ຄວາມ​ເຊື່ອ​ຜິດໆ​ຂອງ​ການ​ສາກ​ແບັດ​ເຕີ​ຣີໂທ​ລະ​ສັບ​ມ

ຄວາມ​ເຊື່ອ​ຜິດໆ​ຂອງ​ການ​ສາກ​ແບັດ​ເຕີ​ຣີໂທ​ລະ​ສັບ​ມ

 

ເຮົາຈະມາເບິ່ງກັນວ່າຄວາມເຊື່ອຜິດໆກ່ຽວກັບເລື່ອງການສາກແບັດເຕີຣີໂທລະສັບມືຖືຂອງເຮົາທີ່ໄດ້ຍິນຄົນເວົ້າຄົນວ່າ(ບໍ່ເວົ້າລະລ້າ!ມັນເຮັດແທ້ນຳອີກ) ໂດຍຂໍ້ມູນແມ່ນໄດ້ມາຈາກຜູ່ຊ່ຽວຊານຊື່: “Shane Broesky” ຜູ່ຮ່ວມກໍ່ຕັ້ງ ບໍລິສັດ Farbe Technik, ບໍລິສັດຜະລິດອຸປະກອນເສີມ, ຈະມາອະທິບາຍໃຫ້ທຸກໆທ່ານກະຈ່າງແຈ້ງກັນ.

ເຮົາບໍ່ຄວນສາກແບັດຂ້າມຄືນ, ແບັດມັນສິເສື່ອມໄວ

ແລ້ວສາກແບບນັ້ນດີບໍ່?

ອັນນີ້ສ່ວນໂຕແລ້ວເປັນຄວາມເຊື່ອທີ່”ແບ້”ຫຼາຍຈັກໃຜເປັນຄົນຄິດ ແລະ ເອົາມາແຕ່ໃສ. ຈາກຜູ່ຊ່ຽວຊານເພິ່ນເວົ້າວ່າເຮົາສາມາດສາກແບັດໂທລະສັບມືຖືຂອງເຮົາຂ້າມຄືນໄດ້ໂດຍບໍ່ໄດ້ເກີດອັນຕະລາຍຕໍ່ໂທລະສັບຂອງທ່ານແຕ່ຢ່າງໃດ. ເພາະວ່າດຽວນີ້ເຮົາໃຊ້ Smartphone ແລ້ວ ແລະ ກໍຍ້ອນວ່າມັນສະຫຼາດ(Smart)ຫັ້ນລະມັນຈະຮູ້ວ່າເມື່ອແບັດເຕີຣີເຮົາເຕັມແລ້ວມັນຈະຢຸດຄວາມຕ້ອງການກະແສໄຟເຂົ້າໃນແບັດເຕີຣີເພື່ອປ້ອງກັນການໃຊ້ກະແສໄຟໂດຍບໍ່ຈຳເປັນ ຫຼື ການສາກເກີນ(overcharging).

ແຕ່ເຖິງຢ່າງໃດກໍຕາມການສາກຄ້າງຄືນກໍສາມາດເຮັດໃຫ້ແບັດເຕີຣີຂອງທ່ານຄ່ອຍໆເສື່ອມສະພາບອາຍຸການໃຊ້ງານລົງ ແຕ່ກໍບໍ່ເຖິງກັບວ່າມັນຈະເສື່ອມລົງທັນທີທັນໃດ.

ແບັດເຕີຣີລີທຽມ-ໄອອອນ(Lithium-ion battery) ນັ້ນສາມາດກໍ່ໃຫ້ເກີດຄວາມຮ້ອນໄດ້ໃນຂະນະສາກ, ສະນັ້ນໃນຂະນະເວລາສາກທ່ານຄວນສາກໃນອຸນຫະພູມຫ້ອງບໍ່ສູງປານໃດ ແລະ ຄວນວາງໃນບ່ອນທີ່ເຢັນ ຫຼື ຫາກວ່າທ່ານໃສ່ອຸປະກອນຫຸ້ມໂທລະສັບຂອງທ່ານ(case) ທ່ານກໍຄວນເອົາມັນອອກເພື່ອໃຫ້ລະບາຍຄວາມຮ້ອນໄດ້ດີ.

ຖ້າຫາກວ່າແບັດເຕີຣີລີທຽມ-ໄອອອນເກີດຄວາມຮ້ອນສູງຈະເຮັດໃຫ້ເກີດເຊວອັອກຊິເດີເຊິນ(oxidation) ເຊິ່ງມັນຈະໄປຫົດໂຕຄວາມຈຸຂອງແບັດເຕີຣີໃຫ້ໜ້ອຍລົງ ແລະ ອາຍຸການໃຊ້ງານສັ້ນລົງ.

ສຸດທ້າຍຖ້າເຮົາຈະສາກຂ້າມຄືນເຮົາຈະຕ້ອງເບິ່ງດີໆກ່ອນວ່າບ່ອນທີ່ເຮົາສາກນັ້ນເປັນບ່ອນລະບາຍອາກາດໄດ້ດີຫຼືບໍ່?

ຖ້າໃຫ້ແບັດຮອດ 0 ເປີເຊັນຈຶ່ງສາກ

ແລ້ວເວລາໃດສາກຈຶ່ງໄດ້ຜົນສູງສຸດ?

ອັນນີ້ກະເປັນອີກຄວາມເຊື່ອໜຶ່ງທີ່ເຮົາໄດ້ຍິນມາ, ການປ່ອຍໃຫ້ແບັດເຕີຣີເຮົາໃຫ້ເຫຼືອ 0 ເປີເຊັນແລ້ວຈຶ່ງສາກນັ້ນມັນຍິ່ງເປັນການກະຕຸ້ນປະຈຸຂອງແບັດໃຫ້ເກີດມີຄວາມຄຽດຍິ່ງຂຶ້ນ(deep charging)ເຮັດໃຫ້ອາຍຸການເຮັດວຽກຂອງແບັດເຕີຣີຂອງເຮົາສັ້ນລົງ.

ການສາກແບັດເຕີຣີລີທຽມ-ໄອອອນທີ່ດີທີສຸດແມ່ນຄວນສາກລະຫວ່າງແບັດເຫຼືອຢູ່ 50 ຫາ 80 ເປີເຊັນ, ເພາະຈະໄປກະຕຸ້ນໃຫ້ເອເລັກຕຣົງຂອງແບັດເຕີຣີເຮັດວຽກຕໍ່ ແລະ ປ້ອງກັນອາຍຸການໃຊ້ງານຂອງແບັດເຕີຣີນຳອີກ.

ຜູ່ຊ່ຽວຊານໄດ້ບອກວ່າການສາກເທື່ອລະໜ້ອຍຈະດີກ່ວາການສາກໜຶ່ງຄັ້ງຕໍ່ມື້, ມັນອາດຈະບໍ່ສະດວກສະບາຍ ແຕ່ມັນເປັນວິທີທີ່ດີທີສຸດໃນການສາກແບັດເຕີຣີຖ້າທ່ານຕ້ອງການໃຫ້ແບັດເຕີຣີຂອງທ່ານໃຊ້ໄດ້ດົນເທົ່າທີ່ຈະເປັນໄປໄດ້.

ສິ່ງທີ່ຄວນຫຼີກລ້ຽງ

ຫຼີກລ້ຽງການສາກແຕ່ 0 ຫາ 100 ເປີເຊັນ(deep charging)

ແບັດເຕີຣີປັດຈຸບັນມັນຈະມີໂຕບອກອາຍຸການໃຊ້ງານຂອງມັນເອີ້ນວ່າ: “cycle”, ແຕ່ລະໂທລະສັບມືຖືນັ້ນຈະມີ cycle ແຕກຕ່າງກັນໄປບາງລຸ້ນ ແລະ ໂຕ cycle ນີ້ເອງເປັນໂຕກຳນົດວ່າແບັດເຕີຣີເຮົາຈະໄປຕໍ່ໄດ້ບໍ່. ຖ້າໂຕ cycle ໝົດສະແດງວ່າເຮົາໄປກັນບໍ່ໄຫວແລ້ວ…ຈົບກັນສະ.

ເຮົາຄວນຫຼີກລ້ຽງການສາກຕັ້ງແຕ່ 0 ຫາ 100 ເທົ່າທີ່ຈະເປັນໄປໄດ້, ເພາະມັນຈະເຮັດໃຫ້ອາຍຸການໃຊ້ງານຂອງແບັດເຕີຣີຂອງເຮົາສັ້ນລົງຫຼາຍ.

ໃຊ້ອຸປະກອນເສີມຂອງແທ້

ເຮົາຄວນໃຊ້ອຸປະກອນເສີມທີ່ໄດ້ມາດຕະຖານຖືກຮັບຮອງຈາກຜູ່ຜະລິດຊັ້ນນຳ ເພາະການໃຊ້ອຸປະກອນທີ່ມາຈາກໂຮງງານນັ້ນແມ່ນມີປະກັນ, ປອດໄພຕໍ່ຜູ່ຊົມໃຊ້ ແລະ ແບັດເຕີຣີຂອງເຮົາເອງ.

ໃຫ້ດີແທ້ແມ່ນເຮົາບໍ່ຄວນໃຫ້ຂອງປອມ ຂອງທີ່ບໍ່ໄດ້ມາດຕະຖານ ຫຼື ບໍ່ຖືກຮັບຮອງຈາກຜູ່ຜະລິດ ເພາະມັນອາດຈະເຮັດໃຫ້ເກີດອັນຕະລາຍຕໍ່ໂທລະສັບຂອງເຮົາ ແລະ ຕໍ່ໂຕເຮົາເອງ. ດັ່ງທີ່ຮູ້ໆກັນວ່າ ສ່ວນຫຼາຍອຸບັດຕິເຫດຈາກແບັດເຕີຣີໂທລະສັບມືຖື ຫຼື ອຸປະກອນເສີມນັ້ນສ່ວນຫຼາຍແມ່ນເກີດຈາກການໃຊ້ອຸປະກອນທີ່ບໍ່ໄດ້ມາດຕະຖານ.

ທ່ານຈະຍອມເສຍເງິນຊື້ຂອງແທ້ ຫຼື ຊື້ຂອງປອມແລ້ວຊີວິດຂອງທ່ານ ຫຼື ໂຕໂທລະສັບຂອງທ່ານເອງສ່ຽງຕໍ່ອຸບັດຕິເຫດຫຼືບໍ່?

ສະຫຼຸບ

  • ໃຊ້ອຸປະກອນເສີມທີ່ໄດ້ມາດຕະຖານ ແລະ ຖືກຮັບຮອງຈາກຜູ່ຜະລິດ.
  • ຢ່າປ່ອຍໃຫ້ໂທລະສັບທ່ານຮ້ອນເກີນໄປເມື່ອສາກ, ຄວນເອົາ case ອອກ ແລະ ວາງໄວ້ບ່ອນທີ່ມີອາກາດລ່ວງເມື່ອສາກຂ້າມຄືນ.
  • ເພື່ອຢືດອາຍຸການໃຊ້ງານຂອງແບັດເຕີຣີເຮົາຄວນຮັກສາແບັດໄວ້ຢູ່ລະຫວ່າງ 50 ຫາ 80 ເປີເຊັນ.
  • ຫຼີກລ່ຽງການ deep charging ແລະ ຢ່າສາກຈາກ  0 ຫາ 100 ເປີເຊັນ.

ສຳລັບເລື່ອງແບັດເຕີຣີຖ້າຫາກວ່າທ່ານໃດຢາກຮູ້ຂໍ້ມູນເພີ່ມຕື່ມສາມາດເຂົ້າໄປເບິ່ງບົດຄວາມທີ່ເຮົາຂຽນຜ່ານມາໄດ້ ຄວາມຮູ້ກ່ຽວກັບແບດເຕີຣີລີທຽມ-ໄອອອນ(Lithium-ion Battery)

ຂອບໃຈທີມາ digitaltrends