ຄຳ​ຖາມ​ສອບ​ເສັງໂຄງ​ການ​ຊາວ​ໜຸ່ມ​ເດີນ​ທະ​ເລ ອາ​ຊຽນ-ຍີ່ປຸ່ນ?

ຄຳ​ຖາມ​ສອບ​ເສັງໂຄງ​ການ​ຊາວ​ໜຸ່ມ​ເດີນ​ທະ​ເລ ອາ​ຊຽນ-ຍີ່ປຸ່ນ?

ບົດຄວາມນີ້ຈະເປັນແນວທາງສຳລັບໃຜທີ່ຈະສອບເສັງ ໂຄງການ ຊາວໜຸ່ມເດີນທະເລ ອາຊຽນ-ຍີ່ປຸ່ນ (SSEAYP) ໃນປີຕໍ່ໆໄປ. ຄຳຖາມທີ່ບອກນີ້ ແມ່ນໄດ້ຈາກປະສົບການທີ່ໄປເສັງໃນຮອບ ສອບເສັງຄັດເລືອກ ປີ 2016 ເຊິ່ງເປັນປີທຳອິດທີ່ກຳມະການສອບເສັງໄດ້ປ່ຽນຈາກການເສັງທີ່ເປັນ ພາສາລາວ ມາເປັນ ພາສາອັງກິດ  ແລະ ປີຕໍ່ໆໄປກໍອາດຈະເປັນພາສາອັງກິດເລີຍກໍເປັນໄດ້.

ເນື້ອໃນຂອງຄຳຖາມໂດຍລວມທີ່ທ່ານຈະຕ້ອງເບິ່ງກໍຄືຄຳຖາມທີ່ກ່ຽວກັບຄວາມຮູ້ອ້ອມຕົວທີ່ເຮົາຄວນຮູ້(ຄວນຮູ້ແທ້ໆ)

  • ຄະນະຊາວໜຸ່ມ ປະຊາຊົນ ປະຕິວັດລາວ (ການຈັດຕັ້ງ, ຊື່ການນຳ)
  • ອາຊຽນ
  • ໂຄງການ ຊາວໜູ່ມເດີນທະເລ ອາຊຽນ-ຍີ່ປຸ່ນ
  • ປະເທດລາວ (ພູມສັນຖານ, ການເມືອງ-ການປົກຄອງ)

ສຳລັບຄຳຖາມສອບເສັງເພິ່ນຈະແບ່ງເປັນ 2 ພາກຖ້າຈື່ບໍ່ຜິດ ພາກທີ 1 ກໍຈະເປັນຄຳຖາມທີ່ກ່ຽວກັບພາຍໃນປະເທດເຮົາ ແລະ ພາກທີ 2 ຈະເປັນຄຳຖາມທີ່ກ່ຽວຂ້ອງກັບນອກປະເທດເຮົາ.

ສ່ວນໃນເລື່ອງຂອງຮູບແບບຄຳຖາມນັ້ນຈະເປັນອັດຕະໄນໝົດ, ບາງຄຳຖາມຈະເປັນການໃຫ້ຕື່ມຄຳໃນຊ່ອງຫວ່າງ, ແຕ່ສ່ວນຫຼາຍຈະເປັນຄຳຖາມໃຫ້ຕອບເລີຍ.

ໝາຍເຫດ: ຄຳຖາມຕໍ່ໄປນີ້ແມ່ນອາດຈະບໍ່ຖືກກັບຄຳຖາມທີ່ສອບເສັງແທ້ໆ 100 ເປີເຊັນ ແຕ່ເປັນຄຳຖາມທີ່ເຮົາຈື່ໄດ້ ແລະ ຄັດຈ້ອນສະຫຼຸບອອກມາພໍໃຫ້ເປັນແນວທາງໃຫ້ຜູ້ທີ່ສົນໃຈຈະເສັງໃນປີຕໍ່ໆໄປ, ແນະນຳໃຫ້ໄປອ່ານຂໍ້ມູນທີ່ກ່ຽວຂ້ອງຕື່ມ. ນອກນັ້ນ, ບາງຄຳຖາມອາດຈະມີຄຳຕອບໃຫ້ນຳ ແຕ່ບາງຄຳຖາມອາດຈະບໍ່ຖືກຕ້ອງ ກໍຕ້ອງຂໍອະໄພນຳ ຫຼື ທ່ານສາມາດທັກທ້ວງໂດຍການໃຫ້ຄວາມເຫັນຂ້າງລຸ່ມໄດ້ເລີຍ ແລ້ວເຮົາຈະແກ້ໄຂໃຫ້ໂດຍໄວທີສຸດ.

  1. ເລຂາທິການໃຫຍ່ ພັກປະຊາຊົນ ປະຕິວັດລາວ ຊື່ຫຍັງ?
  2. ປະທານປະເທດຂອງ ສ.ປ.ປ.ລາວ ຊື່ຫຍັງ?
  3. ນາຍົກລັດຖະມົນຕີຂອງ ສ.ປ.ປ.ລາວ ຊື່ຫຍັງ?
  4. ປະທານ ສະພາແຫ່ງຊາດຂອງ ສ.ປ.ປ.ລາວ ຊື່ຫຍັງ?
  5. ວັນສ້າງຕັ້ງ ພັກປະຊາຊົນ ປະຕິວັດລາວ ວັນ, ເດືອນ, ປີ ໃດ?
  6. ວັນສ້າງຕັ້ງ ກອງທັບ ປະຊາຊົນ ປະຕິວັດລາວ ວັນ, ເດືອນ, ປີ ໃດ?
  7. ວັນສ້າງຕັ້ງ ຄະນະຊາວ ໜຸ່ມປະຊາຊົນ ປະຕິວັດລາວ ວັນ, ເດືອນ, ປີໃດ?
  8. ວັນເກີດຂອງ ທ່ານ ໄກສອນ ພົມວິຫານ ວັນ, ເດືອນ, ປີ ໃດ?
  9. ວັນເກີດຂອງ ທ່ານ ສຸພານຸວົງ ວັນ, ເດືອນ, ປີໃດ?
  10. ເລຂາທິການ ຄະນະຊາວໜຸ່ມ ປະຊາຊົນ ປະຕິວັດລາວ ຊື່ຫຍັງ?
  11. ຮອງເລຂາທິການ ຄະນະຊາວໜຸ່ມ ປະຊາຊົນປະຕິ ວັດລາວມີຈັກຄົນ? ມີໃຜແນ່?
  12. ຄະນະຊາວໜຸ່ມ ປະຊາຊົນ ປະຕິວັດລາວ ມີຈັກກົມ ແລະ ຫ້ອງການ?
  13. ກອງປະຊຸມໃຫຍ່ຂອງ ຄະນະຊາວໜຸ່ມ ປະຊາຊົນ ປະຕິວັດລາວຄັ້ງທີ 7 ຈັດຂຶ້ນໃນ ວັນ,ເດືອນ, ປີ ໃດ?
  14. ກອງປະຊຸມໃຫຍ່ຂອງ ຄະນະ ຊາວໜຸ່ມປະຊາຊົນ ປະຕິວັດລາວຈັດຂຶ້ນຫ່າງກັນຈັກປີ?
  15. ຜູ້ທີ່ຈະເປັນຊາວໜຸ່ມໄດ້ຈະຕ້ອງມີອາຍຸແຕ່ຈັກປີຫາຈັກປີ?
  16. ຜູ້ທີ່ຈະເປັນເຍົາວະຊົນໄດ້ຈະຕ້ອງມີອາຍຸແຕ່ຈັກປີຫາຈັກປີ?
  17. ຜູ້ທີ່ຈະເປັນອານຸຊົນໄດ້ຈະຕ້ອງມີອາຍຸແຕ່ຈັກປີຫາຈັກປີ?
  18. ທຸງຊາດລາວມີຈັກສີ? ມີສີໃດແນ່?
  19. ປະເທດລາວມີຈັກຊົນເຜົ່າ?
  20. ປະເທດລາວມີຈັກລະດູ? ຄືລະດູໃດແນ່?
  21. ວັນສະຖາປະນາເປັນ ສ.ປ.ປ.ລາວ ແມ່ນວັນ, ເດືອນ, ປີ ໃດ?
  22. ຄະນະຊາວໜຸ່ມ ປະຊາຊົນ ປະຕິວັດລາວມີອົງການຈັດຕັ້ງຈັກຂັ້ນ? ຄືຂັ້ນໃດແນ່?
  23. ລັດຖະມົນຕີ ກະຊວງ ການຕ່າງປະເທດ ຊື່ຫຍັງ?
  24. ວິໄສທັດຂອງ ພັກ ແລະ ລັດ ທີ່ວາງໄວ້ແມ່ນແຕ່ປະຈຸບັນຮອດປີໃດ?
  25. ຍຸດທະສາດຂອງ ພັກ ແລະ ລັດ ໃນການທີ່ຈະເຮັດໃຫ້ ສ.ປ.ປ.ລາວ ຫຼຸດພົ້ນອອກຈາກການເປັນປະເທດດ້ອຍພັດທະນາແມ່ນແຕ່ປະຈຸບັນຮອດປີໃດ?
  26. ອາຊຽນປະກອບມີສະມາຊິກປະເທດໃດແນ່?
  27. ມີປະເທດໃດແນ່ທີ່ເປັນສະມາຊິກຕອນສ້າງຕັ້ງອາຊຽນທຳອິດ?
  28. ອາຊຽນສ້າງຕັ້ງຂຶ້ນ ວັນ, ເດືອນ, ປີ ໃດ?
  29. ປະເທດລາວເຂົ້າໄປສະມາຊິກຂອງອາຊຽນໃນ ວັນ, ເດືອນ, ປີ ໃດ?
  30. ຂຽນຊື່ເຕັມຂອງ ASEAN
  31. ຂຽນຊື່ເຕັມຂອງ SSEAYP
  32. ຂຽນຊື່ເຕັມຂອງ SIGA
  33. ຂຽນຊື່ເຕັມຂອງ LPRYU
  34. ປະເທດລາວມີຊາຍແດນຕິດກັບຈັກປະເທດ? ຄືປະເທດໃດແນ່?
  35. ປະເທດລາວເຂົ້າເປັນສະມາຊິກຂອງ SIGA ວັນ, ເດືອນ, ປີ ໃດ?
  36. ປະເທດລາວເຂົ້າເປັນສະມາຊິກຂອງ SSEAYP ວັນ, ເດືອນ, ປີ ໃດ?
  37. SSEAYP ສ້າງຕັ້ງຂຶ້ນປີໃດ?
  38. ປະເທດລາວຢູ່ໃນທະວີບໃດ?
  39. ເມືອງຫຼວງຂອງສິງກະໂປຊື່ຫຍັງ?
  40. ອາຊຽນມີສຳນັກງານໃຫ່ຍຕັ້ງຢູ່ໃສ?
  41. ASEAN+3 ໝາຍຄວາມວ່າ?
  42. 3 ຂາຂອງອາຊຽນມີຫຍັງແນ່?
  43. ປະເທດລາວຈະເປັນປະທານກອງປະຊຸມອາຊຽນຄັ້ງລ່າສຸດໃນເດືອນ, ປີ ໃດ?
  44. ປະເທດລາວເປັນປະທານກອງປະຊຸມອາຊຽນໃນປີໃດແນ່?
  45. ກອງປະຊຸມອາຊຽນຄັ້ງລ່າສຸດແມ່ນປະເທດໃດເປັນປະທານກອງປະຊຸມ?

ຄຳຖາມທັງໝົດຈະມີ 50 ຂໍ້, ຂໍ້ລະ 2 ຄະແນນ ໃຊ້ເວລາ 1 ຊົ່ວໂມງ.
ສະຫຼຸບຕາມຄວາມຄິດເຫັນສ່ວນຕົວ, ເນື້ອໃນບົດເສັງທີ່ເພິ່ນອອກນັ້ນມັນບໍ່ໄດ້ມີເນື້ອໃນທີ່ເຈາະຈົງຫຼາຍເກີນໄປ ສ່ວນຫຼາຍຈະມີເນື້ອໃນທີ່ຈະອອກແນວເປັນຄວາມຮູ້ອ້ອມຕົວທີ່ເຮົາຄວນຈະຮູ້ແທ້ໆ ໂດຍສະເພາະເມື່ອເຮົາຈະໄປແລກປ່ຽນວັດທະນາທຳກັບປະເທດອື່ນ ຫຼື ໄປແລກປ່ຽນຫົວຂໍ້ອື່ນໆກໍຕາມ ເຮົາສັງເກດເບິ່ງໄດ້ວ່າຄຳຖາມທີ່ອອກເສັງນັ້ນ ເດັກນ້ອຍທີ່ຈະເສັງນັກຮຽນເກັ່ງ ປ5 ວິຊາ ໂລກອ້ອມຕົວ ນັ້ນກະຕອບໄດ້ໝົດເປັນສ່ວນໃຫຍ່ ຍົກເວັ້ນຄຳຖາມທີ່ຈະເປັນແນວລົງເລິກບາງສ່ວນເຊັ່ນ: ກ່ຽວກັບອົງການຈັດຕັ້ງຂອງ ຄະນະຊາວໜຸ່ມ ປະຊາຊົນ ປະຕິວັດລາວ ແລະ ໂຄງການຊາວໜຸ່ມເດີນທະເລ ອາຊຽນ-ຍີ່ປຸ່ນ. ທັງນີ້ທັງນັ້ນ, ບາງຄຳຖາມທີ່ເຮົາຄາດວ່າມັນຈະອອກແຕ່ກໍບໍ່ໄດ້ອອກກໍມີເຊັ່ນ: ຍຸດທະສາດຂອງ ຄະນະຊາວໜຸ່ມ ປະຊາຊົນ ປະຕິວັດລາວ 4 ບຸກທະລຸ, 2 ສາມັກຄີ 3 ດີ 4 ພັດທະນາ, ຄຳຂັວນຂອງ ທ່ານ ໄກສອນ ພົມວິຫານ ຕໍ່ກັບຊາວໜຸ່ມວ່າ: “ຊາວໜຸ່ມ ຈົ່ງເປັນດັ່ງນົກອິນຊີ ທີ່ບໍ່ຫວັ່ນກົວຕໍ່ພາຍຸລົມແດງ ຈົ່ງໄປດັ່ງສິນໄຊ” ປະມານນີ້ຕິ ຖ້າຜິດທັກທວງກັນໄດ້, ເນື້ອໃນ ແລະ ວິໃສທັດຂອງ ກອງປະຊຸມຂອງ ຄຊປປລ ຄັ້ງລ່າສຸດ, ເນື້ອໃນ ແລະ ວິໄສທັດຂອງ ພັກ ແລະ ລັດ ແລະ ນະໂຍບາຍຕ່າງຂອງອາຊຽນ. ສ່ວນຈຳພວກນີ້ຖ້າອອກນິກະຄົງສິບໍ່ລອດ ເພາະຂະໜາດພາສາລາວກະຍັງພໍແຮງລະ ໃຫ້ຕອບເປັນພາສາອັງກິດອີກ. ສຸດທ້າຍ, ຫວັງວ່າບົດຄວາມນີ້ຈະເປັນປະໂຫຍດສຳລັບໃຜທີ່ຈະກຽມສອບເສັງໂຄງການ ຊາວໜຸ່ມເດີນທະເລ ອາຊຽນ-ຍີ່ປຸ່ນ.

2018