ຂໍ້​ແນະ​ນຳ​ກ່ອນ​ການ​ເປັນ​ນັກ​ສຶກ​ສາ​ມະ​ຫາວິ​ທະ​ຍາ​

ຂໍ້​ແນະ​ນຳ​ກ່ອນ​ການ​ເປັນ​ນັກ​ສຶກ​ສາ​ມະ​ຫາວິ​ທະ​ຍາ​

​ບົດ​ຄວາມນີ້​ຈະ​ເປັນ​ການ​ເລົ່າ​ປະ​ສົບ​ການ ແລະ ຂໍ້​ແນະ​ນຳ​ສຳ​ລັບ​ນ້ອງໆ​ທີ່​ກຳ​ລັງ​ຈະ​ກ້າວ​ຂ້າມ​ຈາກ​ການ​ເປັນ​ນັກ​ຮຽນ​ມາ​ເປັນ​ນັກ​ສຶກ​ສາ​. ເຈົ້າ​ຂອງບ໋ອກ​ກໍ​ກຳ​ລັງ​ຈະ​ຈົບ​ຈາກ​ການ​ເປັນ​ນັກ​ສຶກ​ສາ ແລະ ຈະ​ກ້າວ​ໄປ​ເປັນ​ເປັນ​ພະ​ນັກ​ງານ​ແລ້ວກໍ​ຢາກ​ຈະ​ມາ​ເລົ່າ​ປະ​ສົບ​ການ ແລະ ສິ່ງ​ທີ່​ຢາກ​ໃຫ້​ນ້ອງໆ​ໄດ້​ຮູ້​ວ່າ​ຊີ​ວິດ​ໃນ​ຮົ້ວ​ມະ​ຫາ​ໄລ​ນັ້ນ​ເປັ​ແນວນ​ໃດ ບາງ​ເທື່ອ​ມັນ​ອາດ​ຈະ​ບໍ່​ເປັນ​ດັ່ງ​ທີ່​ເຮົາ​ໄດ້​ຄິດ​ໄວ້ ຫຼື ອາດ​ຈະ​ເປັນ​ດັ່ງ​ທີ່​ເຮົາ​ປາດ​ຖະ​ໜາ​ໄວ້.

ກ່ອນ​ທີ່​ເຮົາ​ຈະ​ເຂົ້າ​ໄປ​ລົງ​ເລິກກວ່ານີ້​ເຮົາ​ລອງ​ມາ​ນິ​ຍາມ​ກັນ​ເບິ່ງ​ກ່ອນ​ວ່າ​ການ​ເປັນ ນັກ​ຮຽນ ແລະ ນັກ​ສຶ​ກ​ສາ​ ມັນ​ຕ່າງ​ກັນ​ບ່ອນ​ໃດ? ຄວາມ​ຄິດ​ສ່ວນ​ໂຕ​ຂອງ​ຜູ່​ຂຽນ​ນັ້ນ​ຄິດ​ວ່າ ການ​ເປັນ​ນັກ​ຮຽນ​ນັ້ນ​ໝາຍ​ເຖິງ​ການ​ທີ່​ເຮົາ​ເປັນ​ຜູ່​ຮັບ​ພຽງ​ຢ່າງ​ດຽວ​ໝາຍ​ຄວາມ​ວ່າ ກິດ​ຈະ​ກຳ​ຕ່າງໆ​ໃນ​ໄວ​ທີ່​ເຮົາ​ເປັນ ນັກ​ຮຽນ ຢູ່ນັ້ນ​ແມ່ນ ເຮົາ​ບໍ່​ໄດ້​ຄິດ​ຫຍັງຫຼາຍ ຄິດ​ພຽງ​ແຕ່​ວ່າ​ສິ່ງ​ທີ່​ຮຽນ​ຮູ້​ມານັ້ນ​ມັນ​ຖືກຕ້ອງ​ໝົດ ແລະ ບໍ່​ກ້າສະ​ແດງ​ຄວາມ​ຄິດ​ເຫັນ ຫຼື ບໍ່​ກ້າ​ແມ່ນ​ແຕ່​ໂຕ້​ແຍ້ງ​ອາ​ຈານ​ເລີຍ​. ກົງ​ກັນ​ຂ້າມ ການ​ເປັນ ນັກ​ສຶກ​ສາ ແມ່ນ​ເຮົາ​ຈະ​ຕ້ອງ​ໄດ້​ຮຽນ​ໜັກ​ຄວາມ​ເກົ່າ, ຕ້ອງ​ໄປ​ຄົ້ນ​ຄວ້ນອກ​ເວ​ລາ​ຮຽນ, ຄິດ​ແຕກ​ຕ່າງ​ຈາກ​ອາ​ຈານ ແລະ ສາ​ມາດ​ອອກ​ຄຳ​ຄິດ​ເຫັນ​ໄດ້​ງ່າຍກວ່າ ແລະ ເປັນ​ກັນ​ເອງ​ກັບ​ອາ​ຈານ​ຍິ່ງ​ຂຶ້ນ.

ຈະ​ຮຽນ​ຫຍັງ​ດີ?

ທີ່​ສ​ຳ​ຄັນ​ກ່ອນ​ອື່ນ​ໝົດ​ຫຼັງ​ຈາກ​ທີ່​ເຮົາ​ໄດ້​ຈົບ​ການສຶກ​ສາ​ລະ​ດັບ​ມັດ​ທະ​ຍົມ​ແລ້ວ ກໍ​ຄື​ວ່າ​ເຮົາ​ຈະ​ໄປ​ຮຽນ​ຫຍັງ? ບາງ​ຄົນ​ອາດ​ຈະ​ເຫີ​ໄປ​ຮຽນ​ນຳ​ໝູ່ ຫຼື ພໍ່​ແມ່​ເລືອກ​ໃຫ້​ຮຽນ ຫຼື ຮຽນ​ຕາມ​ທີ່​ຕົນ​ເອງ​ມັກ ຫຼາຍ​ກໍ​ລະ​ນີ​ແຕກ​ຕ່າງ​ກັນ​ໄປ. ການ​ເລືອກ​ຮຽນ​ໃນ​ຄະ​ນະ ຫຼື ສາ​ຂາ​ວິ​ຊາ​ໃດ​ໜຶ່ງນັ້ນ​ ມັນ​ເປັນ​ໂຕ​ຊີ້​ວັດ​ອາ​ນະ​ຄົດ​ຂອງ​ເຮົາ​ເລີຍ​ແຫຼະ​ວ່າຫຼັງ​ຈາກ​ຈົບ​ໄປ​ແລ້ວ​ເຮົາ​ຈະ​ເປັນ​ຫຍັງ ຫຼື ຢາກ​ເຮັດ​ວຽກ​ຢູ່​ໃສ.

ສຳ​ລັບ​ໃຜ​ທີ່ຍ​ັງ​ເລືອກບໍ່​ໄດ້​ວ່າ​ຮຽນ​ຫຍັງ ເຮົາ​ລອງ​ຖາມ​ໂຕ​ເອງ​ເບິ່ງວ່າ​ເຮົາ​ມັກ​ຫຍັງ ແລະ ເຮົາ​ເກັ່ງ​ດ້ານ​ໃດ? ເມື່ອ​ເຮົາ​ຮູ້​ແລ້ວ​ເຮົາ​ກໍ​ເລືອກ​ຮຽນ​ອັນ​ນັ້ນ​ໂລດ. ຈາກ​ປະ​ສົ​ບ​ການ​ຂອງ​ຜູ່​ຂຽນ ເຫັນ​ວ່າ​ບາງ​ຄັ້ງ ເຮົາ​ເລືອກ​ຮຽນ​ສາ​ຂາ​ທີ່​ເຮົາ​ມັກ​ແລ້ວ​ແຕ່​ວ່າ​ເຮົາ​ເບິ່ງ​ແລ້ວ​ຄົງ​ຈະ​ໄປ​ບໍ່​ລອດ ຫຼື ປ່ຽນ​ໃຈ​ກາງ​ເທີມ ເນື່ອງ​ຈາກວ່າ​ວິ​ຊາ​ທີ່​ຮຽນ​.

ມີ​ເວ​ລາ​ຫວ່າງຫຼາຍ​ແຕ່​ຢ່າ​ປ່ອຍ​ໃຫ້​ມັນ​ເສຍ​ໄປ​ກັບ​ການຫຼິ້ນ  ແລະ ນອນ

ມື້​ໜຶ່ງ​ຮຽນ​ແຕ່ ຊົ່ວ​ໂມງ​ດຽວ ຫຼື ຮຽນ​ແຕ່​ເຄິ່ງມື້ ຫຼັງ​ຈາກນັ້ນ​ກໍ່​ກັບ​ບ້ານ ຫຼື ໄປ​ເບິ່ງ​ໜັງ, ຊຸມ​ແຊວ​ແມວ​ໂພງ ຫຼື ເຮັດ​ກິດ​ຈະ​ກຳ​ອື່ນໆ​ທີ່ບໍ່​ເປັນ​ປະ​ໂຫຍດ.

ຖ້າ​ເຮົາ​ຍັງ​ມີ​ຄວາມ​ຄິດນີ້​ຢູ່ ຈົ່ງ​ປ່ຽນ​ມັນ​ສະ ປ່ຽນ​ຕັ້ງ​ແຕ່ປີ​ທຳ​ອິດ​ທີ່​ເຂົ້າ​ຮຽນ​ດີ​ທີ່​ສຸດ! ການ​ຫຼັກ​ສູດ​ການ​ສອນ​ເຮັດ​ໃຫ້​ເຮົາ​ມີ​ເວ​ລາ​ຫວ່າງຫຼາຍ​ນັ້ນ ແມ່ນ​ກໍ​ເພື່ອ​ໃຫ້​ເຮົາ​ໄປ​ຄົ້ນ​ຄວ້າ​ບົດ​ຮຽນ​ຕື່ມ ຢ່າ​ລືມ​ວ່າ​ເຮົາ​ເປັນ​ ນັກ​ສຶກ​ສາ ບໍ່​ແມ່ນ​ນັກ​ຮຽນທີ່​ອາ​ຈານ​ເອົາ​ຫຍັງ​ໃຫ້​ມາ​ກໍ​ເບິ່ງ​ຕາມນັ້ນ ແລະ ຈື່​ຕາມນັ້ນ ເຮົາ​ກ້າວ​ຜ່ານ​ການ​ເປັນ​ນົກ​ແກ້ວ​ແລ້ວ. ເຮົາ​ມາ​ເປັນ​ນົກ​ອິນ​ຊີ​ແລ້ວ​ທີ່​ເວ​ລາ​ໃດ​ກໍ​ອອກ​ເລາະ​ຄຸບ​ເຫຍື່ອ(ຜູ່​ສາວ ບໍ່​ແມ່ນ​ລະ) ເຫຍື່ອ​ຢູ່​ບ່ອນນີ້​ໝາຍ​ຄວາມ​ວ່າ ຄວາມ​ຮູ້ນັ້ນ​ເອງ. ຄວາມ​ຮູ້​ທີ່​ອາ​ຈານ​ສອນ​ຢູ່​ຫ້ອງ​ຮຽນ​ນັ້ນ​ເປັນ​ພຽງ​ສ່ວນ​ນ້ອຍ​ຂອງ​ສິ່ງ​ທີ່​ເຮົາ​ຕ້ອງ​ຮຽນ​ຮູ້​ເທົ່າ​ນັ້ນ, ເຮົາ​ເຄີຍ​ສັງ​ເກດ​ໂຕ​ເອງບໍ່​ວ່າ​ເປັນ​ຫຍັງ​ອາ​ຈານ​ສອນບໍ່​ເຂົ້າ​ໃຈ ນັ້ນ​ບໍ່​ແມ່ນ​ຍ້ອນ​ອາ​ຈານ ມັນ​ຍ້ອນ​ວ່າ​ບົດ​ຮຽນ​ທີ່​ອາ​ຈານ​ນຳ​ມາ​ສອນ​ໃຫ້​ພວກ​ເຮົາ​ນັ້ນ​ມັນ​ຍາກ​ທີ່​ຈະ​ເຂົ້າ​ໃຈ​ພາຍ​ໃນ​ເວ​ລາ​ໜຶ່ງ​ຊົ່ວ​ໂມງ ຍິ່ງ​ບົດ​ຮຽນ​ທີ່​ເອົາ​ມາ​ສອນນັ້ນ​ມັນ​ຍັງ​ເປັນ​ບົດ​ຮຽນ​ລະ​ດັບ​ທີ່​ເຂົ້າ​ໃຈ​ຍາກກວ່າ​ເຮົາ​ຮຽນ​ຢູ່​ມັດ​ທະ​ຍົມ​ອີກ. ສະຫຼຸບ ເຮົາ​ຄວນ​ເອົາ​ເວ​ລາ​ຫວ່າງ​ເຂົ້າ​ຫ້ອງ​ສະ​ໝຸດ​ອ່ານ​ປຶ້ມ​ຄົ້​ນ​ຄ້​ວາ​ຕື່ມ. ຈາກ​ສົບ​ການ​ທີ່​ເຈີ​ໂຕ​ຈິງ​ຂອງ​ຜູ່​ຂຽນ ແມ່ນ​ຕອນນີ້ ປີສີ່ ແມ່ນ​ເວ​ລາ​ຫວ່າງ​ແມ່ນຄິດ​ຫາ​ຫ້ອງ​ສະ​ໝຸດ​ເລີຍ ຕ່າງ​ຈາກ​ແຕ່​ກ່ອນ​ທີ່​ແບບ​ວ່າ​ພໍ​ແຕ່​ຮຽນ​ແລ້ວ​ແມ່ນ​ກັບ​ບ້ານ​ໂລດ.

ມະ​ຫາ​ໄລ​ເປັນ​ບ່ອນ​ບົ່ງ​ເພາະ​ສະ​ມາ​ຄົມ (ກຸ່ມ)

ຮຽນ​ແລ້ວ​ກັບ​ບ້ານ, ກັບ​ຫ້ອງບໍ່​ສົນ​ໃຈ​ໃຜ ຍາມ​ຮຽນ​ກໍ​ມາ​ຮຽນ. ນັ່ງ​ໃນ​ຫ້ອງ​ກໍ​ບໍ່​ລົມ​ໃຜ, ຂີ້​ອາຍ, ບໍ່​ກ້າ​ອອກ​ຄຳ​ຄິດ​ເຫັນ ຫຼື ສະ​ແດງ​ຄວາມ​ສາ​ມາດ​ຂອງ​ຕົນ​ເອງ​ອອກ​ມາ

ມາ​ຫາ​ໄລ​ແມ່ນ​ບ່ອນ​ທີ່​ເຮົາ​ໄດ້​ພົບ​ປະ​ກັບ​ຫຼາຍໆ​ຄົນ​ເປັນ​ຕົ້ນ​ແມ່ນ​ນັກ​ສຶກ​ສາ​ທີ່​ມາ​ຈາກ​ຕ່າງ​ແຂງ, ນັດ​ສຶກ​ສາ​ແລກ​ປ່ຽນ, ເປັນ​ສູນ​ລວມ​ຂອງ​ການ​ທີ່​ຈະ​ໄດ້​ພົບ​ກັບ​ນັກ​ສຶກ​ສາ​ຄົນ​ອື່ນ​ທີ່​ຮຽນ​ຕ່າງ​ຄະ​ນະ, ຕ່າງ​ສາ​ຂາ. ການ​ທີ່​ເຮົາ​ໄດ້​ພົບ​ກັບ​ໝູ່​ໃໝ່ໆ ຈາກ​ຄະ​ນະ​ອື່ນ ຫຼື ສາ​ຂາ​ອື່ນ ເປັນ​ການ​ໄດ້​ຝຶກ​ເຮົາ​ຮັບ​ມື​ກັບ​ສະ​ພາບ​ແວດ​ລ້ອມ​ໂຕ​ຈິງ​ທີ່​ຈະ​ເກີດ​ຂຶ້ນ​ໃນ​ບ່ອນ​ເຮັດວຽກ  ແລະ ເປັນ​ການ​ສ້າງ​ພັນ​ທະ​ມິດ​ອັນ​ດີ​ ຕົວ​ຢ່າງ ເຮົາ​ຮຽນ​ຢູ່​ ສາ​ຂາ​ເສດ​ຖະ​ສາດ ບັງ​ເອີນ​ວ່າ​ເຮົາ​ໄດ້​ເຮັດ​ບົດ​ລາຍ​ງານ​ກ່ຽວ​ກັບ​ການ​ເຮັດ​ໂຄງ​ການ​ສ້າງ​ທາງ ເຮົາ​ຊ້ຳ​ພັດ​ບໍ່​ຮູ້​ລາຍ​ລະ​ອຽດ​ເລື່ອງນີ້​ເລີຍ, ແຕ່​ຖ້າ​ເຮົາ​ມີ​ໝູ່ ຫຼື ຄົນ​ຮູ້​ຈັກ​ທີ່​ຮຽນ​ໃນ​ຄະ​ນະ ສະ​ຖາ​ປັດ ຫຼື ສາ​ຂາ​ຂົວ​ທາງ ເຮົາ​ກໍ​ສາ​ມາດ​ສອບ​ຖາມ​ລາຍ​ລະ​ອຽດ​ໄດ້ ດີ​ກວ່າ​ເຮົາ​ຕ້ອງ​ມະ​ໂນ​ໄປ​ເອງ ຫຼື ໄປ​ເສຍ​ເວ​ລາ​ຄົ້ນ​ຫາ​ຂໍ້​ມູນ ບາງ​ເທື່ອ​ຂໍ້​ມູນ​ທຸກ​ຢ່າງ​ມັນ​ກະ​ບໍ່​ໄດ້​ຢູ່​ເທິງ​ໂລກ​ອິນ​ເຕີ​ເນັດ​ສະ​ເໝີ​ໄປ.

ງານ​ກ່ຽວ​ກັບ​ການ​ສຶກ​ສາ ຫຼື ງານ​ກ່ຽວ​ກັບ​ການ​ຝຶກ​ອົບ​ຮົມ ເຮົາ​ບໍ່​ຄວນ​ພາດ, ການ​ທີ່​ເຮົາ​ໄດ້​ເຂົ້າ​ຮ່ວມ​ງານ​ໃດ​ງານ​ໜຶ່ງ​ມັນ​ເປັນ​ການ​ເສີມ​ສ້າງ​ທັກ​ສ​ະ​ດ້ານ​ມະ​ນຸດ​ສຳ​ພັນ ເຊິ່ງ​ເປັນ​ທັກ​ສະ​ທີ່​ເຮົາ​ຈະ​ຕ້ອງ​ໄດ້​ເອົາ​ມາ​ນຳ​ໃຊ້ຫຼາຍ​ເມື່ອ​ເຮົາ​ເຮັດ​ວຽກ​ໃນ​ຫ້ອງ​ການ.

ຫາ​ສະ​ມາ​ຄົມ (ກຸ່​ມ)​ທີ່​ຕົນ​ມັກ

ສະ​ມາ​ຄົມ​ໃນ​ໂລກ​ຂອ​ງ​ນັກ​ສຶກ​ສາ ມັນ​ເປັນ​ຫຍັງ​ທີ່​ມີ​ປະ​ໂຫຍດຫຼາຍ ແລະ ນັກ​ສຶກ​ສາ​ແຕ່​ລະ​ຄົນ​ຄວນ​ເຂົ້າ​ຮ່ວມ​ສະ​ມາ​ຄົມ​ທີ່​ຕົນ​ມັກ​ໃຫ້​ໄດ້. ຄວາມ​ໝາຍ​ຂອງ ສະ​ມາ​ຄົມ ກໍ​ຄື ກຸ່ມ​ຄົນ​ໜຶ່ງ​ທີ່​ມີ​ແນວ​ຄິດ​ຄື​ກັນ, ມີ​ວິ​ໄສ​ທັດ​ຄື​ກັນ ແລະ ແລກ​ປ່ຽນ​ຄວາມ​ຮູ້​ເຊິ່ງ​ກັນ​ ແລະ ກັນ. ເມື່ອ​ເຮົາ​ເຂົ້າ​ເປັນ​ສະ​ມາ​ຊິກ​ຂອງ​ສະ​ມາ​ຄົມ ຫຼື ກຸ່ມ​ໃດ​ໜຶ່ງ​ແລ້ວ ເຮົາ​ກໍ່​ສ​າ​ມາດ​ມີ​ໂອ​ກາດ​ໄດ້​ແລກ​ປ່ຽນຄວາມ​ຮູ້, ເປັນ​ທັງ​ຜູ່​ຮັບ ແລະ ຜູ່​ໃຫ້.

ຮູ້​ຈັກ Keyword

ການ​ຮຽນ​ໃນ​ຫ້ອງ​ຮຽນ​ຢູ່ມະ​ຫາ​ວິ​ທະ​ຍາ​ໄລ​ນັ້ນ ມັນ​ຈະ​ຕ່າງ​ຈາກ​ຕອນ​ຢູ່​ມັດ​ທະ​ຍົມຫຼາຍ​ເຕີບ​ເພາະ​ຈະ​ແບ່ງ​ເປັນ 2 ສ່ວນໃຫຍ່​ຄື ພາກ​ທິດ​ສະ​ດີ (lecture) , ພາກ​ລົງ​ໂຕ​ຈິງ (in practice) ​ແລະ ມັນ​ບໍ່​ແມ່ນ​ວ່າ​ຮຽນ​ແລ້ວ​ລະ​ເຮັດ​ບົດ​ຝຶກ​ຫັດ​ເລີຍ ແຕ່​ມັນ​ຈະ​ເປັນ​ແບບ​ວ່າ​ຮຽນ​ທິດ​ສະ​ດີ​ແລ້ວ ປະ​ຫວ່າງ​ໄວ້ ອີກມື້​ໜຶ່ງ ຫຼື ສອງມື້ ລະ​ຈຶ່ງ​ແມ່ນພາກ​ເຮັດ​ບົດ​ຝຶກ​ຫັດ ແລ້ວ​ແຕ່​ລະ​ວີ​ຊາ​ແມ່ນ​ຂຶ້ນບໍ່​ເກີນ 1ຊົ່ວ​ໂມງ (ຈະ​ປ່ຽນ​ໄປ​ແຕ່​ລະ​ຄະ​ນະ, ວິ​ຊາ, ອາ​ຈານ) ແລ້ວ​ເຮົາ​ຈະ​ເຮັດ​ແນວ​ໃດ​ໃຫ້​ທັນ​ກັບ​ອາ​ຈານ​ສອນ ຫຼື ເຮັດ​ແນວ​ໃດ​ຈະ​ເຂົ້າ​ໃຈ​ສິ່ງ​ທີ່ອ​າ​ຈານ​ສອນ.

Keyword ເປັນ​ອີ່​ຫຍັງ​ທີ່​ນັກ​ສຶກ​ສາ​ທຸກ​ຄົນ​ຕ້ອງ​ຮູ້ ການ​ຮຽນ​ຮູ້​ທີ່​ດີບໍ່​ແມ່ນ​ວ່າ​ເຮົາ​ຈະ​ຈົດ​ທຸກໆ​ຢ່າງ​ທຸກໆ​ຄຳ​ທີ່​ອາ​ຈານ​ເຂົາ​ສອນ ແຕ່​ເຮົາ​ຈະ​ຕ້ອງ​ຈົດ​ສິ່ງ​ທີ່​ມັນ​ສຳ​ຄັນ ແລະ ສິ່ງ​ທີ່​ຖືກ​ຢ້ຳ​ຕະຫຼອດ. ໃນ​ບາງວິ​ຊາ ແລະ ອາ​ຈານ​ສ່ວນຫຼາຍ​ຈະ​ໃຫ້ເອ​ກະ​ສານມາ​ແລ້ວ​ໃຫ້​ເຮົາ​ເບິ່ງ​ຕາມ​ເອ​ກະ​ສານຖື​ວ່າ​ສະ​ດວກ​ຂຶ້ນ​ຕື່ມ. ການ​ຈົດ Keyword ສຳ​ຄັນ​ແລ້ວ​ເຮົາ​ມາ​ຄົ້ນ​ຄ້​ວາ​ເອົາ​ເອງ​ມັນ​ມ​ີ​ຂໍ້​ດ​ີ​ຫຍັງ​ແນ່?

  1. ສ້າງ​ຄວາມ​ເຂົ້າ​ໃຈ​ດ້ວຍ​ໂຕ​ເຮົາ​ເອງ ໃນ​ແບບ​ຂອງ​ເຮົາ ການ​ເຮັດ​ແບບນີ້​ມັນ​ຈະ​ເຮັດ​ໃຫ້​ເຮົາ​ຈື່​ໄດ້​ດົນ ເພາະ​ວ່າ​ເຮົາ​ສາ​ມາດ​ປະ​ຕິດ​ປະ​ຕໍ່​ຂໍ້​ມູນ​ເຂົ້າ​ໃນ​ແບບ​ທີ່​ເຮົາ​ເຂົ້າ​ໃຈ​ດ້ວຍ​ໂຕ​ເຮົາ​ເອງ.
  2. Keyword ຈະ​ນຳ​ໄປ​ສູ່​ການ​ແຕ້ມແຜນ​ວາດ. ການ​ແຕ້ມ​ແຜນ​ວາດ​ຄວາມ​ເຂົ້າ​ໃຈ​ຂອງ​ເຮົາ​ຈະ​ເຮັດ​ໃຫ້​ເຮົາ​ຈື່​ດີ ແລະ ເຂົ້າ​ໃຈ​ໄດ້​ທັນ​ທີ່ ກ່ອນ​ການ​ຈົດ​ຈາກ​ເທິ​ງ​ລົງ​ລຸ່ມ ເພາະ​ເຮົາ​ມັກ​ຈື່​ແບບ​ຮູບ​ພາບຫຼາຍ​ກ່​ວາ​ການ​ຈື່​ແບບ​ໂຕ​ໜັງ​ສື​ແຖວ​ຕໍ່​ແຖວ.
  3. ເອົາ​ເວ​ລາຈົດ​ໄປ​ຕັ້ງ​ໃຈ​ຟັງ​ຄ​ຳ​ອະ​ທິ​ບາຍດີ​ກ່​ວາ. ການ​ທຳ​ຄວາມ​ເຂົ້າ​ໃຈ​ຈະ​ດີ​ກ່​ວາ​ທີ່​ເຮົາ​ຈົດ​ເອົາ​ໝົດ​ທຸກ​ຢ່າງ​ແລ້ວ​ກັບ​ມາ​ເບິ່ງ​ຄືນ​ລະ​ມັນ​ແມ່ນ​ຫຍັງ. ສະ​ນັ້​ນ, ຕັ້ງ​ໃຈ​ຟັງ​ຄຳ​ອະ​ທິ​ບາຍ ຈົດ keyword ແລ້ວ​ຈະ​ເຮັດ​ໃຫ້​ເຮົາ​ເຂົ້າ​ໃຈ​ໄດ້ຫຼາຍ​ກ່​ວາ.

 

ທີ່​ຄິດໆ​ມາ​ຫົວ​ຂໍ້​ໃຫຍ່ໆ​ກໍ​ຈະ​ຢູ່​ປະ​ມານນີ້​ລະ ທີ່​ຄິດ​ໄດ້ ແລະ ຫວັງ​ວ່າ​ມັນ​ຈະ​ເປັນ​ປະ​ໂຫຍດ​ໃຫ້​ກັບ​ນ້ອງໆ​ທ​ຸກ​ຄົນ​ທີ່​ກຳ​ລັງ​ຈະ​ກ້າວ​ຈາກ​ການ​ເປັນ​ນັກ​ຮຽນ​ໄປ​ເປັນ​ນັກ​ສຶກ​ສາ ວ່າ​ເຮົາ​ຈະ​ຕ້ອງ​ໄດ້​ປ່ຽນ​ແປງ​ຫຍັງ​ແນ່ ໂດຍ​ສະ​ເພາະ mindset ທີ່​ເຮົາ​ຄຸ້ນ​ເຄີຍ​ຈາກ​ການ​ເປັນ​ນັກ​ຮຽນ.