ສະ​ຖິ​ຕິການ​ສຳຫຼວດ​ພົນ​ລະ​ເມືອງ​ ສ.ປ.ປ.ລາວ​ ຄັ້ງ​ທີ 4 ປ?

ສະ​ຖິ​ຕິການ​ສຳຫຼວດ​ພົນ​ລະ​ເມືອງ​ ສ.ປ.ປ.ລາວ​ ຄັ້ງ​ທີ 4 ປ?

 

ຈາກການສຳຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສເບື້ອງຕົ້ນເຫັນວ່າ ໃນວັນທີ 1 ເດືອນມີນາ 2015 ສ.ປ.ປ.ລາວ ມີພົນລະເມືອງທັງໝົດ ປະມານ 6.5 ລ້ານຄົນ ເຫັນວ່າມີການເພີ່ມຂຶ້ນຈາກປີ 2005 ປະມານ 870 ພັນຄົນ ໝາຍວ່າ ພົນລະເມືອງລາວເພີ່ມຂຶ້ນໃນແຕ່ລະປີໂດຍສະເລ່ຍແມ່ນ 1.45 ເປີເຊັນ.

ແຂວງທີ່ມີອັດຕາການເພີ່ມຂຶ້ນຂອງພົນລະເມືອງແມ່ນມີ ແຂວງ ອັດຕະປື, ແຂວງ ບໍ່ແກ້ວ ແລະ ແຂວງ ສາລະວັນ ເຊິ່ງໃນສາມແຂວງນີ້ມີອັດຕາການເພີ່ມຂຶ້ນສະເລ່ຍ ແມ່ນສູງກ່ວາ 2 ເປີເຊັນຕໍ່ປີ. ໃນຂະນະທີ່ ແຂວງ ນະຄອນຫຼວງວຽງຈັນ ອັດຕາເພີ່ມຂຶ້ນຂອງພົນລະເມືອງພຽງ 1.6 ເປີເຊັນຕໍ່ປີ. ກົງກັນຂ້າມແຂວງທີ່ມີອັດຕາການເພີ່ມຂຶ້ນຂອງພົນລະເມືອງຊ້າແມ່ນມີ ແຂວງ ຜົ່ງສາລີ, ແຂວງຫົວພັນ ແລະ ແຂວງ ຫຼວງພະບາງ ເນື່ອງຈາກການເຄື່ອນຍ້າຍຂອງພົນລະເມືອງຈາກເຂດພື້ນທີ່ດັ່ງກ່າວ ເພື່ອຊອກຫາໂອກາດທີ່ດີກ່ວາໃນການສ້າງເສດຖະກິດບ່ອນອື່ນ.

ເນື້ອທີ່ດິນ ແລະ ຄວາມໜາແໜ້ນຂອງພົນລະເມືອງ

ຄວາມໜາແໜ້ນຂອງພົນລະເມືອງໃນ ສ.ປ.ປ.ລາວ ໃນປີ 2015  ແມ່ນ 27 ຄົນຕໍ່ຕະລາງກິໂລແມັດ ເພີ່ມຈາກ 24 ຄົນຕໍ່ຕະລາງກິໂລແມັດ ໃນປີ 2005. ໂດຍລວມແລ້ວຄວາມໜາແໜ້ນຂອງພົນລະເມືອງແມ່ນເພີ່ມຂຶ້ນທຸກແຂວງ. ພິເສດ ແຂວງ ນະຄອນຫຼວງວຽງຈັນແມ່ນເພີ່ມຈາກ 178 ຄົນ ໃນປີ 2005 ມາເປັນ 209 ຄົນຕໍ່ຕະລາງຕາແມັດໃນປີ 2015, ສາເຫດຫຼັກອາດເນື່ອງມາຈາກ ການຍ້າຍຖິ່ນຖານຂອງພົນລະເມືອງ ເຂົ້າມາຢູ່ໃນເມືອງຫຼວງຂອງປະເທດ ເຊິ່ງຄວາມໜາແໜ້ນດັ່ງກ່າວແມ່ນຫຼາຍເກືອບ 5 ເທົ່າຂອງແຂວງ ຈຳປາສັກ ແລະ ສະຫວັນນະເຂດ ໂດຍອີງຕາມເຂດໃຈກາງຂອງພົນລະເມືອງອາໄສຫຼາຍເຊັ່ນກັນ.

ສ່ວນເຂດທີ່ມີຄວາມໜາແໜ້ນຕ່ຳແມ່ນຈະເປັນເຂດທີ່ມີພູມສັນຖານສູງສຸດຂອງປະເທດ ໂດຍມີ ແຂວງ ຜົ້ງສາລີ ມີ 11 ຄົນຕໍ່ຕະລາງຕາແມັດ ແລະ ແຂວງອື່ນໆປະກອບມີ ແຂວງ ອັດຕະປື, ແຂວງ ເຊກອງ ແລະ ແຂວງ ຊຽງຂວາງ.

ຄວາມຮູ້ເສີມ

ບ້ານທີ່ຈັດເປັນປະເພດບ້ານຕົວເມືອງຕ້ອງປະກອບດ້ວຍ 3 ໃນ 5 ເງື່ອນໄຂລຸ່ມນີ້:

  1. ບ້ານຕັ້ງຢູ່ເຂດເທດສະບານເມືອງ ຫຼື ແຂວງ.
  2. ຫຼາຍກ່ວາ 70% ຂອງຄົວເຮືອນ ແມ່ນມີໄຟຟ້າໃຊ້.
  3. ຫຼາຍກ່ວາ 70% ຂອງຄົວເຮືອນ ມີນ້ຳປະປາໃຊ້.
  4. ບ້ານມີເສັ້ນທາງເຂົ້າເຖິງ ສາມາດທຽວໄດ້ຕະຫຼອດປີ.
  5. ບ້ານມີຕະຫຼາດຊື້ຂາຍຕະຫຼອດວັນ.

**ບ້ານທີ່ບໍ່ໄດ້ຕາມເງື່ອນໄຂຂ້າງເທິງ ແມ່ນຖືກຈັດຢູ່ໃນປະເພດບ້ານຊົນນະບົດ ແລະ ຍັງຖືກຈັດປະເພດ ເປັນບ້ານຊົນນະບົດທີ່ມີເສັ້ນທາງເຂົ້າເຖິງ ແລະ ບ້ານຊົນນະບົດທີ່ບໍ່ມີເສັ້ນທາງເຂົ້າເຖິງ.

ເຂດຊົນນະບົດທີ່ບໍ່ມີເສັ້ນທາງເຂົ້າເຖິງມີອັດຕາສ່ວນຫຼາຍກ່ອນໝູ່ແມ່ນ ແຂວງ ເຊກອງ ມີອັດຕາສ່ວນ 24 ສ່ວນຮ້ອຍ ເຊິ່ງບໍ່ມີການປ່ຽນແປງຈາກປີ 2005 ຫາປີ 2015. ຮອງລົງມາແມ່ນ ແຂວງ ຫົວພັນ. ແລະ ແຂວງ ຜົ້ງສາລີ ຕາມລຳດັບ.

ຕາຕະລາງພົນລະເມືອງໃນແຕ່ລະແຂວງ ແລະ ອັດຕາສ່ວນການເພີ່ມຂຶ້ນຂອງພົນລະເມືອງປີ 2005 ຫາ 2015

ອັນດັບ ແຂວງ ຈຳນວນປະຊາກອນ ອັດຕາການເຕີບໂຕຂອງພົນລະເມືອງ 2005-2015
2005 2015
01 ນະຄອນຫຼວງວຽງຈັນ 698’318 820’900 1.6
02 ຜົ້ງສາລີ 165’947 178’000 0.7
03 ຫຼວງນ້ຳທາ 145’310 175’700 1.9
04 ອຸດົມໄຊ 265’179 307’600 1.5
05 ບໍ່ແກ້ວ 145’263 179’300 2.1
06 ຫຼວງພະບາງ 407’039 431’900 0.6
07 ຫົວພັນ 280’938 289’400 0.3
08 ໄຊຍະບູລີ 338’669 381’300 1.2
09 ຊຽງຂວາງ 229’596 244’700 0.6
10 ວຽງຈັນ 388’895 419’100 1.5*
11 ບໍລິຄຳໄຊ 225’301 273’700 2.0
12 ຄຳມ່ວນ 337’390 392’100 1.5
13 ສະຫວັນນະເຂດ 825’902 969’700 1.6
14 ສາລະວັນ 324’327 397’000 2.0
15 ເຊກອງ 84’995 113’200 2.9
16 ຈຳປາສັກ 607’370 694’000 1.3
17 ອັດຕະປື 112’120 139’600 2.2
18 ໄຊສົມບູນ 39’423 85’200 2.8
ລວມ 5’621’982 6’492’400 1.4

ໝາຍເຫດ: ຕົວເລກທີ່ໝາຍ (*) ຂອງແຂວງໄຊສົມບູນ ແລະ ແຂວງວຽງຈັນ ການຄິດໄລ່ອັດຕາການເຕີບໂຕແຕ່ປີ 2005-2015 ແມ່ນຖືເອົາ ຈຳນວນພົນລະເມືອງ ຕາມປີ 2005  ໝາຍຄວາມວ່າ ເມືອງໃດທີ່ມີການຍົກຍ້າຍໃນປີ 2015 ແມ່ນຈະເອົາໄປຄິດໄລ່ໃນເມືອງເກົ່າໃນປີ 2005.

ຂອບໃຈຂໍ້ມູນຈາກ ປຶ້ມ ບົດລາຍງານເບື້ອງຕົ້ນ ສຳຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສ ທົ່ວປະເທດ ຄັ້ງທີ IV ປີ 2015, 2 ທັນວາ 2015, ກະຊວງແຜນການ ແລະ ການລົງທຶນ, ສູນສະຖິຕິແຫ່ງຊາດ.