ສະຫະລັດອາເມລິກາສຳເລັດການຄິດຄົ້ນ ວັກຊີນປ້ອງກັນໄຂ້ມາ?

ຂອບໃຈຮູບຈາກ Rsabbatini, Wikipedia

ໃນວັນພະຫັດອາທິດທີ່ຜານມານັກວິໄຈຈຳນວນໜຶ່ງໄດ້ທຳການທົດລອງວັກຊີນໂຕໃໝ່ຊື່ວ່າ: PfSPZ, ວັກຊີນນີ້ ແມ່ນໄດ້ຈາກການໃຊ້ຈຸດອ່ອນແອທີ່ສຸດຂອງເຊື້ອເມເລເລຍ(Malaria)ນັກວິໄຈກຸ່ມດັ່ງກ່າວໄດ້ທົດລອງວັກຊີນກັບອາສາສະໝັກຫຼາຍກ່ວາ 36 ຄົນ. ຈາກອາສາສະໝັກຫົກຄົນໃນນັ້ນຸຄົນທີ່ໄດ້ຮັບການສີດວັກຊີນເຂົ້າໃນເສັ້ນເລືອດ ດຳຫ້າຄັ້ງບໍ່ຕິດເຊື້ອມາເລເລຍໃນເວລາທີ່ເຊື້ອດັ່ງກ່າວນັ້ນຈະຕ້ອງສະແດງອາການແລ້ວ. ອາສາສະໝັກເກົ້າຄົນ ໄດ້ຮັບການສີດວັກຊີນສີ່ຄັ້ງ, ມີພຽງແຕ່ສາມຄົນທີ່ໄດ້ຮັບເຊື້ອມາເລເລຍ. ອາສາສະໝັກສິບສອງຄົນບໍ່ໄດ້ຮັບ ວັກຊີນຫຍັງເລີຍ, ສິບເອັດຄົນໄດ້ຮັບເຊື້ອເມເລເລຍ. ການທົດລອງດັ່ງກ່າວແມ່ນໄດ້ຢູ່ພາຍໃຕ້ການຄວບຄຸມ ຂອງສະຖາບັນສຸຂະພາບຂອງສະຫະລັດອາເມລິກາ, ກອງທັບບົກ ແລະ ກອງທັບເຮືອຂອງສະຫະລັດອາເມລິກາ.

ຈາກການທົດລອງໃນກຸ່ມອາສາສະໝັກກຸ່ມນ້ອຍໆນີ້ເຫັນວ່າຄົນທີ່ໄດ້ຮັບການສີດວັກຊີນທັງໝົດຫົກຄົນແມ່ນບໍ່ ໄດ້ຮັບເຊື້ອມາເລເລຍ 100% ເຊິ່ງວ່າເປັນຄັ້ງທຳອິດເລີຍ ຫຼືວ່າ ຂອງໂລກເລີຍທີ່ວັກຊີນປ້ອງກັນ ເຊື້ອໄວຣັດມາເລ ເລຍສາມາດປ້ອງກັນໄດ້ 100%. ແຕ່ເຖິງວ່າຜົນທີ່ໄດ້ຮັບແມ່ນດີເກີນຄາດນັກວິໄຈເພິ່ນຍັງຈະຕ້ອງໄດ້ທົດລອງ ກັບຄົນກຸ່ມໃຫຍ່ໆ ແລະ ນັກວິໄຈກໍຍັງບໍ່ຮູ້ອີກວ່າວັກຊີນດັ່ງກ່າວຈະຄົງຢູ່ດົນປານໃດ. ວັກຊີນ PfSPZ ຍັງຮອງຮັບ ໄດ້ແຕ່ການໃຫ້ຜ່ານການສີດເຂົ້າເສັ້ນເລືອດດຳເຊິ່ງວິທີນີ້ຢາກໃນການເຂົ້າເຖິງຜູ້ຄົນກວ່າການໃຫ້ຜ່ານການສີດ ຢາດ້ວຍເຂັມ ຫຼື ຢາເປັນເມັດ.

ຕາມການລາຍງານຂອງ CNN ມີຄົນຫຼາຍກວ່າ 200 ລ້ານຄົນໃນແຕ່ລະປີແມ່ນຕິດເຊື້ອມາເລເລຍໂດຍແມ່ນຍຸງ ເປັນພາຫະນຳເຊື້ອ, ມັນເອົາຊີວິດຂອງຄົນໄປແລ້ວເຖິງ 6 ແສນ 6 ໝື່ນກວ່າຄົນໃນປີ 2010. ຖ້າວ່າວັກຊີນ PfSPZ ສົມບູນແລ້ວຄາດວ່າຈະອອກສູ່ຕະຫຼາດໃນທ້າຍປີ 2017 ຫຼື ຕົ້ນປີ 2018.

ຂອບໃຈທີ່ມາ CNN, TheVerge