Skip to main content

ຄຳຖາມສອບເສັງໂຄງການຊາວໜຸ່ມເດີນທະເລ ອາຊຽນ-ຍີ່ປຸ່ນ (SSEAYP) 2018

·212 words·1 min

ເພື່ອເປັນແນວທາງໃຫ້ຜູ່ທີ່ຈະສົນໃຈໃນການສອບເສັງໂຄງການຂອງຊາວໜຸ່ມເດີນທະເລອາຊຽນ-ຍີ່ປຸ່ນຂອງສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ.

ລາຍລະອຽດການສອບເສັງ

ປີນີ້ມີຜູ່ເຂົ້າສອບເສັງໂດຍປະມານແມ່ນ 240ທ່ານແລະຂາຍຟອມໄປຫຼາຍກ່ວາ 300 ກ່ວາຊຸດ. ຮູບແບບການສອບເສັງຈະແຕກຕ່າງ(ອີກແລ້ວ) ເພາະໃຫ້ເວລາເສັງພຽງແຕ່ 30 ນາທີເທົ່ານັ້ນ, ໂດຍຄຳຖາມທີ່ໃຫ້ຈະເປັນແບບປາລະໄນ 65 ຂໍ້, ຂໍ້ລະ 3 ຕົວເລືອກ. ຈາກການຖາມຄົນທີ່ເຄີຍເສັງປີກ່ອນໜ້ານີ້ແມ່ນໃຫ້ເວລາສອບເສັງ 1ຊົ່ວໂມງແລະແບ່ງອອກເປັນ 2 ພາກຄື: ພາກຕອບຄຳຖາມກັບພາກຂຽນ (essay) 500 ຄຳ.

ໝາຍເຫດ:ຄຳຖາມທີ່ຂຽນຂຶ້ນຕໍ່ໄປນີ້ອາດຈະບໍ່ກົງກັບຄຳຖາມທີ່ອອກເສັງແທ້ 100% ອາດຈະມີການຫຼົງໆລືມໆແນ່ຫຼືຮ້າຍໄປກ່ວານັ້ນແມ່ນແປຄຳຖາມຜິດ(ອ່ອນພາສາອັງກິດ). ດັ່ງນັ້ນ, ສຳລັບໃຜທີ່ຈະອ່ານຄວນໃຊ້ພິຈາລະນາໃນການອ່ານ.

ການເສັງຈະແບ່ງອອກເປັນ 6 ພາກ (ຖ້າຈື່ບໍ່ຜິດ) ແລະ 9ໜ້າຄື:

  1. ຄວາມຮູ້ກ່ຽວກັບອາຊຽນ
  2. ຄວາມຮູ້ກ່ຽວກັບສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ
  3. ຄວາມຮູ້ກ່ຽວກັບປະເທດລາວ
  4. ຄວາມຮູ້ກ່ຽວກັບໂຄງການ SSEAYP
  5. ບໍ່ຈື່
  6. ບໍ່ຈື່

ຄຳຖາມຈະເປັນຄຳຖາມປາລະໄນແບບຕື່ມຄຳທີ່ຂາດໄປ, ຖືກຜິດ ແລະ ເຫດຜົນ.

ເຮົາມາເບິ່ງຄຳຖາມ 65 ຂໍ້ກັນເລີຍວາມີຫຍັງແນ່?

  1. ປະເທດຍີ່ປຸ່ນຢູ່ໃນອາຊີຫຼືບໍ່?
  2. ASEAN ຫຍໍ້ມາຈາກໃສ?
  3. ສະມາຊິກຂອງ ASEAN ມີຈັກປະເທດ?
  4. ປະເທດລາວເຂົ້າເປັນສະມາຊິກອາຊຽນວັນ, ເດືອນ, ປີໃດ?
  5. ອາຊຽນສ້າງຕັ້ງຂຶ້ນວັນ, ເດືອນ, ປີໃດ?
  6. ASEAN+3 ມີປະເທດໃດແນ່?
  7. ອາຊຽນມີຈັກເສົາຄ້ຳ?
  8. ສຳນັກງານໃຫຍ່ຂອງອາຊຽນຢູ່ເມືອງໃດ?
  9. ASEAN ມີຈັກ charter?
  10. AFTA ຫຍໍ້ມາຈາກໃສ?
  11. AMMY ຫຍໍ້ມາຈາກໃສ?
  12. SOMY ຫຍໍ້ມາຈາກໃສ?
  13. ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວຈະຈັດ AMMY ປີໃດ?
  14. ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວຈະຈັດ SOMY ປີໃດ?
  15. ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວສຸ່ມໃສເສົາຄ້ຳໃດຂອງ ASEAN?
  16. ປະເທດທີ່ຈັດ AMMY ລ່າສຸດແມ່ນປະເທດໃດ?
  17. LPRYU ຫຍໍ້ມາຈາກໃສ?
  18. ກອງປະຊຸມໃຫຍ່ຊາວໜຸ່ມຄັ້ງທຳອິດຈັດຂຶ້ນປີໃດ?
  19. ສປປລາວມີສະມາຊິກທີ່ເປັນຊາວໜຸ່ມກວມເອົາຈັກເປີເຊັນຂອງປະຊາກອນ(ອີງຕາມສະຖິຕິປີ 2015)?
  20. ເປົ້າໝາຍຂໍ້ແຂ່ງຂັນຂອງຊາວໜຸ່ມມີຈັກອັນ?
  21. ອັນທຳອິດແມ່ນຫຍັງ?
  22. ໄລຍະເວລາຂອງການຈັດກອງປະຊຸມໃຫຍ່ຊາວໜຸ່ມແຕ່ລະຄັ້ງຫ່າງກັນຈັກປີ?
  23. ຕົວແທນຜູ່ເຂົ້າຮ່ວມກອງປະຊຸມໃຫຍ່ຊາວໜຸ່ມແມ່ນມາຈາກໃສ?
  24. ສປປລາວມີກົດໝາຍກ່ຽວກັບຊາວໜຸ່ມຫຼືບໍ່?
  25. ມີກົດລະບຽບຂອງສະມາຊິກຊາວໜຸ່ມຫຼືບໍ່?
  26. ອາຍຸຈັກປີຫາຈັກປີຈຶ່ງໄດ້ເປັນສະມາຊິກຊາວໜຸ່ມ?
  27. ຜູ່ທີ່ມັດແພແດງອາຍຸລະຫວ່າງ 9 ຫາ 14 ປີຊື່ທາງການເອີ້ນວ່າແນວໃດ?
  28. ຊາວໜຸ່ມປະຊາຊົນປະຕິວັດລາວສ້າງຕັ້ງຂຶ້ນວັນ, ເດືອນ, ປີໃດ?
  29. SSEAYP ຫຍໍ້ມາຈາກໃສ?
  30. ມີຈັກປະເທດເຂົ້າຮ່ວມ SSEAYP?
  31. ໂຄງການ SSEAYP ປີ 2018 ນີ້ເປັນຄັ້ງທີເທົ່າໃດ?
  32. PY ຫຍໍ້ມາຈາກໃສ?
  33. YL ຫຍໍ້ມາຈາກໃສ?
  34. AYL ຫຍໍ້ມາຈາກໃສ?
  35. SG ຫຍໍ້ມາຈາກໃສ?
  36. DG ຫຍໍ້ມາຈາກໃສ?
  37. ການສະແດງການຊັກທຸງ (hoist flag) ຂອງ SSEAYP ແມ່ນຕອນໃດ? (ບໍ່ແນ່ໃຈວ່າຊັກທຸງຂອງແຕ່ລະປະເທດຕອນຢູ່ເຮືອຫຼືວ່າ flag cheer). 17/03/2019: Flag hoisting ແມ່ນກິດຈະກຳເຄົາລົບທຸງຊາດເຊິ່ງວ່າຈະຈັດຂຶ້ນຢູ່ເທິງເຮືອ.
  38. Host family ແມ່ນຫຍັງ?
  39. Port call of country ແມ່ນຫຍັງ?
  40. ສປປລາວຂຽນເປັນພາສາອັງກິດວ່າແນວໃດ?
  41. ທຸງປະເທດລາວແຕ່ລະສີມີຄວາມໝາຍວ່າແນວໃດ?
  42. ສີຟ້າຂອງທຸງຊາດລາວໝາຍຄວາມວ່າແນວໃດ?
  43. ສປປລາວມີຈັກພັກການເມືອງ?
  44. ປະທານປະເທດແຫ່ງສປປລາວແມ່ນໃຜ?
  45. ນາຍົກລັດຖະມົນຕີແຫ່ງສປປລາວແມ່ນໃຜ?
  46. ປະເທດລາວມີທັງໝົດຈັກແຂວງ(ນັບທັງນະຄອນຫຼວງ)?
  47. ປະເທດລາວມີທັງໝົດຈັກຕົວເມືອງ?
  48. ຈົ່ງເລືອກເອົາຄຳຕອບທີ່ຖືກຕ້ອງທີ່ສຸດວ່າປະເທດລາວຕັ້ງຢູ່ໃສ?
  49. ແຄນເຂົ້າເປັນມໍລະດົກໂລກວັນ, ເດືອນ, ປີໃດ? (ຄຳຖາມແທ້ແມ່ນມີແຕ່ເດືອນກັບປີ)
  50. ເປັນຫຍັງ UNESCO ຈຶ່ງເອົາແຄນເຂົ້າເປັນມໍລະດົກໂລກ?
  51. ໃນສປປລາວມີມໍລະດົກໂລກຈັກແຫ່ງ?
  52. ເປັນຫຍັງເມືອງຫຼວງພະບາງຈຶ່ງໄດ້ຖືກຈົດເຂົ້າເປັນມໍລະດົກໂລກ?
  53. ອົງການໃດເປັນຄົນຈົດເຂົ້າເປັນມໍລະດົກໂລກ?
  54. SDG ຫຍໍ້ມາຈາກໃສ?
  55. ຄຳຂັວນຂອງສປປລາວຕໍ່ກັບ SDG ແມ່ນຫຍັງ?
  56. LDC ຫຍໍ້ມາຈາກໃສ?
  57. ປີໃດທີ່ສປປລາວຈະບັນລຸ LDC?
  58. ສປປລາວມີອົງການຈັດຕັ້ງມະຫາຊົນມີຈັກອົງການ?
  59. ກຳມະການກົມການເມືອງສູນກາງພັກກັບກຳມະການພັກຂັ້ນສູນກາງມີໜ້າທີ່ຮັບຜິດຊອບແຕກຕ່າງກັນແນວໃດ? (ສ່ຳກັນ, ..ໃຫຍ່ກ່ວາ…)
  60. ພັກປະຊາຊົນປະຕິວັດລາວພາສາອັງກິດຂຽນແນວໃດ?
  61. ຊາວໜຸ່ມປະຊາຊົນລາວແມ່ນຢູ່ພາຍໃຕ້ການຊີ້ນຳຂອງ?
  62. SIGA ຫຍໍ້ມາຈາກໃສ? ບໍ່ແນ່ໃຈ
  63. ບໍ່ຈື່.
  64. ບໍ່ຈຶ່.
  65. ບໍ່ຈື່.

ຫວັງວ່າຄຳຖາມຂ້າງເທິງອາດຈະເປັນປະໂຫຍດສຳລັບຜູ່ທີ່ຈະເສັງໃນປີຕໍ່ໄປວ່າຂໍ້ສອບຈະອອກແບບໃດແນ່.

ຖິ້ມທ້າຍຄຳຄິດເຫັນສ່ວນໂຕ

  • 30 ນາທີຖືວ່າພໍດີງາມບໍ່ໜ້ອຍເກີນໄປແລະບໍ່ຫຼາຍເກີນໄປ.
  • ຄຳຖາມປະລະໄນເປັນອີ່ຫຍັງທີ່ເຮົາຊັງທີ່ສຸດເພາະມັນ 50%-50% ຖ້າຕອບຜິດກະຖືວ່າຜິດເລີຍ. ຍິ່ງມີຕົວເລືອກໜ້ອຍຍິ່ງມີຄວາມສ່ຽງສູງແຖມຍັງເປັນຄຳຖາມລ໋ອກອີກບາງຄຳຖາມ. ສະນັ້ນ, ຕ້ອງໃຊ້ເວລາອ່ານທຳຄວາມເຂົ້າໃຈກ່ຽວກັບຄຳຖາມໃຫ້ລະອຽດກ່ອນໄປເບິ່ງຄຳຕອບເພາະຖ້າໄປເບິ່ງຄຳຕອບເລີຍເຮົາຈະເກີດ bias ແນ່ນອນຍ້ອນມັນຈະເຮັດໃຫ້ເຮົາເຂົ້າໃຈຄຳຖາມເອງໂດຍອັດຕະໂນມັດເຊິ່ງອາດຈະບໍ່ແມ່ນຄວາມໝາຍຂອງສິ່ງທີ່ເຂົາຈະຖາມແທ້ໆ (ເພາະສະໝອງເຮົາຂີ້ຄ້ານມີຄິດຊ້າກັບຄິດໄວ)
  • ມີຫຼາຍຄົນໄດ້ພໍສົມຄວນ

ຮອບສຳພາດ

ຮອບສຳພາດຂັ້ນຕອນການສຳພາດແລະວິທີການແມ່ນຈະຄືກັນກັບປີ 2016 ຄືທຳອິດໃຫ້ແນະນຳຕົນເອງກ່ອນຫຼັງຈາກນັ້ນກຳມະການກໍໃຫ້ຈົກສະຫຼາກຫົວຂໍ້ໜຶ່ງຫົວຂໍ້ຂຶ້ນມາແລະອະທິບາຍຫົວຂໍ້ກໍຈະເປັນປະມານວ່າ: Youth Contribution (ປີ 2016 ກະຈົກຖືກອັນນີ້ເວົ້າບໍ່ໄດ້, ປີນີ້ກະຈົກຖືກອັນນີ້ກະຍັງເວົ້າບໍ່ໄດ້ດີຄືເກົ່າຫະໆຂະໜາດວ່າຂໍພາວະນາບໍ່ໃຫ້ຖືກຫົວຂໍ້ນີ້ກະຍັງຖືກຢູ່ຄືເກົ່າ), Volunteer…

ເຫັນບາງຄົນເອົາອຸປະກອນດົນຕີໄປນຳຫຼືບາງຄົນກໍ່ຮ້ອງເພງ, ຟ້ອນເພື່ອສະແດງພອນສະຫວັນຂອງຕົນເອງອອກມາ.

Douangtavanh Kongphaly
Author
Douangtavanh Kongphaly