ຈາກການສຳຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສເບື້ອງຕົ້ນເຫັນວ່າ ໃນວັນທີ 1 ເດືອນມີນາ 2015 ສ.ປ.ປ.ລາວ ມີພົນລະເມືອງທັງໝົດ ປະມານ 6.5 ລ້ານຄົນ ເຫັນວ່າມີການເພີ່ມຂຶ້ນຈາກປີ 2005 ປະມານ 870 ພັນຄົນ ໝາຍວ່າ ພົນລະເມືອງລາວເພີ່ມຂຶ້ນໃນແຕ່ລະປີໂດຍສະເລ່ຍແມ່ນ 1.45 ເປີເຊັນ.
ແຂວງທີ່ມີອັດຕາການເພີ່ມຂຶ້ນຂອງພົນລະເມືອງແມ່ນມີ ແຂວງ ອັດຕະປື, ແຂວງ ບໍ່ແກ້ວ ແລະ ແຂວງ ສາລະວັນ ເຊິ່ງໃນສາມແຂວງນີ້ມີອັດຕາການເພີ່ມຂຶ້ນສະເລ່ຍ ແມ່ນສູງກ່ວາ 2 ເປີເຊັນຕໍ່ປີ. ໃນຂະນະທີ່ ແຂວງ ນະຄອນຫຼວງວຽງຈັນ ອັດຕາເພີ່ມຂຶ້ນຂອງພົນລະເມືອງພຽງ 1.6 ເປີເຊັນຕໍ່ປີ. ກົງກັນຂ້າມແຂວງທີ່ມີອັດຕາການເພີ່ມຂຶ້ນຂອງພົນລະເມືອງຊ້າແມ່ນມີ ແຂວງ ຜົ່ງສາລີ, ແຂວງຫົວພັນ ແລະ ແຂວງ ຫຼວງພະບາງ ເນື່ອງຈາກການເຄື່ອນຍ້າຍຂອງພົນລະເມືອງຈາກເຂດພື້ນທີ່ດັ່ງກ່າວ ເພື່ອຊອກຫາໂອກາດທີ່ດີກ່ວາໃນການສ້າງເສດຖະກິດບ່ອນອື່ນ.
ເນື້ອທີ່ດິນ ແລະ ຄວາມໜາແໜ້ນຂອງພົນລະເມືອງ #
ຄວາມໜາແໜ້ນຂອງພົນລະເມືອງໃນ ສ.ປ.ປ.ລາວ ໃນປີ 2015 ແມ່ນ 27 ຄົນຕໍ່ຕະລາງກິໂລແມັດ ເພີ່ມຈາກ 24 ຄົນຕໍ່ຕະລາງກິໂລແມັດ ໃນປີ 2005. ໂດຍລວມແລ້ວຄວາມໜາແໜ້ນຂອງພົນລະເມືອງແມ່ນເພີ່ມຂຶ້ນທຸກແຂວງ. ພິເສດ ແຂວງ ນະຄອນຫຼວງວຽງຈັນແມ່ນເພີ່ມຈາກ 178 ຄົນ ໃນປີ 2005 ມາເປັນ 209 ຄົນຕໍ່ຕະລາງຕາແມັດໃນປີ 2015, ສາເຫດຫຼັກອາດເນື່ອງມາຈາກ ການຍ້າຍຖິ່ນຖານຂອງພົນລະເມືອງ ເຂົ້າມາຢູ່ໃນເມືອງຫຼວງຂອງປະເທດ ເຊິ່ງຄວາມໜາແໜ້ນດັ່ງກ່າວແມ່ນຫຼາຍເກືອບ 5 ເທົ່າຂອງແຂວງ ຈຳປາສັກ ແລະ ສະຫວັນນະເຂດ ໂດຍອີງຕາມເຂດໃຈກາງຂອງພົນລະເມືອງອາໄສຫຼາຍເຊັ່ນກັນ.
ສ່ວນເຂດທີ່ມີຄວາມໜາແໜ້ນຕ່ຳແມ່ນຈະເປັນເຂດທີ່ມີພູມສັນຖານສູງສຸດຂອງປະເທດ ໂດຍມີ ແຂວງ ຜົ້ງສາລີ ມີ 11 ຄົນຕໍ່ຕະລາງຕາແມັດ ແລະ ແຂວງອື່ນໆປະກອບມີ ແຂວງ ອັດຕະປື, ແຂວງ ເຊກອງ ແລະ ແຂວງ ຊຽງຂວາງ.
ຄວາມຮູ້ເສີມ #
ບ້ານທີ່ຈັດເປັນປະເພດບ້ານຕົວເມືອງຕ້ອງປະກອບດ້ວຍ 3 ໃນ 5 ເງື່ອນໄຂລຸ່ມນີ້:
- ບ້ານຕັ້ງຢູ່ເຂດເທດສະບານເມືອງ ຫຼື ແຂວງ.
- ຫຼາຍກ່ວາ 70% ຂອງຄົວເຮືອນ ແມ່ນມີໄຟຟ້າໃຊ້.
- ຫຼາຍກ່ວາ 70% ຂອງຄົວເຮືອນ ມີນ້ຳປະປາໃຊ້.
- ບ້ານມີເສັ້ນທາງເຂົ້າເຖິງ ສາມາດທຽວໄດ້ຕະຫຼອດປີ.
- ບ້ານມີຕະຫຼາດຊື້ຂາຍຕະຫຼອດວັນ.
**ບ້ານທີ່ບໍ່ໄດ້ຕາມເງື່ອນໄຂຂ້າງເທິງ ແມ່ນຖືກຈັດຢູ່ໃນປະເພດບ້ານຊົນນະບົດ ແລະ ຍັງຖືກຈັດປະເພດ ເປັນບ້ານຊົນນະບົດທີ່ມີເສັ້ນທາງເຂົ້າເຖິງ ແລະ ບ້ານຊົນນະບົດທີ່ບໍ່ມີເສັ້ນທາງເຂົ້າເຖິງ.
ເຂດຊົນນະບົດທີ່ບໍ່ມີເສັ້ນທາງເຂົ້າເຖິງມີອັດຕາສ່ວນຫຼາຍກ່ອນໝູ່ແມ່ນ ແຂວງ ເຊກອງ ມີອັດຕາສ່ວນ 24 ສ່ວນຮ້ອຍ ເຊິ່ງບໍ່ມີການປ່ຽນແປງຈາກປີ 2005 ຫາປີ 2015. ຮອງລົງມາແມ່ນ ແຂວງ ຫົວພັນ. ແລະ ແຂວງ ຜົ້ງສາລີ ຕາມລຳດັບ.
ຕາຕະລາງພົນລະເມືອງໃນແຕ່ລະແຂວງ ແລະ ອັດຕາສ່ວນການເພີ່ມຂຶ້ນຂອງພົນລະເມືອງປີ 2005 ຫາ 2015 #
| ອັນດັບ | ແຂວງ | ຈຳນວນປະຊາກອນ (2005) | ຈຳນວນປະຊາກອນ (2015) | ອັດຕາການເຕີບໂຕຂອງພົນລະເມືອງ 2005-2015 |
|---|---|---|---|---|
| 01 | ນະຄອນຫຼວງວຽງຈັນ | 698,318 | 820,900 | 1.6 |
| 02 | ຜົ້ງສາລີ | 165,947 | 178,000 | 0.7 |
| 03 | ຫຼວງນ້ຳທາ | 145,310 | 175,700 | 1.9 |
| 04 | ອຸດົມໄຊ | 265,179 | 307,600 | 1.5 |
| 05 | ບໍ່ແກ້ວ | 145,263 | 179,300 | 2.1 |
| 06 | ຫຼວງພະບາງ | 407,039 | 431,900 | 0.6 |
| 07 | ຫົວພັນ | 280,938 | 289,400 | 0.3 |
| 08 | ໄຊຍະບູລີ | 338,669 | 381,300 | 1.2 |
| 09 | ຊຽງຂວາງ | 229,596 | 244,700 | 0.6 |
| 10 | ວຽງຈັນ | 388,895 | 419,100 | 1.5* |
| 11 | ບໍລິຄຳໄຊ | 225,301 | 273,700 | 2.0 |
| 12 | ຄຳມ່ວນ | 337,390 | 392,100 | 1.5 |
| 13 | ສະຫວັນນະເຂດ | 825,902 | 969,700 | 1.6 |
| 14 | ສາລະວັນ | 324,327 | 397,000 | 2.0 |
| 15 | ເຊກອງ | 84,995 | 113,200 | 2.9 |
| 16 | ຈຳປາສັກ | 607,370 | 694,000 | 1.3 |
| 17 | ອັດຕະປື | 112,120 | 139,600 | 2.2 |
| 18 | ໄຊສົມບູນ | 39,423 | 85,200 | 2.8 |
| ລວມ | 5,621,982 | 6,492,400 | 1.4 |
ໝາຍເຫດ: ຕົວເລກທີ່ໝາຍ (*) ຂອງແຂວງໄຊສົມບູນ ແລະ ແຂວງວຽງຈັນ ການຄິດໄລ່ອັດຕາການເຕີບໂຕແຕ່ປີ 2005-2015 ແມ່ນຖືເອົາ ຈຳນວນພົນລະເມືອງ ຕາມປີ 2005 ໝາຍຄວາມວ່າ ເມືອງໃດທີ່ມີການຍົກຍ້າຍໃນປີ 2015 ແມ່ນຈະເອົາໄປຄິດໄລ່ໃນເມືອງເກົ່າໃນປີ 2005.
ຂອບໃຈຂໍ້ມູນຈາກ ປຶ້ມ ບົດລາຍງານເບື້ອງຕົ້ນ ສຳຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສ ທົ່ວປະເທດ ຄັ້ງທີ IV ປີ 2015, 2 ທັນວາ 2015, ກະຊວງແຜນການ ແລະ ການລົງທຶນ, ສູນສະຖິຕິແຫ່ງຊາດ.