Skip to main content

iWork ສຳລັບ iCloud ເປີດໃຫ້ຄົນທົ່ວໄປທົດລອງ ໃຊ້ແລ້ວ

Apple announced iWork beta on iCloud to public

ຫຼັງຈາກທີ່ປ່ອຍໃຫ້ແຕ່ຜູ້ທີ່ຖືກເຊີນຈາກ Apple ເທົ່ານັ້ນທີ່ສາມາດມີສິດໃຊ້ iWork ສຳລັບ iCloud ໄດ້ ແລະ ຄົນທົ່ວໄປກໍບໍ່ສາມາດໃຊ້ໄດ້ເທື່ອ. ແຕ່ໃນບໍ່ດົນມານີ້ຄົນ ທົ່ວໄປກໍສາມາດເຂົ້າໄປທົດລອງໃຊ້ບໍລິການນີ້ໄດ້ແລ້ວ, ແຕ່ວ່າທາງ Apple ເພິ່ນຍັງບໍ່ໄດ້ປະກາດອອກມາເປັນທາງການວ່າເພິ່ນເປີດໃຫ້ຄົນທົ່ວໄປເຂົ້າໄປທົດລອງບໍລິ ການ iWork ຂອງເພິ່ນໄດ້ແລ້ວເທື່ອ. iWork ໃນ iCloud ນີ້ມີ Pages, Numbers ແລະ Keynote ແຕ່ຍັງຢູ່ສະຖາ ນະ beta ຢູ່, ໂດຍທົ່ວໄປແລ້ວແມ່ນຖ້າທ່ານຈະໃຊ້ບໍລິ ການນີ້ແມ່ນທ່ານຈະຕ້ອງໄດ້ຊື້ໂປແກມ iWork ຂອງເພິ່ນ ມາກ່ອນຈຶ່ງສາມາດໃຊ້ໄດ້ ແຕ່ວ່າເຮົາກະຍັງໃຊ້ໄດ້ໂດຍທີ່ວ່າເຮົາບໍ່ໄດ້ຊື້ໂປແກມນັ້ນເລີຍ, ນີອາດຈະເປັນທາງ Apple ເພິ່ນໃຫ້ໃຊ້ຍ້ອນວ່າເພິ່ນຕ້ອງການຫາ bug.

ໂປແກມ iWork ແມ່ນໂປແກມໃຊ້ສຳລັບວຽກງານເອກກະສານເຊິ່ງໃນ iWork ກໍຈະມີໂປແກມຍ່ອຍເຊັ່ນ: Pages ໃຊ້ໃນວຽກງານການພິມຕ່າງໆປຽບເໝືອນກັບ Word ຂອງທາງ Microsoft, Numbers ໃຊ້ໃນວຽກງານ ຄິດໄລ່, ເຮັດງົບປະມານ, ເກັບສະຖິຕິປະມານນັ້ນປຽບເໝືອນ Excel ແລະ Keynote ໃຊ້ໃນວຽກງານການນຳ ສະເໜີສິ່ງໃດສິ່ງໜຶ່ງປຽບເໝືອນ PowerPoint.

ຂອບໃຈທີມາ Engadget

Douangtavanh Kongphaly
Author
Douangtavanh Kongphaly