ບັນ​ດາ​ສິ່ງຫຼອກ​ລວງ​ຕ່າງໆ​ໃນ Facebook ທີ່ເຮົາ​ຢ່າຫຼົງ​ເຊ?

​ຕາມ​ກາ​ນ​ລາຍ​ງານ​ຂອງ​ບໍ​ລິ​ສັດ​ຜະ​ລິດ​ໂປ​ແກມ​ປ້ອງ​ກັນ​ແອນ​ຕ​ີ້​ໄວ​ຣັດ BitDefender ໄດ້​ເປີດ​ເຜີຍ​ລາຍ​ຊື່​ອັນ​ດັບ​ປະ​ເພດ​ສິ່ງຫຼອກ​ລວງ​ທີ​ເກີດ​ຂຶ້ນຫຼາຍ​ທີ​ສຸດ​ໃນ Facebook. ປີນີ້​ໜ້າ​ຈະ​ແມ່ນ​ເລື່ອງວີ​ດີ​ໂອລັບນັກ​ຮ້ອງ​ດັງ Rihana ​ທີ​ຍັງ​ເປັນ​ທີ​ນິ​ຍົມ​ກັນ​ໃນ​ການ​ໃຊ້​ໃນ​ການຫຼອກ​ລວງ. ສ່ວນ​ປີ​ກາຍນີ້​ແມ່ນວີ​ດີ​ໂອ​ລັບ​ຂອງນັກ​ຮ້ອງ​ດັງ Taylor Swift ແຕ່​ຕອນນີ້​ແມ່ນບໍ່​ມີ​ໃຫ້​ພົບ​ເຫັນ​ກັນອີກ​ແລ້ວ.

ເຮົາ​ຈະ​ມາ​ເບິ່ງ​ກັນ​ວ່າ 10 ອັນ​ດັບ​ສິ່ງຫຼອກ​ລວງ​ທີ່​ເຮົາ​ມັກ​ພົບ​ເຫັນ​ໃນ​ໜ້າ New feeds ຂອງ Facebook ທີ່​ເຮົາ​ໃຊ້​ເປັນ​ປະ​ຈຳ​ນັ້ນເຮົາພົບ​ເຫັນຫຼາຍ​ກ່ອນ​ໝູ່​ແມ່ນ​ຫຍັງ? ເພື່ອ​ທີ​ເຮົາ​ຈະ​ໄດ້​ຮູ້ ແລະ ບໍ່ຫຼົງ​ເຊື່ອ​ກົດ​ເຂົ້າ​ໄປ.

1. Profile Visitor Stats 30.20%

top-facebook-scam-that-we-must-not-click-it-1

ເຮົາ​ຈະ​ສັງ​ເກດ​ເຫັນ​ວ່າ​ມີ​ຄົນ​ເຂົ້າ​ມາ​ເບິ່ງ​ໜ້າ Profile ເຮົາ​ເທົ່າ​ນັ້ນ​ເທົ່າ​ນີ້ ຫຼື ວ່າ​ຂອງ​ຜູ້​ອື່ນ​ເທົ່າ​ນັ້ນ​ເທົ່າ​ນີ້​ແລ້ວບອກ​ໃຫ້​ເຮົາ​ກົດ​ເຂົ້າ​ໄປ​ເພື່ອ​ຢາກ​ຮູ້​ວ່າ​ຈະ​ມີ​ຄົນ​ເຂົ້າ​ມາ​ເບິ່ງໜ້າ Profile ເຮົາ​ເທົ່າ​ໃດ. ເຊິ່ງວ່າ​ສິ່ງ​ແບບນີ້​ແມ່ນ Facebook ບໍ່​ໄດ້​ອາ​ນຸ​ຍາດ​ໃຫ້​ເຮັດ​ແບບນີ້ເດີ້. ບາງ​ຄັ້ງ​ມັນ​ອາດ​ຈະ​ມາ​ເປັນ​ແບບ​ແອ໋ບ​ຂໍ​ອາ​ນຸ​ຍາດ​ເຮົາ​ກ່ອນ​ຕາມ​ຮູບ​ດ້ານ​ລຸ່ມ​ ຫ້າມ​ກົດ​ເຂົ້າ​ໄປ​ເດັດ​ຂາດ.

top-facebook-scam-that-we-must-not-click-it-2

2. Change Profile Color 7.38%

top-facebook-scam-that-we-must-not-click-it-3

ອັນ​ນີ້​ແມ່ນ​ມັນ​ຈະ​ຂຶ້ນ​ມາ​ບອກວ່າ​ເຮົາ​ສາ​ມາດ​ປ່ຽນ​ສີ​ຂອງ​ໜ້າ​ຕາ Facebook ເຮົາ​ໄດ້​ໄດ໋​ລອງ​ກົດ​ເຂົ້າ​ໄປ​ເບິ່ງ​ແມ້ ພໍ​ແຕ່​ກົດ​ເທົ່າ​ນັ້ນ​ລະ​ເປັນ​ສີ​ຟ້າ​ຄື​ເກົ່າຮະ​ຮະ ອັນ​ນີ້​ກະ​ເປັນ​ອີກ​ສິ່ງ​ໜຶ່ງ​ທີ່ Facebook ບໍ່​ໄດ້​ອາ​ນຸ​ຍາດ​ໃຫ້​ເຮົາ​ເຮັດ ເຮົາ​ສິ​ມາ​ປ່ຽນ​ສີ​ອີ​ຫຍັງ​ບໍ່​ໄດ້​ເດີ້ ບໍ່​ແມ່ນ Hi5.

3. Rihana Sex Tape 4.76%

top-facebook-scam-that-we-must-not-click-it-4

ອັນ​ວີ​ດີ​ໂອຫຼຸດ​ຫັ້ນຫຼຸດ​ໜີ້​ຂອງ​ດາ​ລາ​ຫັ້ນ​ຢາ​ໄປຫຼົງ​ເຊື່ອຫຼາຍ​ເດີ້ ມັນ​ເປັນ​ພຽງ​ເລື່ອງ​ຂີ້​ຕົວະ​ເທົ່າ​ນັ້ນ ກະ​ຮູ້​ໆກັນ​ຢູ່ວ່າ​ຄົນ​ເຮົາ​ມັກ​ຊອກ​ຮູ້​ຊອກ​ຫາ​ກັນຢູ່​ເນາະ​ອັນ​ແນວຫຼຸດໆ​ນິ ຢ່າ​ຫຼົງ​ໄປ​ກົດ​ເຂົ້າ​ເດີ້.

4. Free Facebook T-Shirt 4.12%

top-facebook-scam-that-we-must-not-click-it-5

ອັນ​ນີ້​ໜິ​ບໍ່​ຄອຍ​ເຫັນ​ດ້ວຍ​ໂຕ​ເອງ​ປານ​ໃດ​ອັນ​ແຈກ​ຫັ້ນ​ແຈກ​ໜີ້ ແຕ່​ວ່າ​ອັນ​ທີ​ແປກ​ກະ​ຄື​ວ່າ​ມັນ​ແຈກ​ເສື້ອ Facebook ຈາກ​ທ່ານມາກ ຊັກ​ເກີ​ເບີກ​ໜີ້​ອັນ​ທີ​ແປກ.

5. Say Goodbye to Blue Facebook 2.76%

top-facebook-scam-that-we-must-not-click-it-6

ອັນ​ນີ້​ກະ​ມາ​ຄ້າຍໆ​ກັນ​ກັບ​ໂຕ​ທີໄດ້​ເວົ້າ​ກັນ​ໃນ​ອັນ​ດັບ​ທີ 2

6. Unsealed products, free giveaway 2.41%

top-facebook-scam-that-we-must-not-click-it-7

ອັນ​ນີ້​ເຮົາ​ກະ​ຕ້ອງ​ພິ​ຈາ​ລະ​ນາ​ດີໆ​ວ່າ​ຜູ້​ທີ່​ທີ​ແຈກນັ້ນ​ເຊື່ອ​ຖື​ໄດ້​ບໍ່ ບໍ່​ແມ່ນ​ວ່າ​ອີ​ຫຍັງ​ມາ​ເຫັນ​ວ່າ​ຟ​ຼີ​ຈັດ​ໂລດກະ​ບໍ່​ເປັນ​ເນາະ

7. Check if a friend deleted you 2.27%

top-facebook-scam-that-we-must-not-click-it-8

ອັນ​ນີ້​ກະ​ບໍ່​ສາ​ມາດ​ເຮັດ​ໄດ້​ໃນ Facebook ແລະ Facebook ບໍ່​ໄດ້​ມີ​ໃຫ້​ເຮັດ​ຄື​ກັນ​ສະ​ນັ້ນ​ຢ່າ​ກົດ​ເຂົ້າ​ໄປ. ຄວາມ​ເປັນ​ຈິງ​ແລ້ວ​ຖ້າ​ເຮົາ​ຢາກ​ຮູ້​ແມ່ນ​ເຮົາ​ຕ້ອງ​ເບິ່ງ​ດ້ວຍ​ໂຕ​ເອງ​ໄລ່​ລາຍ​ຊື່​ໝູ່​ແຕ່​ລະ​ຄົນ​ທີ​ຕົນ​ມີ​ຈົດ​ບັນ​ທຶກ​ປະ​ຈຳ​ວັນ​ໄວ້​ວ່າ​ມີ​ໃຜ​ແນ່ ເອີ​ໃຜ​ສິ​ມີ​ເວ​ລາ​ວ່າງ​ປານນັ້ນ​ເນາະ.

8. See you top ten stalker 1.74%

top-facebook-scam-that-we-must-not-click-it-9

ອັນ​ນີ້​ກະ​ອີກ​ອັນ​ໜຶ່​ງ​ລໍ້​ໃຫ້​ເຮົາ​ກົດ​ເຂົ້າ​ໄປ​ເພື່ອ​ເບິ່ງວາ​ມີ​ໃຜ​​ລັກເບິ່ງ Facebook ເຮົາ​ເອົາ​ແທ້​ເອົາ​ວ່າ. ອັນ​ນີ້​​ບໍ່​ມີ​ທາງ​ຮູ້​ໄດ້​ແນ່ນອນ.

9. Find out who viewed your profile 1.55%

top-facebook-scam-that-we-must-not-click-it-10

ຢາກ​ຮູ້​ວ່າ​ເຮົາ​ດັງ​ສ່ຳ​ໄດ໋​ໃຫ້​ເຂົ້າ​ໄປ​ເບິ່ງວ່າ​ຊັ້ນ ຢາກ​ຮູ້​ວ່າ​ໃຜ​ເບິ​່ງ Facebook ເຮົາ​ແນ່ ອັນ​ນີ້​ຄັນ​ຢາກ​ຮູ້​ກະ​ຖາມ​ກັນ​ເອງ​ເດີ້, ເຮົາ​ບໍ່​ສາ​ມາດ​ຮູ້​ໄດ້​ວ່າ​ໃຜ​ກຳ​ລັງ​ເບິ່ງ ຫຼື ວ່າ​ເຄີຍ​ເຂົ້າ​ມາ​ເບິ່ງ Profile ເຮົາ​ແນ່.

10. Just cahnged my Facebook theme. It’s amazing 1.50%

top-facebook-scam-that-we-must-not-click-it-11

ໂຄດ​ໜ້າ​ອັດ​ສະ​ຈັນ​ໃຈ​ເລີຍ​ເວີ້ຍ​ປ່ຽນ​ໜ້າ​ຕາ Facebook ມັນ​ຕ້ອງ​ໄດ້​ແຫຼະ, ມັນ​ສິ​ອັດ​ສະ​ຈັນ​ໃຈ​ຕອນ​ທີ​ຮູ້​ວ່າ​ມີ​ໄວ​ຣັດ​ເຂົ້າ​ຄອມ​ເຮົາ​ແລ​້ວຫຼາຍ​ກ່​ວາ.

10 ອັນ​ດັບ​ທີ​ກ່າວ​ມານີ້​ຖ້າ​ໃຜ​ເຫັນ​ກະ​ຢ່າຫຼົງ​ເຊືອ​ກົດ​ເຂົ້າ​ໄປ​ຢ່າງ​ເດັດ​ຂາດ​ເດີ້.

ຄວາມ​ເຫັນ​ຂອງ​ຜູ້​ຂຽນ

ປັດ​ຈະ​ບັນ​ເຫັນ​ວ່າ​ໂລກ​ສັງ​ຄົມ​ອອກ​ລາຍ​ໄດ້​ເຂົ້າ​ມາ​ມີ​ບົດ​ບາດ​ໃນ​ການ​ໃຊ້​ຊີ​ວິດ​ປະ​ຈຳ​ວັນ​ຂອງ​ເຮົາຫຼາຍ ເຮົາ​ເຊື່ອ​ແນ່​ວ່າ​ບາງ​ຄົນ​ຕື່ນ​ເຊົ້າ​ມາ​ແລ້ວ​ຈັບ​ໂທ​ລະ​ສັບ​ເຂົ້າ Facebook ່ກອນ​ເລີຍ​ກະ​ມີ ບໍ່​ພຽງ​ແຕ່​ເທົ່າ​ນັ້ນ​ເຂົ້າ​ໜ້າ​ເວັບ​ຄື​ກັນ Facebook First ໂລດ ແລະ ອີກ​ຢ່າງ Facebook ກໍ​ເປັນ​ອີກ​ສັງ​ຄົມ​ອອນ​ລາຍ​ໜຶ່ງ​ທີ່​ຄົນ​ໃຊ້ຫຼາຍ ເຊິ່ງ​ມັນ​ໄດ້​ເຮັດ​ໃຫ້​ເປັນ​ອີກ​ຊ​່ອງ​ທາງ​ໜຶ່ງ​ທີ​ໃຊ້​ໃນ​ການ​ໂຈມ​ຕີ​ຂອງ​ຄົນ​ທີບໍ່​ຫວັງ​ດີ ຍ້ອນ​ຄວາມບໍ່​ຮູ້​ເທົ່າ​ບໍ່​ເຖິງ​ການ​ເຮົາ​ອາດ​ຈະຫຼົງ​ເຊື່ອ​ທຸກໆ​ສິ່ງ​ທີ່​ເຫັນ​ໃນ​ໜ້າ New Feeds ຂອງເຮົາ​ຈາກ​ການ​ແຊ(share) ຈາກ​ໝູ່​ເຮົາ ຫຼື ໝູ່​ໃນ Facebook ທີ່​ເຮົາ​ບໍ່ຮູ້​ຈັກ ແມ່ນ​ຢູ່​ວ່າ​ທຸກ​ຄົນ​ກໍ​ຄົງ​ສິ​ຢາກ​ຮູ້​ຢາກ​ເຫັນ​ແຕ່​ເຮົາ​ກະ​ຕ້ອງ​ພິ​ຈາ​ລະ​ນາ​ເບິ່ງວ່າ​ສິ່ງ​ທີ​ເຂົາ​ສົ່ງ​ມານັ້ນ​ມັນ​ແມ່ນ​ຄວາມ​ຈິງບໍ່ ຖ້າ​ເຮົາ​ບໍ່​ຄິດ​ໆ​ດີ​ແລ້ວ​ເຮົາ​ກົດ​ເຂົ້າ​ໄປ​ມັນ​ອາດ​ສ້າງ​ຄວາມ​ເສຍ​ຫາຍ​ໃຫ້​ກັບ​ເຮົາ​ໄດ້​ເຊັ່ນ: ລັກ​ເອົາ​ຂໍ້​ມູ​ນ​ສ່ວນ​ໂຕ​ຂອງ​ເຮົາ​ໄປ ຫຼື ໄວ​ຣັດ​ເຂົ້າ​ມາ​ໃນ​ອຸ​ປະ​ກອນ​ນຳ​ໃຊ້​ຂອງ​ເຮົາ​ໄດ້.

ຂອບ​ໃຈ​ຂໍ້​ມູນ​ຈາກ Gizmodo ແລະ TheGuardian