Unitel ເປີດ​ໂຕ​ແພັກ​ເກດ​ອິນ​ເຕີ​ເນັດ​ເທິງ​ມື​ຖື​ໃໝ່ ພາຍ?

Unitel ເປີດໂຕແພັກເກດອິນເຕີເນັດໃໝ່ເທິງມືຖື (ອີກແລ້ວ) ແຕ່ເດີມກໍ່ມີໃຫ້ເລືອກຫຼາຍແພັກເກດຢູ່ແລ້ວ ປານຄ້າຍມືຖື Samsung ແລ້ວ. ແພັກເກດນີ້ເພິ່ນບອກມາວ່າສຸດຄຸ້ມເລີຍ ແລະ ມາພ້ອມກັບຊື່ປະຈຳໂຕແຕ່ລະແພັກເກດຄື ຈຳປາ, ລຳວົງ, ແລະ ຄຳ ເລີ່ມນຳໃຊ້ຕັ້ງແຕ່ວັນທີ 1 ສິງຫາ 2015 ເປັນຕົ້ນໄປ. ສ່ວນທາງດ້ານລາຄາ ແລະ ຄວາມຄຸ້ມຄ່າແລ້ວ ຄວາມເຫັນສ່ວນໂຕຄິດວ່າຖືກ ແລະ ຄຸ້ມສຳລັບແພັກເກດບໍ່ຈຳກັດ Gold ແຕ່ວ່າມັນຈະໄປຕຳກັບແພັກເກດໂຕກ່ອນໜ້ານີ້ຄື ແພັກເກດ 180’000 ກີບ ບໍ່ຈຳກັດຄືກັນ, ບາງເທື່ອເພິ່ນອາດຈະຍົກເລີກແພັກເກດເກົ່າໃນອານາຄົດກໍເປັນໄດ້ ໂດຍເອົາແພັກເກດນີ້ມາເປີດໂຕໄວ້ຖ້າ ເພື່ອບໍ່ໃຫ້ມີການດຣາມາເກີດຂຶ້ນຄືຄັ້ງກ່ອນ ທີ່ປິດແພັກເກດບໍ່ຈຳກັດໂດຍບໍ່ບອກບໍ່ກ່າວຫຍັງກ່ອນ.

ລາຍລະອຽດແພັກເກດ ຈຳປາ, ລຳວົງ ແລະ ຄຳ ມີດັ່ງນີ້:

  • ແພັກເກດ ຈຳປາ ຄ່າລົງທະບຽນ 50’000 ກີບ ໃຊ້ໄດ້ 2’500 MB ໃຊ້ໄດ້ 30 ວັນ ລົງທະບຽນກົດ *209*7# ໃຊ້ເກີນຈ່າຍ 100 ກີບ ຕໍ່ 1 MB.
  • ແພັກເກດ ລຳວົງ ຄ່າລົງທະບຽນ 100’000 ກີບ ໃຊ້ໄດ້ 5’000 MB ໃຊ້ໄດ້ 30 ວັນ ລົງທະບຽນກົດ *209*8# ໃຊ້ເກີນຈ່າຍ 100 ກີບ ຕໍ່ 1 MB.
  • ແພັກເກດ ຄຳ ຄ່າລົງທະບຽນ 120’000 ກີບ ບໍ່ຈຳກັດຂໍ້ມູນອັບໂຫຼດ-ດາວໂຫຼດ ແລະ ຄວາມໄວ ໃຊ້ໄດ້ 30 ວັນ ລົງທະບຽນກົດ *209*9#.

new 3G Lao pakage

new 3G Lao pakage

ອັບ​ເດດ(14/12/2016): ສຳ​ລັບ​ຂໍ້​ມູນ​ລ່າ​ສຸດແພັກ​ເກດ​ອິນ​ເຕີ​ເນັດ​ສຳ​ລັບ​ເບີ​ໂທ ແລະ ເບີ​ເນັດ​ຂອງ​ທຸກ​ເຄື່ອ​ຂ່າຍ ເຂົ້າ​ໄປ​ເບິ່ງ​ໄດ້​ທີ່ http://www.kongphaly.la/2015/11/19/update-internet-package-which-was-interested/

ຂອບໃຈຂໍ້ມູນຈາກ Unitel