ຄຳ​ຖາມສອບ​ເສັງໂຄງ​ການ​ຊາວ​ໜຸ່ມ​ເດີນ​ທະ​ເລ ​ອາ​ຊຽນ​-ຍີ່ປຸ່ນ?

ຄຳ​ຖາມສອບ​ເສັງໂຄງ​ການ​ຊາວ​ໜຸ່ມ​ເດີນ​ທະ​ເລ ​ອາ​ຊຽນ​-ຍີ່ປຸ່ນ?

ເພື່ອ​ເປ​ັນ​ແນວ​ທາງ​ໃຫ້ ຜູ່​ທີ່​ຈະ​ສົນ​ໃຈ​ໃນ​ການ​ສອບ​ເສັງ​ໂຄງ​ການ​ຂອງ ຊາວ​ໜຸ່ມ​ເດີນ​ທະ​ເລ ອາ​ຊຽນ-ຍີ່​ປຸ່ນ ຂອງ ສູນ​ກາງ​ຊາວ​ໜຸ່ມ ປະ​ຊາ​ຊົນ ປະ​ຕິ​ວັດ​ລາວ.

ລາ​ຍ​ລະ​ອຽດ​ການ​ສອບ​ເສັງ

ປີນີ້ ​ມີ​ຜູ່​ເຂົ້າ​ສອບ​ເສັງ​ໂດຍ​ປະ​ມານ​ແມ່ນ 240ທ່ານ ແລະ ຂາຍ​ຟ​ອມ​ໄປຫຼາຍ​ກ່​ວາ 300 ກ່​ວາ​ຊຸດ. ຮູບ​ແບບ​ການ​ສອບ​ເສັງ​ຈະ​ແຕກ​ຕ່າງ(ອ​ີກ​ແລ້ວ) ເພາະ​ໃຫ້​ເວ​ລາ​ເສັງ​ພຽງ​ແຕ່ 30 ນາ​ທີ ເທົ່າ​ນັ້ນ, ໂດຍ​ຄຳ​ຖາມ​ທີ່​ໃຫ້​ຈະ​ເປັນ​ແບບ​ປາ​ລະ​ໄນ 65 ຂໍ້, ຂໍ້​ລະ 3 ຕົວ​ເລືອກ. ຈາກ​ການ​ຖາມ​ຄົນ​ທີ່​ເຄີຍ​ເສັງ​ປີ​ກ່ອນ​ໜ້ານີ້​ແມ່ນ ໃຫ້​ເວ​ລາ​ສອບ​ເສັງ 1ຊົ່ວ​ໂມງ ແລະ ແບ່ງ​ອອກ​ເປັນ 2 ພາກ​ຄື: ພາກ​ຕອບ​ຄຳ​ຖາມ ກັບ ພາກ​ຂຽນ (essay) 500ຄຳ.

ໝາຍ​ເຫດ: ຄຳ​ຖາມ​ທີ່​ຂຽນ​ຂຶ້ນ​ຕໍ່​ໄປ​ນີ້​ອາດ​ຈະ​ບໍ່​ກົງ​ກັບ​ຄຳ​ຖາມ​ທີ່​ອອກ​ເສັງ​ແທ້ 100% ອາດ​ຈະ​ມີ​ການ​ຫຼົງໆ​ລືມໆ​ແນ່ ຫຼື ຮ້າຍ​ໄປ​ກ່​ວານັ້ນ​ແມ່ນແປ​ຄຳ​ຖາມຜິດ(ອ່ອນພາ​ສາ​ອັງ​ກິດ). ດັ່ງ​ນັ້ນ, ສຳ​ລັບ​ໃຜ​ທີ່​ຈະ​ອ່ານ ຄວນ​ໃຊ້​ພິ​ຈາ​ລະ​ນາໃນ​ການ​ອ່ານ.

ການ​ເສັງ​ຈະ​ແບ່ງ​ອອກ​ເປັນ 6 ພາກ (ຖ້າ​ຈື່ບໍ່​ຜິດ) ແລະ 9ໜ້າ ​ຄື:

  1. ຄວາມ​ຮູ້​ກ່ຽ​ວ​ກັບ​ອາ​ຊຽນ
  2. ຄວາມ​ຮູ້​ກ່ຽວ​ກັບ​ ສູນ​ກາງ​ຊາວ​ໜຸ່ມ ປະ​ຊາ​ຊົນ ປະ​ຕິ​ວັດ​ລາວ
  3. ຄວາມ​ຮູ້​ກ່ຽວ​ກັບ ປະ​ເທດ​ລາວ
  4. ຄວາມ​ຮູ້​ກ່ຽວ​ກັບໂຄງ​ການ SSEAYP
  5. ບໍ່​ຈື່
  6. ບໍ່​ຈື່

ຄຳ​ຖາມ​ຈະ​ເປັນ​ຄຳ​ຖາມ​ປາ​ລະ​ໄນ ແບບ​ຕື່ມ​ຄຳ​ທີ່​ຂາດ​ໄປ, ຖືກ​ຜິດ ແລະ ເຫດ​ຜົນ.

ເຮົາ​ມາ​ເບິ່ງ​ຄຳ​ຖາມ 65 ຂໍ້​ກັນ​ເລີຍ​ວາ​ມີ​ຫຍັງ​ແນ່?

  1. ປະ​ເທດ​ຍີ່​ປຸ່ນ​ຢູ່​ໃນ​ອາ​ຊີ ຫຼືບໍ່?
  2. ASEAN ຫຍໍ້​ມາ​ຈາກໃສ?
  3. ສະ​ມາ​ຊິກ​ຂອງ ASEAN ມີ​ຈັກ​ປະ​ເທດ?
  4. ປະ​ເທດ​ລາວ ເຂົ້າ​ເປັນ​ສະ​ມາ​ຊິກ​ອາ​ຊ​ຽນ ວັນ​, ເດືອນ, ປີ​ໃດ?
  5. ອາ​ຊຽນສ້າງ​ຕັ້ງ​ຂຶ້ນ ວັນ​, ເດືອນ, ປີ​ໃດ?
  6. ASEAN+3 ມີ​ປະ​ເທດ​ໃດ​ແນ່?
  7. ອາ​ຊຽນ​ມີ​ຈັກ​ເສົາ​ຄ້ຳ?
  8. ສຳ​ນັກ​ງານ​ໃຫຍ່​ຂອງ​ອາ​ຊຽນ​ຢູ່​ເມືອງ​ໃດ?
  9. ASEAN ມີ​ຈັກ charter?
  10. AFTA ຫຍໍ້​ມາ​ຈາກ​ໃສ?
  11. AMMY ຫຍໍ້​ມາ​ຈາກ​ໃສ?
  12. SOMY ຫຍໍ້​ມາ​ຈາກ​ໃສ?
  13. ສູນ​ກາງ​ຊາວ​ໜຸ່ມ ປະ​ຊາ​ຊົນ ປະ​ຕິ​ວັດ​ລາວ ຈະ​ຈັດ AMMY ປີ​ໃດ?
  14. ສູນ​ກາງ​ຊາວ​ໜຸ່ມ ປະ​ຊາ​ຊົນ ປະ​ຕິ​ວັດ​ລາວ ຈະ​ຈັດ SOMY ປີ​ໃດ?
  15. ສູນ​ກາງ​ ຊາວ​ໜຸ່ມ ປະ​ຊາ​ຊົນ​ປະ​ຕິ​ວັດ​ລາວ ສຸ່ມ​ໃສ ເສົາ​ຄ້ຳ​ໃດ​ຂອງ ASEAN?
  16. ປະ​ເທດ​ທີ່​ຈັດ AMMY ລ່າ​ສຸດ​ແມ່ນ​ປະ​ເທດ​ໃດ?
  17. LPRYU ຫຍໍ້​ມາ​ຈາກ​ໃສ?
  18. ກອງ​ປະ​ຊຸມ​ໃຫຍ່​ຊາວ​ໜຸ່ມ​ຄັ້ງ​ທຳ​ອິດ​ຈັດ​ຂຶ້ນ​ປີ​ໃດ?
  19. ສ​ປ​ປ ລາວ ມີ​ສະ​ມາ​ຊິກ​ທີ່​ເປັນ​ຊາວ​ໜຸ່ມກວ​ມ​ເອົາ​ຈັກ​ເປີ​ເຊັນ​ຂອງ​ປະ​ຊາ​ກອນ(ອີງ​ຕາມ​ສະ​ຖິ​ຕິ ປີ 2015)?
  20. ເປົ້າ​ໝາຍ​ຂໍ້​ແຂ່ງ​ຂັນ​ຂອງ​ຊາວ​ໜຸ່ມ​ມີ​ຈັກ​ອັນ?
  21. ອັນ​ທຳ​ອິດ​ແມ່ນ​ຫຍັງ?
  22. ໄລ​ຍະ​ເວ​ລ​າ​ຂອງ​ການ​ຈັດ​ກອງ​ປະ​ຊຸມ​ໃຫຍ່​ຊາວ​ໜຸ່ມ​ແຕ່​ລະ​ຄັ້ງ​ຫ່າງ​ກັນ​ຈັກ​ປີ?
  23. ຕົວ​ແທນ​ຜູ່​ເຂົ້າ​ຮ່ວມກອງ​ປະ​ຊຸມ​ໃຫຍ່​ຊາວ​ໜຸ່ມ​ແມ່ນ​ມາ​ຈາກ​ໃສ?
  24. ສ​ປ​ປ ລາວ ມີ​ກົດ​ໝາຍ​ກ່ຽວ​ກັບ​ຊາວ​ໜຸ່ມ ຫຼືບໍ່?
  25. ມີ​ກົດ​ລະ​ບຽບ​ຂອງ​ສະ​ມາ​ຊິກ​ຊາວ​ໜຸ່ມ ຫຼືບໍ່?
  26. ອາ​ຍຸ​ຈັກ​ປີ​ຫາ​ຈັກ​ປ​ີ​ຈຶ່ງ​ໄດ້​ເປັນ​ສະ​ມາ​ຊິກຊາວ​ໜຸ່ມ?
  27. ​ຜູ່​ທີ່​ມັດ​ແພ​ແດງ ອາ​ຍຸ​ລະ​ຫວ່າງ 9 ຫາ 14 ປີ ຊື່​ທາງ​ການ​ເອີ້ນ​ວ່າ​ແນວ​ໃດ?
  28. ຊາວ​ໜຸ່ມ ປະ​ຊາ​ຊົນ ປະ​ຕິ​ວັດ​ລາວ ສ້າງ​ຕັ້ງ​ຂຶ້ນ ວັນ, ເດືອນ, ປີ​ໃດ?
  29. SSEAYP ຫຍໍ້​ມາ​ຈາກ​ໃສ?
  30. ມີ​ຈັກ​ປະ​ເທດ​ເຂົ້າ​ຮ່ວ​ມ SSEAYP?
  31. ໂຄງ​ການ SSEAYP ປີ 2018 ນີ້​ເປັນ​ຄັ້ງ​ທີ​ເທົ່າ​ໃດ?
  32. PY ຫຍໍ້​ມາ​ຈາກ​ໃສ?
  33. YL ຫຍໍ້​ມາ​ຈາກ​ໃສ?
  34. AYL ຫຍ​ໍ້​ມາ​ຈາກ​ໃສ?
  35. SG ຫຍໍ້​ມາ​ຈາກ​ໃສ?
  36. DG ຫຍໍ້​ມາ​ຈາກ​ໃສ?
  37. ການ​ສະ​ແດງ​ການ​ຊັກ​ທຸງ​ (hoist flag) ຂອງ SSEAYP ແມ່ນ​ຕອນ​ໃດ? (ບໍ່​ແນ່​ໃຈ​ວ່າ ຊັກ​ທຸງ​ຂອງ​ແຕ່​ລະ​ປະ​ເທດ​ຕອນ​ຢູ່​ເຮືອ ຫຼື ວ່າ flag cheer). 17/03/2019: Flag hoisting ແມ່ນ​ກິດ​ຈະ​ກຳເຄົ​າ​ລົບ​ທຸງ​ຊາດ ເຊິ່ງວ່າ​ຈະ​ຈັດ​ຂຶ້ນ ຢູ່​ເທິງ​ເຮືອ.
  38. Host family ແມ່ນ​ຫຍັງ?
  39. Port call of country ແມ່ນ​ຫຍັງ?
  40. ສ​ປ​ປ ລາວ ຂຽນເປັນ​ພາ​ສາ​ອັງ​ກິດ​ວ່າ​ແນວ​ໃດ?
  41. ທຸງ​ປະ​ເທດ​ລາວ ແຕ່​ລະ​ສີ​ມີ​ຄວາມ​ໝາຍ​ວ່າ​ແນວ​ໃດ?
  42. ສີ​ຟ້າ​ຂອງ​ທຸງ​ຊາດ​ລາວ ໝາ​ຍ​ຄວາມ​ວ່າ​ແນວ​ໃດ?
  43. ສ​ປ​ປ ລາວ ມີ​ຈັກ​ພັກ​ກ​ານ​ເມືອງ?
  44. ປະ​ທານ​ປະ​ເທດ ແຫ່ງ ສ​ປ​ປ​ ລາວ ແມ່ນ​ໃຜ?
  45. ນາ​ຍົກ​ລັດ​ຖະ​ມົນ​ຕີ ແຫ່ງ ສ​ປ​ປ ລາວ ແມ່ນ​ໃຜ?
  46. ປະ​ເທດ​ລາວ​ມີ​ທັງ​ໝົດ​ຈັກ​ແຂວງ(ນັບ​ທັງ​ນະ​ຄອນຫຼວງ)?
  47. ປະ​ເທດ​ລາວ ມີ​ທັງ​ໝົດ​ຈັກ​ຕົວ​ເມືອງ?
  48. ຈົ່ງ​ເລືອກ​ເອົາ​ຄຳ​ຕອບ​ທີ່​ຖືກ​ຕ້ອງ​ທີ່​ສຸດ​ວ່າ ປະ​ເທດ​ລາວຕັ້ງ​ຢູ່​ໃສ?
  49. ແຄນ ເຂົ້າ​ເປັນ​ມໍ​ລະ​ດົກໂລກ​ ວັນ​, ເດືອນ, ປີ​ໃດ? (ຄ​ຳ​ຖາມ​ແທ້ ແມ່ນ​ມີ​ແຕ່ ເດືອນກັບ​ປີ)
  50. ເປັນ​ຫຍັງ UNESCO ຈຶ່ງ​ເອົາ​ແຄນ ເຂົ້າ​ເປັນ​ມໍ​ລະ​ດົກ​ໂລກ?
  51. ໃນ ສ​ປ​ປ ລາວ ມີ​ມໍ​ລະ​ດົກ​ໂລກ​ຈັກ​ແຫ່ງ?
  52. ເປັນ​ຫຍັງ ເມືອງຫຼວງ​ພະ​ບາງ ຈຶ່ງ​ໄດ້​ຖືກ​ຈົດ​ເຂົ້າ​ເປັນ ມໍ​ລະ​ດົກ​ໂລກ?
  53. ອົງ​ການ​ໃດ​ເປັນ​ຄົນ​ຈົດ​ເຂົ້າ​ເປັນ​ມ​ໍ​ລະ​ດົກ​ໂລກ?
  54. SDG ຫຍໍ້​ມາ​ຈາກ​ໃສ?
  55. ຄຳ​ຂັວນ​ຂອງ ສ​ປ​ປ ລາວ ຕໍ່​ກັບ SDG ແມ່ນ​ຫຍັງ?
  56. LDC ຫຍໍ້​ມາ​ຈາກ​ໃສ?
  57. ປີ​ໃດ​ທີ່​ ສ​ປ​ປ ລາວ ຈະບັນ​ລຸ​ LDC?
  58. ສ​ປ​ປ​ ລາວ ມີອົງ​ການ​ຈັດ​ຕັ້ງ​ມະ​ຫາ​ຊົນ​ມີ​ຈັກ​ອົງ​ການ?
  59. ກຳ​ມະ​ການ​ກົມ​ການ​ເມືອງ​ສູນ​ກາງ​ພັກ ກັບ ກຳ​ມະ​ການ​ພັກ​ຂັ້ນ​ສູນ​ກາງ ມີ​ໜ້າ​ທີ່ຮັບ​ຜິດ​ຊອບ​ແຕກ​ຕ່າງ​ກັນ​ແນວ​ໃດ? (​ສ່ຳ​ກັນ, ..ໃຫຍ່​ກ່​ວາ…)
  60. ພັກ​ປະ​ຊາ​ຊົນ​ປະ​ຕິ​ວັ​ດ​ລາວ​ພາ​ສາ​ອັງ​ກິດ​ຂຽນ​ແນວ​ໃດ?
  61. ຊາວ​ໜຸ່ມ ປະ​ຊາ​ຊົນ​ລາວ ແມ່ນ​ຢູ່​ພາຍ​ໃຕ້​ການ​ຊີ້​ນຳ​ຂອງ?
  62. SIGA ຫຍໍ້​ມາ​ຈາກ​ໃສ? ບໍ່​ແນ່​ໃຈ
  63. ບໍ່​ຈື່.
  64. ບໍ່​ຈຶ່.
  65. ບໍ່​ຈື່.

ຫວັງ​ວ່າ ຄຳ​ຖາມ​ຂ້າງ​ເທິງ​ອາດ​ຈະ​ເປັນ​ປະ​ໂຫຍດ​ສຳ​ລັບ ຜູ່​ທີ່​ຈະ​ເສັງ​ໃນ​ປີ​ຕໍ່​ໄປ​ວ່າ​ຂໍ້​ສອບ​ຈະ​ອອກ​ແບບ​ໃດ​ແນ່.

[ຖິ້ມ​ທ້າຍ ຄຳ​ຄິດ​ເຫັນ​ສ່ວນ​ໂຕ​]

  • 30 ນາ​ທີ ຖື​ວ່າ​ພໍ​ດີ​ງາມ ບໍ່​ໜ້ອຍ​ເກີນ​ໄປ ແລະ ບໍ່​ຫຼາຍ​ເກີນ​ໄປ.
  • ຄຳ​ຖາມ​ປະ​ລະ​ໄນ​ເປັນ​ອີ່​ຫຍັງ​ທີ່​ເຮົ​າ​ຊັງ​ທີ່​ສຸດ​ເພາະ​ມັນ 50%-50% ຖ້າ​ຕອບ​ຜິດ​ກະ​ຖື​ວ່າ​ຜິດ​ເລີຍ. ຍິ່ງ​ມີ​ຕົວ​ເລືອກ​ໜ້ອຍ​ຍິ່ງ​ມີ​ຄວາມ​ສ່ຽງ​ສູງ ແຖມ​ຍັງ​ເປັນ​ຄຳ​ຖາມ​ລ໋ອກ​ອີ​ກ​ບາງ​ຄຳ​ຖາມ. ສະ​ນັ້ນ, ຕ້ອງ​ໃຊ້​ເວ​ລາ​ອ່ານ​ທຳ​ຄວາມ​ເຂົ້າ​ໃຈ​ກ່ຽວ​ກັບ​ຄຳ​ຖາມ​ໃຫ້​ລະ​ອຽດ​ກ່ອນ​ໄປ​ເບິ່ງ​ຄຳ​ຕອບ ເພາະ​ຖ້າ​ໄປ​ເບິ່ງ​ຄຳ​ຕອບ​ເລີຍ ເຮົາ​ຈະ​ເກີດ bias ແນ່ນອນ ຍ້ອນ​ມັນ​ຈະ​ເຮັດ​ໃຫ້​ເຮົາ​ເຂົ້າ​ໃຈ​ຄຳ​ຖາມ​ເອງ​ໂດຍ​ອັດ​ຕະ​ໂນ​ມັດ ເຊິ່ງ​ອ​າ​ດ​ຈະ​ບໍ່​ແມ່ນ​ຄວາມ​ໝາຍ​ຂອງ​ສິ່ງ​ທີ່​ເຂົາ​ຈະ​ຖາມ​ແທ້ໆ (ເພາະ​ສະ​ໝອງ​ເຮົາ​ຂີ້​ຄ້ານ ມີ​ຄິດ​ຊ້າ​ກັບ​ຄິດ​ໄວ)
  • ມີຫຼາຍ​ຄົນ​ໄດ້​ພ​ໍ​ສົມ​ຄວນ

ຮອບ​ສຳ​ພາດ

ຮອບ​ສຳ​ພາດ ຂັ້ນ​ຕອນ​ການ​ສຳ​ພາດ ແລະ ວິ​ທີ​ການ​ແມ່ນ​ຈະ​ຄື​ກັນ​ກັບ ປີ 2016 ຄື ທຳ​ອິດ​ໃຫ້​ແນະ​ນຳ​ຕົນ​ເອງ​ກ່ອນ ຫຼັງ​ຈາກນັ້ນ ກຳ​ມະ​ການ​ກໍ​ໃຫ້​ຈົກ​ສະຫຼາກ​ຫົວ​ຂໍ້​ໜຶ່ງ​ຫົວ​ຂໍ້​ຂຶ້ນ​ມາ​ ແລະ ອະ​ທິ​ບາຍ ຫົວ​ຂໍ້​ກໍ​ຈະ​ເປ​ັນ​ປະ​ມານ​ວ່າ: Youth Contribution (ປີ 2016 ກະ​ຈົກ​ຖືກ​ອັນ​ນີ້ ເວົ້າ​ບໍ່​ໄດ້, ປີນີ້​ກະ​ຈົກ​ຖືກ​ອັນ​ນີ້ ກະ​ຍັງ​ເວົ້າ​ບໍ່​ໄດ້​ດີຄື​ເກົ່າ ຫະໆ ຂະ​ໜາດ​ວ່າ​ຂໍ​ພາ​ວະ​ນາບໍ່​ໃຫ້​ຖືກ​ຫົວ​ຂໍ້​ນີ້ ກະ​ຍັງ​ຖືກ​ຢູ່​ຄື​ເກົ່າ), Volunteer…

ເຫັນ​ບາງ​ຄົນ​ເອົາ ອຸ​ປະ​ກອນ​ດົນ​ຕີ​ໄປ​ນຳ ຫຼື ບາງ​ຄົນ​ກໍ່​ຮ້ອງ​ເພງ, ຟ້ອນ ເພື່ອ​ສະ​ແດງ​ພອນ​ສະ​ຫວັນ​ຂອງ​ຕົນ​ເອງ​ອອ​ກ​ມາ.