ຂັ້ນ​ຕອນ​ຕ່າງໆ​ໃນ​ການ​ແຂ່ງ​ຂັນ Google Online Marketing Challenge

ເຮົາ​ຈະ​ມາ​ເບິ່ງ​ກັນ​ວ່າ​ໃນ​ການ​ແຂ່ງ​ຂັນ Google Online Marketing Challenge ນີ້​ມີ​ຂັ້ນ​ຕອນ​ການ​ແຂ່ງ​ຂັນ​ດຳ​ເນີນ​ໄປ​ເປັນ​ແນວ​ໃດ?

ຂັ້ນ​ຕອນທີ 1: ລົງ​ທະ​ບຽນ​ເຂົ້າ​ຮ່ວມ​ການ​ແຂ່ງ​ຂັນ. ກ່ອນ​ອື່ນ​ໝົດ​ຈະ​ຕ້ອງ​ໄດ້​ໃຫ້​ອາ​ຈານ​ທີ​ປຶກ​ສາ​ຂອງ​​ທີມ​ຈະ​ຕ້ອງ​ໄດ້​ລົງ​ທະບຽນ​ເຂົ້າ​ຮ່ວມ​ການ​ແຂ່ງ​ຂັນ ແລະ ໄດ້​ຖືກຍອມ​ຮັບ​ການ​ທາງ Google ກ່ອນ. ນັກ​ສຶກ​ສາ​ຈະ​ຕ້ອງ​ໄດ້​ກຽມ​ທີມ​ໂຕ​ເອງ ໂດຍ​ແຕ່​ລະ​ທີມ​ຈະ​ມີ​ຕັ້ງ​ແຕ່  3 ຫາ 6 ຄົນ ລວ​ມ​ທັງ​ຜູ້​ນຳ​ທີມ(Team Captain). ຫຼັງ​ຈາກນັ້ນ​ຜູ້​ນຳ​ທີມ​ຈຶ່ງ​ຈະ​ໄດ້​ລົງ​ທະ​ບຽນ​ເຂົ້າ​ຮ່ວມ​ການ​ແຂ່ງ​ຂັນ​ໂດຍ​ຈະ​ຕ້ອງ​ໄດ້​ລົງ​ທະ​ບຽນ​ພາຍ​ໃຕ້​ອາ​ຈານ​ທີ​ປຶກ​ສາ​ຂອງທີມ​ທີ​ຖືກຍອມ​ຮັບ​ແລ້ວ​ເທົ່າ​ນັ້ນ.

ຂັ້ນ​ຕອນ​ທີ 2: ເຂົ້າ​ນຳ​ໃຊ້​ໜ້າ​ຄວາມ​ຄຸມ(Dashboard). ເມື່ອ​ສຳ​ເລັດ​ຂັ້ນ​ຕອນ​ທີ 1 ແລ້ວ, ຜູ້​ນຳ​ທີມ​ກໍ​ຈະ​ສາ​ມາດ​ເຂົ້າ​ໜ້າ​ຄວບ​ຄຸມ​ໄດ້. ຜູ້​ນຳ​ທີມ​ສາ​ມາດ​ເພີ່ມ​ຂໍ້​ມູ​ນ​ທີ​ຕ້ອງ​ການ​ລົງ​ໄປ​ໃນ​ໜ້າ​ຄວບ​ຄຸມ ແລ້ວ​ຈາກນັ້ນ​ກໍ​ຈະ​ໄດ້​ລະ​ບຸ​ຄູ່​ຮ່ວມ​ການ​ແຂ່ງ​ຂັນ ກໍ​ຄື​ບໍ​ລິ​ສັດ ຫຼື ອົງ​ການບໍ່​ສະ​ແຫວງ​ຫາ​ຜົນ​ກຳ​ໄລ.

ຂັ້ນ​ຕອນ​ທີ 3: ເລືອກ​ທຸ​ລະ​ກິດ. ແຕ່​ລະ​ທີມ​ຕ້ອງ​ລະ​ບຸ​ທຸ​ລະ​ກິດ ຫຼື ອົງ​ການບໍ່​ສະ​ແຫວງ​ຫາ​ຜົນ​ກຳ​ໄລ​ທີ່​ເປັນ​ຄູ່​ຮ່ວມ​ການ​ແຂ່ງ​ຂັນ​ນຳ.

ຂັ້ນ​ຕອນ​ທີ 4: ຮຽນ​ຮູ້​ກ່ຽວ​ກັບ AdWords ແລະ ຄູ່​ຮ່ວມ​ການ​ແຂ່ງ​ຂັນ. ເຮົາ​ແນະ​ນຳ​ໃຫ້​ໄປ​ສຶກ​ສາ​ກ່ຽວ​ກັບຜະ​ລິດ​ຕະ​ພັນ AdWords ໃຫ້​ເຂົ້າ​ໃຈ​ດີ​ກ່ອນ​ໂດຍ​ຈະ​ມີ​ຫ້ອງ​ສອນ​ອອນ​ລາຍ​ຢູ່​ໃນ​ເວັບ​ໄຊ​ການ​ແຂ່ງ​ຂັນ​ຢູ່​ແລ້ວ. ນອກນັ້ນ, ທຸກໆ​ນັກ​ສຶກ​ສາ​ໃນ​ທີມ​ຈະ​ຕ້ອງ​ໄດ້​ມີ​ການ​ພົບ​ປະ​ກັບ​ຄູ່​ຮ່ວມ​ມື​ການ​ແຂ່ງ​ຂັນ ຫຼື ອົງ​ການບໍ່​ສະ​ແຫວງ​ຫາ​ຜົນ​ກຳ​ໄລ ເພື່ອ​ປຶກ​ສາ​ຫາ​ລື​ຫາກ່ຽວ​ກັບ ເປົ້າ​ໝາຍ​ຂອງ​ພວກ​ເຂົາ ແລະ ຄົ້ນ​ຄິດ​ຈຸດ​ແຂງ​ຂອງ​ການ​ໂຄ​ສະ​ນາ​ອອນ​ລາຍ​ຂອງ​ພວກ​ເຂົາ. ຈຸດ​ແຂງ​ໃນ​ການ​ເຮັດ​ໂຄ​ສະ​ນາ​ອອນ​ລາຍນີ້​ຈະ​ຕ້ອງ​ໄດ້​ຖືກ​ຮ່າງ ຫຼື ຂຽນ​ໄວ້​ໃນ​ບົດ​ລາຍ​ງານກ່ອນການ​ແຂ່ງ​ຂັນ.

ຂັ້ນ​ຕອນ​ທີ 5: ສົ່ງ​ບົ​ດ​ລາຍ​ງານ​ກ່ອນ​ການ​ແຂ່ງ​ຂັນ ແລະ ຮ້ອງ​ຂໍ​ເງິນ​ທຶນ. ເຮົາ​ຕ້ອງ​ເຂົ້າ​ໃຈ​ວ່າຫຼັງ​ຈາກ​ທີ​ເຮົາ​ຂໍ​ເງິນ​ທຶນ​ແລ້ວ, ເຮົາ​ຈະ​ບໍ່​ສາ​ມາດ​​ສົ່ງ​ບົດ​ລາຍ​ງານ​ກ່ອນ​ການ​ແຂ່ງ​ຂັນ​ໄດ້​ອີກ. ເຮົາ​ຈະ​ໄດ້​ເງິນ​ທຶນ​ບໍ່​ເກີນ 5 ວັນຫຼັງ​ຈາກ​ທີ​ເຮົາ​ສົ່ງ​ຄຳ​ຮ້ອງ​ຂໍ​ໄປ.

ຂັ້ນ​ຕອນ​ທີ 6: ເລີ່ມ​ປະ​ຕິ​ບັດ. ເມື່ອ​ທີມ​ນັກ​ສຶກ​ສາ​ໄດ້​ຮັບ​ເງິນ​ແລ້ວ, ນັກ​ສຶກ​ສາ​ສາ​ມາດ​ເລີ່ມ​ການ​ໂຄ​ສະ​ນາ​ໄດ້​ໂດຍ​ໃຊ້​ເວ​ລາ​ໃນ​ການ​ປະ​ຕິ​ບັດ​ໄດ້​ສູງ​ສຸດ​ເຖິງ 21 ວັນ. ການ​ໂຄ​ສະ​ນາ​ຈະ​ຕ້ອງ​ຢູ່​ຢ່າງ​ໜ້ອຍ 7 ວັນ ຫຼື ຮອດ 21 ວັນ ແລະ ໃຊ້​ເງິນ​ໃຫ້​ຢູ່​ໃນ​ວົງ​ເງິນ​ທີ​ກຳ​ນົດ​ຄື 250 ໂດ​ລາ. ຖ້າ​ຫາກວ່າ​ໃຊ້​ເກີນ​ຫຼາຍ​ກ່​ວາ​ງົບ​ກໍ​ຈະ​ຖືກ​ຕັດ​ສິດ​ທັນ​ທີ(ຫາກ​ກາຍ​ 2-3 cents ແມ່ນຍອມ​ຮັບ​ໄດ້).

ຂັ້ນ​ຕອນ​ທີ 7: ຂຽນ ແລະ ສົ່ງບົດ​ລາຍ​ງານ​ທ້າຍ​ການ​ແຂ່ງ​ຂັນ.

ຂັ້ນ​ຕອນ​ທີ 8: ລໍ​ຖ້າ​ຟັງ​ຜົນ.