ມາ​ແລ້ວ ແພັກ​ເກດ​ອິນ​ເຕີ​ເນັດ​ເທິງ​ມື​ຖື​ແບບບໍ່​ຈຳ?

ນອກ​ຈາກ Unitel ໄດ້​​ປ່ຽນ​ລາ​ຄາ​ແພັກ​ເກດຫຼິ້ນ​ອິນ​ເຕີ​ເນັດ​ບໍ່​ຈຳ​ກັດ​ສຳ​ລັບ​ເບີ​ຊິມ​ເນັດ​ແລ້ວ ເພິ່ນຍ​ັງ​ໄດ້​ເປີດ​ໂຕ​ແພັກ​ເກດ​ອິນ​ເຕີ​ເນັດ​ແບບ​ບໍ່​ຈຳ​ກັດ​ເທິງ​ມື​ຖື ເຊິ່ງວ່າ​ແພັກ​ເກດນີ້​ຈະ​ແຕກ​ຕ່າງ​ຈາກ​ແພັກ​ເກດ​ອິນ​ເຕີ​ເນັດ​ເທິງ​ມື​ຖື​ແບບບໍ່​ຈຳ​ກັດ Mimax ຄື​ບໍ່​ຈຳ​ກັດ​ຄວາມ​ໄວ​ໃນ​ການ​ດາວ​ໂຫຼດ ແລະ ອັ​ບ​ໂຫຼດ ບໍ່​ໝົດ​ພຽງ​ເທົ່າ​ນັ້ນ, ທ່ານ​ຍັງ​ໄດ້​ເວ​ລາ​ໂທ​ຟ​ຣີ​ພາຍ​ໃນ​ເຄື່ອ​ຂ່າຍ ແລະ ສົ່ງ​ຂໍ້​ຄວາມ​ຟີ​ຣ​ນຳ​ອີກ. ຖ້າ​ໃຜ​ສົນ​ໃຈ​ສາ​ມາດ​ເບິ່ງ​ລາຍ​ລະ​ອຽດ​ໄດ້​ຢູ່​ຂ້າງ​ລຸ່ມນີ້:

ແພັກ​ເກດຫຼິ້ນ​ອິນ​ເຕີ​ເນັດ​ແບບບໍ່​ຈຳ​ກັດ​ຄວາມ​ໄວ ແລະ Data ສຳ​ລັບ​ເບີ​ໂທ​ທົ່ວ​ໄປ

  • ແພັກ​ເກດ Miu1 ອັດ​ຕາ​ຄ່າ​ບໍ​ລິ​ການ 10,000 ກີບ ຕໍ່ 1ວັນ ໂທ​ຟ​ຣີ​ພາຍ​ໃນ​ເຄື່ອ​ຂາຍ 5 ນາ​ທີ ແລະ ສົ່ງ​ຂໍ້​ຄວາມ​ພາຍ​ໃນ​ເຄື່ອ​ຂ່າຍ 10 ຄັ້ງ. ຕ້ອງ​ການ​ໃຊ້​ແພັກ​ເກດນີ້ ພິມ miu1 ສົ່ງ​ໄປ 209 ຫຼື ກົດ *209*01# ໂທ​ອອກ.
  • ແພັກ​ເກດ Miu7 ອັດ​ຕາ​ຄ່າ​ບໍ​ລິ​ການ 50,000 ກີບ ຕໍ່ 7ວັນ ໂທ​ຟ​ຣີ​ພາຍ​ໃນ​ເຄື່ອ​ຂາຍ 30 ນາ​ທີ ແລະ ສົ່ງ​ຂໍ້​ຄວາມ​ພາຍ​ໃນ​ເຄື່ອ​ຂ່າຍ 40 ຄັ້ງ. ຕ້ອງ​ການ​ໃຊ້​ແພັກ​ເກດນີ້ ພິມ miu7 ສົ່ງ​ໄປ 209 ຫຼື ກົດ *209*07# ໂທ​ອອກ.
  • ແພັກ​ເກດ Miu30 ອັດ​ຕາ​ຄ່າ​ບໍ​ລິ​ການ 180,000 ກີບ ຕໍ່ 30ວັນ ໂທ​ຟ​ຣີ​ພາຍ​ໃນ​ເຄື່ອ​ຂາຍ 100 ນາ​ທີ ແລະ ສົ່ງ​ຂໍ້​ຄວາມ​ພາຍ​ໃນ​ເຄື່ອ​ຂ່າຍ 200 ຄັ້ງ. ຕ້ອງ​ການ​ໃຊ້​ແພັກ​ເກດນີ້ ພິມ miu30 ສົ່ງ​ໄປ 209 ຫຼື ກົດ *209*030# ໂທ​ອອກ.

unlimited-speed-and-data-mobile-internet-package-by-unitel-miu

ອັບ​ເດດ(14/12/2016): ສຳ​ລັບ​ຂໍ້​ມູນ​ລ່າ​ສຸດແພັກ​ເກດ​ອິນ​ເຕີ​ເນັດ​ສຳ​ລັບ​ເບີ​ໂທ ແລະ ເບີ​ເນັດ​ຂອງ​ທຸກ​ເຄື່ອ​ຂ່າຍ ເຂົ້າ​ໄປ​ເບິ່ງ​ໄດ້​ທີ່ http://www.kongphaly.la/2015/11/19/update-internet-package-which-was-interested/

ຂອບ​ໃຈ​ທ​ີ່​ມາ Unitel Facebook Page: Unitel Lao Lao