Skip to main content

Economic Order Quantity ຫຼື EOQ ແມ່ນຫຍັງ?

·211 words·1 min

ເວລາທີ່ເຮົາສັ່ງສິນຄ້າມາເຮົາຈະຕ້ອງເສຍເງິນຄ່າສົ່ງ ແລະ ຄ່າເກັບມ້ຽນ, ເຄີຍບໍ່ບາງເທື່ອເຮົາສັ່ງສິນຄ້າມາຫຼາຍເພື່ອຫຼຸດຕົ້ນທຶນຄ່າສົ່ງ, ແຕ່ພັດສິນຄ້າຄ້າງສາງຫຼາຍ ໂດຍສະເພາະສິນຄ້າທີ່ມີອາຍຸສັ້ນເຊັ່ນ ຊີ້ນ ແລະ ນົມ ເປັນຕົ້ນ ການທີ່ເຮົາສັ່ງມາຫຼາຍພັດຂາຍບໍ່ໝົດ ເຖິງວ່າມັນຈະຫຼຸດຕົ້ນທຶນໃນການຂົນສົ່ງ, ແຕ່ມັນພັດໄປເພີ່ມຕົ້ນທຶນໃນການເກັບຮັກສາ ໃນກໍ່ລະນີນີ້ແມ່ນເຮົາກໍຈະຂາດທຶນຈາກການຂາຍສິນຄ້າບໍ່ໄດ້. ຈາກບັນຫາດັ່ງກ່າວ, ເຮົາສາມາດແກ້ບັນຫານີ້ໄດ້ດ້ວຍສູດ EOQ ຫຼື Economic Order Quantity.

Economic Order Quantity ຫຼື ປະລິມານສັ່ງຊື້ທີ່ປະຢັດ ແມ່ນຈະຊ່ວຍໃຫ້ເຈົ້າຂອງທຸລະກິດຮູ້ວ່າ ຈະຕ້ອງສັ່ງສິນຄ້າຄັ້ງໜຶ່ງເທົ່າໃດ ເພື່ອເຮັດໃຫ້ຕົ້ນທຶນໃນການສັ່ງສິນຄ້າຕ່ຳສຸດ. ມັນສາມາດຊ່ວຍໃຫ້ຫຼຸດຕົ້ນທຶນໃນການສັ່ງຊື້ສິນຄ້າ ແລະ ການເກັບຮັກສາສິນຄ້າ.

ສູດຄິດໄລ່
#

$$ EOQ = \frac{\sqrt{2SO}}{C} $$

S = ປະລິມານຄວາມຕ້ອງການສິນຄ້າໃນ 1 ປີ

O = ຕົ້ນທຶນໃນການສັ່ງຊື້ສິນຄ້າຕໍ່ຄັ້ງ (ຕົ້ນທຶນນີ້ແມ່ນຕົ້ນທຶນ ຄ່າຂົນສົ່ງ ເປັນຕົ້ນ, ຢ່າໄປຫຼົງກັບຕົ້ນທຶນໃນການຜະລິດສິນຄ້າ)

C = ຕົ້ນທຶນໃນການເກັບຮັກສາສິນຄ້າຕໍ່ໜ່ວຍ (ຕົ້ນທຶນນີ້ແມ່ນຕົ້ນທຶນ ຄ່າເຊົ່າສາງ ເປັນຕົ້ນ

ບາງຄັ້ງອາດຈະມີຄ່າເສຍໂອກາດມາກ່ຽວນຳເຊິ່ງສູດມີດັ່ງນີ້

$$ EOQ = \frac{\sqrt{2SO}}{CI} $$

I = ຄ່າເສຍໂອກາດ

ເມື່ອເຮົາຮູ້ຄ່າ ປະລິມານສັ່ງສິນຄ້າທີ່ປະຢັດແລ້ວ ເຮົາກໍ່ສາມາດໄປຄິດໄລ່ຕົ້ນທຶນລວມໄດ້ດັ່ງນີ້:

$$ EOQ = Q $$$$ ຕົ້ນທຶນລວມ = ຕົ້ນທຶນໃນການເກັບຮັກສາ + ຕົ້ນທຶນໃນການສັ່ງຊື້ $$$$ TC = \frac{Q*C}{2} + \frac{SO}{Q}$$$$ ຕົ້ນທຶນໃນການເກັບຮັກສາ = \frac{Q*C}{2} $$$$ ຕົ້ນທຶນໃນການສັ່ງຊື້ = \frac{SO}{Q} $$$$ ຈຳນວນຄັ້ງໃນການສັ່ງຊື້ = \frac{S}{Q} $$$$ ສິນຄ້າໃນສາງສະເລ່ຍ = \frac{Q}{2} $$

ຕົວຢ່າງວິທີການຄິດໄລ
#

ບໍລິສັດຜະລິດໂທລະສັບ ຕ້ອງການຢາກຮູ້ວ່າ ຈະຕ້ອງສັ່ງສິນຄ້າຄັ້ງໜຶ່ງເທົ່າໃດຈຶ່ງຈະປະຢັດຕົ້ນທຶນໜ້ອຍທີ່ສຸດ. ໂດຍບໍລິສັດຮູ້ວ່າຕົ້ນທຶນລວມແມ່ນ $3,750 ໃນນີ້ ຕົ້ນທຶນໃນການສັ່ງຊື້ສິນຄ້າ ແລະ ຕົ້ນທຶນໃນການເກັບຮັກສາ ທັງສອງເທົ່າກັນເທົ່າກັບ 50% ຂອງຕົ້ນທຶນລວມ. ຈຳນວນສິນຄ້າທີ່ຕ້ອງການໃນແຕ່ລະປີແມ່ນ $93,750 ໜ່ວຍ ແລະ ເສຍຄ່າສັ່ງສິນຄ້າແຕ່ລະຄັ້ງແມ່ນ $15.

ແກ້:

ໃນນີ້ເຮົາຮູ້: S = 93,750; O = 15; TC = 3,750. ແລ້ວເຮົາຕ້ອງການ EOQ = ?

ຈາກສົມຜົນເຮົາໄດ້:

$$ EOQ = \frac{\sqrt{2SO}}{C} $$

ແຕ່ວ່າເຮົາບໍ່ຮູ້ C ເຮົາໃຊ່ສູດນີ້ບໍ່ໄດ້. ອີກໜຶ່ງທາງເລືອກຄື ເຮົາຕ້ອງໄປເບິ່ງ TC ເຊິ່ງໄດ້ມີການບອກໃບ້ໜ້ອຍໜຶ່ງຈາກໂຈດຄື ຕົ້ນທຶນໃນການສັ່ງສິນຄ້າ ແລະ ຕົ້ນທຶນໃນການເກັບຮັກສາ ທັງສອງແມ່ນເທົ່າກັບ 50% ຂອງຕົ້ນທຶນລວມ.

$$ \begin{align*} TC &= ຕົ້ນທຶນໃນການເກັບຮັກສາ + ຕົ້ນທຶນໃນການສັ່ງຊື້ \\ 3,750 &= (0.5*3,750) + (0.5*3,750) \\ 3,750 &= 1,875 + 1,875 \\ 3,750 &= \frac{Q*C}{2} + \frac{SO}{Q} \end{align*}$$

ໝາຍວ່າ ເຮົາສາມາດໄປຊອກຫາ EOQ = Q ໄດ້ຈາກ ສູດ ຕົ້ນທຶນຫານສັ່ງຊື້ ເພາະເຮົາຮູ້ S ແລະ O ໄດ້ດັ່ງນີ້

$$ \begin{align*} 1,875 &= \frac{SO}{Q} \\ 1,875 &= \frac{93,750*15}{Q} \\ Q &= 750 ໜ່ວຍ \end{align*}$$

ສະຫຼຸບ, ປະລິມານສັ່ງຊື້ທີ່ປະຢັດ ຂອງບໍລິສັດນັ້ນ ແມ່ນ 750 ໜ່ວຍ.

Douangtavanh Kongphaly
Author
Douangtavanh Kongphaly