Skip to main content

Multiple Overlapping Deprivation Analysis - MODA

·723 words·4 mins
Table of Contents

Multiple Overlapping Deprivation Analysis (MODA) ເປັນເຄື່ອງມືທີ່ໃຊ້ໃນການວິເຄາະຄວາມຂາດເຂີນ ແລະ ທຸກຍາກຂອງເດັກທີ່ UNICEF ໃຊ້ ເຊິ່ງວ່າເຄື່ອງມືດັ່ງກ່າວແມ່ນຖືກເອົາໄປນຳໃຊ້ໃນການວິເຄາະຄວາມທຸກຍາກຂາດເຂີນຂອງເດັກນ້ອຍໃນຫຼາຍມິຕິ.

ການວິເຄາະ MODA ໃນ ສປປ ລາວ ຂໍ້ມູນທີ່ເພິ່ນເອົາມາໃຊ້ແມ່ນ ຂໍ້ມູນມາຈາກຜົນການສຳຫຼວດຕົວແທນ LSIS II ໂດຍເຈາະຈົງແຕ່ເດັກນ້ອຍອາຍຸ 0 ປີ ຫາ 17 ປີ.

ໃນບົດຄວາມນີ້ ແມ່ນເຮົາຈະມານຳສະເໜີວ່າ MODA ແມ່ນຫຍັງ ແລະ ມີວິທີການຄິດໄລ່ແນວໃດ

ທຳອິດມາແປຄວາມໝາຍກັນກ່ອນວ່າ “ຄວາມ/ການຂາດເຂີນ” (deprivation) ມັນແມ່ນຫຍັງ? ເວລາທີ່ເຮົາຈະວິເຄາະຄວາມທຸກຍາກຂາດເຂີນ ເຮົາມັກຈະໄປວິເຄາະໂດຍການໄປເບິ່ງວ່າ ກະເຈົ້າທຸກຍາກບໍ່ ຫຼື ບໍ່ທຸກຍາກ ເບິ່ງຈາກລາຍຮັບຂອງຄອບຄົວ ແຕ່ລະບຸກຄົນໄປ ຫຼັງຈາກນັ້ນກໍກຳນົດເສັ້ນຄວາມທຸກຍາກ ຖ້າໃຜລາຍໄດ້ຕ່ຳກ່ວາເສັ້ນທີ່ເຮົາຂີດໄວ້ ກໍແມ່ນກະເຈົ້າຂາດເຂີນ ຫຼື ຍັງທຸກຍາກຢູ່ ຖ້າຢູ່ເທິງເສັ້ນຄວາມທຸກຍາກກໍ່ຈະລະບຸໄດ້ວ່າເດັກນ້ອຍຜູ້ນັ້ນບໍ່ທຸກຍາກຂາດເຂີນ.

ການທີ່ເຮົາວັດຄວາມທຸກຍາກຂາດເຂີນຂອງເດັກນ້ອຍ ໂດຍອີງຕາມລາຍຮັບຂອງຄອບຄົວນັ້ນ ບໍ່ໄດ້ອະທິບາຍໃຫ້ເຮົາໄດ້ລະອຽດວ່າຊີວິດການເປັນຢູ່ຂອງເດັກນ້ອຍດີບໍ່ ເຊັ່ນ ຖ້າເຮົາຮູ້ແລ້ວວ່າເດັກນ້ອຍຂາດເຂີນຍ້ອນວ່າ ລາຍໄດ້ຂອງຄອບຄົວນັ້ນຕ່ຳ ເຮົາຈະແກ້ແນວໃດ ເພີ່ມລາຍຮັບໃຫ້ແຕ່ລະຄອບຄົວ? ເຊິ່ງວ່າມັນເປັນວິທີການແກ້ໄຂທີ່ກ້ວາງຫຼາຍ. ສະນັ້ນ, ການວັດຄວາມຂາດເຂີນຂອງເດັກໂດຍບໍ່ໄດ້ເບິ່ງພຽງແຕ່ລາຍຮັບຂອງຄອບຄົວຢ່າງດຽວ ເຮົາຈະຕ້ອງເບິ່ງສະພາບແວດລ້ອມ ແລະ ການບໍລິການທີ່ເດັກນ້ອຍຄວນຈະໄດ້ຮັບເພື່ອທີ່ເຮັດໃຫ້ຊີວິດການເປັນຢູ່ຂອງກະເຈົ້າດີຂຶ້ນ ແລະ ການພັດທະນາໄວເດັກຂອງເຂົາ ເຮົາຄວນຈະໄປເບິ່ງຈຸດໆນີ້ຫຼາຍກ່ວາເພື່ອທີ່ເຮົາຈະໄດ້ວິເຄາະວາງວາງນະໂຍບາຍຢ່າງຊັດເຈນ ແລະ ເຂົ້າໃຈສະຖານະການສະພາບແວດລ້ອມປັດຈຸບັນຂອງເຂົາ.

ໃນການວິເຄາະ MODA ນັ້ນຈະມີສ່ວນປະກອບ ຢູ່ 3 ອັນທີ່ຈະໄດ້ວິເຄາະ ແລະ ສະແດງຜົນອອກມາຄື:
#

  1. ສະແດງການແຈກຢາຍຂອງຈຳນວນການຂາດເຂີນຂອງເດັກນ້ອຍ. ໃນສ່ວນຂອງໂຕນີ້ແມ່ນ ເຮົາຈະມາເບິ່ງກັນວ່າ ເດັກນ້ອຍແຕ່ລະຄົນມີການຂາດເຂີນຈັກມິຕິ ແລະ ມາເບິ່ງອີກວ່າການແຈກຢາຍຂອງການຂາດເຂີນຂອງເດັກນ້ອຍສ່ວນຫຼາຍແມ່ນ ຂາດເຂີນຈັກມິຕິເປັນສ່ວນໃຫຍ່ ໂດຍແບ່ງຕາມ profiling indicator, ຕາມກຸ່ມອາຍຸ ຕາມແຕ່ລະລັກສະນະຂອງກຸ່ມຕົວຢ່າງທີ່ເຮົາຕັ້ງໄວ້.
  2. ຄິດໄລ່ການຂາດເຂີນຫຼາຍມິຕິເພື່ອສະໜອງຜົນໄດ້ຮັບ ແລະ ການສະຫຼຸບທາງດ້ານສະຖິຕິທີ່ຫລາກກຫຼາຍກັນໄປເຊັ່ນ:
    1. The headcount ratio (H), ເພື່ອເບິ່ງອັດຕາຄວາມຖີ່ (incidence) ຄວາມຂາດເຂີນຫຼາຍມິຕິຂອງເດັກໃນແຕ່ລະມິຕິ ໂດຍຂຶ້ນກັບຈຸດ cut-off K (K ແມ່ນການກຳນົດຄ່າທີ່ເຮົາຈະລະບຸວ່າ ເດັກນ້ອຍຈະຕ້ອງຂາດເຂີນຢ່າງໜ້ອຍຈັກມິຕິຈຶ່ງເອີ້ນວ່າ ກະເຈົ້າຂາດເຂີນຫຼາຍມິຕິ) ທີ່ເຮົາກຳນົດໄວ້.
    2. The average intensity (A), ເພື່ອເບິ່ງຄວາມເລິກ/ຕື້ນ ຂອງຄວາມຂາດເຂີນໂດຍໄລ່ເອົາສະເພາະເດັກທີ່ຖືກໝາຍວ່າຂາດເຂີນຫຼາຍມິຕິ ຄ່າທີ່ໄດ້ແມ່ນເປີເຊັນຂອງການຂາດເຂີນທັງໝົດ.
    3. The adjusted deprivation headcount (M), ເປັນການເບິ່ງລວມກັນລະຫວ່າງຄວາມຖີ່ ແລະ ຄວາມໜາແໜ້ນຂອງການຂາດເຂີນ.

ຂັ້ນຕອນໃນການວິເຄາະເຮົາຈະເລີ່ມແນວໃດ?
#

  1. ເຮົາຈະຕ້ອງຫາມິຕິຂອງຄວາມຂາດເຂີນກ່ອນວ່າ ເຮົາຈະວິເຄາະກັນຢູ່ຈັກມິຕິ ເຊິ່ງໃນແຕ່ລະຊ່ວງອາຍຸ ມິຕິຂອງແຕ່ລະໂຕອາດຈະໃຊ້ນຳກັນບໍ່ໄດ້ຫມົດ ເຊັ່ນ: ເດັກໃນຊ່ວງ 0 ຫາ 4 ກະເຈົ້າຕ້ອງການ ການດູແລເລື່ອງສຸຂະພາບ ແລະ ໂພຊະນາການເນື່ອງຈາກວ່າຊ່ວງນີ້ເຮົາຈະຕ້ອງເອົາໃຈໃສ່ດ້ານນີ້ເພືອທີ່ຈະເຮັດແນວໃດໃຫ້ເດັກນ້ອຍມີຊີວິດລອດ ແຕ່ວ່າກາຍຊ່ວງນັ້ນໄປ ແມ່ນການສຶກສາເປັນສິ່ງສຳຄັນ ກະເຈົ້າຈະຕ້ອງມີໂອກາດຮຽນໜັງສືເພື່ອເສີມສ້າງທັກສະ ແລະ ພັດທະນາການຂອງກະເຈົ້າໃນອະນາຄົດ ສະນັ້ນ ເຮົາກໍຈະເອົາມິຕິການສຶກສາເຂົ້າມາເບິ່ງຕື່ມ.
  2. ຫລັງຈາກທີ່ເຮົາຮູ້ມິຕິແລ້ວ ເຮົາຈະຕ້ອງຫາຕົວຊີ້ບອກໃນມິຕິນັ້ນໆ ວ່າມີຈັກຕົວຊີ້ບອກ ຕົວຢ່າງ: ມິຕິດ້ານໂພຊະນາການ ຈະມີ 3 ຕົວຊີ້ບອກ ຄື: ເດັກມີນ້ຳໜັກຕ່ຳກ່ວາເກນບໍ່ (Underweight), ເດັກໄດ້ຮັບສານໄອໂອດີນບໍ່?, ເດັກໄດ້ກິນນົມແມ່ບໍ່? ອີ່ຫຍັງປະມານນີ້ ເພາະເປັນໂຕຊີ້ບອກວ່າເດັກໄດ້ຮັບໂພຊະນາການດີ.
  3. ຂັ້ນຕອນຕໍ່ໄປ ເຮົາກໍຈະມາວິເຄາະລວມ ເຊັ່ນ: ຄວາມຖີ່, ອັດຕາສ່ວນ, ແຕ້ມເສັ້ງສະແດງ ເພື່ອໃຫ້ເຫັນພາບ ແລະ ອະທິບາຍຜົນໄດ້ຮັບງ່າຍ.
Multiple Overlapping Deprivation Analysis - MODA

*ການເລືອກຕົວຊີ້ບອກນັ້ນ ແມ່ນເຮົາຄວນເລືອກຕົວຊີ້ບອກທີ່ອະທິບາຍຜົນທີ່ໄດ້ຮັບ ບໍ່ແມ່ນ ເລືອກໂຕຊີ້ບອກທີ່ອະທິບາຍຄວາມຂາດເຂີນ

ບັນຫາທີ່ມັກເກີດຂຶ້ນເລື້ອຍໆໃນການວິເຄາະ
#

  1. ເລືອກມິຕິ (dimension) ທີ່ທັບຊ້ອນກັນ 100% ເຮົາບໍ່ຄວນເລືອກມິຕິທີ່ມັນທັບຊ້ອນກັນສົມບູນແບບ ເພາະມັນຈະເຮັດໃຫ້ເຮົາໄຈ້ແຍກບໍ່ອອກວ່າ ກະເຂົ້າຂາດເຂີນໂຕກັນກັນແທ້ ຄວນເລືອກມິຕິທີ່ມັນຕັດກັນ ແຕ່ບໍ່ຕັດກັນຈົນ 100%
  2. ແຕ່ລະມິຕິຄວນມີຕົວຊີ້ບອກ (indicator) ຢູ່ປະມານ 3 ຫາ 4 ອັນ (ແຕ່ບໍ່ຈຳກັດ)
  3. ບໍ່ເອົາຕົວຊີ້ບອກທີ່ມີຄວາມສຳພັນ (correlate) ກັນສູງ
  4. ບໍ່ເອົາຕົວຊີ້ບອກທີ່ມີຄ່າ missing ຫຼາຍ
  5. ເອົາໃຈໃສ່ວິທີ ແລະ ຂັ້ນຕອນໃນການເກັບຂໍ້ມູນ ຂອງຂໍ້ມູນທີ່ເຮົາໄດ້ມາ
  6. ບາງເທື່ອຕົວຊີ້ບອກທີ່ເຮົາເອົາມາສາມາດ ໂຮມເຂົ້າກັນໄດ້
  7. ກວດຄືນຄ່າ missing value ໂດຍສະເພາະ ກຸ່ມປະຊາກອນ ແລະ ກຸ່ມຕົວຢ່າງ. ຄ່າ missing ຂອງກຸ່ມຕົວຢ່າງທີ່ເຮົາເອົາມາ ບໍ່ຄວນເກີນ 30% ຂອງຈຳນວນປະຊາກອນ ເພາະວ່າຖ້າເກີນຫຼາຍມັນຈະເຮັດໃຫ້ຜົນໄດ້ຮັບເກີດມີການລຳອຽງ (bias)

ວິທີການຄິດໄລ່
#

ໃນການຄິດໄລ່ ເຮົາຈະແບ່ງອອກເປັນ 2 ການຄິດໄລ່ ຄືແບບມິຕິດຽວ (single deprivation analysis) ແລະ ແບບຫລາຍມິຕິ (multiple deprivation analysis)

Single Deprivation Analysis
#

$$ H= \frac{q_{k}}{n} $$$$ q_{k}=\sum_{i=1}^{n}y_{k} $$

k – ຈຳນວນມິຕິທີ່ເຮົາຈະຕັດອອກ (k=1, k=2, k=3, … , k = n) (k= 2 ໝາຍຄວາມວ່າ ເຮົາຈະນັບວ່າເດັກນ້ອຍຂາດເຂີນ ຫາກເດັກນ້ອຍຂາດເຂີນຢ່າງໜ້ອຍ 2 ມິຕິຂຶ້ນໄປ)

j – ຈຳນວນມິຕິ (j1, j2, j3, … , jn)

i – ຈຳນວນຂອງເດັກນ້ອຍໃນກຸ່ມຕົວຢ່າງ (ບາງຄອບຄົວອາດຈະມີເດັກນ້ອຍຫລາຍກ່ວາ 1 ຄົນຂຶ້ນໄປ) (i1, i2, i3, … , in)

H (%) – ຈຳນວນເດັກນ້ອຍ i ຄົນທີ່ຂາດເຂີນໃນ k ມິຕິ (ເຊິ່ງໂຕນີ້ແມ່ນມີພຽງແຕ່ມິຕິດຽວ)

n – ຈຳນວນເດັກນ້ອຍທັງຫມົດ

yk – ຈຳນວນເດັກນ້ອຍທີ່ຂາດເຂີນໃນມິຕິ k. k = 1 ຖ້າຫາກວ່າ xj < Zj; k = 0 ຖ້າ x >= Zj

xj – ຄ່າຂອງເດັກນ້ອຍ i ໃນມິຕິ j (ຄ່າທີ່ໄດ້ຈາກທີ່ເຮົາວັດໃນເດັກນ້ອຍແຕ່ລະຄົນ)

Zj – ຄ່າມາດຕະຖານທີ່ເຮົາຕັ້ງໄວ້ສຳລັບມິຕິ j

k = 1 ໝາຍຄວາມວ່າເດັກນ້ອຍ i ນັ້ນຂາດເຂີນໃນມິຕິ j

k = 0 ໝາຍຄວາມວ່າເດັກນ້ອຍ i ບໍ່ຂາດເຂີນໃນມິຕິ j

Multiple Deprivation Analysis
#

Deprivation count
#

Identity of multidimentional in each child

ຫຼັງຈາກທີ່ເຮົາກຳນົດແຕ່ລະຕົວຊີ້ບອກ ແລະ ລະບຸວ່າມີມິຕິໃດແນ່ທີ່ຂາດເຂີນ, ເຮົາກໍຈະມາລວມຈຳນວນການຂາດເຂີນໃນແຕ່ລະມິຕິວ່າ ເດັກນ້ອຍແຕ່ລະຄົນມີການຂາດເຂີນທັງໝົດຈັກມິຕິ

$$ D_{i}=\sum_{j=1}^{d}y_{j} $$

Di – ຈຳນວນມິຕິທັງໝົດທີ່ຂາດເຂີນໃນເດັກນ້ອຍແຕ່ລະຄົນ (ການລະບຸໃນມິຕິ ນັ້ນຖ້າຫາວ່າຕົວຊີ້ບອກໃນມິຕິ j ຕົວໃດຕົວໜຶ່ງຫຼຸດຄ່າມາດຕະຖານ (threshold) ທີ່ເຮົາຕັ້ງໄວ້ ມິຕິໄດ້ກໍຈະຖືກໝາຍວ່າຂາດເຂີນໄປເລີຍ.

ຄິດໄລ່ອັດຕາການແຈກຢາຍຂອງເດັກນ້ອຍວ່າ ໃນແຕ່ລະຈຳນວນການຂາດເຂີນນັ້ນມີອັດຕາການກວມເອົາຈັກເປີເຊັນ
#

frequency of deprivation of all children

ເມື່ອເຮົາຮູ້ແລ້ວວ່າເດັກນ້ອຍແຕ່ລະຄົນມີການຂາດເຂີນຈັກມິຕິ ເຮົາກໍຈະມາແຕ້ມກຣາບ ເບິ່ງວ່າ ອັດຕາເດັກນ້ອຍທີ່ມີການຂາດເຂີນ 0, 1, 2, 3, … , n ມິຕິ ມີເທົ່າໃດ. ແບ່ງຕາມລະດັບຊາດ ແລະ ລະດັບຍ່ອຍແບ່ງຕາມ ກຸ່ມອາຍຸ. ນອກຈາກນີ້ ແມ່ນໃຫ້ເຮົາທຽບຜົນໄດ້ຮັບທີ່ໄດ້ມາສົມທຽບກັນກັບ ຕົວຊີ້ບອກທີ່ເປັນ profiling ເພື່ອເຮົາຈະໄດ້ເບິ່ງຄຸນລັກສະນະຂອງຕົວຢ່າງເດັກນ້ອຍ ເພື່ອທີ່ເຮົາຈະຮູ້ວ່າ ມີລັກສະນະເດັກນ້ອຍປະເພດໃດແນ່ທີ່ບໍ່ມີການຂາດເຂີນ ແລະ ມີການຂາດເຂີນຫຼາຍ.

ຈັດກຸ່ມ ແລະ ວິເຄາະເອົາການທັບຊ້ອນກັນຂອງມິຕິທີ່ຂາດເຂີນ ແລະ ບໍ່ຂາດເຂີນ
#

ການທີ່ເຮົາແຕ້ມກຣາບສະແດງການທັບຊ້ອນກັນຂອງມິຕິທີ່ມີການຂາດເຂີນ ຈະເຮັດໃຫ້ເຮົາເຫັນພາບຍິ່ງຂຶ້ນໃນການເບິ່ງວ່າ ເດັກນ້ອຍທີ່ມີການຂາດເຂີນນັ້ນກະເຈົ້າຂາດເຂີນຫຍັງແນ່ ໂຕໃດຂາດເຂີນໜ້ອຍ ແລະ ມີໂຕໃດຂາດເຂີນຫຼາຍ.

ການສ້າງເສັ້ນສະແດງດານທັບຊ້ອນກັນນັ້ນ ຮູບໜຶ່ງແມ່ນສູງສຸດບໍ່ເກີນ 3 ມິຕິໃນຮູບແບບ Venn – diagram ເຊິ່ງວ່າໃນຮູບດຽວນັ້ນສາມາດອະທິບາຍໄດ້ຫຼາຍຢ່າງຄື:

  • ກຸ່ມເດັກນ້ອຍຕາມທີ່ມີການຂາດເຂີນໜຶ່ງໃນສາມມິຕິ
  • ກຸ່ມເດັກນ້ອຍຕາມທີ່ມີການຂາດເຂີນສອງໃນສາມມິຕິ
  • ກຸ່ມເດັກນ້ອຍທີ່ບໍ່ມີການຂາດເຂີນເລີຍ
  • ກຸ່ມເດັກນ້ອຍທີ່ມີການຂາດເຂີນທັງສາມມິຕິ ກຸ່ມນີ້ແມ່ນກຸ່ມທີ່ເຮົາຈະຕ້ອງເບິ່ງເປັນພິເສດ ເພາະເປັນກຸ່ມທີ່ມີຄວາມສ່ຽງຫຼາຍກ່ອນໝູ່
Venn diagram – the overlapping 3 dimension of deprivation

Headcount ratio (H)
#

ຂັ້ນຕອນຕໍ່ມາແມ່ນເຮົາຈະມາຄິດໄລ່ ອັດຕາການຂາດເຂີນຂອງເດັກນ້ອຍໄລ່ເປັນຫົວຄົນ ໂດຍການຄິດໄລ່ນີ້ຈະຊ່ວຍໃຫ້ເຮົາວັດແທກໄດ້ວ່າ ມີເດັກນ້ອຍຈັກເປີເຊັນທີ່ຂາດເຂີນໃນມິຕິທີ່ເຮົາເລືອກ ໃນແຕ່ລະກຸ່ມອາຍຸ ຫຼັງຈາກນັ້ນຈັດປະເພດການຂາດເຂີນ ວ່າເດັກນ້ອຍຈະຕ້ອງມີການຂາດເຂີນຈັກມິຕິຈຶ່ງຖືວ່າ ແມ່ນຂາດເຂີນຫຼາຍມິຕິ ເຊິ່ງໂຕນີ້ແມ່ນຂຶ້ນກັບເຮົາກຳນົດ ໂດຍສັນຍາລັກແມ່ນ K (cut-off approach). ໝາຍຄວາມວ່າຖ້າຫາວ່າເດັກນ້ອຍຜູ້ນັ້ນມີ Di ທີ່ເທົ່າກັບ ຫຼື ໃຫຍ່ກ່ວາ K ແມ່ນເຮົາຈະໝາຍວ່າເດັກນ້ອຍຜູ້ນັ້ນມີການຂາດເຂີນຫຼາຍມິຕິ.

$$ y_{j} = 1, ຖ້າ D_{i} >= K $$

$$ y_{j} = 0, ຖ້າ D_{i} < K $$

ໃຊ້ສູດນີ້ໃນການຄິດໄລ່:

$$ H=\frac{q_{K}}{n} $$$$ q_{K}=\sum_{i=1}^{n}y_{K} $$

K – cut-off point ຈຸດທີ່ເຮົາກຳນົດວ່າ ເດັກນ້ອຍຂາດເຂີນຈັກມິຕິຈຶ່ງກຳນົດວ່າກະເຈົ້າຂາດເຂີນຫຼາຍມິຕິ

H (%) – ອັດຕາການຂາດເຂີນຫຼາຍມິຕິທຽບໃສ່ຫົວຄົນອີງຕາມ K (cut-off point) ທີ່ເຮົາກຳນົດ

qK – ຈຳນວນເດັກນ້ອຍທີ່ໄດ້ຮັບຄວາມຂາດເຂີນຢ່າງໜ້ອຍ K ມິຕິ

n – ຈຳນວນເດັກນ້ອຍທັງໝົດ

yK – ສະຖານະຄວາມຂາດເຂີນຂອງເດັກນ້ອຍ i (ຂຶ້ນກັບ K)

ໝາຍເຫດ: ຖ້າເຮົາຕັ້ງ K ຫຼາຍກ່ວາ 1 ສະແດງວ່າ ເດັກນ້ອຍທີ່ຂາດເຂີນໃນຫຼາຍມິຕິແຕ່ບໍ່ຮອດຈຸດທີ່ເຮົາຕັ້ງໄວ້ແມ່ນເຮົາຈະບໍ່ໄດ້ນັບເຂົ້າໄປນຳ ຫຼື ບໍ່ໄດ້ເອີ້ນວ່າເດັກນ້ອຍທີ່ມີການຂາດເຂີນຫຼາຍມິຕິ.

Average deprivation intensity (A)
#

ສຳລັບການຄິດໄລ່ໂຕນີ້ແມ່ນ ເພື່ອວັດຂະໜາດຂອງຄວາມຂາດເຂີນໃນຫຼາຍມິຕິຂອງເດັກທີ່ໝາຍວ່າຂາດເຂີນ. ຢາກວ່າງົງໆໜ້ອຍໜຶ່ງ ຄັນຈະເວົ້າແລ້ວແມ່ນ ເຮົາຈະມາເບິ່ງວ່າມິຕິທີ່ເດັກນ້ອຍທີ່ເຮົາລະບຸວ່າຂາດເຂີນຕາມ K ທີ່ເຮົາຕັ້ງໄວ້ຫັ້ນນ່າກະເຈົ້າຂາດເຂີນສະເລ່ຍແລ້ວກວມເອົາຫຼາຍສ່ຳໃດຂອງຈຳນວນມິຕິທັງໝົດ.

ສູດຂອງ ຄ່າສະເລ່ຍຄວາມໜາແໜ້ນຂອງການຂາດເຂີນ

$$ A\left(\%\right)=\frac{\sum_{1}^{q_{k}}C_{K}}{\left(q_{K}\right)*d} $$$$ A\left(number\right)=\frac{\sum_{1}^{q_{k}}C_{K}}{d} $$$$ c_{k}=D_{i}*y_{K} $$

A (%) – ຄ່າສະເລ່ຍຄວາມໜາແໜ້ນຂອງເດັກນ້ອຍທີ່ຂາດເຂີນໃນການຂາດເຂີນຫຼາຍມິຕິ (ຫົວໜ່ວຍ ເປີເຊັນ)

A (number) – ຄ່າສະເລ່ຍຄວາມໜາແໜ້ນຂອງເດັກນ້ອຍທີ່ຂາດເຂີນໃນການຂາດເຂີນຫຼາຍມິຕິ (ຫົວໜ່ວຍ ຕົວເລກ)

d – ຈຳນວນມິຕິທັງໝົດທີ່ເຮົານຳມາຄິດໄລ່ໃຫ້ເດັກນ້ອຍແຕ່ລະຄົນ

c(K) – ຈຳນວນມິຕິຂອງຄວາມຂາດເຂີນຫຼາຍມິຕິຂອງເດັກນ້ອຍທີ່ຂາດເຂີນ

Adjusted deprivation headcount (M0)

ການຄິດໄລ່ອັດຕາສ່ວນ Adjusted deprivation headcount (M0) ແມ່ນການທີ່ເຮົາເອົາອັດຕາການຂາດເຂີນຂອງເດັກຕາມຫົວຄົນລວມກັບອັດຕາຄວາມໜາແໜ້ນຂອງຄວາມຂາດເຂີນຂອງເດັກທີ່ຂາດເຂີນເຂົ້າກັນ. Index ໂຕນີ້ຈະຊ່ວຍໃຫ້ເຮົາເຫັນ ການເພີ່ມຂຶ້ນຂອງ poverty index ຖ້າຫາກວ່າເດັກນ້ອຍທີ່ທຸກຍາກຢູ່ແລ້ວນັ້ນເລີ່ມຂາດເຂີນໃນມິຕິອື່ນທີ່ກະເຈົ້າບໍ່ໄດ້ຂາດເຂີນມາກ່ອນໜ້ານີ້.

$$ M_{0}=H*A=\frac{\sum_{1}^{q_{K}}C_{K}}{n*d} $$
Contribute all dimension of deprivation and non-deprivation

ສະຫຼຸບຫຍໍ້ ແຕ່ລະຂັ້ນຕອນຂອງ MODA:
#

1. Getting started | Concept, definition , data

  • ເລືອກຂອບເຂດໃນການວິເຄາະຂອງການເປັນຢູ່ທີ່ດີຂອງເດັກນ້ອຍວ່າຈະເອົາໃນຂອບເຂດໃດ ເຊິ່ງວ່າເຮົາຈະເອົາຂອບເຂດດ້ານສຸຂະພາບຂອງເດັກເບາະ ຫຼື ດ້ານການສຶກສາ ແຕ່ເຖິງຢ່າງໃດກໍຕາມ ການເລືອກຂອບເຂດມັນກໍ່ຈະຕ້ອງຂຶ້ນກັບຂໍ້ມູນທີ່ເຮົາຈະເອົາມາວິເຄາະນຳ ວ່າຂໍ້ມູນທີ່ເຮົາສາມາດມີຫຍັງແນ່ ແລ້ວຫຼັງຈາກນັ້ນເຮົາຈຶ່ງມາເລືອກຂອບເຂດ ແລະ ມິຕິໃນການວິເຄາະໄດ້
  • ເລືອກຂໍ້ມູນທີ່ຈະນຳມາວິເຄາະ ແລະ ກຳນົດມາດວັດຫົວໜ່ວຍ

2. Preparation for the deprivation analysis | Choice of dimensions, indicators, thresholds, and age groups

  • ເລືອກຕົວຊີ້ບອກຂອງແຕ່ລະມິຕິ ແລະ ກວດເບິ່ງຕົວແທນປະຊາກອນ (reference population) ທີ່ຈະເອົາມາຄິດໄລ່
  • ຕັ້ງຄ່າມາດຕະຖານໃຫ້ແຕ່ລະຕົວຊີ້ບອກ
  • ເລືອກ life-cycle ແລະ ກຸ່ມອາຍຸສຳລັບການຄິດໄລ່ແບບຫຼາຍມິຕິ
  • ໃນກໍລະນີທີ່ບາງຄອບຄົວອາດຈະມີເດັກນ້ອຍ 2ຄົນຂຶ້ນໄປ ເຮົາຈະຕ້ອງເລືອກວ່າ ເຮົາຈະເອົາຕົວແທນໃນແຕ່ລະຄອບຄົວພຽງແຕ່ຄົນດຽວ ຫຼື ຈະເອົາເດັກນ້ອຍຜູ້ອື່ນໃນຄອບຄົວນັ້ນນຳ
  • ທົດສອບຄວາມສຳພັນຂອງຕົວຊີ້ບອກວ່າມີຄວາມສຳພັນກັນສູງບໍ່ (ເຊິ່ງໃນການວິເຄາະ MODA ຕົວຊີ້ບອກຕ້ອງບໍ່ມີຄວາມສຳພັນກັນ 100 ເປີເຊັນ)
  • ເລືອກວ່າຈະເອົາມິຕິໃດ, ມິຕິໃດແນ່ທີ່ສາມາດໂຮມເຂົ້າກັນໄດ້ (ໃນການຄິດໄລ່ ເຮົາຈະໃຫ້ weight ເທົ່າກັນໝົດ)

3. Single deprivation analysis

  • ຄຳນວນອັດຕາຄວາມຂາດເຂີນ (Headcount ratio) ໃນແຕ່ລະຕົວຊີ້ບອກລວມທັງແຕ່ລະມິຕິນຳ
  • ຫຼັງຈາກຮູ້ຜົນໄດ້ຮັບແລ້ວ ເຮົາກໍມາເບິ່ງຕົວປ່ຽນທີ່ເປັນ profiling ແລະ ສ້າງ profile ຂຶ້ນມາເພື່ອໃຊ້ໃນການເບິ່ງ ແລະ ອະທິບາຍວ່າເດັກນ້ອຍຂາດເຂີນຍອ້ນຫຍັງໃນມິຕິນັ້ນໆ

4. Multiple overlapping deprivation analysis

4.1. Multiple overlapping deprivation analysis | Deprivation count and overlap analysis per age group

  • ຄິດໄລ່ຈຳນວນມິຕິທີ່ຂາດເຂີນຂອງເດັກນ້ອຍແຕ່ລະຄົນ
  • ຫຼັງຈາກນັ້ນແມ່ນ ຄິດໄລ່ອັດຕາສ່ວນຂອງຄວາມຂາດເຂີນຂອງເດັກນ້ອຍມີສ່ວນແບ່ງເທົ່າໃດ? ແຕ່ລະຄົນກະເຈົ້າຂາດເຂີນຈັກມິຕິ ຄິດໄລ່ທັງລະດັບປະເທດ ແລະ ລະດັບກຸ່ມຍ່ອຍນຳ
  • ຕໍ່ມາແມ່ນວິເຄາຈຸດຕັດກັນລະຫວ່າງມິຕິແຕ່ລະໂຕລວມທັງມິຕິທີ່ບໍ່ໄດ້ຕັດກັນ
  • ສ້າງລັກສະນະ (profile) ຂອງເດັກນ້ອຍຂາດເຂີນທີ່ຕັດກັນ

4.2. Multiple overlapping deprivation analysis | Identification of multidimensional deprived children

  • ຄິດໄລ່ headcount ratio (H) ໃນແຕ່ລະກຸ່ມອາຍຸຕາມ K (cut-off point) ທີ່ເຮົາກຳນົດ
  • ຄິດໄລ່ average intensity of deprivation (A) ພາຍໃນກຸ່ມທີ່ເອີ້ນວ່າຂາດເຂີນໃນແຕ່ລະກຸ່ມອາຍຸ
  • ຄິດໄລ່ adjusted multidimensional child deprivation headcount ratio (M0/M) ໃນແຕ່ລະກຸ່ມອາຍຸ

ຕົວຢ່າງການຄິດໄລ່ໂຕຈິງໃນ Sheet:

Calculate H, A, M0

ຂໍ້ມູນເພີ່ມຕື່ມ

MODA Step-by-Step Guidelines

Lost In Dimensions

CC-MODA Technical Note

Alkire Foster method

Douangtavanh Kongphaly
Author
Douangtavanh Kongphaly