ຊູສອງນິ້ວ(V sign)ອາດຈະບໍ່ໝາຍຄວາມວ່າສັນຕິຖ້າຊູໃສ່ຄົນອັງກ?

 

ເນື້ອຫາຕໍ່ໄປນີ້ອາດຈະມີບາງຕອນມີຄຳຫຍາບ ເພື່ອໃຊ້ອະທິບາຍໃຫ້ຖືກກັບຄວາມເປັນຈິງ, ດັ່ງນັ້ນເຮົາຂໍອະໄພໃນນະທີນີ້ດ້ວຍ.

ໃນຊົ່ວໂມງຕອນເຮົາກຳລັງຮຽນພາສາອັງກິດຢູ່ນັ້ນ ໄດ້ມີການສົນທະນາກັນກ່ຽວກັບສັນຍາລັກມືເລີ່ມຕົ້ນດ້ວຍການຊູນິ້ວກາງໃນອາເມລິການັ້ນໝາຍເຖິງການດ່າຄົນທີ່ເຮົາຊູນິ້ວໃສ່, ການເຮັດສາມນິ້ວລຽນກັນໝາຍເຖິງການໃຫ້ຄຳປະຕິຍານ, ການເອົານິ້ວຊີ້ ຫຼື ນິ້ວກາງໄຂ່ວກັນນັ້ນໝາຍຄວາມວ່າການໃຫ້ຄຳໝັ້ນສັນຍາ ແຕ່ວ່າການກະທຳດັ່ງກ່າວນັ້ນມີສອງຄວາມໝາຍຄື ຖ້າເຮົາເຮັດຕໍ່ໜ້າໃຫ້ຄົນທີ່ເຮົາຈະສັນຍານັ້ນແມ່ນໝາຍເຖິງເຮົາໃຫ້ສັນຍາ, ແຕ່ທາງກັບກັນຖ້າເຮົາເຊື່ອງໄວ້ທາງຫຼັງນັ້ນໝາຍຄວາມວ່າເຮົາໃຫ້ສັນຍາລົມປາກເປົ່ານັ້ນເອງ.

v-sign

v-sign-does-not-mean-peace-if-you-do-to-british-1

ເວົ້າມາຫຼາຍລະດຽວເຂົ້າເລື່ອງກັນເລີຍ, ການຊູສອງນິ້ວນັ້ນຫຼາຍໆຄົນຈະເຂົ້າໃຈວ່ານັ້ນໝາຍຄວາມວ່າສັນຕິ, ເວລາຖ່າຍຮູບຈະເຫັນແຕ່ຄົນຊູສອງນິ້ວ ເຮັດໃຫ້ໂຕໜ້າຮັກຂຶ້ນ, ເປັນເດັກນ້ອຍຂຶ້ນ 555 ແຕ່ທ່ານຮູ້ບໍ່ວ່າການຊູສອງນິ້ວນັ້ນຖ້າທ່ານເຮັດຜິດວິທີນັ້ນທາງອາດຈະໄປດ່າຄົນອື່ນກໍເປັນໄດ້ໂດຍສະເພາະກັບຄົນອັງກິດ.
ການຊູສອງນິ້ວ ຫຼື ເວົ້າ​ອີກ​ຢ່າງ​ໜຶ່ງວ່າ​ V sign ນັ້ນສື່ຄວາມໝາຍວ່າ”ສັນຕິ”,  ໃຫ້ເຮົາຊູສອງນິ້ວໂດຍໃຫ້ເອົາທາງເບື້ອງຝາມືເຮົາອອກນອກ ແລະ ນອກນັ້ນ​ໃນ​ຊ່ວງ​ສົງ​ຄາມ​ໂລກ​ຄັ້ງ​ທີ II ອາ​ເມ​ລິ​ກາຍັງ​ໃຊ້ສັນ​ຍາ​ລັກ V ເພື່ອບອກ​ໃຫ້​ຮູ້​ໄດ້​ຊະ​ນະ​ສົງ​ຄາມ​ແລ້ວ ຫຼື Victory ນັ້ນ​ເອງ.

v-sign-does-not-mean-peace-if-you-do-to-british

Robbie_paparazzi_V_sign

ກົງກັນຂ້າມຖ້າເຮົາຊູສອງນິ້ວແລ້ວເອົາດ້ານຫຼັງມືອອກ(ເຫັນຄົນອ້ອມ​ຂ້າງເຮັດຕະຫຼອດ) ນັ້ນໝາຍຄວາມວ່າເຮົາໄປດ່າກະເຈົ້າເດີ້. ເຮົາບໍ່ຄວນເຮັດໃສ່ຄົນອັງກິດເປັນເດັດຂາດ. ການທີ່ໄດ້ສັນຍາລັກນີ້ກໍມີທີ່ໄປທີມາຄືແຕ່ກີ້ແຕ່ກ່ອນ(ເວົ້າປານນິທານ)ແມ່ນວ່າໃນຊ່ວງສົງຄາມລະຫວ່າງອັງກິດກັບຝລັ່ງນັ້ນ ຊາວອັງກິດໄດ້ຈັບໂຕຄົນຍິງທະນູຊາວຝລັ່ງມາແລ້ວໄດ້ທຳການຕັດນິ້ວທີ່ໃຊ້ດຶງເສັ້ນທະນູກະຄືສອງນິ້ວທີ່ເຮົາຊູນັ້ນເອງ ແລະ ນັ້ນກະໄດ້ສະແດງໃຫ້ຄົນຝລັ່ງຢ້ານກົວກັນ. ດັ່ງນັ້ນ, ຖ້າເຮົາໄປຊູສອງນິ້ວໃສ່ຄົນອັງກິດນັ້ນໝາຍຄວາມວ່າເຮົາໄປທ້າທາຍເຂົາ, ຫຼື ໄປດ່າເຂົາປຽບເໝືອນກັບວ່າ: “ກູເຮັດແລ້ວມຶງສິເຮັດຫຍັງກູ”.
ສຸດທ້າຍ, ຖ້າຈະຊູສອງນິ້ວໃຫ້ເບິ່ງດີໆກ່ອນເດີ້!