ແນະ​ນຳພາ​ສາ​ຄອມ​ພິວ​ເຕີສຳ​ລັບ​ຜູ່​ເລີ່ມ​ຕົ້ນ

ແນະ​ນຳພາ​ສາ​ຄອມ​ພິວ​ເຕີສຳ​ລັບ​ຜູ່​ເລີ່ມ​ຕົ້ນ

 

ສຳລັບຜູ່ທີ່ສົນໃຈການຂຽນໂປຣແກຣມສຳລັບຜູ່ເລີ່ມຕົ້ນແມ່ນຍາກຫຼາຍວ່າເຮົາຈະຮຽນພາສາຫຍັງດີ ເພາະມີຫຼາຍພາສາອີ່ຫຼີ່ຕົວຢ່າງ: ພາສາ C, Python, JAVA, HTML ແລະ ອື່ນໆ. ບາງທ່ານກໍອາດຈະສັບສົນວ່າຈະເລີ່ມຮຽນພາສາໃດດີ. ຖ້າຍັງຄິດບໍ່ອອກຢູ່ໃຫ້ທ່ານອ່ານຄຳແນະນຳຂ້າງລຸ່ມເພື່ອເປັນອີກທາງໜຶ່ງໃນການຊ່ວຍໃນຕັດສິນໃຈວ່າທ່ານຈະເລີ່ມຈາກພາສາໃດກ່ອນ.

ເລີ່ມຕົ້ນດ້ວຍພາສາຄອມພິວເຕີ “ລາກ-ວາງ”

ກ່ອນທ່ານຈະເລີ່ມສຶກສາພາສາໃດໜຶ່ງໃຫ້ທ່ານເລີ່ມຕົ້ນດ້ວຍການຮຽນຮູ້ພາສາຄອມພິວເຕີແບບ “ລາກ-ວາງ” ກ່ອນເພື່ອທີ່ທ່ານຈະໄດ້ເຂົ້າໃຈບັນຫາໃນທາງທີ່ເຫັນພາບໄດ້ ແລະ ເຂົ້າໃຈການເຮັດວຽກຂອງພາສາພື້ນຖານໂດຍບໍ່ຈຳເປັນຕ້ອງເບິ່ງແຕ່ໂຕອັກສອນ. ທ່ານສາມາດເຂົ້າໄປລອງໄດ້ທີ່  MIT ScratchCode.org’s Code Studio, ແລະ Google Blocky.

ພາສາ Python ເປັນພາສາທີ່ງ່າຍທີສຸດສຳລັບຜູ່ເລີ່ມຕົ້ນ

ພາສາ Python ຖືວ່າເປັນພາສາທີ່ງ່າຍສຳລັບຜູ່ເລີ່ມຕົ້ນສຶກສາເນື່ອງຈາກວ່າ syntax ຂອງພາສາບໍ່ມີຄວາມສັບສົນ, ເຂົ້າໃຈງ່າຍຕໍ່ຜູ່ໃຊ້.

ພາສາ JavaScript ເປັນພາສາທີ່ມີປະໂຫຍດທີ່ສຸດສຳລັບນັກພັດທະນາ

ພາສາ JavaScript ນັ້ນບໍ່ງ່າຍຄືກັບພາສາ Python ແລະ ມັນຍັງຖືກໃຊ້ໃນຫຼາຍໆລະບົບປະຕິບັດການເຊັ່ນ: Mac, Windows, iOS ແລະ  Android ເປັນຕົ້ນ. ນອກນັ້ນ, ມັນຍັງຖືກໃຊ້ໃນໂປຣແກຣມທີ່ເຮົາໃຊ້ທ່ອງເວັບ ຫຼື ອຸປະກອນໃໝ່ໆເຊັ່ນໂມງອັດສະລິຍະ(smartwatch).

ຖ້າໄດ້ພາສາ JavaScript ແລ້ວລອງຮຽນພາສາ Ruby

ຖ້າວ່າທ່ານໄດ້ພາສາ JavaScript ແລ້ວກໍລອງຮຽນພາສາ Ruby ເບິ່ງເພື່ອທີ່ທ່ານຈະສາມາດສ້າງ Web app ໄດ້ ເຊິ່ງວ່າພາສາ Ruby ໂຄງສ້າງພາສາແມ່ນຄ້າຍຄືກັບພາສາ Python. ສະນັ້ນ, ມັນກໍງ່າຍແນ່ຖ້າທ່ານມີພື້ນຖານພາສາ Python ມາແລ້ວ.

ແຖມທ້າຍດ້ວຍຂໍ້ມູນເລັກໆນ້ອຍສຳລັບຮຽນເຈາະຈົງ

  • ຖ້າຢາກສ້າງເວັບໄຊໃຫ້ສຶກສາພາສາ HTML ແລະ CSS.
  • ຖ້າຢາກສ້າງເກມ ຫຼື ແອ໋ບໃຫ້ສຶກສາພາສາ JavaScript.
  • ຖ້າຢາກເຮັດກ່ຽວກັບຂໍ້ມູນ ຫຼື ສຳຫຼວດຖານຂໍ້ມູນໃຫ້ສຶກສາພາສາ Ruby ແລະ Python.

ຂອບໃຈທີມາ businessinsider