Pocket Hound ຈະເຮັດໃຫ້ໝົດສິດກັບ ການກ່າຍຂໍ້ສອບດ້ວຍໂທລະສັບ

pockethound

ໃນເວລາເສັງນັ້ນນັກຮຽນຫຼາຍໆຄົນກະຄົງຈະຊອກຫາວິທີໃນການກ່າຍຂໍ້ສອບເຊັ່ນ: ກ່າຍໝູ່ບໍ່ ຫຼື ບໍ່ຊັ້ນກະກ່າຍ ນຳໂທລະສັບ(ໝູ່ສົ່ງມາໃຫ້ເດ) WhatsApp, Line, WeChat ເປັນຕົ້ນ. ຫາກວ່າທ່ານໃຊ້ວິທີນີ້ຕໍ່ໄປທ່ານອາດຈະ ບໍ່ໄດ້ໃຊ້ຖ້າອາຈານຂອງທ່ານມີ Pocket Hound.

Pocket Hound ເປັນອຸປະກອນພົກພາຂະໜາດນ້ອຍທີ່ເຮັດໜ້າທີ່ເປັນໂຕຈັບສັນຍານໂທລະສັບມັນສາມາດ ກວດຈັບໄດ້ທັງຄື້ນຄວາມຖີ 2G, 3G ແລະ 4G.

ວິທີການເຮັດວຽກຂອງມັນຄືມັນຈະກວດຈັບຄື້ນສັນຍານທີ່ໂທລະສັບ(Radio Frequency (RF))ຂອງທ່ານສົ່ງ ອອກໄປຍັງເສົາສັນຍານ, ມັນສາມາດກວດຈັບໄດ້ເຖິງວ່າເຮົາເປີດເຄື່ອງໄວ້ຊື່ໆ(ສັນຍານເຕືອນບອກອ່ອນໆ ຫຼື ມີໄຟ LED ເຕືອນຜູ້ໃຊ້ຊື່ໆ) ແລະ ກໍຄົງຈະບໍ່ເວົ້າເນາະຖ້າເຮົາສົ່ງຂໍ້ຄວາມ, ຫຼິ້ນ WhatsApp ຄົງຈະບໍ່ລອດແນ່ ນອນ.

ການແຈ້ງເຕືອນຂອງມັນແມ່ນຖ້າມັນກວດພົບມັນຈະສັ່ນ ຫຼ ມີໄຟ LED ເຕືອນ.

Pocket Hound ມີລາຄາຂາຍຢູ່ທີ່ $500

.

 

ຂອບໃຈທີ່ມາ Educationworld, Pocket Hound