ຢາກວ່າຫ່າງຫານກັນໄປດົນເລີຍເນາະທີ່ບໍ່ໄດ້ຂຽນບົດຄວາມ ພໍດີເຂົ້າຊອກຫາອ່ານກົດໝາຍ ແລ້ວໄປເຫັນ ກົດໝາຍວ່າ ດ້ວຍສະຖິຕິ ເຊິ່ງທຳອິດຕົນເອງກະຫາກໍ່ຮູ້ວ່າ ອ້າວ! ເຮົາກະມີກົດໝາຍກ່ຽວກັບສະຖິຕິນຳຫວາ ກໍເລີຍເຂົ້າໄປອ່ານຄ້າວກະເລີຍຮູ້ວ່າ ເອີມັນກະສຳຄັນຢູ່ໃດເນາະສຳລັບເຮົາ ເພາະວ່າເຮົາກະເປັນຄົນຫຼິ້ນກັບຂໍ້ມູນ ແລະ ນຳໃຊ້ຢູ່ແລ້ວ, ເຮົາກໍຈຳເປັນຕ້ອງຮູ້ໄວ້ຢູ່ແລ້ວ.
ດຽວເຮົາມາຄັດຫຍໍ້ ໃຫ້ມັນໜ້ອຍລົງເອົາແຕ່ໂຕເດັ່ນໆ ທີ່ນັກສະຖິຕິ ຫຼື ນັກຄົ້ນຄ້ວາ ຄວນຮູ້ກັນ.
ສະຖິຕິທາງການແມ່ນຫຍັງ? #
ໝາຍເຖິງ ສະຖິຕິ ທີ່ໄດ້ມາຈາກການສຳຫຼວດ ແລະ ການລາຍງານບໍລິຫານ ໂດຍຜ່ານຂະບວນການເກັບກຳ, ສັງລວມ, ຄິດໄລ່, ປຸງແຕ່ງ, ວິໄຈ ແລະ ຂະບວນການວິເຄາະ ຕາມວິທະຍາສາດດ້ານສະຖິຕິ ໂດບໄດ້ຮັບການຮັບຮອງຈາກລະບົບການຈັດຕັ້ງສະຖິຕິແຫ່ງຊາດ.
ປະເພດຂອງສະຖິຕິ (ມາດຕາ 8) #
ສະຖິຕິແບ່ງອອກເປັນ 4 ປະເພດຕົ້ນຕໍດັ່ງນີ້:
- ສະຖິຕິເສດຖະກິດ
- ສະຖິຕິສັງຄົມ
- ສະຖິຕິສິ່ງແວດລ້ອມ ແລະ ຊັບພະຍາກອນທຳມະຊາດ
- ສະຖິຕິຄວາມໝັ້ນຄົງ
ສ່ວນຄວາມໝາຍຂອງແຕ່ລະປະເພດຂອງສະຖິຕິນັ້ນແມ່ນຈະຕິດພັນກັບຕົວຊີ້ບອກຂອງການພັດທະນາໝົດ (ຍົກເວັ້ນ ສະຖິຕິຄວາມໝັ້ນຄົງ) ເຊັ່ນ:
-
ສະຖິຕິເສດຖະກິດ ກໍຈະມີຂໍ້ມູນຕ່າງໆທີ່ຕິດພັນກັບການພັດທະນາດ້ານເສດຖະກິດເຊັ່ນ ຕົວຊີ້ບອກດ້ານ ກະສິກຳ, ປ່າໄມ້, ໄປສະນີ, ການຂົນສົ່ງ, ການລົງທຶນ, ການເງິນ, ທະນາຄານ, ທ່ອງທ່ຽວ ແລະ ຕົວຊີ້ບອກອື່ນໆທີ່ກ່ຽວຂ້ອງກັບເປົ້າໝາຍການພັດທະນາ.
-
ສະຖິຕິສັງຄົມ ຕົວຊິ້ບອກສະຖິຕິ ຂອງຂໍ້ມູນຈະເປັນຂໍ້ມູນທີ່ກ່ຽວພັນກັບການພັດທະນາສັງຄົມ ເຊັ່ນ: ຄວາມທຸກຍາກ, ພົນລະເມືອງ ແລະ ຕົວຊີ້ບອກອື່ນໆທີ່ຕິດພັນກັບສັງຄົມ.
-
ສະຖິຕິສິ່ງແວດລ້ອມ ແລະ ຊັບພະຍາກອນ ສິຖິຕິ ແລະ ຕົວຊີ້ບອກທີ່ຢູ່ໃນປະເພດນີ້ກໍຈະມີເລື່ອງ ມົນລະພິດ, ຊັບພະຍາກອນທຳມະຊາດ, ແຮ່ທາດ, ທີ່ດິນ ເປັນຕົ້ນ.
-
ສະຖິຕິຄວາມໝັ້ນຄົງ ກໍຈະເປັນສະຖິຕິທີ່ກ່ຽວພັນກັບ ຂໍ້ມູນສະພາບການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ຄວາມໝັ້ນຄົງທາງດ້ານເສດຖະກິດ ແລະ ຄວາມປອດໄພຂອງສັງຄົມ ເປັນຕົ້ນ ເຊັ່ນ ຂໍ້ມູນດ້ານການຄ້ຳປະກັນສະບຽງອາຫານ, ສະຖິຕິການຄ້າມະນຸດ.
ປະເພດການສຳຫຼວດສະຖິຕິ (ມາດຕາ 15) #
ການສຳຫຼວດສະຖິຕິ ແບ່ງອອກເປັນ 3 ປະເພດຄື:
- ການສຳຫຼວດໃຫຍ່ ເປັນການສຳຫຼວດ ທີ່ມີການເກັບກຳ, ຈົດນັບ, ບັນທຶກຂໍ້ມູນ ທຸກໜ່ວຍເປົ້າໝາຍ ຕາມຈຸດປະສົງ ຂອງການສຳຫຼວດນັ້ນໆ. ເຊັ່ນ: ການສຳຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສ, ບົດລາຍງານ ຄາດຄະເນພົນລະເມືອງລາວ, ການສຳຫຼວດເສດຖະກິດທົ່ວປະເທດ, ການສຳຫຼວດກະສິກຳ.
- ການສຳຫຼວດແບບຕົວແທນ ຈະແຕກຕ່າງຈາການສຳຫຼວດໃຫຍ່ກໍຄື ການເກັບກຳ, ຈົດນັບ, ບັນທຶກຂໍ້ມູນ ເປັນບາງໜ່ວຍເທົ່ານັ້ນ ບໍ່ໄດ້ເກັບກຳໝົດທຸກໜ່ວຍຄືການສຳຫຼວດໃຫຍ່ ເຊິ່ງເກັບກຳເອົາພຽງແຕ່ບາງໜ່ວຍທີ່ເປັນເປົ້າໝາຍທີ່ຜ່ານການຄັດເລືອກເປັນຕົວແທນ ຕາມວິທະຍາສາດດ້ານສະຖິຕິຂອງການອອກແບບຕົວແທນ ຕາມຈຸດປະສົງຂອງການສຳຫຼວດນັ້ນໆ ຊຶ່ງສາມາດເປັນຕົວແທນລະດັບຊາດ ແລະ ບໍ່ແມ່ນລະດັບຊາດເຊັ່ນ ແຂວງ, ເມືອງ ແລະ ບ້ານ. ເຊັ່ນ ການສຳຫຼວດດັສະນີໝາຍທາງສັງຄົມລາວ (LSIS), ການສຳຫຼວດແຮງງານ, ການສຳຫຼວດວຽກເຮັດງານທຳ ແລະ ການດຳລົງຊີວິດໃນ ສປປ ລາວ, ບົດບາດຍິງ-ຊາຍ, ສະພາບຄວາມທຸຍາກຂອງ ສປປ ລາວ, ການສຳຫຼວດການໃຊ້ຈ່າຍ ແລະ ການຊົມໃຊ້ຂອງຄົວເຮືອນ (LECS).
- ການສຳຫຼວດສະເພາະ ການສຳຫຼວດປະເພດນີ້ຈະແຕກຕ່າງຈາກໂຕອື່ນໆຫຼາຍກະຄື ຈະລົງເລິກໃນຂົງເຂດໃດໜຶ່ງ ທີ່ມີໃນແຜນ ຫຼື ບໍ່ມີໃນແຜນການສຳຫຼວດ ເຊິ່ງສາມາດຈັດຕັ້ງປະຕິບັດໄດ້ຕາມຄວາມຕ້ອງການ ການເພີ່ມເຕີມ, ໃນເວລາອັນຮີບດ່ວນ, ຈຳເປັນ ແລະ ໃນກໍລະນີທີ່ມີເຫດສຸກເສີນເກີດຂຶ້ນ. ເຊັ່ນ: ການສຳຫຼວດຄວາມເພິ່ນພໍໃຈໃນການນຳໃຊ້ຂໍ້ມູນສະຖິຕິທາງການ.
ໄລຍະການສຳຫຼວດຂອງແຕ່ລະອັນ (ມາດຕາ 17) #
ໄລຍະເວລາການສຳຫຼວດສາມາດມີໄລຍະໄດ້ຕັ້ງແຕ່ ເປັນປະຈຳງວດ, ປະຈຳປີ, ປະຈຳ 5ປີ, ປະຈຳ 10 ປີ ເຊິ່ງຂຶ້ນແຕ່ລະການສຳຫຼວດ ດັ່ງນີ້:
- ການສຳຫຼວດໃຫຍ່ ເຊັ່ນ: ການສຳຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສທົ່ວປະເທດ, ການສຳຫຼວດສະຖິຕິກະສິກຳ ຈະສຳຫຼວດທຸກໆ 10ປີ. ສ່ວນການສຳຫຼວດເສດຖະກິດທົ່ວປະເທດຈະເກີດຂຶ້ນທຸກໆ 5ປີ.
- ການສຳຫຼວດແບບຕົວແທນ ເຊັ່ນ: LSIS ຫຼື LECS ຈະສຳຫຼວດທຸກ 5ປີ ຫຼື ອາດຈະປະຈຳປີ ແລ້ວແຕ່ລະກໍລະນີຂອງການສຳຫຼວດ.
- ການສຳຫຼວດສະເພາະ ຈະດຳເນີນໃນແຕ່ລະປີ ຫຼື ຕາມໄລຍະເວລາ ທີ່ເຫັນວ່າມີຄວາມຕ້ອງການ.
ປະເພດຄວາມລັບດ້ານສະຖິຕິ (ມາດຕາ 30) #
ຄວາມລັບດ້ານສະຖິຕິ ແບ່ງອອກເປັນ 2 ປະເພດຄື:
- ຄວາມລັບຂອງລັດ ກ່ຽງກັບຄວາມໝັ້ນຄົງ, ການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະ ຄວາມລັບທາງລັດຖະການ ຊຶ່ງໄດ້ກຳນົດໄວ້ສະເພາະ ຂອງບັນດາອົງການຈັດຕັ້ງທີ່ກ່ຽວຂ້ອງ;
- ຄວາມລັບສະເພາະຂອງ ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງທີ່ໄດ້ມາຈາກການສຳຫຼວດ ແລະ ການລາຍງານບໍລິຫານ.
ຂໍ້ຫ້າມ #
ຂໍ້ຫ້າມສຳລັບການຈັດຕັ້ງ ແລະ ພະນັກງານສະຖິຕິ (ມາດຕາ 55) #
ຫ້າມການຈັດຕັ້ງ ແລະ ພະນັກງານສະຖິຕິ ມີພຶດຕິກຳດັ່ງນີ້:
- ການເປີດເຜີຍ, ເຜີຍແຜ່ຂໍ້ມູນສະເພາະຂອງ ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ຕາມທີ່ໄດ້ກຳນົດໄວ້ໃນມາດຕາ 30 ຂອງກົດໝາຍສະບັບນີ້;
- ປອແປງ, ບິດເບືອນຂໍ້ມູນສະຖິຕິທາງການ ແລະ ຂໍ້ມູນສະເພາະບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ເພື່ອຜົນປະໂຫຍດສ່ວນໂຕ ຫຼື ສ້າງຄວາມເສຍຫາຍຕໍ່ຜູ້ອື່ນ ໂດຍເຈດຕະນາ;
- ການນຳໃຊ້ຂໍ້ມູນສະຖິຕິ ແລະ ບົດລາຍງານທີ່ໄດ້ຮັບຈາກບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງພາຍໃນ ແລະ ຕ່າງປະເທດທີ່ໄດ້ດຳເນີນກິກຈະກາ ຢູ່ ສປປ ລາວ ເພື່ອໃຊ້ເປັນບ່ອນອີງໃນການກວດກາ ແລະ ການກວດສອບການເຄື່ອນໄຫວທຸລະກິດ ຫຼື ເພື່ອຄິດໄລ່ການເກັບພາສີ ຫຼື ອາກອນ;
- ການລະເມີດຈັນຍາບັນທາງດ້ານສະຖິຕິ;
- ມີພຶດຕິກຳອື່ນ ທີ່ເປັນການລະເມີດກົດໝາຍ.
ຂໍ້ຫ້າມສຳລັບບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ສະໜອງຂໍ້ມູນສະຖິຕິ (ມາດຕາ 56) #
ຫ້າມ ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ສະໜອງຂໍ້ມູນສະຖິຕິ ມີພຶດຕິກຳດັ່ງນີ້:
- ລາຍງານຂໍ້ມູນສະຖິຕິ ທີ່ບໍ່ມີຄວາມຈິງ;
- ເຜີຍແຜ່ ແລະ ສະໜອງຂໍ້ມູນທີ່ບໍ່ຢູ່ໃນຄວາມຮັບຜິດຊອບຂອງຕົນ ໂດຍບໍ່ໄດ້ຮັບອະນຸຍາດ.
- ປອມແປງ, ບິດເບືອນຂໍ້ມູນສະຖິຕິທາງການ ແລະ ຂໍ້ມູນສະເພາະຂອງ ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງອື່ນ ໂດຍເຈດຕະນາ;
- ມີພຶດຕິກຳອື່ນ ທີ່ເປັນການລະເມີດກົດໝາຍ.
ຂໍ້ຫ້າມສຳລັບບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ນຳໃຊ້ຂໍ້ມູນສະຖິຕິ (ມາດຕາ 57) #
ຫ້າມ ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ທີ່ນຳໃຊ້ຂໍ້ມູນສະຖິຕິ ມີ ພຶດຕິກຳ ດັ່ງນີ້:
- ນຳໃຊ້ຂໍ້ມູນສະເພາະຂອງ ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ໃນທາງທີ່ບໍ່ຖືກຕ້ອງ ແລະ ເພື່ອຈຸດປະສົງອື່ນທີ່ບໍ່ແມ່ນສະຖິຕິ;
- ນຳໃຊ້ຂໍ້ມູນສະຖິຕິ ເພື່ອຈຸດປະສົງສ້າງຄວາມເສຍຫາຍໃຫ້ແກ່ ຜູ້ອື່ນ ຫຼື ການທຳລາຍການດຳເນີນທຸລະກິດຂອງ ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງອື່ນ;
- ສະໜອງຖານຂໍ້ມູນດິບ ຈາກການສຳຫຼວດ ທີ່ໄດ້ມາຈາກການຈັດຕັ້ງສະຖິຕິລະບົບສາຍຕັ້ງ ແລະ ສາຍຂວາງ ເພື່ອຈຸດປະສົງອື່ນທີ່ບໍ່ແມ່ນສະຖິຕິ;
- ບັງຄັບບຸກຄົນໃດໜຶ່ງໃຫ້ເປີດເຜີຍ, ລາຍງານ ແລະ ປະກາດໃຊ້ຂໍ້ມູນທີ່ບໍ່ຖືກຕ້ອງກັບຄວາມເປັນຈິງ;
- ມີພຶດຕິກຳອື່ນ ທີ່ເປັນການລະເມີດກົດໝາຍ.
(ແຖມ) ວັນສະຖິຕິແຫ່ງຊາດ ແມ່ນ ວັນທີ 30 ມິຖຸນາ 2010 (ມາດຕາ 79) #
ຂອບໃຈຂໍ້ມູນຈາກ ກົດໝາຍ ວ່າດ້ວຍ ສະຖິຕິ (ສະບັບປັບປຸງ), ເລກທີ 24/ສພຊ, ນະຄອນຫຼວງວຽງຈັນ, ວັນທີ 11 ພຶດສະພາ 2017