ປະ​ສົບ​ການ​ຈາກ​ການ​ສອບເສັງ​ນັກ​ບິນ​ຂອງ​ສາຍ​ການ​ບິນ

ເຮົາຈະມາເລົ່າປະສົບການຄັ້ນໜຶ່ງໃນຊີວິດທີ່ແນະນຳວ່າຢາກໃຫ້ທຸກຄົນໄດ້ລອງກັນນັ້ນກະຄືການໄປເສັງເປັນນັກບິນ.ອາຊີບນັກບິນເປັນອາຊີບທີ່ຫຼາຍໆຄົນຄົງຢາກຈະເປັນກັນ.

ເລີ່ມຕົ້ນຂອງເລື່ອງເດືອນກໍລະກົດຫາເດືອນສິງຫາປະມານນີ້

ເລີ່ມຕົ້ນດ້ວຍປະມານເດືອນກໍລະກົດຫາເດືອນສິງຫານິເບາະປະມານນີ້ລະບໍ່ຈື່ປານໄດເຊິ່ງວ່າມີພີ່ນ້ອງເຮັດວຽກຢູ່ຫັ້ນກະເລີຍແນະນຳໃຫ້ໄປສະໝັກເບິ່ງ, ໃນຕອນນັ້ນກະບໍ່ໄດ້ຄິດຫຍັງຫຼາຍເອີເສັງກະເສັງລອງເບິ່ງເອົາປະສົບການວ່າຊັ້ນຊະບໍ່ໄດ້ກະບໍ່ເປັນຫຍັງເພາະວ່າມັນກະເບິ່ງຄືວ່າສິບໍ່ຜ່ານຕັ້ງແຕ່ຮອບທຳອິດລະຕິ ອີກຢ່າງຕົນກະເປັນຄົນບໍ່ໄດ້ເກັ່ງເລື່ອງຄິດໄລ່ ແລະ ອັງກິດກະບໍ່ເກັ່ງນຳອີກໂອ້ຍມັນຊິລອດບໍ່ບຸນິນະ. ເຊິ່ງວ່າການເສັງນັ້ນພີ່ນ້ອງບອກວ່າຈະມີການເສັງ 3 ວິຊາຫຼັກໆກະຄື: ເລກ, ຟີຊິກ ແລະ ພາສາອັງກິດ. ໂອ້ຍ, ຟັງແຕ່ຟີກຊິກມາລະຢາກວ່າບໍ່ຜ່ານລະເພາະວ່າເຮົາແຮງບໍ່ໃສ່ໃຈເລື່ອງຟີຊິກຫຼາຍປານໃດຈັກແມ່ນຫຍັງສູດມັນຫຼາຍໂພດກະເລີຍບໍ່ສົນໃຈເລີຍ. ການສະໝັກກະມີແຕ່ຂຽນແບບຟອມແລ້ວມັນກໍຈະມີແນບໃບປະກາດຈົບມໍ 7 ເຮົານຳ.

ເດືອນກຸມພາ

ວັນທີ 15  ກຸມພາ 2014 ເສັງຂຽນໂດຍຄົນລາວເປັນກຳມະການເສັງ

ມາຮອດຕົ້ນເດືອນກຸມພາກະມີໂທລະສັບມາບອກໃຫ້ໄປເສັງນັກບິນວັນທີ 15 ກຸມພາ 2014 ໃຫ້ຮອດພຸ້ນ 8 ໂມງເດີ້ວ່າຊັ້ນ. ພໍຮອດມື້ທີ່ຈະໄປເສັງກະມີແຕ່ວ່າຖ້າໄປເສັງລູກດຽວເພາະວ່າບໍ່ຮູ້ເລີຍວ່າມັນຈະເສັງອອກແບບໃດກະມີແຕ່ວ່າກະເອົາຄວາມຮູ້ພື້ນຖານທີຕົນມີມາໄວ້ລ້ວນໆເລີຍ. ເສັງຈະເສັງຢູ່ຫ້ອງປະຊຸມໃຫຍ່ຊັ້ນ 4, ໃນການເສັງວ່າຊັ້ນບອກວ່າໃຫ້ຮອດພຸ້ນ 8 ໂມງວ່າຊັ້ນບາງຄົນ 8 ໂມງເຄິ່ງມາກະມີ, ບາງຄົນກະເກືອບໆ 9 ໂມງກະມີ…ເຫີ້ໆຄິດໃນໃຈນີ້ລະໂມງລາວ. ກ່ອນຈະເສັງກໍຈະມີການໂອ້ລົມກັນກ່ອນວ່າເສັງນັກບິນນັ້ນຈະຕ້ອງມີຂັ້ນຕອນໃດແນ່? ເສັງແບບໃດ? ປະມານນັ້ນ ເສັງແລ້ວຈະໄປຮຽນຢູ່ໃສ? ພໍໃກ້ຮອດ 9 ໂມງເຄິ່ງກໍເຊົາແລ້ວບອກໃຫ້ກຽມເສັງ, ໂດຍຄົນທີ່ຈະເສັງໃນມື້ນັ້ນເກືອບວ່າເຕັມຫ້ອງປະຊຸມໃຫຍ່ເລີຍລະປະມານຮ້ອຍກ່ວາຄົນ. ການເສັງຈະເສັງພາຍໃນເວລາ 90 ນາທີ ເຊິ່ງວ່າຈະມີເສັງພາສາອັງກິດ, ເລກ ແລະ ຟີຊິກໃນເຈ້ຍດຽວກັນ, ໂດຍການເສັງຈະເປັນການເສັງແບບປາລະໄນ. ທຳອິດແມ່ນຈະເປັນອັງກິດຈະແບ່ງເປັນ 3 ຫົວຂໍ້ໃຫຍ່ຄື: ຟັງ, ອ່ານ ແລະ ຫຼັກໄວຍະກອນ. ເອີລືມບອກໄປວ່າເສັງແມ່ນຈະເສັງເປັນພາສາອັງກິດໝົດເລີຍເດີ້ເຮົາຈະແບ່ງອະທິບາຍອອກເປັນພາກພາສາອັງກິດ ແລະ ພາກຄິດໄລ່.

ພາກພາສາອັງກິດ

ມີທັງໝົດ 30 ຂໍ້

ທຳອິດເລີຍແມ່ນຈະເປັນຫົວຂໍ້ການຟັງກ່ອນເຊິ່ງວ່າເພິ່ນຈະເປີດສຽງໃຫ້ຟັງແລ້ວຈະມີຄຳຖາມໃຫ້ເຮົາໝາຍເອົາ. ເຊິ່ງວ່າເນື້ອໃນສຽງທີເພິ່ນເປີດໃຫ້ຟັງນັ້ນຈະເປັນຄົນສອງຄົນລະຫວ່າງນັກບິນກັບພະນັກງານຕ້ອນຮັບຕິເບາະເວົ້າເລື່ອງຍົນວ່າຊັ້ນ. ເຮົາຟັງແລ້ວສຽງມັນຢາກຊ່າໆບໍຊັດເຈນປານໄດແຕ່ກະພໍເຂົ້າໃຈໄດ້. ມາຕໍ່ດ້ວຍຫົວຂໍ້ຫຼັກໄວຍະກອນໂຕນີຈະເປັນຄ້າຍການເສັງແບບໃຫ້ຕືມຄຳຕອບໃນຊ່ອງຫວ່າງເຊິ່ງວ່າຈະມີ 4 ຄຳຕອບໃຫ້ເລືອກ ລະດັບຄວາມຍາກຄັນຊິວ່າງ່າຍກະບໍ່ງ່າຍຄັນຊິວ່າຢາກກະວ່າບໍ່ຢາກ. ໂຕທີຢາກແມ່ນໂຕຫົວຂໍ້ອ່ານນີ້ລະ, ໃຫ້ບົດເລື່ອງໜຶ່ງມາແລ້ວຈະມີຄຳຖາມໃຫ້ເຮົາຕອບເຊິ່ງວ່າຄຳຕອບກະເປັນປາລະໄນເຊັ່ນເຄີຍ, ມັນຍາກກະຍ້ອນວ່າເຮົາຄິດວ່າມັນຈະເສຍເວລາຫຼາຍກັບການອ່ານແລ້ວຕອບເພາະເຮົາຢ່ານບໍ່ທັນກະເລີຍປະຫົວຂໍ້ນີ້ໄວ້ແລ້ວຈະມາຕາມເກັບຕາມຫຼັງ.

ຕົວຢ່າງຄຳຖາມ:

1. I know ____ dog

a. His

b. Him

c. He

2. I will go to ____ about 10 minutes

a. these

b. there

c. that

ພາກຄິດໄລ່

ມີທັງໝົດ 40 ຂໍ້

ໃນສ່ວນຄິດໄລ່ກໍຈະມີເລກກັບຟີຊິກປະປົນກັນໄປແຕ່ສ່ວນຫຼາຍເຮົາຈະເຫັນວ່າເລກຫຼາຍກ່ວາຟີຊິກ. ເລກກໍຈະເປັນເລກຄິດໄລ່ສົມຜົນທົ່ວໄປຈົນໄປເຖິງເລກໂຈດແບບມະຫາຍາກກັນເລີຍແຕ່ເປັນຍ້ອນເຮົາບໍ່ເກັ່ງຕິເບາະກະເລີຍຄິດວ່າມັນມະຫາຍາກຫະຫະ ແລ້ວອີກຢ່າງຈະມີຄຳຖາມທີ່ເປັນຄຳຖາມແບບທົດສອບໄອຄິວປະມານ 5 ຂໍ້ນິລະຈື່ໄດ້ດີເພາະມັນຢູ່ເຈ້ຍໃບສຸດທ້ານຫະຫະ. ຮູບແບບຄຳຖາມຄັນຊິເວົ້າແລ້ວແມ່ນເບິ່ງຄືວ່າຈະຖາມຕັ້ງແຕ່ແບບງ່າຍໆຈົນໄປເຖິງແບບຍາກ. ຄຳຖາມຈະເປັນສ່ວນຫຼາຍເລກມໍ 7 ແຕ່ມັນກະໂຄດຍາກເລີຍເອີຄະໜາດຄຳຖາມເປັນພາສາລາວຍັງແກ້ບໍໄດ້ ຫຼື ບາງຂໍ້ກະບໍ່ໄດ້ເລີຍໂອ້ຍຍັງເປັນພາສາອັງກິດອີກຊົ່ວສິມາແປລະຍັງມາແກ້ອີກເຫີບໍ່ລອດແທ້ໆ.

ຕົວຢ່າງຄຳຖາມ:

1. ຖ້າ x+y=4 ແລະ x+4y=2 ແລ້ວ y ຈະເທົ່າກັບເທົ່າໃດ?

2. ຖ້າ 2, 4, 6, ເລກຕໍ່ໄປແມ່ນ?

3. ມີແປ້ນໄມ້ຍາວ 30 ນິ້ວ, ຖ້າຫາກວ່າເຮົາຕ໋ອກຕະປູຫ່າງກັນແຕ່ລະດ໋ອກແມ່ນ 10 ເຊັນຕິແມັດຈະຕ໋ອກຕະປູໄດ້ຈັກດ໋ອກ?

4. ຍົນລຳໜຶ່ງບັນທຸກນ້ຳມັນໄດ້ທັງໝົດ 200 ລິດ, ແລ້ວຖ້າຫາກວ່າຍົນລຳດັ່ງກ່າວເຕີມນ້ຳມັນແລ້ວ 2/3 ຂອງຖັງນ້ຳມັນແລ້ວຈະຕ້ອງເຕີມອີກເທົ່າໃດຈຶ່ງຈະເຕັມ?

5. ລົດຄັນໜຶ່ງແລ່ນອອກຈາກເມືອງເອໄປຫາເມືອງບີດ້ວຍຄວາມໄວ 60 mile/h ແລ້ວຜ່ານໄປ 1 ຊົ່ວໂມງ, ລົດຄັນດັ່ງກ່າວໄດ້ຜ່ອນຄວາມໄວລົງເປັນ 40 mile/h. ຈົ່ງຊອກຫາເວລາທັງໝົດທີ່ລົດຄັນດັ່ງກ່າວວ່າເທົ່າໃດ? ໂດຍໄລຍະທາງທັງໝົດແຕ່ເມືອງເອຫາບີແມ່ນ 160 km.

6. ທ້າວນິລະນາມໄດ້ໄປຝາກເງິນທີ່ທະນາຄານແຫ່ງໜຶ່ງໂດຍມີເງິນຝາກທັງໝົດແມ່ນ 1000$, ດອກເບ້ຍໃນການຝາກແມ່ນ 5% ຕໍ່ປີ. ຖ້າຜ່ານໄປ 5 ປີແລ້ວລາວໄປຖອນລາວຈະໄດ້ເງິນທັງໝົດເທົ່າໃດ?

7. ຍົນເອຂຶ້ນບິນເວລາ 7 ໂມງຈາກສະໜາມບິນເອແລ້ວໄປຮອດສະໜາມບິນບີຕອນ 9 ໂມງ ແລະ ຍົນບີອອກຈາກສະໜາມບິນບີເວລາ 7 ໂມງ 30 ນາທີ. ຍົນທັງສອງລຳດັ່ງກ່າວຈະໄປເຈີກັນຕອນຈັກໂມງ?

ຄຳຖາມມັນກໍຈະປະມານນີ້ລະທີ່ຈືໄດ້

ໃນຕອນເສັງຢາກບອກເລີຍວ່າແນ່ນອນເລີຍວ່າເຮົາເຮັດບໍ່ທັນແນ່ນອນເຮົາເຮັດໄດ້ປະມານ 70% ແລ້ວກະມີຄົນບອກວ່າເຫຼືອເວລາອີກສິບນາທີ, ຄິດໃນໃຈວ່າຄືວ່າໄວພິລຶກວະຈັ່ງໄດ້ກະເອົາວະມົ້ວລູກດຽວອັນທີ່ເຫຼືອຂຶ້ນນຳດວງລູກດຽວຫະຫະ. ເຮົາຢູ່ແຖວເກືອບຫຼັງສຸດກະເລີຍມີເວລາຄິດໜ້ອຍໜຶ່ງແລ້ວຜູ້ທີ່ມາເກັບເຈ້ຍກະຖາມວ່າແລ້ວລະຫວາ? ເຮົາກະຕອບໄປວ່າຍັງບໍ່ແລ້ວ. ຫຼັງຈາກນັ້ນລາວກະໄປເກັບຜູ້ອື່ນຕໍ່ເອີໃຄແນ່ມີເວລາຄິດຕື່ມອີກໜ້ອຍໜຶ່ງ, ໃນຕອນນັ້ນແມ່ນໃນຫ້ອງເຂົາຈົນສິອອກຫ້ອງເກືອຍໝົດລະເຫຼືອປະມານ 5 ຫາ 6 ຄົນນິລະໂອ້ມີແຕ່ຄົນເກັ່ງໆຕົວະນິມາເສັງນະແລ້ວບັກໄວໆເຮົາສິຜ່ານບໍ່ບຸນິ.

ແລ້ວເຮົາກະຜ່ານດີໃຈໜ້ອຍໜຶ່ງວ່າຜ່ານໄດ້ຄິດໃນໃຈລະວ່າຕ້ອງບໍ່ຜ່ານແນ່ນອນລະເພາະວ່າເຮັດແລ້ວບໍ່ແລ້ວ ລະກະມົ້ວລູກດຽວ.

ວັນທີ 28 ກຸມພາ 2014 ຂັ້ນຕອນສຳພາດ

ໂອ້ຍຜ່ານມາໄດ້ແບບຄານມາ, ເປັນອີກຂັ້ນຕອນໜຶ່ງທີ່ເຮົາກະບໍ່ໄດ້ກຽມຫຍັງອີກລະໃນການສຳພາດແຕ່ກະກຽມເລັກໆນ້ອຍໆບໍ່ເຖິງຂັ້ນແບບວ່າພິລຶກພິໂລກະມີແຕ່ວ່າກຽມຄຳຕອບ ແລະ ຫາຂໍ້ມູນພື້ນໆເຊັ່ນ: ກ່ຽວກັບການບິນລາວບໍ່? ຮູ້ແຕ່ຊື່ຍົນຫັ້ນແຫຼະວະເພາະວ່າຈື່ໄດ້ຕອນອົບຮົມກ່ອນເສັງຕອນທຳອິດສ່ວນຫຼາຍແລ້ວຂໍ້ມູນທີ່ກຽມຫັ້ນແມ່ນເຮົາກະເກືອບໆວ່າບໍ່ໄດ້ກຽມເລີຍລະເພາະວ່າເຮົາມີແຕ່ຈື່ເອົາລູກດຽວຕອນອົບຮົມຄັ້ງທຳອິດຫັ້ນ. ແລ້ວລະກະຫາຂໍ້ມູນນຳອິນເຕີເນັດເລັກໆນ້ອຍໆວ່າຮອດຕອນສຳພາດແລ້ວເຂົາຈະຖາມຫຍັງແນ່, ຢູ່ອິນເຕີເນັດມີບໍ່ອຶດ. ພໍຮອດມື້ສຳພາດແລ້ວກະໄປແບບເຊົ້າໆເລີຍລະເພາະເຂົານັດໄວ້ 8 ໂມງ 30 ນາທີ ເຮົາກະໄປຕັ້ງແຕ່ 8 ໂມງເລີຍລະ, ພໍໄປຮອກກະມີຄົນໄປຖ້າຖືວ່າເກືອບໝົດທຸກຄົນລະຕິເບາະເບິ່ງຕາມຈຳນວນຄົນ, ສັງເກດເຫັນວ່າມີຄົນຜ່ານມາຮອບນີ້ປະມານເຄິ່ງໜຶ່ງແລ້ວອີກຢ່າງຍັງເຫັນຄົນທີ່ຍັງບໍ່ເຫັນໜ້າເສັງຊຸດກ່ອນແລ້ວຜ່ານເຂົ້າມາຮອບນີ້ກະຍັງມີບັງເອີນວ່າມີໝູ່ຂອງໝູ່ມັນວ່າມັນເສັງຊຸດທີ 2 ປະມານນັ້ນມັນວ່າມັນຫາກໍ່ເສັງແລ້ວມື້ວານນີ້ແລ້ວເຂົາໂທບອກໃຫ້ມາສຳພາດ ແລະ ເຮົາຍັງເຫັນມີຜູ້ຍິງນຳອີກທີ່ຜ່ານເຂົ້າມາຮອບນີ້ສ່ວນຫຼາຍເຫັນເຂົາວ່າສາວແອວ່າຊັ້ນກະມາເສັງນຳ, ສົມພໍແຫຼະຄືວ່າງາມແທ້ຊັ້ນດ໋ອກຫະຫະ. ເອົ້າມາເຂົ້າຕອນສຳພາດກັນເລີຍອີກລະສິ່ງທີ່ເຮົາບໍ່ມັກໃນຕອນສຳພາດກະຄືວ່າຊື່ເຮົາຢູ່ແຖວຕົ້ນໆໝູ່ເລີຍຢູ່ທີ 8 ວ່າຊັ້ນມັນກະດີຢ່າງເສຍຢ່າງແຫຼະຕາມຄວາມຄິດຕົນເອງແລ້ວຄິດວ່າຄັນສຳພາດກ່ອນກະໄດ້ກັບກ່ອນບໍ່ຕ້ອງເສຍເວລາມານັ່ງຖ້າ, ແລ້ວຖ້າໄດ້ສຳພາດກ່ອນກະສ່ຳກັບວ່າເຮົາເປັນໜູທົດລອງກ່ອນໝູ່ເລີຍ ເຮົາຈະບໍ່ມີເວລາໄດ້ຖາມຄຳຖາມກັບຜູ້ທີ່ຖືກສຳພາດກ່ອນໜ້າແລ້ວກະບໍ່ມີເວລາຮັບມືກັບມັນເລີຍ. ວູ້!ໃກ້ສິຮອດທີເຮົາແລ້ວພະຍາຍາມຢ່າຕື່ນເຕັ້ນ ແລະ ຫາຍໃຈເຂົ້າຫາຍໃຈອອກຊ້າໆເພື່ອໃຫ້ມັນກົບຄວາມຕື່ນເຕັ້ນລົງໄປໄດ້ຜົນໃນລະດັບໜຶ່ງເຮັດໂຕໃຫ້ສະບາຍໆບໍ່ຕ້ອງຄຽດເຮັດຄືເຮົາເວົ້ານຳໝູ່. ແລະແລ້ວກະຮອດທີເຮົາພໍເຂົ້າໄປວ່າຊັ້ນໂອ້ຜູ້ສຳພາດນັ່ງຢູ່ຕໍ່ໜ້າ 5 ຄົນນີ້ລະ, ຈະມີກັບຕັນເປັນຜູ້ສຳພາບເປັນຄົນອິນເດຍຕິເບາະ ແລະ ອີກ 4 ຄົນເປັນຄົນລາວເປັນຄົນສັງເກດການ. ທຳອິດເລີຍກັບຕັນກະອ່ານປະຫວັດເຮົາແລ້ວກະຖາມວ່າເຮົາຊື່ຫຍັງ? ຮຽນຢູ່ໃສ? ຄ້າຍໆແບບວ່າໃຫ້ເຮົາແນະນຳໂຕເອງວ່າຊັ້ນຊະ, ຫຼັງຈາກນັ້ນເພິ່ນກະຖາມວ່າເຈົ້າຢາກໄປຮຽນຕໍ່ຕ່າງປະເທດບໍ່? ຫຼືວ່າ ເຈົ້າບໍ່ຢາກໄປຮຽນຕ່າງປະເທດບໍ່? ເຮົາຟັງບໍ່ທັນກະເລີຍເດົາໆວ່າເຈົ້າຢາກໄປຮຽນຕ່າງປະເທດບໍ່? ເພາະຕອນທີ່ກັບຕັນຄົນນັ້ນເວົ້ານັ້ນເພິ່ນບໍ່ໄດ້ເບິ່ງໜ້າເຮົາເພິ່ນທັງເວົ້າແລ້ວກະຕາໄປເບິ່ງປະຫວັດເຮົາ, ຕອນນັ້ນຈັ່ງໄດ໋ກະເອົາວະຕອບ Yes! ເປັນກ່ອນລູກດຽວ ຄັນຕອບຊ້າດຽວຊິເບິ່ງວ່າເຮົາບໍ່ເຂົ້າໃຈຄຳຖາມ ຫຼື ວ່າເຮົາບໍ່ຮູ້ຈັກສິຕອບດຽວເສຍຄະແນນໃນສ່ວນນີ້. ຫຼັງຈາກນັ້ນກະເຊີນເຮົາອອກໄປນອກບອກວ່າໄດ້ແລ້ວຂອບໃຈ ອ້າວ!ເຮີ້ຍໄວແທ້ວະແມ່ງຄິດໃນໃຈວ່າກູຕອບຜິດຫວະຄືໄລ່ກູອອກໄວແທ້ວະຕົດຍັງບໍ່ເຫີຍຊ້ຳ ຕອນນັ້ນຍັງຖືກສະຕັ້ນຢູ່ເລີຍແລ້ວກະຢ່າງອອກຈາກຫ້ອງໄປ. ໝູ່ກັບຜູ້ທີ່ລໍຖ້າສຳພາດກະຖາມວ່າອ້າວເຮີ້ຍຄືໄວແທ້ຫວະ ເຮົາກະຕອບໄປວ່າສິຮູ້ຫວະ. ແລ້ວເຮົາກະຖາມຄົນອື່ນວ່າເຂົາຖາມຫຍັງແນ່? ຄົນສ່ວນຫຼາຍແມ່ນສຳພາດດົນກ່ວາເຮົາ ແລະ ເຂົາກະສຳພາດຫຼາຍກ່ວາເຮົາອີກແບບວ່າຖາມກ່ຽວກັບເລື່ອງຍົນບໍ່? ຍົນຂຶ້ນຈັ່ງໃດ? ໃຫ້ໄລ່ເລກບໍ່? ປະມານນັ້ນລະ ຄິດໃນໃຈຄິດວ່າຕົກແນ່ນອນລະຮອບນີ້ ອີກຢ່າງຄົນສ່ວນຫຼາຍທີ່ໄປສຳພາດນຳກັນເຂົາຮຽນກ່ຽວກັບເລື່ອງວິສະວະແລ້ວເຮົາຄິດວ່າເຂົາຄົງຈະເອົາພວກວິຊະວະຫຼາຍກ່ວາຕິເບາະເພາະວ່າມັນຖືກສາຍກ່ວາ, ສ່ວນໂຕເຮົາແມ່ນເຮົາຮຽນເລກສຳລັບເສດຖະສາດ ແລະ ບໍລິຫານທຸລະກິດຄົງສິບໍ່ຖືກເປົ້າໝາຍຂອງເຂົາຕິເບາະ. ເຂົາບອກວ່າຄັນໄດ້ລະສິໂທບອກມີແຕ່ວ່າກັບບ້ານໄດ້ ອືມຫຼັງຈາກນັ້ນກະຄິດວ່າບໍ່ຕິດແນ່ນອນເລີຍເພາະວ່າເຂົາໂທຫາໝູ່ເຮົາແຕ່ເຂົາບໍ່ໂທຫາເຮົາກະເລີຍປ່ອຍໄປຊະຄິດວ່າມາໄດ້ຮອດຕອນສຳພາດກະດີລະ.

ວັນທີ 16 ມີນາ 2014

ຜ່ານໄປເປັນເດືອນຈົນລືມໝົດແລ້ວເລື່ອງເສັງນັກບິນ, ຕອນແລງຂອງມື້ນັ້ນເອງກະມີຄົນໂທມາໃຫ້ໄປເສັງນັກບິນເດີ້ມື້ອື່ນ 8 ໂມງເຊົ້າຄືເກົ່າຫ້ອງເກົ່າຫັ້ນແຫຼະ. ເອີມຜິດປົກກະຕິຂະໜາດໂທມາຕອນແລງມື້ວັນທິດອີກ, ຈັ່ງໄດ໋ລະລອງເບິ່ງອີກຈັກເທື່ອໜຶ່ງວະຄິດໃນຕອນນັ້ນແລ້ວວ່າສິບໍ່ໄປເສັງອີກລະເພາະວ່າຈັ່ງໄດ໋ກະບໍ່ຜ່ານຢູ່ດີ ກະເລີຍຖາມແມ່ວ່າເປັນເສັງດີບໍ່? ລາວກະບອກວ່າໄປເສັງໂລດໄດ້ບໍ່ໄດ້ກະຢ່າມັນເອົາປະສົບການອີກລະ? ເອີເສັງກະເສັງວະ

ວັນທີ 17 ມີນາ 2014 ກຳມະການສອບເສັງຄົນຝັ່ຣງ

ໄປຮອດພຸ້ນປະມານ  8 ໂມງນີ້ລະຄົນທຳອິດເລີຍ ຫຼັງຈາກນັ້ນປະມານ 1 ຫາ 2 ນາທີກະມີຄົນມາ. ເອົາເປັນວ່າ 8 ໂມງ 30 ນາທີກະມີພະນັກງານເຊີນເຂົ້າໄປຫ້ອງປະຊຸມໃຫຍ່ ເອົາເປັນວ່າໝົດເຊົ້າແມ່ນເປັນການອົບຮົມນັກສອບເສັງຄືເກົ່າແຕ່ເທື່ອນີ້ແມ່ນຊຸດທີ 2 ແລ້ວເປັນການເສັງໂດຍຄົນຕ່າງປະເທດຈະບໍ່ແມ່ນພະນັກງານການບິນລາວອີກຕໍ່ໄປ. ພໍເຂົ້າໄປທຳອິດບອກວ່າຈະເລີ່ມເສັງຕອນ 10 ໂມງວ່າຊັ້ນ ເພາະວ່າກຳມະການເສັງຈະມາຮອດຕອນ 9 ໂມງ ແຕ່ແລ້ວກະເຍື້ອນໄປເປັນເວລາ 1 ໂມງ 30 ນາທີ ເພາະວ່າກຳມະການເຮົານັ້ນເມື່ອຍຈາກການເດີນທາງກະເລີຍຕ້ອງການເວລາຜັກຜ່ອນ ເອົາເປັນວ່າໝົດເຊົ້າກະເປັນການອົບຮົມກັນກ່ອນໂດຍມີກັບຕັນການບິນລາວມາໂອ້ລົມຕອບຄຳຖາມຕ່າງໆ. ສ່ວນຜູ້ທີ່ເຂົ້າມາໃນຮອບນີ້ນັ້ນກະມີທັງຜູ້ເກົ່າ ແລະ ຜູ້ໃໝ່, ຜູ້ໃໝ່ນັ້ນແມ່ນເຮົາຖາມເຂົາວ່າຍັງບໍ່ໄດ້ເສັງຊຸດທຳອິດເລີຍເຫັນເຂົາໄປລົງໂຮງຮຽນລະເລີຍສະໝັກມາໂອຈັ່ງຊີ້ກະລຳອຽງຕີ້ຊັ້ນນະບໍ່ຮູ້ວ່າເຂົາຈັດກັນຈັ່ງໄດ໋ກັບການເສັງແຕ່ກະບໍ່ຄິດຫຍັງຫຼາຍ. ເຮົາອາດໄດ້ປຽບກ່ອນເພາະວ່າເຄີຍອາບນ້ຳຮ້ອນຊຸດທຳອິດມາແລ້ວກະເລີຍຮູ້ທາງແດ່ໜ້ອຍໜຶ່ງວ່າມັນຈະອອກຫຍັງ. ກ່ອນຈະຮອດມື້ເສັງກະໄດ້ເບິ່ງບົດຮຽນໜ້ອຍໜຶ່ງທີ່ຈິງກະເກືອບບໍ່ເບິ່ງຄືເກົ່າຫັ້ນລະຕາມສະຕາຍຕາມມີຕາມເກີດຂຶ້ນກັບຄວາມຮູ້ພື້ນຖານໂຕເອງລ້ວນໆເລີຍ. ຈາກປະສົບການເສັງຄັ້ງກ່ອນໄດ້ຮູ້ວ່າເຮົາຕ້ອງໄດ້ໄປເບິ່ງຫົວໜ່ວຍວັດແທກທີ່ເຂົາໃຊ້ກັນແບບສາກົນເຊັ່ນ: ນິ້ວ, ປອນ, ແກນລອນ ປະມານນັ້ນລະແນວເຮົາບໍ່ຮູ້ເພາະວ່າເຄີຍໃຊ້ແຕ່ເປັນກິໂລກັບເຊັນຕີແມັດຫຼາຍກ່ວາກະເລີຍມີປົມດ້ອຍກັບບົດເສັງໂຕກ່ອນນີ້ ແລະ ເທື່ອນີ້ຕ້ອງບໍ່ພາດແນ່ນອນ. ມື້ທຳອິດທີເສັງກະໄປຊ້າອີກແລ້ວ! ມັນໂມງຕ່າງປະເທດເດີ້ບໍ່ແມ່ນໂມງລາວຫະຫະມັນເອົາຊະວ່າເຂົ້າໄປກ່ອນເຮົາຕັ້ງວ່າ 30 ນາທີກ່ອນເວລານັດ. ພໍແຕ່ໄຂປະຕູເຂົ້າໄປໂອ້ຄົນເຕັມໝົດລະ, ກຳມະການເສັງແມ່ນເປັນຄົນຟັ່ຣງມາຈາກ ENAC (École nationale de l’aviation civile) ທຳອິດແມ່ນຈະແນະນຳວ່າ ENAC ແມ່ນຫຍັງ? ເຮົາຈະເສັງຈັກມື້? ເສັງແບບໃດແນ່?

ເສັງເທື່ອນີ້ແມ່ນຈະເສັງທັງໝົດ 3 ມື້ຕັ້ງແຕ່ວັນຈັນເຖິງວັນພຸດເຊິ່ງວ່າແຕ່ລະມື້ຈະແຍກເປັນດັ່ງນີ້:

ມື້ທຳອິດວັນຈັນແມ່ນຈະເສັງແບບຂຽນເຊິ່ງຈະມີ 3 ວິຊາຄື: ອັງກິດ, ຄິດໄລ່ ແລະ ໄອຄິວ ຫຼື ອີຄິວ

ມື້ທີສອງຖ້າໃຜຜ່ານເສັງແບບຂຽນແລ້ວຈະໄດ້ເສັງຄອມພິວເຕີເຊິ່ງຈະແຍກເປັນ 5 ສ່ວນຄື: Control, Slalom, Orientation, Memory ແລະ Task Manager.

ມື້ທີສາມຖ້າໃຜຜ່ານຮອບຄອມພິວເຕີກະເຂົ້າຮອບສຸດທ້າຍກະຄືການສຳພາດ

ມະເລີຍເຂົ້າເລື່ອງເສັງກັນເລີຍ

ເທື່ອນີ້ມາໂຫດສຳລັບການຈັດວິທີການເສັງເອົາແບບວ່າຈິງຈັງກັນເລີຍລະເພິ່ນຈະແຍກອອກເປັນສອງກຸ່ມຄືແບ່ງອອກເປັນຄົນລະຟາກເລີຍສ່ວນຄົນທີມາເສັງໃນຮອບນີ້ມີຢູ່ 70 ຄົນແບ່ງເປັນຟາກລະເຄິ່ງໜຶ່ງ, ການຈັດວິທີນັ່ງແມ່ນຫ່າງກັນພໍສົມຄວນແລ້ວແຕ່ລະແຖວແມ່ນໃຫ້ຫົວຊື່ກັນເປະເລີຍບໍ່ມີທາງທີ່ຈະຖາມກັນໄດ້ເລີຍ, ແຕ່ລະຟາກແມ່ນຈະເສັງບໍ່ຄືກັນຄືວ່າຟາກໜຶ່ງເສັງອັງກິດ ແລະ ອີກຟາກເສັງຄິດໄລ່ ແຕ່ວ່າເສັງໄອຄິວນັ້ນແມ່ນເສັງພ້ອມກັນ.

ເວລາການເສັງແຕ່ລະວິຊາແມ່ນແບ່ງຕາມນີ້:

ເສັງອັງກິດ 50 ຂໍ້ 35 ນາທີ

ເສັງຄິດໄລ່ 40 ຂໍ້ 40 ນາທີ

ເສັງໄອຄິວ 70 ຂໍ້ 30 ນາທີ

ເບິ່ງຈາກຈຳນວນຄຳຖາມກັບເວລາທີໃຫ້ຖືວ່າໂຫດພໍສົມຄວນເຮັດໃຫ້ເຮົາບໍ່ມີເວລາຄິດຫຼາຍເລີຍ. ວິຊາອັງກິດ ແລະ ຄິດໄລ່ນັ້ນແມ່ນຈະຄ້າຍໆກັບເສັງໂຕຊຸດທຳອິດແຕ່ວ່າຍາກກ່ວາຫັ້ນຢ່າງເຫັນໄດ້ຊັດເພາະວ່າມັນຊັບຊ້ອນ ແລະ ສ່ວນຫຼາຍຈະເປັນເລກໂຈດຫຼາຍກ່ວາກວມເອົາປະມານ 90% ພຸ້ນລະ. ສ່ວນໂຕທີວ່າໜັກສຸດໆເລີຍກະຄືວ່າໂຕເສັງໄອຄິວນີ້ລະແມ່ງ 70 ຂໍ້ໃຫ້ໃຊ້ໄວລາແຕ່ 30 ນາທີ ມີແຕ່ເທບເທົ່ານັ້ນຕົວະທີ່ເຮັດໄດ້ນະໂອ້ພິລຶກຫຼາຍ ຮູບແບບຄຳຖາມກະຄືວ່າຈະມີຮູບມາໃຫ້ແລ້ວໃຫ້ເຮົາເລືອກຄຳຕອບທີ່ຖືກຕ້ອງໃສ່ແຕ່ວ່າຈະມີຄຳຕອບໃຫ້ເລືອກພຽງແຕ່ 3 ຕົວເທົ່ານັ້ນເຊິ່ງຕ່າງກັບອີກສອງວິຊາທີ່ເສັງມາແລ້ວນັ້ນມີ 5 ຄຳຕອບໃຫ້ເລືອກ. ຕົວຢ່າງຄຳຖາມກໍຈະມີຮູບມາໃຫ້ວ່າຖ້າເຟືອງໂຕນັ້ນໝຸນໄປທາງນັ້ນແລ້ວເຟືອງໂຕອື່ນເດ້ຈະໝຸນໄປທາງໄດ?, ເມື່ອເຮົາຢູ່ໃນອາວະກາດເຮົາຈະໃຊ້ຫຍັງສື່ສານກັນດີລະຫວ່າງໄຟສາຍກັບຮ້ອງ ຫຼື ຖືກໝົດທຸກຂໍ້, ຖ້າເຮົາຖືຂວານແລ້ວຖືແບບໃດເຮົາຈະຮັບນ້ຳໜັກຫຼາຍກ່ວາລະຫວ່າງຖືເອົາດ້າມຂວານເຂົ້າຫາໂຕເຮົາ ຫຼື ຫ່າງຈາກໂຕເຮົາ ຫຼື ເທົ່າກັນ, ເຮົາຈະແຍ່ງແວ່ນແບບໃດຈຶ່ງຈະໃຫ້ເຫັນໂຕເຮົາ. ເບິ່ງຄືວ່າງ່າຍໆເນາະແຕ່ວ່າໃຊ້ຄວາມຄິດພໍສົມຄວນເລີຍເຮົາຕ້ອງຄິດວ່າໃນກໍລະນີນີ້ໃນໂຕຈິງແລ້ວຈະເປັນແນວໃດຕ້ອງອາໄສມະໂນພາບ, ປະສົບການໂຕຈິງ ແລະ ຈິດໃຕ້ສຳນຶກເຮົາ ແບບວ່າຮູ້ສຶກໄດ້ເລີຍວ່າເສັງໂຕນີ້ຕ້ອງໄດ້ງັດຄວາມສາມາດຂອງສະໝອງເຮົາອອກມາຫຼາຍສົມຄວນເລີຍລະຈົນໂອເວີ້ຮີດກັນເລີຍຫະຫະ.ເສັງທັງສາມວິຊາແມ່ນເຮົາບໍ່ສາມາດເຮັດແລ້ວໃຫ້ທັນເວລາແຕ່ກະມົ້ວໄປເອົາ ອີກຢ່າງກະໄດ້ນັ່ງທາງຫຼັງໆຄືເກົ່າກະເລີຍໄດ້ປຽບຕໍ່ເວລາໄປອີກໜ້ອຍໜຶ່ງເພາະວ່າເພິ່ນເກັບຕັ້ງແຕ່ເທິງລົງມາ ແຕ່ວ່າຮູ້ສຶກໄດ້ເລີຍວ່າກຳມະການທີ່ເປັນຄົນຝັ່ຣງນັ້ນໂຫດອີ່ຫຼີ່ຖືຫຼັກສາກົນສຸດໆຖ້າເພິ່ນບບອກວ່າໝົດເວລາແລ້ວໃຫ້ວາງບິກຖ້າໃຜບໍ່ວາງແລ້ວຍັງເຮັດຕໍ່ຢູ່ຕອນທີ່ໃກ້ໆຈະເກັບເຈ້ຍເຮົາຫັ້ນນະບາງຄົນເພິ່ນເຕືອນບອກໃຫ້ເຊົາກະຍັງບໍ່ເຊົາເພິ່ນກະບໍ່ໄດ້ຍ່າງໄປເກັບເຈ້ຍເລີຍແຕ່ວ່າເພິ່ນຖາມຫາເລກອັນດັບທີຂອງຜູ້ສອບເສັງ. ເຮົາຄິດໃນໃຈລະວ່າແມ່ງບັກນັ້ນບໍ່ລອດແນ່ນອນລະແມ່ງເຮັດບໍ່ແລ້ວກະດີກ່ອນຖືກແບນແຫຼະໄປ້.

ຫຼັງຈາກເກັບເຈ້ຍເສັງໝົດແລ້ວເພິ່ນກະບອກວ່າມື້ອື່ນໃຫ້ມາຟັງຜົນເສັງນຳກັນເດີ້ 8 ໂມງ 30 ນາທີ ຖ້າໃຜຜ່ານລະເຂົ້າໄປເສັງຮອບຄອມພິວເຕີຕໍ່ເລີຍ. ເຮົາຄິດການເຮັດແບບນີ້ກະມີຂໍ້ດີຂໍ້ເສຍຄືກັນເພາະວ່າຖ້າຄົນເຂົາໄປແລ້ວບໍ່ຜ່ານກະເຮັດໃຫ້ເຂົາເສຍໃຈ ແລະ ທັງເສຍເວລາໄປພ້ອມກັນ ກູບໍ່ໄດ້ກະຍັງໃຫ້ກູມາເນາະສັສສ. ຂໍ້ດີກະຄືມາເພື່ອໃຫ້ເປັນທຳວ່າບໍ່ມີການຫຼິ້ນສອກຫຼິ້ນເສັ້ນຫຼັບຫຼັງໄດ້ໆແທ້ອີ່ຫຍັງປະມານນັ້ນ.

ຫຼັງຈາກເສັງແລ້ວໂອ້ຍຄືວ່າໜັກໝອງແທ້ເປັນອີກເທື່ອທີ່ຄິດວ່າຮອບນີ້ຈັ່ງໄດ໋ກະບໍ່ຜ່ານມົ້ວຫຼາຍຂໍ້ເຕີບກະເລີຍຄິດແບບນັ້ນ(ບໍ່ໃຫ້ກຳລັງໃຈໂຕເອງເລີຍ!) ເອີຈັ່ງໄດ້ມື້ອື່ນກະລອງໄປເບິ່ງບາງເທື່ອໄດ້ຕິດນຳເຂົາຫະຫະ.

ວັນທີ 18 ກຸມພາ 2014 ເສັງຄອມພິວເຕີ

ຮອດມື້ທີສອງຂອງການເສັງນັກບິນຊຸດສອງ ເລີ່ມມື້ທີສອງກະໄປຮອດພຸ້ນກະ 8 ໂມງ 30 ນາທີເປແຕ່ວ່າພໍແຕ່ຂຶ້ນໄປຊັ້ນທີ່ສີ່ຫ້ອງປະຊຸມໃຫຍ່ເຈົ້າເກົ່າຫັ້ນລະກະເຫັນຄົນຢ່າງອອກມາອ້າວເຮີ້ຍກູຍັງມາຊ້າອີກຢູ່ຫວານິ ກະດຽວວ່າບອກກູວ່າ 8 ໂມງ 30 ນາທີຕົວະກູຍັງຊ້າອີກຫວາ ຖາມໝວດເຂົາຢ່າງອອກມາພັດວ່າປະກາດຜົນລະເດ້ ອ້າວເຮີ້ຍແມ່ງບອກວ່າຈະປະກາດຕອນ 8 ໂມງ 30 ນາທີ ອ້າວຕົວະກູເສີຍ ເອົາແນ່ເອົານອນບໍ່ໄດ້ເວີ້ຍ. ແລ້ວເຮົາກະຖາມໝວດທີ່ຢ່າງອອກມາຈາກຫ້ອງນັ້ນວ່າມີເບີ 5 ບໍ່? ເພາະວ່າເຮົາຢູ່ອັນດັບທີ 5 ເຂົາກະຕອບກັບມາວ່າບໍ່ຮູ້ເດີ້ເຂົ້າໄປຖາມຂ້າງໃນເບິ່ງ. ພໍແຕ່ຢ່າງເຂົ້າໄປໃນຫ້ອງວ່າຊັ້ນເຫັນເຂົານັ່ງອ້ອມກັນຮຽບຮ້ອຍລະສຳລັບໝວດຜ່ານ ຄິດໃນໃຈອ້າວຊ່ວຍລະກູໆຊິໄປຖາມໃຜລະຄັນຖາມລະບໍ່ມີຊື່ກູກະໜ້າແຕກຕົວະຊັ້ນນະ ເລີຍລວມຄວາມກ້າເຂົ້າໄປຖາມກຳມະການຜູ້ທີເປັນຄົນລາວວ່າເຮົາມາຊ້າແລ້ວຢາກຖາມວ່າມີເບີ 5 ບໍ່? ລາວບອກວ່າອ້າວນີ້ຫວະເບີຫ້າຂ້ຽວເຂົ້າໄປລວມກັບກະເຈົ້າໄວແມ້…ໂຫ້ຄັນແນ່ບໍ່ໜ້າແຕກຫະຫະຜ່ານ! ເຂົ້າໄປສູ່ຮອບຄອມພິວເຕີຕໍ່ໄປ. ສ່ວນໃນຮອບເສັງຂຽນນັ້ນມີຄົນຜ່ານທັງໝົດ 17 ຄົນ ຫຼັງຈາກນັ້ນກະມີກຳມະການອີກຜູ້ໜຶ່ງທີ່ເປັນຄົນຝັ່ຣງມາແນະນຳວ່າການເສັງຄອມພິວເຕີນັ້ນຈະເສັງແບບໃດ? ເຊິ່ງເພິ່ນຈະແບ່ງນັກສອບເສັງອອກເປັນສອງກຸ່ມເສັງຕອນເຊົ້າກັບເສັງຕອນບ່າຍ ສ່ວນເຮົານັ້ນແມ່ນຖືກຕອນເຊົ້າມີທັງໝົດ 8 ຄົນທີ່ເສັງໃນສອງເຊົ້າ.

ໄດ້ຍິນແວວມາວ່າອຸປະກອນທີ່ເພິ່ນເອົາມານັ້ນແມ່ນເອົາມາແຕ່ຟັ່ຣງເລີຍຕັ້ງວ່າ 4 ລັງບັກໃຫຍ່ຟັງລະຄືວ່າເສັງໂຕນີ້ຕ້ອງໂຫດພິລຶກລະ. ພໍແຕ່ຫ້ອງໄປຫ້ອງຄອມທີ່ເພິ່ນກຽມໄວ້ແລ້ວນັ້ນຄັນຊິທຽບແລ້ວໃຫ້ເຮົາລອງໄປເບິ່ງຮ້ານເກມເອົາເນາະແບບນັ້ນເລີຍລະ, ມີຄອມທັງໝົດ 8 ໜ່ວຍເປັນໂນດບຸດຍີ່ຫໍ້ Dell Vostro ໜ້າຈໍ 15 ນິ້ວ ໃຊ້ລະບົບປະຕິບັດການວິນໂດ XP, ເທິງໜ້າໂຕະກໍຈະມີ Joystick ຂອງ Logitech EXTREME 3D PRO JOYSTICK ທາງລຸ່ມຕີນເຮົາຈະແມ່ນອຸປະກ່ອນອີກໂຕໜຶ່ງຈະເປັນບ່ອນໃຫ້ຕີນຢຽບໄປໜ້າກັບຫຼັງຄັນຈະທຽບແລ້ວປານຊິຂັບຍົນຈຳລອງອີ່ຫຍັງປະມານນັ້ນເລີຍລະ. ການເສັງຈະໃຊ້ເວລາທັງໝົ້ດ 90 ນາທີ ຈະມີ 5 ສ່ວນຄື: Control, Slalom, Orientation, Memory ແລະ Task Manager.

Control

ເລີ່ມດ້ວຍການຄວບຄຸມໂຕນີ້ມັນຈະມີໜ້າປັດຄືໜ້າປັດຄວາມໄວລົດມາໃຫ້ໆເຮົາຄວບຄຸມເຂັມໜ້າປັດນັ້ນໃຫ້ຢູ່ເຄິ່ງກາງຕະຫຼອດໂດຍໃຊ້ Joystick ທີ່ຢູ່ຂ້າງຂວາມືເຮົາແລ້ວແຕ່ຄົນທະນັດເພິ່ນຈະໃຫ້ເຮົາລອງເຮັດກ່ອນເທື່ອໜຶ່ງແລ້ວຈຶ່ງເຂົ້າໂໝດເສັງແທ້ ກ່ອນຈະເຂົ້າໂໝດເສັງແທ້ນັ້ນເພິ່ນບອກໃຫ້ທຸກຄົນເຮັດຈັ່ງໄດ໋ກະໄດ້ເຮັດໃຫ້ຕົນເອງນັ່ງໃຫ້ສະບາຍທີສຸດ ແລະ ຜ່ອນຄາຍ. ການເສັງນັ້ນຈະເສັງທັງໝົດ 3 ເທື່ອ, ວິທີການຄວາມຄຸມແມ່ນຫາກເຮົາຍູ້ Joystick ເຮົາໄປຂ້າງໜ້າແມ່ນເຂັມນັ້ນຈະເລື່ອນຂຶ້ນໄປເທິງຫາກຍູ້ກັບມາທາງໂຕເຮົາມັນຈະລົງລຸ່ມ ບ່ອນທີວ່າມັນຕ່າງຈາກໜ້າປັດລົດກະຄືວ່າມັນຈະຢູ່ມຸມ 90 ອົງສາບໍ່ແມ່ນ 180 ອົງສາເຮົາຕ້ອງທຳຄວາມເຂົ້າໃຈຕື່ມເລັກນ້ອຍໃຫ້ສະໝອງເຮົາ rotate ໜ້າປັດໃຫ້ເປັນມູມ 180 ອົງສາໃຫ້ໄດ້. ການໃຫ້ຄະແນນນັ້ນແມ່ນເພິ່ນບອກວ່າເທື່ອສຸດທ້າຍແມ່ນສຳຄັນທີສຸດ. ຫຼັງຈາກເຮົາຄວບຄຸມດ້ວຍມືແລ້ວກະຍ້າຍມາຄວາມຄຸມດ້ວຍຕີນ, ລັກສະນະອຸປະກອນຈະເປັນການໃຊ້ຕີນຍູ້ໂດຍໃຊ້ທັງສອງຕີນເຊິ່ງວ່າຫາກເຮົາເອົາຕີນຊ້າຍຍູ້ໄປຂ້າງໜ້າແລ້ວຕີນຂວາເຮົາຈະຍູ້ກັບມາຂ້າງທາງໂຕເຮົາເຊິ່ງວ່າທັງສອງຕີນນັ້ນຕ້ອງປະສານກັນເຮົາຈະປ່ອຍໃຫ້ບັງຄັບຕີນດຽວບໍ່ໄດ້. ເຊັ່ນເຄີຍໃຫ້ເຮົາທົດລອງເທື່ອດຽວກ່ອນເສັງແທ້ ແລະ ເສັງທັງໝົດສາມເທື່ອ. ຫຼັງຈາກບັງຄັບຕີນແລ້ວບາດນີ້ໃຫ້ເຮົາບັງຄັບທັງສອງອັນພ້ອມກັນໃຫ້ເຂັມມັນຢູ່ທາງກາງໃຫ້ໄດ້. ແມ່ງເອີ້ຍມັນຄືມາຍາກພິລຶກແທ້ບັງຄັບອັນດຽວຍັງສິບໍ່ໄດ້ລະ ຕາຕ້ອງຈ້ອງເບິ່ງທັງສອງໜ້າປັດເລີຍນ້າ ພໍແຕ່ເຮັດໂຕໃດໂຕໜຶ່ງໄດ້ລະອີກໂຕສຳພັດບໍ່ໄດ້ມັນຢາກບ່ອນນີ້ລະ. ຕາມເຄີຍໃຫ້ທົດລອງກ່ອນເທື່ອໜຶ່ງແລ້ວຕາມດ້ວຍເສັງ 3 ເທື່ອ ຈື່ໄວ້ວ່າເທື່ອທີ 3 ສຳຄັນທີສຸກ ແລະ ຖ້າຫາກວ່າເຮົາບັງຄັບໃຫ້ທັງມື ແລະ ຕີນນັ້ນເຂັມມັນຢູ່ເຄິ່ງກາງທັງສອງແມ່ນຈະໄດ້ຄະແນນຫຼາຍ. ໃນແຕ່ລະເທື່ອນັ້ນເຮົາຈະບັງຄັບເຂັມໄດ້ຍາກຂຶ້ນຕາມແຕ່ລະເທື່ອນຳອີກ.

Slalom

ໂຕນີ້ແມ່ນຈະເປັນການຄວບຄຸມເຊັ່ນກັນແຕ່ຈະເປັນແບບວ່າໃຫ້ເຮົາຄວບຄຸມຍົນທີ່ກຳລັງໄປຂ້າງໜ້ານັ້ນບໍ່ໃຫ້ຕຳຂອບທຸງທັງສອງຂ້າງ. ໃຫ້ລອງກ່ອນ ແລ້ວຕາມດ້ວຍເສັງ 3 ເທື່ອ. ສ່ວນໂຕນີ້ແມ່ນ Joystick ມັນ sensitive ຫຼາຍເຮົາຈະຫັກໄປຟາກໃດຟາກໜຶ່ງແບບແຮງໆບໍ່ໄດ້ ເຮົາຈະຕ້ອງຄ່ອຍໆບັງຄັບເອົາ ແລະ ຊ່ອງຫວ່າງລະຫວ່າງຍົນກັບທຸງແຕ່ລະຂ້າງນັ້ນແມ່ນໜ້ອຍດຽງໜຶ່ງ.

Orientation

ໂຕນີ້ແມ່ນຈະເປັນການໃຫ້ເຮົາບອກທິດທາງໂດຍອີງໃສ່ 3 ປັດໃຈຫຼັກທີ່ເພິ່ນໃຫ້ມາຄື: ເຂັມທິດ, ຣາດາບອກທິດສະນາມບິນ ແລະ ໜ້າປັດບອກທິດທາງປີກຂອງຍົນ. ໂດຍໃຫ້ເຮົາເບິ່ງສາມປັດໃຈນີ້ແລ້ວມັນຈະມີຍົນມາໃຫ້ 4 ລຳຢູ່ໃນແຜນທີ່ ແລະ ມີ ສະໜາມບິນຢູ່ທາງກາງແລ້ວໃຫ້ເຮົາບອກວ່າຍົນລຳໃດທີ່ຖືກກັບ 3 ປັດໃຈດັ່ງກ່າວນັ້ນ. ກຳນົດເວລາໃຫ້ 10 ນາທີ ແລະ ບໍ່ກຳນົດວ່າມີຈັກອັນເຮັດໃຫ້ຫຼາຍເທົ່າທີຈະຫຼາຍໄດ້ກຳມະການເສັງບອກວ່າຖ້າເຮົາບໍ່ໄດ້ແມ່ນຂຽນຄຳຕອບມົ້ວໂລດ ມົ້ວກ່ອນໄດ້ປຽບຫະຫະ. ໂຕນີ້ຄວາມຍາກມັນຈະຢູ່ບ່ອນວ່າເຮົາຈະຕ້ອງຄຳນວນຫຼາຍໆປັດໃຈເຂົ້າກັນຄັນເຮົາຈະຍຶດເອົາປັດໃຈໃດປັດໃຈໜຶ່ງເປັນສິ່ງຕາຍໂຕບໍ່ໄດ້ເພາະວ່າ ມັນຈະມີຍົນທີຄ້າຍກັບໃຈທີເຮົາກຳນົດແບບຕາຍໂຕໄວ້ນຳ ສະນັ້ນ ກ່ວາເຮົາຈະຮູ້ວ່າຍົນລຳໄດນັ້ນຢາກວ່າໃຊ້ເວລາພໍສົມຄວນ, ບາງໂຕກະເບິ່ງອອກໄດ້ເລີຍ ແລະ ບາງໂຕກະຕ້ອງໄດ້ເດົາໆອອກຕາມສຳພັດທີຫົກຂອງເຮົາ.

Memory

ທົດສອບຄວາມຈຳຂອງເຮົາໂດຍມັນຈະມີໜ້າປັດຄືກັບໜ້າປັດທີ່ຢຸ່ໃນຍົນເລີຍເຊິ່ງວ່າໃນນັ້ນຈະປະກອບມີຄ່າຄວາມສູງ, ອົງສາຂອງຍົນ, ຄວາມໄວ ແລະ ຄື້ນວິທະຍຸ. ໂດຍມັນຈະສະແດງຄ່າຂອງແຕ່ລະໂຕເປັນເວລາ 10 ວິນາທີແລ້ວໃຫ້ເຮົາພິມຄ່າໂຕນັ້ນໃສ່. ເຮັດຫຼາຍກ່ອນແມ່ນໄດ້ປຽບກ່ອນ. ໃຫ້ເວລາຢູ່ 10 ນາທີ.

Task Manager

ໂຕນີ້ແມ່ນຈະທົດສອບຄວາມໄວການຕອບສະໜອງກັບຄຳສັ່ງ ຫຼື ຈະເປັນການເຮັດຫຼາຍວຽກພ້ອມກັນກໍໄດ້(Multi Tasking) ເຮົາຈະຕ້ອງເຮັດສອງຢ່າງພ້ອມກັນຄືຕາເບິ່ງມືພີມ. ມັນຈະມີໜ້າຕ່າງທັງໝົ້ດ 4 ໜ້າຕ່າງສອງໜ້າຕ່າງທາງເທິງຈະແມ່ນໜ້າຈໍສີດຳແບ່ງໄດ້ເປັນ 3×3 ຕາມຕົວເລກຢູ່ຄີບອດວິທີການເຮັດວຽກຂອງມັນກະຄືຖ້າມີແສງໄຟຂຶ້ນຢູ່ບ່ອນໃດໃຫ້ເຮົາກົດໂຕເລກທີ່ຕົງກັບຕຳແໜ່ງຂອງໄຟໂຕນັ້ນ ແລະ ໄຟດັ່ງກ່າວຂອງຈະດັບ ຖ້າຫາກວ່າໄຟນັ້ນຂຶ້ນແຕ່ເຮົາບໍ່ກົດເພື່ອດັບມມັນໆກຳຈະດັບໄປເອງ ແລະ ເຮົາກໍຈະເສຍຄະແນນໄປເພາະວ່າເຮົາລະເລີຍການແຈ້ງເຕືອນນັ້ນ. ພ້ອມກັນນັ້ນຕາເຮົາຍັງຈະຕ້ອງມາເບິ່ງໂຕເລກທີ່ໃຫ້ມາມັນຈະມີຄວາມສູງ, ຄວາມໄວ, ອົງສາຂອງປີກ. ແລ້ວໃຫ້ເຮົາເລື່ອນອັກສອນຂຶ້ນ, ລົງ, ຊ້າຍ, ຂວາ, ບວກ, ລົບເພື່ອປັບຕົວເລກເມື່ອຖືກຕ້ອງແລ້ວໃຫ້ເຮົາກົດຕົກລົງ. ມີເວລາໃຫ້ 10 ນາທີ.

ສະຫຼຸບຄວາມເຫັນຈາກການເສັງຮອບຄອມພິວເຕີນີ້ຮູ້ສຶກວ່າຍາກພໍສົມຄວນເພາະເຮົາຕ້ອງໃຊ້ໄຫວພິກໃນການຮຽນຮູ້ສິ່ງໃໝ່ໆໃຫ້ໄວຖ້າບໍ່ດັ່ງນັ້ນເຮົາຈະບໍ່ໄດ້, ອີງຕາມການຮຽນຮູ້ໄວຂອງເຮົານຳອີກ ຖືວ່າເປັນສ່ວນໜຶ່ງຂອງຄຸນສົມບັດໃນການເປັນນັກບິນເລີຍລະເຮົາຄິດວ່າ.

ຫຼັງຈາກເສັງແລ້ວຮູ້ສຶກວ່າຕົນເອງຍັງເຮັດບໍ່ໄດ້ດີເລື່ອງການຄວບຄຸມເລີຍຍັງບໍ່ລຶ້ງ Joystick ເທື່ອມັນ sensitive ພໍສົມຄວນເລີຍຊິຫັກບາດດຽວເລີຍບໍ່ໄດ້ຕ້ອງເຮັດຄ່ອຍໆເປັນເອົາ ເຊິ່ງວ່າໃນຕອນເສັງນັ້ນກຳມະການກະຍັງບອກວ່າ smoothly my boy, I want all of you be pilot ຫະຫະ ເຮົາລະບໍ່ smooth ເລີຍ. ຄິດວ່າຕົນເອງມາເກັບແຕ້ມໄດ້ຈາກໂຕ Memory ໄດ້ຫຼາຍກ່ວາ. ສ່ວນໂຕ Orientation ກະບໍ່ນ້ອຍໜ້າເລື່ອງຄວາມຍາກແຕ່ເຮົາຈະຕ້ອງສັງເກດເບິ່ງທິດ, ກັບຣາດາຂອງສະໜາມໄວ້ໃຫ້ດີ ແລະ ຄຳນວນເບິ່ງວ່າສະໜາມບິນຈະຕ້ອງຢູ່ບ່ອນໃດ. ໂຕ Task Manager ກະຍາກພໍສົມຄວນເພື່ອທົດສອບການຄວາມສາມາດຂອງເຮົາໃນການເຮັດຫຼາຍໆສິ່ງພ້ອມກັນວ່າເຮົາເຮັດໄດ້ດີສ່ຳໄດ໋ສະໝອງຄິດ ຕາເບິ່ງ ມືພິມ.

ຫຼັງຈາກເສັງແລ້ວໝແມ່ນໃຫ້ກັບບ້ານເລີຍແລ້ວມື້ອື່ນໃຫ້ມາຟັງຜົນເສັງຄືເກົ່າ. ສ່ວນໂປແກມທີ່ນຳມາເສັງນັ້ນຕາມການອ່ານລາຍລະອຽດຂອງໂປແກມແມ່ນໂປແກມສຳລັບຄັດເລືອກເອົານັກບິນແທ້ໆເລີຍໂດຍໂປແກມດັ່ງກ່າວແມ່ນຫຼາຍໆບໍລິສັດໃຊ້ກັນເພື່ອເຟັ້ນຫານັກບິນຂອງຕົນຊື່ໂປແກມຈື່ບໍ່ໄດ້ລະ. ກຳມະການເສັງບອກວ່າເພິ່ນຈະສົ່ງຂໍ້ມູນໄປປະມວນຜົນຢູ່ຟັ່ຣງພຸ້ນຟັງຄືວ່າອິນເຕີຂະໜາດແລ້ວຜູ້ທີ່ຈະຜ່ານນັ້ນແມ່ນຈະຕ້ອງໄດ້ຄະແນນຜ່ານເກນຄະແນນຕ່ຳສຸດເທົ່ານັ້ນໆສະແດງວ່າບໍ່ຈຳກັດວ່າຈະຕ້ອງຜ່ານຈັກຄົນມີແຕ່ວ່າເຮົາຊິເຮັດໄດ້ຜ່ານເກນມາດຕະຖານຂອງເຂົາບໍ່ເທົ່ານັ້ນ.

ວັນທີ 18 ມີນາ 2014 ຮອບສຳພາດ

ມີບົດຮຽນແນ່ແລ້ວວ່າຕ້ອງມາໄວ ແລະ ຄືເກົ່າບໍ່ມີການກະກຽມຫຍັງເລີຍສຳລັບສຳພາດເພາະຄິດວ່າຕົນເອງຕ້ອງບໍ່ຜ່ານເພາະວ່າຍັງເຮັດບໍ່ດີໃນໂຕ Control ຢູ່. ມື້ນີ້ໄປໄວເຕີບຮອດພຸ້ນປະມານ 8 ໂມງແຕ່ຍັງບໍ່ເຫັນໜ້າກຳມະການເສັງເທື່ອໃນຫ້ອງພໍໄປຮອດກະເຫັນຄົນມາເຕັມລະ ຈັ່ງແມ່ນເຂົາມາໄວເນາະ, ພໍຮອດ 8 ໂມງ 30 ນາທີ ກຳມາການເສັງກະຍ່າງເຂົ້າມາ ເທົ່ານັ້ນລະສຽງຫົວໃຈເຕັ້ນຈົນຮູ້ສຶກໄດ້ເລີຍວ່າສິຜ່ານບໍ່ຫວະ, ພໍແຕ່ມາຮອດນ້າເປີດຄອມໃສ່ເລີຍ ແລະ ປະກາດຜົນເລີຍແບບບໍ່ລໍຊ້າ. ການປະກາດຜົນແມ່ນລຽນຕາມແນດັບເລີຍຖ້າກາຍອັນດັບໃຜລະແມ່ນຕົກລະຜູ້ນັ້ນນະ. ເລີ່ມປະກາດເມື່ອໄດ້ຍິນສຽງເບີ 5 ແລ້ວຮູ້ສຶກໃນໃຈຢາກເຕັ້ນໃນຫ້ອງເລີຍລະຜ່ານ! ແມ່ງຜ່ານໄດ້ຈັ່ງໄດ໋ຟຸກຊັດໆເລີຍ ມີຄົນຜ່ານຮອບນີ້ທັງໝົດ 6 ຄົນ ຈາກ 16 ຄົນ.

ຮອບສຳພາດແມ່ນໃຫ້ເຂົ້າໄປເທື່ອລະຄົນໂດຍໃຊ້ເວລາຄົນລະ 25 ນາທີ. ເອີມບອກເລີຍວ່າຮີບຟ້າວຄົ້ນຫາຂໍ້ມູນໃຫ້ໄວເລີຍຫະຫະຫັ້ນລະບໍ່ກຽມມານະ. ການສຳພາດກໍ່ຈະມີກຳມະການທັງສອງຄົນສຳພາດໂດຍແຕ່ລະຄົນຜັດກັນຖາມສ່ວນເນື້ອໃນກໍຈະຖາມກ່ຽວກັບເລື່ອງສ່ວນໂຕຂອງເຮົາ, ເລື່ອງສາຍການບິນລາວ ແລະ ເລື່ອງ ENAC.