ເຊີນ​ຮ່ວມງານ Post Google I/O Extended Vientiane 2014

Google I/O Extended Vientiane 2014

ມາ​ອີກ​ແລ້ວ​ງານ​ດີໆ​ຈາກ​ທີມ​ງານ GDG Vientiane (Google Developer Group Vientiane) ຄື​ງານ Post Google I/O Extended Vientiane 2014 ເປັນ​ງານ​ທີ່​ຈະ​ຮວບ​ຮ່ວມ​ເອົາ​ບັນ​ດາ Keynote ແລະ ສິ່ງ​ທີ່​ໜ້າ​ສົນ​ໃຈ​ອື່ນໆ​ທີ່​ໄດ້​ເປີດ​ໂຕ​ໃນ​ງານ Google I/O 2014 ທີ່​ຈັດ​ຂຶ້ນ​ໃນ​ອາ​ທິດ​ກ່ອນ​ໜ້າ​ນີ້. ພາຍ​ໃນ​ງານ​ຜູ້​ທີ່​ເຂົ້າ​ຮ່ວມ​ງານ​ຈະ​ໄດ້​ຮັບ​ຟັງ​ສິ່ງ​ໃໝ່ໆ​ທີ່​ເປີດ​ໂຕ​ເຊັ່ນ: Android L, Android Wear, Material Design ແລະ ອື່ນໆ, ຮ່ວມ​ກິດ​ຈະ​ກຳ​ການ​ອອກ​ແບບ​ອຸ​ປະ​ກອນ​ສວມ​ໃສ່​ໃນ​ຝັນ​ຂອງ​ທ່ານ​ໃນ​ຫົວ​ຂໍ້ “Wonderful Wearable” ແລະ ສິ່ງ​ທີ່​ໜ້າ​ສົນ​ໃຈ​ທີ່​ສຸດ​ຂອງ​ງານ​ຄື​ຈະ​ໄດ້​ຮັບ​ຟັງ​ປະ​ສົບ​ການ​ໂຕ​ຈິງ​ຂອງ​ໜຶ່ງ​ໃນ​ສະ​ມາ​ຊິກ​ກຸ່ມ GDG Vientiane ທີ່​ໄດ້​ເຂົ້າ​ໄປ​ຮ່ວມ​ງານ Google I/O 2014 ໜຶ່ງ​ດຽວ​ໃນ​ລາວ.

ນອກ​ຈາກ​ຈະ​ໄດ້​ຄວາມ​ຮູ້, ຄວາມ​ມ່ວນ​ຊື່ນ​ແລ້ວ ຍັງ​ຈະ​ໄດ້​ຮັບ​ຂອງ​ແຈກ​ຂອງ​ແຖມ​ຈາກ​ຜູ້​ຈັດ​ງານ​ຕິດ​ໂຕ​ກັບ​ບ້ານ​ໄປ​ນຳ​ອີກ.

ໃຜ​ສົນ​ໃຈ​ສາ​ມາດ​ເຂົ້າ​ໄປ​ລົງ​ທະ​ບຽນ​ໄດ້​ທີ່: http://goo.gl/OxCmnq

ງານ​ຈະ​ຈັດ​ຂຶ້ນ​ວັນ​ທີ 12/07/2014, ເວ​ລາ 13:00 ໂມງ ຫາ 18:00 ໂມງ, ສະ​ຖານ​ທີ່ ຕຶກ ITSD, ຄະ​ນະ​ວິ​ສະ​ວະ​ກຳ​ສາດ(ວິ​ທະ​ຍາ​ເຂດ​ໂສກ​ປ່າຫຼວງ).

ຂອບ​ໃຈ​ຂໍ້​ມູນ GDG Vientiane