ຫຼາຍຄົນຄົງຈະບໍ່ຮູ້ ຫລື ຮູ້ກະຍັງບໍ່ລະອຽດຍັງບໍ່ເຂົ້າໃຈລະອຽດເທື່ອເຮົາກະເລີຍຂຽນເລື່ອງນີ້ມາໃຫ້ກະຈ່າງແຈ້ງກ່ຽວກັບຄວາມໄວອິນເຕີເນັດກັນ. ເຮົາເຄີຍສັງເກດບໍ່ວ່າເມື່ອເວລາເຮົາເຫັນຢູ່ໃບປິວບໍ່ວ່າຈະເປັນໃບປິວໂຄສະນາກ່ຽວກັບອິນເຕີເນັດ 3G ໃຊ້ສະເພາະແອກາດ (Air card) ຫລື ຢູ່ໂທລະສັບມືຖື, ອິນເຕີເນັດ 4G, ແມ້ແຕ່ເນັດສາຍແລນ (LAN) Broadband, ADSL ເປັນຕົ້ນ. ຄົນສ່ວນຫຼາຍງົງໆບໍ່ວ່າ: ອ້າວ ເຮົາໃຊ້ແພັກເກດອິນເຕີເນັດ ADSL ຄວາມໄວ 1 Mbps ບາດໂຫລດແລ້ວໄດ້ແຕ່ 125 KB ຕໍ່ວິ, ກະດຽວວ່າຄວາມໄວອິນເຕີເນັດ 1 Mbps ກະຕ້ອງດາວໂຫລດໄດ້ 1 Mb ຕໍ່ວິ. ເຮົາມາຊອກຫາຄຳຕອບກັນເລີຍ.
ມາຮູ້ຈັກກັບກັດ ແລະ ບິດ… ບໍ່ແມ່ນເດີ້ຫະຫະ ເວົ້າຜິດ Bytes ແລະ Bits
ຫຼາຍຄົນອາດສັບສົນລະຫ່ວາງ Bytes ແລະ Bits. ເຮົາຈະມາອະທິບາຍໃຫ້ຟັງວ່າ: 1 Byte ເທົ່າກັບ 8 Bits. ເພື່ອໃຫ້ເຂົ້າໃຈຍິ່ງຂຶ້ນເນາະ ເຮົາຈະເຫັນວ່າສັນຍາລັກຂອງ Bytes ນັ້ນຈະເປັນ “B” ອັກສອນໂຕໃຫ່ຍ ແລະ Bits ສັນຍາລັກຈະເປັນ “b” ອັກສອນໂຕນ້ອຍ.
- 1 Byte = 1 B
- 1 Bit = 1 b
ມາລອງເບິ່ງການປ່ຽນຫົວນ່ວຍເບິ່ງເນາະ, ປ່ຽນເປັນ Kilobytes (KB) ແລະ Megabytes (MB):
- 1 kilobyte = 1024 bytes = 1 KB
- 1 megabyte = 1048576 bytes = 1 MB
ມາເບິ່ງທາງ kilobits (kb) and megabits (mb) ກັນ:
- 1 kilobit = 1024 bits = 1 kb
- 1 megabit = 1048576 bits = 1 mb
ແລ້ວ Bytes ແລະ Bits ມັນສຳພັນກັນແນວໃດໃນອິນເຕີເນັດ?
ການສົ່ງຂໍ້ມູນດາວໂຫຼດ ຫລື ອັບໂຫລດຈະເປັນ bits ຕໍ່ວິນາທີ (bps). ແຕ່ສວນຫຼາຍໆ ຜູ້ໃຫ້ບໍລິການ ຫລື ບໍລິສັດຕ່າງໆ ຈະໃຊ້ສັນຍາລັກ bps/kbps/mbps ເປັນຕົ້ນ. ໃນອິນເຕີເນັດການສົ່ງຂໍ້ມູນດາວໂຫຼດ ຫລື ອັບໂຫລດຈະເປັນ bits ຕໍ່ວິນາທີ (bps), ແຕ່ຢູ່ໃນຄອມທີ່ເຮົາໃຊ້ໃນປັດຈຸບັນນີ້ ເພິ່ນຈະອ່ານຄ່າໄດ້ແຕ່ Byte. ສະນັ້ນມັນກະຕ້ອງປ່ຽນຈາກ Bit ເປັນ Byte. ເຮົາມາເບິ່ງຕົວຢ່າງກັນເລີຍ:
ສົມມຸດວ່າຄວາມໄວອິນເຕີເນັດເຮົາ 1 Mbps.
ເຮົາຮູ້ແລ້ວວ່າ 1 byte = 8 bit
ຫາກ 1 MB = 1048576 byte / 8 bit = 131072 bits ຫລື 128 kb
1 MB = 128 kb
ເອົາລະ ເຮົາຄົງຈະຄຳຕອບກັນແລ້ວເນາະ.