​ອັດ​ເດດແພັກ​ເກດ​​ອິນ​ເຕີ​ເນັດຄ້າຍ​ໃດ​ໜ້າ​ສົນ​ໃຈ

​ອັດ​ເດດແພັກ​ເກດ​​ອິນ​ເຕີ​ເນັດຄ້າຍ​ໃດ​ໜ້າ​ສົນ​ໃຈ

ເມື່ອ 2 ເຄື່ອຂ່າຍຄື ລາວ ໂທລະຄົມ(Lao telecom)  ແລະ ຢູນິເທວ(Unitel)ໄດ້ມີການປ່ຽນແປງແພັກເກດອິນເຕີເນັດຂອງຕົນແບບທີວ່າໜ້າມືເປັນຫຼັງມື ເຊິ່ງໄດ້ເຮັດໃຫ້ຜູ້ຊົມອິນເຕີເນັດບໍ່ວ່າຄ້າຍໃດກໍເງີບກັນໄປຕາມໆກັນ. ໃນບົດຄວາມນີ້ເຮົາຈະມາເບິ່ງວ່າແພັກເກດອິນເຕີເນັດຂອງແຕ່ລະເຄື່ອຂ່າຍມີຫຍັງແນ່? ແລະ ປຽບທຽບວິເຄາະເບິ່ງວ່າຄ້າຍໃດມີແພັກເກດທີໜ້າສົນໃຈ ສ່ວນໜ້າໃຊ້ນັ້ນແມ່ນໃຫ້ຜູ້ອ່ານຕັດສິນໃຈເອົາເອງ ອິອິ.

ອັບ​ເດດ 02/02/2019:

  • ອັບ​ເດດ​ແພັກ​ເກດ​ຊິມ​ເນັດ Laotelecom
  • ອັບ​ເດດແພັກ​ເກດມື​ຖື ແລະ ຊິມ​ເນັດ Unitel
  • ຈາກ​ທີ່​ປຽບ​ທຽບ​ແພັກ​ເກດ Laotelecom ກັບ Unitel ແລ້ວ ໃນ​ເລື່ອງ​ຂອງ ປະ​ມິ​ມານ​ຂໍ້​ມູນ (Data) ທາງ​ຝັ່ງ​ຂອງ Laotelecom ແມ່ນ​ຈະ​ໄດ້ຫຼາຍກວ່າ​ທາງ Unitel ໃນ​ແພັກ​ເກດ 50.000 | 30ວັນ | 7GB > 5GB; 150.000 | 30ວັນ | 25GB; 250.000 | 30ວັນ | 60GB
  • ສ່ວນ​ວ່າໃນ​ເລື່ອງ​ຂອງ​ແພັກ​ເກດ​ແບບ​ໄລ​ຍະ​ເວ​ລາ​ສັ້ນ Unitel ແມ່ນ​ມີ​ແພັກ​ເກດ​ໃຫ້​ເລືອກຫຼາຍກວ່າ​ ເຊິ່ງ​ຕອບ​ໂຈດ​ຄວາມ​ຕ້ອງ​ການ​ຂອ​ງ​ຂອງ​ລູກ​ຄ້າ​ໄດ້ຫຼາກຫຼາຍ​ກວ່າ ແລະ ຍິ່ງ​ໄປ​ກວ່ານັ້ນ​ໃຫ້​ປະ​ລິ​ມານ​ຂໍ້​ມູນ​ທີ່ຫຼາຍກວ່າ Laotelecom ປະ​ມານ 17% ຫຼື 1GB. ໂດຍ​ສະ​ເພາະ​ອ​ແພັກ​ເກດ​ຂອງ Laotelecom 25.000 = 7GB = 7ວັນ ຖ້າ​ລອງ​ສະ​ໝັກ​ແພັກ​ເກດ Unitel ຈະ​ຖືກກວ່າ 5.000 ກີບ ໂດຍ​ການ​ສະ​ໝັກ​ສອງ​ແພັກ​ເກດ​ຄວບ​ກັນ​ຄື LT2 + ຮອຍຍິ້ມ = 10.000 + 10.000 = 6GB + 2GB = 2ວັນ + 5ວັນ (ໄດ້​ປະ​ລິ​ມານຫຼາຍກວ່າ) ຫຼື LT4+ ຮອຍຍິ້ມ = 10.000 + 10.000 = 5GB + 2GB = 3ວັນ + 5 ວັນ (ໄດ້​ວັນຫຼາຍກວ່າ)

ອັບ​ເດດ 19/06/2018: Unitel ໄດ້​ຢຸດ​ໃຫ້​ບໍ​ລິ​ການ​ແພັກ​ເກດ Unlimited LTU30 (LT30) ແລະ 4GU30 ໂດຍ​ມີ​ລາຍ​ລະ​ອ​ຽດ​ດັ່ງ​ນີ້:

  • ແພັກ​ເກດ LT30 ທ່ານ​ສາ​ມາດ​ນຳ​ໃຊ້ 30 GB ໃນ​ຄວາມ​ໄວ​ປົກ​ກະ​ຕິ ຫຼັງ​ຈາກກາຍ 30GB ຄວາມ​ໄວ​ຂອງ​ທ່ານ​ຈະຫຼຸດ​ລົງ​ເຫຼືອ 512kbps. ນອກ​ຈາກນີ້​ລາ​ຄາ​ກໍຫຼຸດ​ລົງ​ຈາກ 230’000ກີບ ເຫຼືອ 200’000ກີບ.
  • ແພັກ​ເກດ 4GU30 ທ່ານ​ສາ​ມາດ​ນຳ​ໃຊ້ 60 GB ໃນ​ຄວາມ​ໄວ​ປົກ​ກະ​ຕິ ຫຼັງ​ຈາກກາຍ 60GB ຄວາມ​ໄວ​ຂອງ​ທ່ານ​ຈະຫຼຸດ​ລົງ​ເຫຼືອ 512kbps.

ອັບ​ເດດ 06/12/2017: Unitel ໄດ້​ເພີ່ມ​ແພັກເກດ​ອິນ​ເຕີ​ເນັດ​ສຳ​ລັບ​ເບີຫຼິ້ນ​ເນັດ ສຳ​ລັບ 3G ແລະ 4G ໃໝ່ ຄື ແພັກ​ເກດ LT4 ທີ່​ໃຫ້​ປະ​ລິ​ມານ​ການ​ອັບ​ໂຫຼດ/ດາວ​ໂຫຼດ​ຂໍ້​ມູນຫຼາຍ​ເຖິງ 4000 MB (4 GB) ໃຊ້​ໄດ້ 3 ວັນ. ຖື​ວ່າ ເປັນ​ການ​ອອກ​ແພັກ​ເກດ​ທີ່​ມາ​ເຕີມ​ເຕັມ​ຊ່ອງ​ຫວ່າງ​ແພັກ​ເກດ ໜຶ່ງມື້  1 GB ກັບ ແພັກ​ເກດ ໜຶ່ງອາ​ທິດ 1,5 GB. ຖ້າ​ທຽບ​ໃສ່​ສອງ​ແພັກ​ເກດນີ້​ແລ້ວ ຖື​ວ່າ​ຄຸ້ມຫຼາຍ. ສ່ວນ​ໃນ​ໜ້າ​ເວັບ​ຂອງ Unitel ເຖິງວ່າ​ຈະ​ບໍ່​ເຫັນ​ແພັກ​ເກດ Unlimited 230,000 ກີບ ສຳ​ລັບ​ເບີ​ເນັດ 3G ແຕ່ກໍ່​ຍັງ​ສາ​ມາດ​ລົງ​ທະ​ບຽນ​ໄດ້​ຢູ່​ເດີ້.

ກົງ​ກັນ​ຂ້າມ​ທາງ​ດ້ານ Lao Telecom ເຖິງວ່າ​ຈ​ະ​ມີ​ແພັກ​ເກດ 10,000 ກີບ ຫຼິ້ນ​ໄດ້​ພາຍ​ໃນ 3 ວັນ ກໍ່​ຕາມ ແຕ່ຖ້າ​ທຽບ​ກັບ​ປະ​ລິ​ມານ​ການ​ອັບ​ໂຫຼດ/ດາວ​ໂຫຼດ​ຂໍ້​ມູນແລ້ວ​ຍັງ​ຖື​ວ່າ​ໃຫ້​ມາ​ໜ້ອຍ​ກ່​ວາທາງ​ດ້ານ Unitel ເຖິງ 25% ຫຼື 1 GB (ຈາກ 3 GB). ເຖິງ​ຢ່າງ​ໃດ​ກໍ່​ຕາມ ແພັກ​ເກດ​ດັ່ງ​ກ່າວກໍ່​ພຽງ​ເປັນ​ແພັກ​ເກດ Promotion ໄດ້​ບາງ​ເວ​ລາ​ເທົ່າ​ນັ້ນ.

ສະຫຼຸບແລ້ວ ແມ່ນ ຖ້າ​ໃຜ​ຢາກ​ໃຊ້​ແພັກ​ເກດນີ້ ແມ່ນ​ແນະ​ນຳ​ໃຫ້​ໄປ​ໃຊ້​ຂອງ Unitel ດີ​ກ່​ວາ.

ແພັກເກດອິນເຕີເນັດ 3G/4G ຂອງແຕ່ລະເຄື່ອຂ່າຍ

ລາວ ໂທລະຄົມ

ແພັກເກດສຳລັບເບີໂທແບບຕື່ມເງິນ

laotelecom_prepaid_sim_internet_package_18_11_2015

ແພັກເກດສຳລັບເບີຫຼິ້ນເນັດ 3G/4G

ອັດ​ເດດ 02 ກຸມ​ພາ 2019

ຢູນິເທວ

ແພັກເກດ ສຳລັບເບີໂທ ແບບຕື່ມເງິນ 3G ແລະ 4G

ອັບ​ເດດ 02 ກຸມ​ພາ 2019

ແພັກເກດສຳລັບເບີຫຼິ້ນເນັດ 3G ແລະ 4G

ອັບ​ເດດ 02 ກຸມ​ພາ 2019

ອີທີແອລ

ແພັກເກດສຳລັບເບີໂທ ແບບຕື່ມເງິນ

etl_eplus_prepaid_internet_package_18_11_2015

ແພັກເກດສຳລັບເບີຫຼິ້ນເນັດ

etl_net_sim_internet_package_18_11_2015

ບີລາຍ

ແພັກເກດສຳລັບເບີໂທ ແບບຕື່ມເງິນ

beeline_prepaid_internet_package_18_11_2015

ແພັກເກດສຳລັບເບີຫຼິ້ນເນັດ

beeline_net_sim_internet_package_18_11_2015

ວິເຄາະວ່າເຄື່ອຂ່າຍໃດມີແພັກເກດທີ່ໜ້າສົນໃຈກ່ວາໝູ່

ແນະນຳສຳລັບຜູ້ຕ້ອງການໃຊ້ງານທົ່ວໄປ

ແພັກເກດສຳລັບເບີໂທ

ຖ້າທ່ານຕ້ອງການຫຼິ້ນ

ແບບລາຍວັນ(24 ຊົ່ວໂມງ), (5’000 ກີບ)

ສຳລັບແພັກເກດເບີໂທຂອງແຕ່ລະເຄື່ອຂ່າຍນັ້ນບໍ່ມີຄວາມແຕກຕ່າງກັນຫຼາຍຄື ຈ່າຍ 5’000 ກີບ ໄດ້ 125MB.

ລາວ ໂທລະຄົມ = ຢູນິເທວ = ອີທີແອລ = ບີລາຍ

ແບບອາທິດ(7 ວັນ), (10’000 ກີບ ແລະ 15’000 ກີບ)

ສ່ວນແບບເປັນອາທິດ(7 ວັນ) ນັ້ນມີໃຫ້ແຕ່ສອງເຄື່ອຂ່າຍຄື ອີທີແອລ ແລະ ບີລາຍ ສຳລັບ 3G ເຊິ່ງອັດຕາຄ່າບໍລິການແມ່ນເທົ່າກັນຄື 10’000 ກີບ/250MB . ແຕ່ວ່າຖ້າມາເບິ່ງແພັກເກດ 4G ຂອງ ຢູນິເທວແລ້ວແມ່ນຄຸ້ມຄ່າກ່ວາ ເຖິງວ່າຈະແມ່ນ 15’000 ກີບ/450MB ຖ້າວ່າມາຄິດໄລ່ໃນລາຄາ 10’000 ກີບ ແມ່ນໄດ້ປະລິມານການດາວໂຫຼດ/ອັບໂຫຼດປະມານ 300MB.

ຢູນິເທວ > (ອີທີເອລ = ບີລາຍ)

ແບບລາຍເດືອນ(30 ວັນ) (50’000 ກີບ ແລະ 100’000 ກີບ)

ສຳລັບແພັກເກດເປັນເດືອນ (30 ວັນ) ມີຄວາມແຕກຕ່າງກັນໜ້ອຍໜຶ່ງ ເຮົາສັງເກດເຫັນວ່າເຄື່ອຂ່າຍ ຢູນິເທວ ມີແພັກເກດທີຄຸ້ມຄ່າກ່ວາ ດ້ວຍປະລິມານການດາວໂຫຼດ/ອັບໂຫຼດ ແຕກຕ່າງກັນປະມານ 250MB ສຳລັບຄ່າບໍລິການ 50’000 ກີບ ແລະ 500MB ສຳລັບຄ່າບໍລິການ 100’000 ກີບ.

ຢູນິເທວ > (ລາວ ໂທລະຄົມ=ອີທີແອລ=ບີລາຍ)

ແພັກເກດສຳລັບເບີຫຼິ້ນເນັດ

ແບບລາຍວັນ(24 ຊົ່ວໂມງ), (5’000 ກີບ)

ເຄື່ອຂາຍ ບີລາຍໃຫ້ປະລິມານການດາວໂຫຼດ/ອັບໂຫຼດທີ່ຫຼາຍກ່ວາ 3 ເຄື່ອຂ່າຍປະມານ 200MB. ດັ່ງນັ້ນ, ເຮົາໃຫ້ແພັກເກດບີລາຍຄຸ້ມຄ່າກ່ວາ.

ບີລາຍ > (ລາວ ໂທລະຄົມ=ຢູນິເທວ=ອີທີແເອລ)

ແບບອາທິດ(7 ວັນ), (10’000 ກີບ)

ແພັກເກດແບບອາທິດແມ່ນບໍ່ມີຄວາມແຕກຕ່າງກັນດ້ານປະມານການອັບໂຫຼດ/ດາວໂຫຼດຄື 10’000 ກີບ/1’500MB.

ລາວ ໂທລະຄົມ = ຢູນິເທວ = ອີທີແອລ

ແບບລາຍເດືອນ(30 ວັນ), (50’000 ກີບ)

ມາຍົກນີ້ແມ່ນເຄື່ອຂ່າຍ ອີທີແອລ ເປັນຜູ້ຊະນະໄປດ້ວຍປະລິມານການດາວໂຫຼດ/ອັບໂຫຼດ ຫຼາຍກ່ວາເຖິງ 500MB.

ອີທີແອລ > (ລາວ ໂທລະຄົມ=ຢູນິເທວ)

ແນະນຳສຳລັບນັກດາວໂຫຼດ

ສຳລັບເບີໂທ ແບບຕື່ມເງິນ

ອັບ​ເດດ(14/12/2016): ຢູ​ນິ​ເທວ​ໄດ້​ຍົກ​ເລີກ​ແພັກ​ເກດບໍ່​ຈຳ​ກັບ​ສຳ​ລັບ​ມື​ຖື​ແລ້ວ, ແຕ່​ທ່ານ​ສາ​ມາດ​ໃຊ້​ແພັກ​ເກດບໍ່​ຈຳ​ກັດ​ສຳ​ລັບ​ເບີ​ເນັດ​ໄດ້​ຢູ່.

ໃນຍົກນີ້ມີແຕ່ຜູ້ເຂົ້າແຂ່ງຂັນເຄື່ອຂ່າຍດຽວຄື ຢູນິເທວ, ເຫັນວ່າເພິ່ນມີແພັກເກດແບບບໍ່ຈຳກັດປະລິມານ ແລະ ຄວາມໄວທີ່ແບບວ່າສຸດຄຸ້ມ ເຊິ່ງຖືກໃຈນັກດາວໂຫຼດທັງຫຼາຍ. ເພິ່ນມີ 2 ແພັກເກດໃຫ້ເລືອກທີ່ເປັນແພັກເກດແບບບໍ່ຈຳກັດຄວາມໄວ ແລະ ປະລິມານຄື ແບບລາຍວັນ 10’000  ກີບ ແລະ ອາທິດ (15 ວັນ) 70’000 ກີບ ແລະ ໜຶ່ງແພັກເກດບໍ່ຈຳກັດປະລິມານ, ແຕ່ຈຳກັດຄວາມໄວຖ້າໃຊ້ເກີນ ຄື ຈ່າຍ 120’000 ກີບ ໃຊ້ໄດ້ 30 ວັນ(ຖ້າໃຊ້ເກີນ 4’000 MB ຄວາມໄວຈະຫຼຸດລົງ 256/128 Kbps).

ອັບເດດ(03/03/2016): ຢູນິເທວ ໄດ້ກັບມາມີແພັກເກດບໍ່ຈຳກັດຄວາມໄວ ແລະ ປະລິມານການດາວໂຫຼດ-ອັລໂຫຼດແລ້ວ ແຕ່ວ່າລາຄາໄດ້ອັບຂຶ້ນມາເປັນ 230’000 ກີບ ເຖິງຢ່າງໃດກໍຕາມມັນກະຍັງຄຸ້ມຄ່າຢູ່.

ສຳລັບເບີຫຼິ້ນເນັດ

ຜູ້ຊະນະຂອງລຸ້ນນີ້ແມ່ນ ຢູນິເທວ ຍ້ອນແພັກເກດບໍ່ຈຳກັດຄວາມໄວ ແລະ ປະລິມານຂອງເພິ່ນ (230’000 ກີບ) ແລະ ຮອງອັນສອງຂໍຍົກໃຫ້ ລາວ ໂທລະຄົມ ດ້ວຍແພັກເກດຈຳກັດຄວາມໄວຖ້າໃຊ້ເກີນ ແຕ່ບໍ່ຈຳກັດປະລິມານດາວໂຫຼດ/ອັບໂຫຼດ, ອັນດັບສາມໄດ້ແກ່ ບີລາຍ ເພິ່ນໄດ້ອັນດັບສາມຍ້ອນວ່າແພັກເກດຈຳກັດຄວາມໄວແຕ່ບໍ່ປະລິມານ ຖ້າທຽບໃສ່ ລາວ ໂທລະຄົມ ແລ້ວແມ່ນຍັງຫ່າງກັນຫຼາຍດ້ານຄວາມຄຸ້ມຄ່າ ເພາະຖ້າໃຊ້ເກີນ 1GB ເທົ່ານັ້ນ ຄວາມໄວຂອງທ່ານກໍຖືກຈຳກັດແລ້ວ.

ສ່ວນ ອີທີແອລ ນັ້ນກໍມີແພັກເກດແບບບໍ່ຈຳກັດຄືກັນ ແຕ່ວ່າຍັງບໍ່ໃຫ້ຂໍ້ມູນລະອຽດເທື່ອວ່າເປັນແບບໃດດັ່ງນັ້ນຈຶ່ງບໍ່ຖືກຈັດອັນດັບ ເພາະຜູ້ຂຽນບໍ່ຮູ້ວ່າແພັກເກດດັ່ງກ່າວນັ້ນແມ່ນບໍ່ຈຳກັດຄວາມໄວ ແລະ ປະລິມານ ຫຼື ຈຳກັດຄວາມໄວແຕ່ບໍ່ຈຳກັດປະລິມານ.

ອັ​ບ​ເດດ(19/06/2018): ເນື່ອງ​ຈາກວ່າ Unitel ໄດ້​ປ່ຽ​ນ​ແພັກ​ເກດ ບໍ່​ຈຳ​ກັດ​ຄວາມ​ໄວ, ແຕ່​ວ່າ ຖ້າ​ທຽບ​ກັບ​ຄວາມ​ຄຸ້ມ​ຄ່າ​ດ້ານ​ລາ​ຄາ​ແລ້ວ Unitel ກໍ​ຍັງ​ຊະ​ນະ Laotelecom ຢູ່​ດີ.

Unitel: LT30 – 200’000ກີບ -30GB (ໃຊ້​ໄດ້​ແຕ່ສັນ​ຍານ 3G)

Laotelecom: 11 – 250’000ກີບ – 30GB (ໃຊ້​ໄດ້​ສັນ​ຍານ 3G ແລະ 4G)

ສະຫຼຸບ

ເຮົາເຫັນວ່າ ຢູນິເທວ ມີແພັກເກດໃຫ້ເລືອກຫຼາກຫຼາຍເຮັດໃຫ້ຄອບຄຸມຄວາມຕ້ອງການຂອງຜູ້ໃຊ້ ແລະ ຍັງເປັນເຄື່ອຂ່າຍດຽວທີ່ໃຫ້ບໍລິການອິນເຕີເນັດແບບບໍ່ຈຳກັດຄວາມໄວ ແລະ ປະລິມານ ເຊິ່ງມີໃຫ້ທັງເບີໂທ ແລະ ເບີຫຼິ້ນເນັດ (ຍົກເວັ້ນ ອີທີແອລ ເພາະບໍ່ບອກລາຍລະອຽດຊັດເຈນ) ໃນຄວາມໄວປະມານ 7-8 Mbps. ຮອງລົງມາກໍໜ້າຈະແມ່ນເຄື່ອຂາຍ ອີທີແອລ ແຕ່ຄວາມໄວຈະຊ້າລົງມາ ຈາກການສອບຖາມພະນັກງານຂາຍຂອງເພິ່ນແມ່ນຄວາມໄວຈະຢູ່ປະມານ 3-4 Mbps. ໃນສ່ວນຂອງເຄື່ອຂ່າຍ ລາວ ໂທລະຄົມ ກໍຖືເປັນເຄື່ອຂ່າຍໜຶ່ງທີ່ໃຫ້ບໍລິການອິນເຕີເນັດແບບຈຳກັດຄວາມໄວແຕ່ບໍ່ຈຳກັດປະລິມານທີ່ຄຸ້ມຄ່າກ່ວາເຄື່ອຂ່າຍ ບີລາຍ.

ທັງນີ້ທັງນັ້ນຂໍ້ມູນຂ້າງເທິງນັ້ນເປັນພຽງແຕ່ການປຽບທຽບລາຄາກັບປະລິມານທີ່ໃຫ້ເທົ່ານັ້ນ ແລະ ຍັງມີອີກສອງປັດໃຈທີ່ທ່ານຕ້ອງຄຳນຶງອີກຄືຄວາມໄວຂອງແຕ່ລະເຄື່ອຂ່າຍໃນເຂດທີ່ທ່ານຢູ່ ແລະ ຄວາມສະຖຽນ. ຫວັງວ່າບົດຄວາມນີ້ຈະເປັນປະໂຫຍດສຳລັບຜູ້ທີ່ຄິດວ່າຈະເລືອກແພັກເກດຂອງເຄື່ອຂ່າຍໃດດີຈຶ່ງຄຸ້ມຄ່າ.

ອັ​ບ​ເດດ(27/12/2016): ແພັກ​ເກດ​ໜ້າ​ສົນ​ໃຈ​ຂອງ​ຢູ​ນິ​ເທວ​ທີ່​ຫາກໍ່​ເປີດ​ໄປ ກໍ່​ຄື​ແພັກ​ເກດຫຼິ້ນ​ເນັດ​ບໍ່​ຈຳ​ກັດ​ສຳ​ລັບ​ເບີ​ເນັດ 4G ຖື​ວ່າ​ເປັນ​ແພັກ​ເກດ​ທີ່​ອອກ​ມາລາ​ຄາ​ສູງ​ພໍ​ສົມ​ຄວນ(300’000 ກີບຕໍ່​ເດືອນ) ຖ້າ​ສະ​ເລ່ຍ​ແລ້ວກໍ່​ຖື​ປະ​ມານມື້​ລະ 10’000 ກີບ. ສຳ​ລັບ​ສັນ​ຍານ​ 4G ນັ້ນ​ກໍ​ຍັງ​ບໍ່​ທັນ​ຄອບ​ຄຸມ​ທົ່ວ​ນະ​ຄອນຫຼວງ​ປານ​ໃດ, ແຕ່​ທ່ານ​ສາ​ມາດ​ສະຫຼັບ​ໃຊ້​ກັບ​ສັນ​ຍານ 3G ໄດ້. ແພັກ​ເກດນີ້​ເໝາະ​ສຳ​ລັບ​ຜູ່​ທີ່​ອາ​ໄສ​ໃນ​ເມືອງ ເຂດ​ທີ່​ມີ​ສັນ​ຍານ​ຄອບ​ຄຸມ​ໜາ​ແໜ້ນ ແລະ ມັກ​ການ​ໃຊ້​ອິນ​ເຕີ​ເນັດ​ທີ່​ມີ​ຄວາມ​ແຮງ​ຂຶ້ນ​ອີກ​ລະ​ດັບ ລະ​ດັບ​ໃດ​ນັ້ນ​ຜູ່​ຂຽນ​ກໍ່​ຍັງ​ບໍ່​ທັນ​ໄດ້​ລອງ​ໃຊ້​ເທື່ອ, ຖ້າ​ໄດ້​ລອງ​ໃຊ້​ແລ້ວ​ຈະ​ມາ​ຂຽນ​ຣີ​ວິວ​ໃຫ້​ອ່ານ.

ຂອບໃຈຮູບພາບຈາກ Lao Telecom Facebook Page, Unitel, Beeline Facebook Page ແລະ ETL Facebook Page.