າ​ໃດ​ຈຶ່ງ​ຈະ​ປະ​ຢັດ​ຕົ້ນ​ທຶນ​ໜ້ອຍ​ທີ່​ສຸດ. ໂດຍບໍ​ລິ​ສັດ​ຮູ້​ວ່າ​ຕົ້ນ​ທຶນ​ລວມແມ່ນ $3,750 ໃນ​ນີ້ ຕົ້ນ​ທຶນ​ໃນ​ການ​ສັ່ງ​ຊື້​ສິນ​ຄ້າ ແລະ ຕົ້ນ​ທຶນ​ໃນ​ການ​ເກັບ​ຮັກ​ສາ​ ທັງ​ສອງ​ເທົ່າ​ກັນ​ເທົ່າກັບ 50% ຂອງ​ຕົ້ນ​ທຶນ​ລວມ. ຈຳ​ນວນ​ສິນ​ຄ້າ​ທີ່​ຕ້ອງ​ການ​ໃນແຕ່​ລະ​ປີ​ແມ່ນ $93,750 ໜ່ວຍ ແລະ ເສຍ​ຄ່າ​ສັ່ງ​ສິນ​ຄ້າ​ແຕ່​ລະ​ຄັ້ງ​ແມ່ນ $15.

ແກ້:

ໃນ​ນີ້​ເຮົາ​ຮູ້: S= 93,750; O=15; TC=3,750

ເຮົາ​ຕ້ອງ​ການ​ EOQ=?

ຈາກ​ສົມ​ຜົນ​ເຮົາ​ໄດ້: EOQ = √(2*S*O)/C ແຕ່​ວ່າ​ເຮົາ​ບໍ່​ຮູ້ C ເຮົາ​ໃຊ່​ສູດນີ້ບໍ່​ໄດ້. ອີກ​ໜຶ່ງ​ທາງ​ເລືອກ​ຄື ເຮົາ​ຕ້ອງ​ໄປ​ເບິ່ງ TC ເຊິ່ງ​ໄດ້​ມີ​ການບອກ​ໃບ້​ໜ້ອຍ​ໜຶ່ງ​ຈາກ​ໂຈດ​ຄື ຕົ້ນ​ທຶນ​ໃນ​ການ​ສັ່ງ​ສິນ​ຄ້າ ແລະ ຕົ້ນ​ທຶນ​ໃນ​ການ​ເກັບ​ຮັກ​ສາ ທັງ​ສອງ​ແມ່ນ​ເທົ່າ​ກັ​ບ 50% ຂອງ​ຕົ້​ນ​ທຶນ​ລວມ.

TC = ຕົ້ນ​ທຶນ​ໃນ​ການ​ເກັບ​ຮັກ​ສາ + ຕົ້ນ​ທຶນ​ໃນ​ການ​ສັ່ງ​ຊື້

3,750 = (0.5*3,750) + (0.5*3,750)

3,750 = 1,875 + 1,875

3,750 = ((Q*C)/2) + ((S*O)/Q) ໝາຍ​ວ່າ ເຮົາ​ສາ​ມາດ​ໄປ​ຊອກ​ຫາ EOQ=Q ໄດ້​ຈາກ​ ສູດ ຕົ້ນ​ທຶນ​ຫານ​ສັ່ງ​ຊື້​ ເພາະ​ເຮົາ​ຮູ້ S  ແລະ O ໄດ້​ດັ່ງ​ນີ້G

1,875 = (S*O)/Q

1,875 = (93,750*15)/Q

Q = 750 ໜ່ວຍ

ສະຫຼຸບ, ປະ​ລິ​ມານ​ສັ່ງ​ຊື້​ທີ່​ປະ​ຢັດ​ ຂອງ​ບໍ​ລິ​ສັດ​ນັ້ນ ແມ່ນ 750 ໜ່ວຍ.