ຣີ​ວິວ​ຂະ​ໜົມ Twinkies ກັບ Tokyo Banana

ຣີ​ວິວ​ຂະ​ໜົມ Twinkies ກັບ Tokyo Banana

ບັງ​ເອີນ​ວ່າ​ໄດ້​ຂະ​ໜົມ​ດັງ​ຈາກ​ຝັ່ງ​ອາ​ເມ​ລິ​ກາ Twinkies ແລະ ຂະ​ໜົມ​ດັງ​ຈາກ​ຝ​ັ່ງ​ຍີ່​ປຸ່ນ Tokyo Banana ມາ​ຊິມດຽວ​ເຮົາ​ຈະ​ມາ​ເບິ່ງ​ກັນ​ວ່າ​ຂະ​ໜົມ​ສອງ​ຢ່​າງນີ້​ແຕກ​ຕ່າງ​ກັນ​ບ່ອນ​ໃດ ໂຕ​ໃດ​ຈະ​ແຊບກ່ອນ​ກັນ.

ຂະ​ໜົມ Twinkies ຊື່ນີ້​ໃຜໆ​ກະ​ຄຸ້ນ​ກັນ​ດີ ເພາະ​ມັນ​ເປັນ​ຂະ​ໜົມ​ເຄັກ​ສອດ​ໄສ້​ຄ​ຣີມ​ຈາກ​ປະ​ເທດ​ອາ​ເມ​ລິ​ກາ ທີ່​ເຫັນຫຼາຍໆ​ໜັງ​ເອົາ​ມາ​ເຂົ້າ​ກອບ​ສາກ​ເດັ່ນໆ​ກໍ​ຈະ​ເປັນ​ໜັງ Zombieland ນັກ​ສະ​ແດງ Woodyໍ Harrelson ຕ້ອງ​ຊອກ​ຫາ​ແບບ​ພິກ​ແຜ່ນ​ດິນ​ຊອກ Twinkies ມາ​ກິນ ແລະ ໜັງ Disturbia ຕອນ​ທີ່​ພະ​ເອກ​ກຳ​ລັງ​ເຊັງໆ​ບໍ່​ມີ​ຫຍັງ​ເຮັດ​ກະ​ເລີຍ​ເອົາ Twinkies ມາ​ຕໍ່ໆ​ກັນ. ຖື​ວ່າ​ເປັນ​ຂະ​ໜົມ​ທີ່​ໄດ້​ຍິນ​ຊື່ນີ້​ຂຶ້ນ​ມາ​ຕ້ອງ​ຄິດ​ຮອດ​ອາ​ເມ​ລິ​ກາ​ໂລດ.

ມາ​ຝັ່ງ​ຂະ​ໜົມ​ຍີ່​ປຸ່ນ Tokyo Banana ໃນ​ຄວາມ​ຄິ​ດ​ຂອງ​ເຮົາ​ຖື​ວ່າ​ເປັນ​ຂະ​ໜົມ​ເອ​ກະ​ລັກ​ຂອງ​ຍີ່​ປຸ່ນ​ໄປ​ແລ້ວ ເພາະ​ຄົນ​ທີ່​ໄປ​ຍີ່​ປຸ່ນ​ແລ້ວ​ໂດຍ​ສະ​ເພາະ​ຖ້າ​ໄປ​ໂຕ​ກຽວ​ແລ້ວບໍ່​ຊື້​ຂະ​ໜົມ​ນີ້​ມາ​ຝາກຖື​ວ່າ​ໄປ​ບໍ່​ຮອດ​ຍີ່​ປຸ່ນ​ກັນ​ເລີຍ. ມັນ​ອາດ​ຈະ​ເປັນ​ຍ້ອນ​ຊື່​ມັນ​ຕິ​ເບາະ​ທີ່​ວ່າ ໂຕ​ກຽວ ກະ​ເລີຍ​ເປັນ​ຂະ​ໜົມ​ຝາກຍອກ​ຮິດ​ເລີຍ​ເພາະ​ມີ​ຢູ່​ບ່ອນ​ດຽວ​ກະ​ຄື​ປະ​ເທດ​ຍີ່​ປຸ່ນ.

ດຽວ​ເຮົາ​ມາ​ເບິ່ງ​ກັນ​ເລີຍ​ວ່າ​ຂະ​ໜົມ​ຍອດ​ຮິດ​ຈາກ​ເມ​ກາ​ປະ​ທະ​ກັບ​ຂະ​ໜົມ​ຍອດ​ຮິ​ດ​ຈາກ​ຍີ່​ປຸ່ນ​ຈະ​ເປັນ​ແນວ​ໃດ

ເລີ່ມ​ຕົ້ນ​ດ້ວຍ​ກ໋ອງ​ກັນ​ກ່ອນ, ກ໋ອງ​ຂະ​ໜົມ Twinkies ຈະ​ເປັນ​ກ໋ອງ​ໜ້າ​ຕາ​ທຳ​ມາ​ດາໆ​ຄື​ກັບ​ຂະໜົມ​ທົ່ວ​ໄປນະ​ຕອນ​ຊື້​ຈະ​ມີ​ສອງ​ແບບສອງ​ຣົດ​ຊາດ​ຄື ຣົດ​ດັ້ງ​ເດີມ ກັບ ຣົດ​ຊອກ​ໂກ​ແລັດ, ກ໋ອງ​ໜຶ່ງ​ມີ​ທັງ​ໝົດ 10 ຫໍ່, ສຳ​ລັບ​ລາ​ຄາ​ແມ່ນ $4.70 ຖ້າ​ຕົກ​ເປັນ​ເງິນ​ກີບກໍ່​ປະ​ມານ 40,000 ກີບ.

 

ສ່ວນ Tokyo Banana ກ໋ອງ​ຖື​ວ່າ​ມີ​ລະ​ດັບ​ກວ່າ Twinkies ການ​ອອກ​ແບບ​ກະ​ລຽບໆ, ຫໍ່​ດ້ວຍ​ເຈ້ຍ​ອີກ​ຊັ້ນ​ໜຶ່ງ ຖື​ວ່າ​ອັດ​ທະ​ຣົດ​ໃນ​ການ​ແກະ​ກ໋ອງ Tokyo Banana ໄດ້​ໄປ​ເຕັມໆ. ​ວັດ​ສະ​ດຸ​ຫຸ້ມ​ຫໍ່​ກະ​ດີ​ກ່​ວາ, ແຕ່​ມາ​ເບິ່ງ​ຄ່າ​ເສຍ​ຫາຍ​ແລ້ວ​ແມ່ນຖືກ​ຢູ່ 1000 ເຢັນ ຕົກ​ເປັນ​ເງິນ​ລາວ​ແມ່ນ​ປະ​ມານ 73,000 ກີບ ແພງກວ່າ Twinkie ປະ​ມານ 80%. ຖື​ວ່າ​ເລືອດ​ອອກ​ປາກກັບ​ບາດ ເພາະ​ໃນ​ໜຶ່ງ​ກ໋ອງ​ມີ​ພຽງ​ແຕ່ 8 ຫໍ່​ເທົ່າ​ນັ້ນ.

ດຽວ​ເຮົາ​ຈະ​ມາ​ປຽບ​ທຽບ​ຫໍ່​ຂອງ​ຂະ​ໜົມ​ທັງ​ສອງ​ຢ່າງ​ກັນ, ດ້ານ​ຫຸ້ມ​ຫໍ່​ນັ້ນ Tokyo Banana ຈະ​ມີ​ອໍ​ຣາກວ່າ​ກະ​ຄື​ມີ​ຊອງ​ດູດ​ຄວາມ​ຊື້ນ​ຢູ່​ໃນ​ຫໍ່ ແລະ ຂະ​ໜົມ​ກະ​ມີ​ຖາດ​ຢາງ​ຮອງ​ໄວ້​ອີກ​ເຮັດ​ໃຫ້​ບໍ່​ເສຍ​ຮູບ​ຊົງ​ໝາກ​ກ້ວຍ​ທີ່​ເປັນ​ເອ​ກະ​ລັກ. ສ່ວນ​ດ້ານ​ຂະ​ໜົມ Twinkies ນັ້ນ​ຫໍ່​ຂະ​ໜົມ​ກະ​ທຳ​ມ​ະ​ດາ​ສາ​ມັນ​ໃນ​ຮູບ​ຈະ​ເຫັນ​ວ່າ​ມັນ​ລີບໆ​ແນ່​ໜ້ອຍ​ໜຶ່ງ​ຍ້ອນ​ການ​ບີບ​ອັດ​ຈາກ​ການ​ແພັກ​ເຄື່ອງ ແຫະໆແຕ່​ສະ​ພາບ​ໂຕ​ຈິງ​ແມ່ນ​ຄື​ກັບ​ຂ້າງ​ກ໋ອງ​ເລີຍ.

ປຽບ​ທຽບ​ຂະ​ໜາດ (ມູມ​ສູງ)

ເມື່ອ​ເຮົາ​ແບ່ງ​ເຄິ່ງ​ຂະ​ໜົມ​ອອກ​ມາ​ໄສ້​ຂ້າງ​ໃນ​ເຫັນ​ວ່າ​ປະ​ລິ​ມານ​ໄສ້ Tokyo Banana ຈະ​ໃຫ້​ມາຫຼາຍກວ່​າ​ໜ້ອຍ​ໜຶ່ງ ແລະ ໄສ້​ຈະ​ເປັນ​ແບບ​ໜຽວໆ​ນຸ້ມ​ລະ​ມຸ່ນ​ລິ້​ນ.

ສຳ​ລັບ​ຣົດ​ຊາດ​ຖື​ວ່າ​ເທ​ໄປ​ໃຫ້ Tokyo Banana ເລີຍ ຍ້ອນ​ແປ້ງ​ເຄັກ​ທີ່​ນຸ້ມ​ກວ່າ, ໄສ້​ທີ່​ລະ​ມຸ​ນ​ລິ້ນ, ໄດ້​ຣົດ​ຊາດ​ທີ່​ເຂັ້ມ​ຂຸ້ນ​ຂອງຄ​ຣີມ​ປະ​ກອບ​ກັບ​ກິ່ນ​ຫອມ​ຂອງ​ໝາກ​ກ້ວຍ ເຮັດ​ໃຫ້​ກັດ​ກິນ​ຄຳ​ໜຶ່ງ​ລະ​ຄື​ກັບ​ໄດ້​ກິນ​ກ້ວຍ​ແທ້ໆ​ເລີຍ. ເນື້ອ​ເຄັກ​ຈະ​ເປັ​ນ​ນຸ້ມໆ​ຂອງ​ກັບ​ຟອງ​ນ້ຳ​ນິ​ລະ. ສ່ວນ Twinkies ໄສ້​ຄ​ຣີມ​ຄື​ກັນ​ແຕ່​ຈະ​ເປັນ​ຄ​ຣີມ​ຄ້າຍໆ​ໄຂ່​ຂາວນິ​ລະ ຣົດ​ຊາດ​ຈະ​ຫວານ​ເຖິງ​ຫວານຫຼາຍ ສຳ​ລັບ​ຜູ່​ຂຽນ​ເອງ​ມັກ​ກິນຫຼາຍ​ຢູ່​ແລ້ວ ເມື່ອ​ໄດ້​ກິນ​ຣົດ​ຊາດ​ຖື​ວ່າ​ຫວານ​ພໍ​ສົມ​ຄວນ ແຕ່​ໃຫ້​ນ້ອງ​ຜູ່​ຂຽນ​ກິນ​ລະ​ບອກວ່າ​ມັນ​ຫວານ​ໂພດ ອີກ​ທັງ​ຄົນ​ເມ​ກາ​ທີ່​ຮູ້​ຈັກ​ເຂົາ​ກະ​ວ່າ​ມັນ​ຢາກວ່າຫວານຫຼາຍ. ສຳ​ລັບ​ແປ້ງ​ເຄັກ​ຂອງ Twinkies ເນື໊ອ​ມັນ​ແຫ້ງ​ເກີນ​ໄປ​ ເວ​ລາ​ກິນ​ເຂົ້າ​ໄປ​ແລ້ວ​ຕ້ອງ​ກິນ​ນ້ຳ​ລ່ອງ​ຄໍ​ນຳ ມັນ​ຄ້າຍ​ກິນ​ຂະ​ໜົມ​ໄຂ່​ກ້ອນ​ລະ​ພັນ ຕ່າງ​ແຕ່​ວ່າ​ຍັດ​ໄສ້​ຄີ​ຣມ​ໃສ່, ແປ້ງ​ພາຍນອກ​ຈັບ​ແລ້ວ​ມັນໆ​ມື​.

ແຖມ

ຖື​ວ່າ​ແຖມ​ຣີ​ວິວ​ຂະ​ໜົມ​ໃນ​ເຄື່ອ Tokyo Banana ອີກ​ຣົດ​ຊາດ​ໜຶ່ງ ຄື ຣົດ​ສະ​ຕໍ​ເບີ​ຣີ. ລາ​ຄາ​ແມ່ນ ແພງ​ກ່​ວາ​ໂຕ​ທຳ​ມະ​ດາ 100 ເຢັນ. ປະ​ລິ​ມານ​ໂຕ​ຣົດ​ສະ​ຕໍ​ເບີ​ຣີ​ທຽບ​ກັບ​ໂຕ​ທຳ​ມະ​ດາໃຫ້​ມາຫຼາຍ​ໜ້ອຍ​ໜຶ່ງມາຣົດ​ຊາດ​ຖື​ວ່າ​ພໍ​ໃຊ້​ໄດ້ ພໍ​ໄດ້​ຣົດ​ສະ​ຕໍ​ເບີ​ຣີ​ຢູ່.

ຮູບ​ທັງ​ໝົດ