Skip to main content

ສະຖິຕິພື້ນຖານ-ຂໍ້ມູນ

·167 words·1 min

ບົດຄວາມທຳອິດຂອງການນຳສະເໜີກ່ຽວກັບເລື່ອງສະຖິຕິເຊິ່ງວ່າຈະຮວບຮວມເອົາສິ່ງທີ່ຄວນຮູ້ກ່ຽວກັບເລື່ອງສະຖິຕິຕ່າງມາອະທິບາຍໃນມຸມຂອງການເຂົ້າໃຈງ່າຍໆທີ່ໃຜໆກໍສາມາດເຂົ້າໃຈໄດ້.

ສຳລັບໃຜທີ່ບໍ່ຮູ້ວ່າສະຖິຕິແມ່ນຫຍັງ? ຫຼື ຫຼົງເຂົ້າມາອ່ານແລ້ວບໍ່ຮູ້ຄວາມໝາຍຂອງມັນ? ດຽວເຮົາຈະມາອະທິບາຍໃຫ້ຟັງເລີຍ. ທຳອິດເຮົາມາເບິ່ງຄວາມໝາຍຂອງມັນຈາກວັດຈະນານຸກົມກັນກ່ອນ.

the practice or science of collecting and analyzing numerical data in large quantities, especially for the purpose of inferring proportions in a whole from those in a representative sample. Lingoland.

ຄັນສິເວົ້າໃຫ້ເຂົ້າໃຈງ່າຍກະຄືສະຖິຕິແມ່ນເປັນຂະບວນການໜຶ່ງທີ່ໄດ້ຈາກການເກັບຂໍ້ມູນແລະຫຼັງຈາກນັ້ນກໍນຳຂໍ້ມູນດັ່ງກ່າວມາວິເຄາະໂດຍເຮົາສາມາດຕັ້ງສົມມຸດຖານ ຫຼື ບໍ່ຕັ້ງກໍໄດ້.

ທຳອິດເລີຍການຮຽນສະຖິຕິເຮົາຈະຕ້ອງຮູ້ຈັກກ່ອນວ່າຂໍ້ມູນແມ່ນຫຍັງ?

ຂໍ້ມູນກະແມ່ນຂໍ້ມູນຫັ້ນລະ, ທີ່ເຮົາໄດ້ຈາກການທີ່ເຮົາໄດ້ລົງເປັນເກັບກຳຂໍ້ມູນເອງເບາະຫຼືເອົາຂໍ້ມູນຈາກຄົນອື່ນມາເຊິ່ງຂໍ້ມູນທີ່ໄດ້ມາກໍຈະເປັນໄດ້ຫຼາຍຢ່າງເຊັ່ນ: ຂໍ້ມູນເລື່ອງຄວາມສູງຂອງຄົນ, ນ້ຳໜັກ, ຂະໜາດຂອງເຈ້ຍແລະອື່ນໆ.

ຂໍ້ມູນທີ່ເຮົາເກັບມານັ້ນຈະແບ່ງອອກເປັນ 2 ປະເພດຄື:
#

  1. ຂໍ້ມູນປະຖົມພູມ (primary data) ເປັນຂໍ້ມູນທີ່ເຮົາໄດ້ຈາກການໄປເກັບກຳເອງ, ໄປສຳຫຼວດເອງໂດຍທີ່ຂໍ້ມູນທີ່ເຮົາໄດ້ມາຈະບໍ່ແມ່ນຂໍ້ມູນທີ່ໄດ້ຈາກບ່ອນອື່ນ, ເປັນຂໍ້ມູນທີ່ເຮົາສ້າງມາເອງຫຼືບາງຄົນອາດຈະເວົ້າວ່າຂໍ້ມູນມືໜຶ່ງຫຼືຂໍ້ມູນດິບ(raw data).

  2. ຂໍ້ມູນທຸດຕິຍະພູມ (secondary data) ເປັນຂໍ້ມູນທີ່ເຮົາເອົາມາຈາກເອກະສານ, ສິ່ງພິມຕ່າງທີ່ເຂົາເກັບມາແລ້ວນຳເອົາມາເຜີຍແຜ່ເຮົາກະເອົາຂໍ້ມູນໂຕນັ້ນມາວິເຄາະແລະສັງລວມອີກເທື່ອໜຶ່ງຫຼືເວົ້າອີກຊື່ໜຶ່ງວ່າຂໍ້ມູນມືສອງ.

ຂໍ້ດີ ແລະ ຂໍ້ເສຍຂອງແຕ່ລະຂໍ້ມູນມັນຕ່າງກັນບ່ອນໃດ?

ຂໍ້ມູນປະຖົມພູມ
#

ຂໍ້ດີ: ເຮົາສາມາດກຳນົດຕົວປ່ຽນທີ່ເຮົາຕ້ອງການໄດ້.

ຂໍ້ເສຍ: ຖ້າຫາກວ່າເຮົາຕ້ອງການຂະໜາດຂໍ້ມູນຫຼາຍເຮົາຈະຕ້ອງໄດ້ເສຍເວລາຫຼາຍໃນການທີ່ຈະໄປເກັບກຳຂໍ້ມູນ.

ຂໍ້ມູນທຸດຕິຍະພູມ
#

ຂໍ້ດີ: ປະຫຍັດເວລາໃນການລົງໄປເກັບກຳຂໍ້ມູນ.

ຂໍ້ເສຍ: ເຮົາບໍ່ສາມາດກຳນົດຕົວປ່ຽນໄດ້ເອງ, ບາງຕົວປ່ຽນທີ່ເຮົາຕ້ອງການອາດຈະບໍ່ມີໃນຂໍ້ມູນທີ່ເຮົາເອົາມາຫຼືບາງເທື່ອຂະໜາດຂໍ້ມູນອາດຈະບໍ່ຕອບສະໜອງກັບຄວາມຕ້ອງການເຮົາໄດ້.

ນອກຈາກນີ້ຂໍ້ມູນທີ່ເຮົາສາມາດຈຳແນກໄດ້ຈາກທີ່ມາຂອງຂໍ້ມູນເຮົາຍັງສາມາດຈຳແນກໄດ້ຈາກຄຸນລັກສະນະຂອງຂໍ້ມູນໄດ້ນຳອີກ, ເຊິ່ງໂຕນີ້ຈະໄປເປັນປະໂຫຍດໃຫ້ແກ່ເຮົາຕອນທີ່ເຮົາຈະໄປນຳໃຊ້ຄິດໄລ່

ການແບ່ງຂໍ້ມູນຕາມຄຸນລັກສະນະຂອງມັນເຮົາສາມາດແບ່ງໄດ້ອອກເປັນ 2 ແບບຄື:
#

ຂໍ້ມູນດ້ານປະລິມານ ເປັນຂໍ້ມູນປະເພດທີ່ສາມາດບອກໂຕມັນເອງໄດ້ວ່າມັນມີຄ່າຫຼາຍຫຼືໜ້ອຍເຊັ່ນ: ນ້ຳໜັກຂອງຄົນ, ລວງສູງ, ຄວາມຍາວຂອງເສັ້ນທາງເປັນຕົ້ນ. ຂໍ້ມູນຈຳພວກນີ້ເຮົາສາມາດຮູ້ໄດ້ເລີຍວ່າມັນຫຼາຍຫຼືໜ້ອຍ.

ຂໍ້ມູນດ້ານຄຸນນະພາບ ເປັນຂໍ້ມູນທີ່ບໍ່ສາມາດມີຄວາມໝາຍໄດ້ວ່າມັນຫຼາຍຫຼືມັນໜ້ອຍເຊັ່ນ: ສີ, ເພດ, ລະດັບການສຶກສາເປັນຕົ້ນ. ເຖິງວ່າຂໍ້ມູນເຫຼົ່ານີ້ເຮົາບໍ່ສາມາດຮູ້ໄດ້ວ່າມັນຫຼາຍຫຼືໜ້ອຍແຕ່ເຮົາສາມາດຮູ້ຄວາມໝາຍຂອງມັນໄດ້ເຊັ່ນ: ສີແດງ, ສີຂຽວແລະອື່ນໆ.

ຕົວປ່ຽນແມ່ນຫຍັງລະ? (ບໍ່ແມ່ນໂຕທີ່ເຮົາຈະເຮົາມາປ່ຽນແທນເດີ້, ໂຕສຳຮອງ)

ຕົວປ່ຽນໃນສົມຜົນຫຼືໃນສະຖິຕິທີ່ຖືກໃຊ້ໃນການທົດສອບຈະແບບອອກເປັນ 2 ຕົວປ່ຽນຄື: ຕົວປ່ຽນຕົ້ນ(independent variable)ແລະ ຕົວປ່ຽນຕາມ(dependent variable).

ຕົວປ່ຽນຕົ້ນ ແມ່ນຕົວປ່ຽນ x ນັ້ນລະຖ້າທຽບໃສ່ສົມຜົນເຊິ່ງວ່າຕົວປ່ຽນດັ່ງກ່າວຄ່າຂອງມັນຈະບໍ່ມີການປ່ຽນແປງຫຼືບໍ່ມີປັດໄຈໃດເຮັດໃຫ້ຄ່າຂອງມັນປ່ຽນ. ຖ້າເຮົາໄປເວົ້າໃນເລື່ອງທິດສະດີແລ້ວຫຼືໃນມຸມມອງຂອງສົມມຸດຖານແລ້ວຕົວປ່ຽນຕົ້ນກະຄືສິ່ງທີ່ໄປກະທົບເຮັດໃຫ້ສິ່ງໄດ້ສິ່ງໜຶ່ງປ່ຽນແປງ.

ຕົວປ່ຽນຕາມ ແມ່ນຕົວປ່ຽນ y ທີ່ຄ່າຂອງມັນຈະປ່ຽນແປງໄປຕາມຕົວປ່ຽນxຖ້າປຽບທຽບແລ້ວກະຄືກັບສິ່ງທີ່ຖືກອັນອື່ນມາກະທົບໃສ່.

ບາງຄົນອ່ານມາຮອດນີ້ອາດຈະງົງໆດຽວເຮົາຈະມາເຮັດໃຫ້ເຫັນພາບຍິ່ງຂຶ້ນ

ສົມມຸດວ່າ: ເຮົາເຮັດແບບສອບຖາມກ່ຽບກັບຄວາມເພິ່ງພໍໃຈຂອງຜູ່ໃຊ້ບໍລິການອິນເຕີເນັດຂອງຄ້າຍໃດໜຶ່ງ.

ຂໍ້ມູນທີ່ເຮົາໄປເກັບມາກະຄື: ເພດ, ອາຍຸ, ລະດັບການສຶກສາ, ໄລຍະເວລາທີ່ໃຊ້ອິນເຕີເນັດ, ຄວາມໄວທີ່ໃຊ້, ລາຄາທີ່ຜູ່ໃຊ້ຈ່າຍຄ່າອິນເຕີເນັດ.

ການແບ່ງປະເພດຂອງຂໍ້ມູນ: ຂໍ້ມູນທີ່ເຮົາໄດ້ມານັ້ນເຂົາຈະເອີ້ນວ່າຂໍ້ມູນຕົ້ນ, ເພາະເຮົາໄປເກັບຂໍ້ມູນດ້ວຍການໄປຢາຍແບບສອບຖາມໂດຍກຸ່ມຕົວຢ່າງທີ່ເຮົາຢາຍໃຫ້ນັ້ນແມ່ນສະເພາະຜູ່ທີ່ກຳລັງໃຊ້ບໍລິການອິນເຕີເນັດຂອງຄ້າຍນັ້ນໆຢູ່.

ການແບ່ງປະເພດຂໍ້ມູນຕາມຄຸນລັກສະນະ: ເຮົາສາມາດແຍກໄດ້ຫຼັກຄື2ຢ່າງດັ່ງນີ້:

ຂໍ້ມູນຄຸນນະພາບ: ເພດ(1: ຍິງ; 0:ຊາຍ), ລະດັບການສຶກສາ(1-5)

ຂໍ້ມູນປະລິມານ: ອາຍຸ, ໄລຍະເວລາທີ່ໃຊ້, ຄວາມໄວອິນເຕີເນັດ, ຄ່າໃຊ້ຈ່າຍອິນເຕີເນັດ

ຕົວປ່ຽນຕົ້ນ ຂອງເຮົາໃນບ່ອນນີ້ແມ່ນອາຍຸ, ເພດ, ລະດັບການສຶກສາ, ໄລຍະເວລາທີ່ໃຊ້, ຄ່າໃຊ້ຈ່າຍ, ຄວາມໄວອິນເຕີເນັດ

ຕົວປ່ຽນຕາມ ລະດັບຄວາມເພິ່ງພໍໃຈຂອງຜູ່ໃຊ້ບໍລິການ

ອີກຕົວຢ່າງໜຶ່ງ, ເຮົາຢາກຮູ້ວ່າອັນໃດເຮັດໃຫ້ GDP (gross domestic product) ເພີ່ມຂຶ້ນ?

ຂໍ້ມູນທີ່ເຮົາເອົາມາຄິດໄລ່ໃນບ່ອນນີ້ແມ່ນຂໍ້ມູນທີ່ໄດ້ຈາກສູນສະຖິຕິແຫ່ງຊາດໝາຍຄວາມວ່າຂໍ້ມູນດັ່ງກ່າວແມ່ນຂໍ້ມູນປາຍແລະຂໍ້ມູນທັງໝົດເປັນຂໍ້ມູນປະລິມານ.

ຕົວປ່ຽນຕົ້ນ: ການຈ່າຍພາກເອກະຊົນ, ການລົງທຶນ, ການລົງທຶນພາກລັດ, ການນຳເຂົ້າ-ສົ່ງອອກ.

ຕົວປ່ຽນຕາມ: GDP

ມາຮອດນີ້ກະເອົາປະມານນີ້ກ່ອນ, ດຽວຕໍ່ໄປຈະມາເວົ້າກ່ຽວກັບການຄິດໄລ່ຂໍ້ມູນທີ່ເຮົາໄດ້ມາ.

Douangtavanh Kongphaly
Author
Douangtavanh Kongphaly