ປະ​ສົບ​ການ​​ຂອງ​ການ​ສຳ​ພາດ​ຂໍ​ວີ​ຊາ​ອາ​ເມ​ລິ​ກາ​ຄັ

ປະ​ສົບ​ການ​​ຂອງ​ການ​ສຳ​ພາດ​ຂໍ​ວີ​ຊາ​ອາ​ເມ​ລິ​ກາ​ຄັ

​ເນື່ອງ​ຈາກວ່າ ຜູ່​ຂຽນ​ໄດ້​ເປັນ​ຕົວ​ແທນ​ເຂົ້າ​ຮ່ວມ​ງານ Google I/O 2017 ທີ່ Mountain View, San Francisco ກ່ອນ​ຈະ​ໄດ້​ໄປ​ກໍ່​ຕ້ອງ​ໄປ​ຂໍ​ວີ​ຊາ​ອາ​ເມ​ລິ​ກາ​ກ່ອນ ຖ້າ​ຂໍ​ບໍ່​ໄດ້​ກະ​ຖື​ວ່າ​ໄດ້​ອົດ​ໄປ. ການ​ໄປ​ຂໍ​ວີ​ຊາ​ອາ​ເມ​ລິ​ການັ້ນ ເຫັນຫຼາຍ​ຄົນ​ເວົ້າ​ວ່າ​ເປັນ​ອີ່​ຫຍັງ​ທີ່ຍາກ ແລະ ມີຫຼາກຫຼາຍ​ຂັ້ນ​ຕອນ, ໜ່ຳ​ຊ້ຳຈ່າຍ​ເງິນ​ເພື່ອ​ຂໍ​ສຳ​ພາດ​ແລ້ວ ຖ້າບໍ່​ຜ່ານ​ກະ​ເສຍ​ເງິນ​ໄປ​ລ້າໆອີກ. ສະ​ນັ້ນ, ດຽວ​ເຮົາ​ຈະ​ມາ​ເບິ່ງ​ກັນ​ວ່າ​ປະ​ສົບ​ການ​ຄັ້ງ​ທຳ​ອິດ​ຂອງ​ຜູ່​ຂຽນ​ໃນ​ການ​ຂໍ​ວີ​ຊາ​ເຂົ້າ​ປະ​ເທດ​ອາ​ເມ​ລິ​ການັ້ນ​ມັນ​ເປັນ​ແນວ​ໃດ? ​ເຊີນອ່ານ​ດ້ານ​ລຸ່ມ​ໄດ້​ເລີຍ

ສິ່ງ​ທີ່​ຄວນ​ຮູ້​ກ່ອນ​ໄປ​​ຂໍ​ວີ​ຊາ

ທຳ​ອິດ​ກ່ອນ​ເຮົາ​ຈະ​ປະ​ກອບ​ຟອມ​ຂໍ​ວີ​ຊານັ້ນ ​ເຮົາ​ຈະ​ຕ້ອງ​ຮູ້​ຈັກ​ປະ​ເພດ​ວີ​ຊາ​ ອາ​ເມ​ລິ​ກາ ກ່ອນ​ວ່າ ແຕ່​ລະ​ປະ​ເພດ​ມັນ​ແຕກ​ຕ່າງ​ກັນ​ແນວ​ໃດ ແລະ ໂຕ​ໃດ​ຖືກ​ກັບຈຸດ​ປະ​ສົງ​ທີ່​ເຮົາ​ຈະ​ໄປ​​ ເຊິ່ງ​ເຮົາ​ສາ​ມາດ​ເຂົ້າ​ໄປ​ເບິ່ງ​ລາຍ​ລະ​ອຽດ​ຂອງ​ປະ​ເພດ​ວີ​ຊາ​ແຕ່​ລະ​ອັນ​ໄດ້​ທີ່ http://www.ustraveldocs.com/la_la/la-niv-visatypeinfo.asp . ສ່ວນ​ໂຕ​ເຮົາ​ເອງ ໃຄ​ແນ່​ທີ່​ໜັງ​ສື​ເຊີນບອກ​ເຈາະ​ຈົງ​ວ່າ ວີ​ຊາ B1 ກະ​ເລີຍ​ບໍ່​ໄດ້​ລັງ​ເລ​ໃຈ​ວ່າ​ຈະ​ເປັນ​ວີ​ຊາ​ເພດ​ໃດ ​ຈຸດປະ​ສົງ​ຂອງ​ຜູ່​ຂຽນແມ່ນ ຈະ​ໄປ​ເພື່ອ​ເຂົ້າ​ຮ່ວມ​ງານ​ສຳ​ມະ​ນາ ສະ​ນັ້ນ ຈຶ່ງ​ເລືອກ​ເອົາ​ວີ​ຊາ​ປະ​ເພດ B1 ມີ​ຈຸດ​ປະ​ສົງ​ເພື່ອ​ໄປ​ເຂົ້າ​ຮ່ວມ​ງານ​ສຳ​ມະ​ນາ ຫຼື ກິດ​ຈະ​ກຳ​ທີ່​ກ່ຽວ​ຂ້ອງ​ກັບທຸ​ລະ​ກິດ. ສ່ວນ​ປະ​ເພດ​ວີ​ຊາ B2 ກໍ​ຈະ​ເປັນ​ການ​ໄປ​ທ່ອງ​ທຽວ​ທົ່ວ​ໄປ. ແຕ່​ວ່າ​ປະ​ເພດ​ວີ​ຊາ B1 ແລະ B2 ນັ້ນ​ແມ່ນ​ລວມ​ເຂົ້າ​ເປັນ​ວີ​ຊາ​ປະ​ເພດ​ດຽວ​ກັນ. ສະຫຼຸບ​ກະ​ຄື ເຮົາ​ຈະ​ຕ້ອງ​ເບິ່ງ​ລາຍ​ລະ​ອຽດ​ວີ​ຊາ​ແຕ່​ລະ​ປະ​ເພດ​ໃຫ້​ດີ ແລະ ຖືກ​ກັບ​ຈຸດ​ປະ​ສົງ​ທີ່​ເຮົາ​ຈະ​ໄປ​ຢາມ​ປະ​ເທດ​ເພິ່ນ ເພາະ​ການກອບ​ແບ​​ບຟອມ​ຂໍ​ວີ​ຊາ ແລະ ເອ​ກະ​ສານ​ສະ​ໜັບ​ສະ​ໜູນ​ທີ່​ຈະ​ກຽມ​ສຳ​ລັບ​ການ​ສຳ​ພາດນັ້ນ ມັນ​ຈະ​ແຕກ​ຕ່າງ​ກັນ​ໄປ​ຕາມ​ແຕ່​ລະ​ປະ​ເພດ​ຂອງວີ​ຊາ.

ກອບ​ແບບ​ຟອມ DS-160

ການ​ປະ​ກອບ​ຟອມ​ຂໍ​ສຳ​ພາດ​ເອົາ​ວີ​ຊາ​ອາ​ເມ​ລິ​ການັ້ນ ສ​ຳ​ລັບ​ວີ​ຊາປະ​ເພດ B1/B2 ​ເຮົາ​​ຕ້ອງ​ໄປ​ປະ​ກອບ​ຟອມ DS-160 ໂດຍ​ສາ​ມາດ​ເຂົ້າ​ໄປ​ໄດ້ທີ https://ceac.state.gov/GenNIV/Default.aspx . ກ່ອນກອບ​ແບບ​ຟອມ​ ເຮົາ​ຈະ​ຕ້ອງ​ຮູ້​ຂໍ້​ມູນ​ຢ່າງ​ລະ​ອຽດ ແລະ ຖືກ​ຕ້ອງ​ກັບ​ຄວາມ​ເປັນ​ຈິງ​ທີ່​ສຸດ​ເຊັ່ນ: ຂໍ້​ມູນ​ສ່ວນ​ໂຕ​ຂອງ​ເຮົາ, ຄອບ​ຄົວ, ​ຂໍ້​ມູນ​ພູມຫຼັງ​ຂອງ​ເຮົາ, ແຜນການ​ເດີນ​ທາງ ແລະ ລາຍ​ລະ​ອຽດ​ຕ່າງໆ​ໃນ​ຂະ​ນະ​ທີ່​ຢູ່​ອາ​ເມ​ລິ​ກາ ເປັນ​ຕົ້ນ. ການ​ຕື່ມ​ຂໍ້​ມູນ ເຮົາ​ຈະ​ຕ້ອງບໍ່​ມີ​ການ​ປອມ​ແປງ​ຂໍ້​ມູນ​ໃດໆ, ການ​ເດີນ​ທາງ​ຂອງ​ທ່ານ​ຈະ​ຕ້ອງ​ຊັດ​ເຈນ ວ່າ​ທ່ານ​ຈະ​ໄປ​ຈັກ​ມື້, ໄປ​ເມືອງ​ໃດ​ແນ່, ໃຜ​ເປັນ​ຄົນ​ຈ່າຍ​ເງິນ​ໃຫ້ ປະ​ມານນີ້, ຖ້າ​ຫາກວ່າ​ຂໍ້​ມູນບໍ່​ແມ່ນ​ຄວາມ​ຈິງ ແລະ ທາງ​ສະ​ຖານ​ທູດ​ຮູ້​ແມ່ນ​ເຮົາ​ຈະ​ຖືກ​ສະຫຼ​ະ​ສິດ​ເລີຍ​ຕອນມື້​ສຳ​ພາດ.

ການກອບ​ແບບ​ຟອມ​ຂອງ​ຜູ່​ຂຽນ​ແມ່ນ​ໃຊ້​ເວ​ລາ​ໄປປະ​ມານ ຊົ່ວ​ໂມງເຄິ່ງ, ເປັນ​ການກອບ​ຂໍ້​ມູນ​ອອນ​ລາຍ​ທີ່ຫຼາຍ​ເທົ່າ​ທີ່​ເຄີຍກອບ​ມາ ແລະ ຖາມແນວ​ມະ​ຍິກ​ມະ​ຍອຍ ບາງ​ຄຳ​ຖາມ​ກະ​ຖາມ​ຈົນ​ຕ້ອງ​ໃຊ້​ເວ​ລາຄິດ​ຈັກ​ໜ້ອຍ​ໜຶ່ງ​ໃນ​ການ​ລຶ້ມ​ຄືນ​ກະ​ມີ. ຫຼັງ​ຈາກກອບ​ແບບ​ຟອມ​ແລ້ວໆ ​ເຮົາ​ກໍ​ຈະ​ໄດ້ໃບ​ຢືນ​ຢັນ​ຟອມ​ທີ່​ເຮົາ​ກອບ, ເຮົາ​ສາ​ມາດ​ສົ່ງ​ເຂົ້າ​ໄປ​ຫາ​ເມວ​ຂອງ​ເຮົາ ຫຼື ພິມ​ໄວ້​ເລີຍ​ກໍ​ດີ ເພາະເວ​ລາ​ໄປ​ສ​ຳ​ພາດ​ເຮົາ​ຈະ​ຕ້ອງ​ມີ​ໃບ​ຢັ້ງ​ຢືນ​ໂຕນີ້​ນຳ. ຫຼັງ​ຈາກນັ້ນ ເຮົາ​ກໍ​ຈະ​ຕ້ອງ​ໄປ​ລົງ​ທະ​ບຽນ​ຢູ່​ເວັບ​ໄຊ http://www.ustraveldocs.com/la_la/index.html?firstTime=No ເພື່ອ​ຈະ​ເຂົ້າ​ສູ່​ຂັ້ນ​ຕອນ​ການ​ນັດ​ສຳ​ພາດ. ກ່ອນ​ຈະ​ນັດ​ສຳ​ພາດ​ໄດ້​ນັ້ນ ເຮົາ​ຈະ​ຕ້ອງ​ໄດ້​ໄປ​ຈ່າຍ​ເງິນ​ຄ່າທຳ​ນຽມ​ໃນ​ການ​ສຳ​ພ​າດ​ກ່ອນ, ນະ​ມື້​ຕອນ​ຈ່າຍ​ເງິນ​ ມູນ​ຄ່າ​ຕອນນັ້ນ​ແມ່ນ $160 ຈ່າຍ​ເປັນ​ເງິນ​ກີບ ແລະ ຕ້ອງ​ຈ່າຍ​ຢູ່​ທີ່​ທະ​ນາ​ຄານ ເອ​ຊີ​ລີ​ດາ ເທົ່າ​ນັ້ນ. ຂັ້ນ​ຕອນ​ໃນ​ການ​ຈ່າຍ​ເງິນ​ແມ່ນ ເຮົາ​ພິມ​ໃບ​ຈ່າຍ​ເງິນ​ຂອງ​ທາງ​ສະ​ຖານ​ທູດ ທີ່​ໄດ້​ຈາກ​ຂັ້ນ​ຕອນ​ການ​ນັດ​ສຳ​ພາດອອກ​ມາ ເຂົ້າ​ໄປ​ທະ​ນາ​ຄານ​ແລ້ວບອກ​ເຂົາ​ວ່າ ເຮົາ​ມາ​ຈ່າຍ​ເງິນ​ຄ່າ​ທຳ​ນຽມ​ສຳ​ພາດ​ຂໍ​ວີ​ຊາ​ອາ​ເມ​ລິ​ກາ ແລ້ວ​ພະ​ນັກ​ງານ​ເຂົາ​ຫາກ​ຈັດ​ການ​ໃຫ້. ເມື່ອ​ທ່ານ​ຈ່າຍ​ເງິນ​ສຳ​ເລັດ​ແລ້ວ ເຮົາ​ກໍ​ຈະ​ໄດ້​ໃບ​ຢັ້ງ​ຢືນ​ການ​ຈ່າຍ​ເງິນ(ໃບ​ສີ​ຟ້າ) ໜີບ​ກັບ​ໃບ​ຈ່າຍ​ເງິນ​ທີ່​ເຮົາ​ພິມ​ອອກ ໃຫ້​ເຮົາ​ຮັກ​ສາ​ໃບ​ຈ່າຍ​ເງິນນີ້​ໄວ້​ດີໆ ເພາະ​ຈະ​ໄດ້​ໃຊ້​ຕອນ​ເຮົາ​ໄປ​ສຳ​ພາດ. ການ​ເລືອກມື້​ສຳ​ພາດ ເຮົາ​ຈະ​ຕ້ອງ​ລໍ​ຖ້າ​ຕອນ​ທ່ຽງ(ສວາຍ) ຂອງມື້​ຕໍ່​ໄປ(ນັບ​ຈາກມື້​ຈ່າຍ​ເງິນ) ​ຈຶ່ງ​ສາ​ມາດ​ເລືອກມື້​ສຳ​ພາດ​ຂໍ​ເຮົາ​ໄດ້ ສ່ວນ​ກໍ​ລະ​ນີ​ຂອງ​ຜູ່​ຂຽນ​ແມ່ນ​ ຈ່າຍ​ວັນ​ສຸກ​ຕອນ​ເຊົ້າ ພະ​ນັກ​ງານ​ເຂົາ​ບອກວ່າ ວັນ​ຈັນ, ຕອນ​ສວາຍ ຈຶ່ງ​ສ​າ​ມາດ​ເຂົ້າ​ໄປ​ເລືອກມື້​ສຳ​ພາດ​ໄດ້.

ວັນ​ຈັນ

ໃນ​ຂະ​ນະ​ທີ່​ລໍ​ຖ້າ​ນັດ​ມື້​ສຳ​ພາດ​ຢູ່ນັ້ນ ເຮົາ​ກະ​ທ່ຽວ​ເຂົ້າ​ໄປ​ກວດ​ເບິ່ງມື້​ສຳ​ພາດ​ທີ່​ໄວ​ທີ່​ສຸດ​ຢູ່​ໜ້າ​ເວັບ​ເພິ່ນ ເຂົ້າ​ໄປ​ກວດ​ເທື່ອ​ໃດ​ ວັນ​ທີ່​ໄວ​ທີ່​ສຸດ ກະ​ຄ່ອຍໆ​ເລື່ອນໆ​ໄປໆ ຈາກ​ທິດ​ໜ້າ​ກາຍ​ເປັນ ສອງ​ທິດ​ໜ້າ. ວັນ​ຈັນ, ຕອນ​ສວາຍ ກຽມ​ເນັດ​ເນັດໃຫ້​ພ້ອມ ພໍ​ແຕ່ 12 ໂມງ​ສວາຍ ປຸບ​ເຮົາ​ກໍ​ຮີບ​ເຂົ້າ​ໄປ​ໜ້າ​ເວັບ​ເພື່ອ​ເລືອກມື້​ຈອງ​ໄວ​ທີ່​ສຸດ​ເລີຍ, ສຸດ​ທ້າຍ ໄດ້​ມື້​ສຳ​ພາດ​ທີ່​ໄວ​ທີ່​ສຸດ​ຄືອີກ 1ເດືອນ. ນະ​ຕອນນັ້ນຄິດ​ໃນ​ໃຈ​ວ່າ ອ້າວ​ເຮີຍ​ມັນ​ສິ​ທັນ​ຢູ່​ຫວາ ໄປ​ກາງ​ເດືອນ 5, ສຳ​ພາດ​ຂໍ​ວີ​ຊາ​ທ້າຍ​ເດືອນ 4 ທີ່​ເປັນ​ຫ່ວງ​ກໍ​ຄື​ປີ້​ຍົນ ເພາະ​ຢ້ານ​ຕອນ​ໄດ້​ວີ​ຊາ​ມາ​ປີ້​ຍົນ​ຄົງ​ສິ​ແພງ​ຂຶ້ນ ແລະ ຈະ​ຈອງ​ປີ້​ຍົນ​ບໍ່​ໄດ້​ອີກ​ຖ້າບໍ່​ມີ​ວີ​ຊາ. ເຮົາ​ກະ​ເລີຍ​ຕັດ​ສິນ​ໃຈ ຂໍ​ນັດ​ສຳ​ພາດ​ດ່ວນ, ໂຊກ​ດີ​ທີ່​ສາ​ມາດ​ນັດ​ສຳ​ພາດ​ດ່ວນ​ໄດ້ ເປັນ​ວັນ​ພະ​ຫັດ​.

ໃນ​ຂະ​ນະ​ລໍ​ຖ້າມື້​ສຳ​ພາດ

ສິ່​ງ​ທີ່​ຕ້ອງ​ກຽມ​ກ່ອນ​ການ​ສຳ​ພາດ ກໍ​ຈະ​ມີ ໃບ​ສຳ​ເນົາ​ຢັ້ງ​ຢືນ​ການກອບ​ຟອມ DS-160, ໃບ​ຈ່າຍ​ເງິນ​ຜ່ານ​ທະ​ນະ​ຄານ ເອ​ຊີ​ລີ​ດາ (ໃບ​ແທ້), Passport ເຫຼັ້ມ​ປະ​ຈຸ​ບັນ ແລະ ເຫຼັ້ມ​ເກົ່າທຸກ​ເຫຼັ້ມ, ໃບ​ຢັ້ງ​ຢືນ​ການ​ນັດ​ສຳ​ພາດ. ເຮົາ​ເລືອກ​ການ​ນັດ​ສຳ​ພາດ​ໄວ​ສຸດ​ແມ່ນ​ຕອນ 9 ໂມງ, ກະ​ເລີຍ​ອອກ​ບ້ານ​ປະ​ມານ 7 ໂມງ​ເຄິ່ງ ກະ​ວ່າ 8 ໂມງ​ໃຫ້​ໄປ​ຮອດ​ພຸ້ນ (ຢ່າງ​ໜ້ອຍ​ຕ້ອງ​ໄປ​ຮອດ​ກ່ອນ 30 ນາ​ທີ) ສ່ວນ​ເຮົາ​ແມ່ນ​ເຜື່ອ​ເວ​ລາຫຼາຍ​ໜ້ອຍ​ໜຶ່ງ​ເພື່ອ​ເກີດ​ເຫດ​ສຸກ​ເສີນ ໂດຍ​ສະ​ເພາະ ລົດ​ຕິດ. ເຮົາ​ໃຊ້​ເສັ້ນ​ທາງ ໜອງ​ໄຮ ໄປ​ຕອນ​ຊ່ວງ​ດັ່ງ​ກ່າວ​ຖື​ວ່າ​ລົດ​ບໍ່​ໄດ້​ຕິດຫຼາຍ ພໍ​ດີ​ທາງ​ຫາກໍ່​ແປງ​ແລ້ວ ຖື​ໂອ​ກາດ​ແລ່ນ​ຍາວ​ເລີຍ. ໄປ​ຮອດ​ສະ​ຖານ​ທູດ​ແມ່ນ 8 ໂມງ​ປາຍ 10 ນິ​ລ​ະ, ສ່ວນ​ສະ​ຖານ​ທີ່​ຈອດ​ລົດ​ແມ່ນ​ຈອດ​ຕາມ​ແຄມ​ທາງເລີຍ. ກົດ​ສຳ​ລັບ​ການ​ເຂົ້າ​ສະ​ຖານ​ທູດນັ້ນ ແມ່ນ​ຫ້າມ​ເອົາ​ໂທ​ລະ​ສັບ​, ກະ​ເປົ໋າ​ຂະ​ໜາດ​ໃຫຍ່ ແລະ ນ້ຳ​ອື່ນໆ ຍົກ​ເວັ້ນ​ນ້ຳ​ດື່ມ ສາ​ມາດ​ເອົາ​ເຂົ້າ​ໄປ​ໄດ້. ສ່ວນ​ໂຕ​ຜູ່​ຂຽນ​ແມ່ນ ເອົາ​ໂທ​ລະ​ສັບ​ປະ​ໄວ້​ລົດ​ເລີຍ ເພາະ​ຈັ່ງ​ໄດ​ກະ​ບໍ່​ໄດ້​ໃຊ້​ຕັ້ງ​ແຕ່​ບ່ອນກວດ​ຂ້າງ​ໜ້າ​ເຂົ້າ​ໄປ​ແລ້ວ ເພື່ອ​ຄວາມ​ສະ​ດວກ​ແມ່ນ​ເອົາ​ປະ​ໄວ້​ລົດ​ສະ ແລະ ກະ​ເປົ໋​າ​ແມ່ນເອົາ​ກະ​ເປົ໋າ​ແບບ​ຫິ້ວ​ເອກ​ກະ​ສານ​ໄປ ຖື​ຍ່າງ​ໄປ​ແບບ​ຊິວໆ​ເລີຍ. ເມື່ອ​ຍ່າງ​ຮອດ​ໜ້າ​ສະ​ຖານ​ທູດ ຕອນນັ້ນ​ແມ່ນ​ ເຫັນ​ຄົນ​ສ່ວນ​ໜຶ່ງ​ຢືນ​ກະ​ແຈກ​ກະ​ຈາຍ​ຢູ່​ໜ້າ​ບ່ອ​ນ​ທາງ​ເຂົ້າ​ໄປ​ສະ​ຖານ​ທູດ ເບິ່ງ​ຄື​ແບບ​ ອ້າວ​ເຂົາ​ເປີດ​ໃຫ້​ເຂົ້າ​ລະ​ຫວາ, ຈັ່ງ​ໄດ໋​ລະ​ບາດ​ນິ ເຂົ້າ​ແບບ​ໃດ​ຫວະ? ເຂົາ​ເອີ້ນ​ເຂົ້າ​ຕາມ​ຄິວ​ຫວາ, ກະ​ງົງໆ​ໜ້ອຍ​ໜຶ່ງ ຢືນ​ຢູ່​ໜ້າ​ທາງ​ເຂົ້າ, ໜ້າ​ເສົາ​ກັ້ນ. ຢືນ​ຢູ່​ແປບ​ໜຶ່ງ ຍາມ​ຢູ່​ໜ້າ​ກະ​ບອກວ່າ ສອງ​ຄົນ ເຂົ້າ​ໄປ​ໄດ້, ເຮົາ​ກະ​ງົງ​ອີກ​ລະ ແມ໋ງສອງ​ຄົນ​ໄດ໋​ລະ​ບາດ​ນິ ແຖວ​ກະ​ບໍ່​ລຽນ, ຢູ່​ກະ​ແຈກ​ກະ​ຈາຍ​ກັນ​ຢູ່ ພໍ​ແຕ່​ຍາມ​ເວົ້າ​ສຸດ​ເທົ່າ​ນັ້ນ​ລະ ຫຸ້ມ​ພາ​ກັນ​ມັນ​ເລີຍ ແຕ່​ກະ​ໄດ້​ເຂົ້າ​ແຕ່​ສອງ​ຄົນ​ໝວດ​ຢືນ​ຢູ່​ທາງ​ໜ້າ​ເສົາ​ກັ້ນ​ເຂົ້າ​ໄປ, ແລ້ວ​ຍາມບອກວ່າ ໃຫ້​ລຽນ​ເປັນ​ສອງ​ແຖວ ຈາກນັ້ນ​ຈຶ່ງ​ພາ​ກັນ​ລຽນ​ແຖວ. ອ້ອຍ! ຕ້ອງ​ໃຫ້​ບອກ​ຕໍ່​ແຖວ​ກ່ອນ​ເນາະ​ຈຶ່ງ​ພາ​ກັນ​ເຮັດ. ເຮົາ​ພໍ​ດີ​ຖ້າ​ຢູ່​ຖືກ​ຜູ່​ທີ່​ສາມ ພໍ​ດີມື້ນັ້ນ, ແດດບໍ່​ຄ່ອຍ​ມີ​ປານ​ໃດ ເມກ​ຫຼາຍ. ແລ້ວ​ຈາກນັ້ນ, ຍາມກໍ່​ບອກ​ສອງ​ຄົນ ເອີ​ເຮົາ​ກະ​ຍ່າງ​ເຂົ້າ​ໄປ, ຂໍ​ບອກ​ໄວ້​ກ່ອນ​ວ່າ ປະ​ຕູ​ໜ້າ​ສະ​ຖານ​ທູດ​ໜັກ​ເດີ້ ເພາະ​ເຫັນ​ຄົນ​ເຂົ້າ​ໄປ​ກ່ອນ​ໜ້ານີ້​ເປີດ​ປະ​ຕູບໍ່​ອອກ ປະ​ຕູ​ໜັກ ຫະ​ຫະ, ແຕ່​ເຮົາ​ຢາກວ່າ​ຊິນໆ​ໜ້ອຍ​ໜຶ່ງ​ລະ, ເປີດ​ປະ​ຕູ​ເຂົ້າ​ໄປ ຍາມ​ຂ້າງ​ໃນ​ກະ​ຖາມ​ວ່າ​ເຮົາ​ສຳ​ພາດ​ຈັກ​ໂມງ? ເອົາ Passport ກັບ ໃບ​ນັດ​ສຳ​ພາດ​ມາ​ເບິ່ງ ເພິ່ນ​ກະ​ກວດ Passport ເຮົາ​ວ່າ​ກົງ​ກັບ​ຊື່​ຢູ່​ໃບ​ນັດ​ບໍ່ ຫຼັງ​ຈາກນັ້ນ​ຈຶ່ງກວດ​ເບິ່ງ​ລາຍ​ຊື່​ຂອງ​ເພິ່ນ​ອີກ​ເທື່ອ​ໜຶ່ງວ່າ​ເຮົາ​ມີ​ຊື່​ນັດ​ສຳ​ພາດມື້ນັ້ນ, ໂມງນັ້ນ​ແທ້ບໍ່ ກວດ​ສຳ​ເລັດ​ແລ້ວ​ເຮົາ​ກະ​ຜ່ານ​ເຄື່ອງກວດ​ແລ້ວ​ກະ​ເຂົ້າ​ໄປ​ດ່ານ​ຕໍ່​ໄປ​ໄດ້​ເລີຍ.

ດ່ານ​ສຳ​ພາດ

ຫຼັງ​ຈາກ​ຜ່ານ​ດ່ານກວດ​ແລ້ວ, ດຶງ​ປະ​ຕູ​ອັນ​ໜັກ​ອຶ້ງ​ອອກ​ກໍ​ຈະ​ເຫັນ​ທາງ​ເດີນ​ເຊື່ອມ​ຕໍ່​ໄປ​ຫາ​ອີກ​ຕຶກ​ສຳ​ພາດ ກ່ອນ​ຈະ​ອອກ​ປະ​ຕູ​ຍາມບອກວ່າ​ໃຫ້​ຍ່າງ​ໄປ​ເປີດ​ປະ​ຕູ​ຟາກ​ຂວາ​ມື​ເດີ້, ແຕ່​ຢ່າງ​ໄປ​ໃກ້​ຕຶກ​ສຳ​ພາດ​ກະ​ແນ່ນອນ​ຢູ່​ແລ້ວ​ວ່າ​ຈະ​ຕ້ອງ​ຢ່າງ​ໄປ​ເປີດ​ປະ​ຕູ​ຟາກ​ຂວາ​ມື ເພາະ​ຟາກ​ຊ້າຍ​ມື​ມັນ​ບໍ່​ມີ​ຄັນ​ດຶງ​ເລີຍ. ເມື່ອ​ເເປີດ​ປະ​ຕູ​ເຂົ້າ​ໄປ​ຕຶກ​ສຳ​ພາດ ​ກະ​ມີ​ປະ​ຕູ​ຂັ້ນ​ອີກ​ຊັ້ນ​ໜຶ່ງ​ ເຮົາ​ກະຢືນ​ງົງ​ແປບ​ເພາະ​ມັນ​ມີ​ສອງ​ຟາກ​ຄື​ຂ້າງນອກ ກະ​ເລີຍ​ຕັດ​ສິນ​ໃຈ​ສິ​ເຂົ້າ​ຟາກ​ຂວາ​ຄື​ເກົ່າ ທັນ​ໃດ​ນັ້ນ​ກະ​ມີ​ຍາມ​ຍ່າງ​ອອກ​ມາ​ແຕ່​ປະ​ຕູ​ຟາກ​ຊ້າຍ​ມື ຖາມ​ເຮົາ​ວ່າ​ “ມາ​ສຳ​ພາດ​ຫວາ? ຂໍ​ເບິ່ງ Passport ແນ່?” ເຮົາ​ກະ​ຈົກ​ມາ​ໃຫ້​ເພິ່ນ​ແລ້ວເພິ່ນ​ກະ​ພາ​ເຂົ້າ​ໄປ​ຂ້າງ​ໃນ​ພ້ອມ​ຢືນ​ບັດ​ຄິວ​ໃຫ້ ຖືກ​ຄິວ​ທີ 26 ພ້ອມ​ຊີ້​ໃຫ້​ເຮົາ​ໄປ​ນັ່ງ​ຕາມ​ບ່ອນ​ຫວ່າງ​ເລີຍ​ເດີ້, ພໍ​ແຕ່ຫຼຽວ​ໄປ​ເບິ່ງ​ບ່ອນ​ນັ່ງ​ເທົ່າ​ນັ້ນ​ລະ ມັນ​ຈະ​ມີ​ທັງ​ໝົດ 3 ແຖວ ແຕ່​ລະ​ແຖວ​ຍາວ​ປະ​ມານ 15 ບ່ອນ​ນັ່ງ ປະ​ມານນີ້​ລະ, ແຕ່​ລະແຖວ​ແມ່ນ​ເກືອບ​ເຕັມ​ໝົດ ໄຄ​ແຕ່​ໂຊກ​ດີ​ແຖວ​ຂອບໆ​ເຮົາ​ຫວ່າງ​ສອງ​ຕັ່ງ​ພໍ​ດີ​ກະ​ເລີຍ​ໄດ້​ນັ່ງ​ແຖວ​ຂອບ​ເລີຍ​ສະ ນັ່ງ​ແຖວ​ຂອບ​ມັນ​ຈະ​ດີ​ບ່ອນ​ໜຶ່ງ ບ່ອນ​ທີ່​ວ່າ​ເຂົ້າ​ອອກ​ງ່າຍ.

ຢືນ​ເອ​ກະ​ສານ

ໃນ​ຂະ​ນະ​ທີ່​ລໍ​ຖ້າ ກະ​ໄດ້​ເວ​ລາ​ສ່ອງ​ຫັ້ນ​ສ່ອງນີ້​ສຳຫຼວດສະ​ຖານ​ທີ່ ສັງ​ເກດ​ເຫັນ​ວ່າ​ຈະ​ມີ​ປ່ອງ​ສຳ​ພາດ​ທັງ​ໝົດ​ 9 ປ່ອງ ແລະ ແຍກ​ເປັນ​ສອງ​ຟາກ​ລະ​ຫວ່າງ​ຟາກ ຜູ່​ຂໍ​ວີ​ຊ່າ​ຊົ່ວ​ຄາວ ແລະ ຜູ່​ຂໍ​ວີ​ຊ່າ​ຖາ​ວອນ ປະ​ມານນັ້ນ​ຕິ​ເບາະ. ນັ່ງ​ຖ້າ​ປະ​ມານ 3-4 ນາ​ທີ​ ກໍ​ມີ​ສຽງ​ຜູ່​ຍິງ​ຈາກ​ປ່ອງ​ທີ່ 9 ເອີ້ນ​ໃຫ້​ຜູ່​ມາ​ສຳ​ພາດ​ຢືນ​ເອ​ກະ​ສານ ທຳ​ອິດ​ກະ​ຍັງ​ບໍ່​ມີ​ໃຜ​ກ້າ​ລຸກ​ໄປ ແຕ່​ພໍ​ແຕ່​ເວົ້າ​ວ່າ​ ໃຜ​ມາ​ກ່ອນ​ກະ​ໄດ້ ຄົນ​ກະ​ເລີ່ມ​ລຸກ​ຫຸ້ມ​ກັນ​ເຂົ້າ​ໄປ​ເລີຍ ຫຼັງ​ຈາກນັ້ນ ຜູ່​ຍິງ​ຄົນ​ນັ້ນ​ກະ​ບອກວ່າ​ໃຫ້​ຢືນ​ເທື່ອ​ລະ​ຄົນ, ບໍ່​ໃຫ້​ໄປ​ຫຸ້ມ​ກັນ, ຕໍ່​ແຖວ​ເປັນ​ລະ​ບຽບ. ທາງ​ເຮົາ​ກະ​ບໍ່​ຟ້າວບໍ່​ຝັງ ນັ່ງ​ຊິວໆ​ຖ້າ​ໃຫ້​ຄົນ​ບາງ​ກ່ອນ​ຈຶ່ງ​ໄປ​ກະ​ໄດ້ ໄປ​ກະ​ໄດ້​ໄປ​ຢືນ​ຖ້າ​ຄື​ເກົ່າ. ພໍ​ບໍ່​ມີ​ຄົນ​ໄປ​ຢືນ​ລະ​ເຮົາ​ກະ​ເລີຍ​ລຸກ​ໄປ ທຳ​ອິດ​ເພິ່ນ​ຖາມ​ວ່າ​ເຮົາ​ຄິວ​ທີ​ເທົ່າ​ໃດ? ຂໍໃບ​ຢັ້ງ​ຢືນການກອບ​ຟອມ DS-160, ໃບ​ຢັ້ງ​ຢືນ​ການ​ຈ່າຍ​ເງິນ, ສຸດ​ທ້າຍ ເພິ່ນ​ກະ​ຂໍ Passport ເຮົາລະ​ກະ​ບອກ​ໄປ​ນັ່ງ​ບ່ອນ​ລໍ​ຖ້າ​ການ​ສຳ​ພາດ.

ສະ​ແກນນິ້ວ​ມື

ແລ້ວ​ຈາກນັ້ນ​ ກະ​ມີ​ສຽງ​ຜູ່​ຍິງ​ເອີ້ນ​ຕ່​ລະ​ຄິວ​ໄປ​ຊ່ອງ 8 ເພື່ອ​ໄປ​ສະ​ແກນ​ນິ້ວ​ມື ໂດຍ​ເພິ່ນ​ຈະ​ໃຫ້​ເຮົາ​ສະ​ແກນ 4 ນິ້ວ (ຍົກ​ເວັ້ນ ນິ້​ວ​ໂປ້) ທັງ​ສອງ​ເບື້ອງ ແລະ ສຸດ​ທ້າຍ ກະນິ້ວ​ໂປ​ທັງ​ສອງ​ເບື້ອງ ສະ​ແກນ​ພ້ອມ​ກັນ ເມື່​ອ​ສຳ​ເລັດ​ແລ້ວ​ກະ​ກັບ​ໄປ​ນັ່ງ​ຖ້າ​ສຳ​ພາດ​ ເຊິ່ງ​ເປັນ​ຂັ້ນ​ຕອນ​ສຸດ​ທ້າຍ.

ການ​ສຳ​ພາດ

ໃນ​ລະ​ຫວ່າງ​ການ​ລໍ​ຖ້າ​ການ​ສຳ​ພາດ​ຢູ່ນັ້ນ ຕອນນັ້ນ​ກະ​ຮອກ​ປະ​ມານ​ຄິວ​ທີ່ 6 ນິ​ລະ ຄິດ​ໃນ​ໃຈ​ຄົງ​ຈະ​ອີກ​ດົນ​ເຕີບ ເພາະ​ປ່ອງ​ສຳ​ພາດ​ມີ​ປ່ອງ​ດຽວ ຜູ່​ສຳ​ພາດ​ເປັນ​ຄົນ​ອາ​ເມ​ລິ​ກາ ສຳ​ນຽງ​ຖື​ວ່າ​ຊັດ​ເຈນ​ຟັງ​ເຂົ້າ​ໃຈ ແລະ ມີ​ລາມ​ແປ​ພາ​ສາ​ນຳ​ອີກ ຖ້າ​ທ່ານ​ໃດ​ບໍ່​ໄດ້​ພາ​ສາ​ອັງ​ກິດ ລາມ​ແປ​ແມ່ນ​ເປັນ​ຄົນ​ຊົນ​ເຜົ່າ ບາງ​ເທື່ອ​ກະ​ເວົ້າ​ເປັນ​ພາ​ສາ​ຊົນ​ເຜົ່າ​ເລີຍ​ຖ້າ​ຜູ່​ຖືກ​ສຳ​ພາດ​ເປັນ​ຄົນ​ຊົນ​ເຜົ່າ​ຄື​ກັນ ຄົນ​ຊົນ​ເຜົ່າ​ທີ່​ໄປ​ສຳ​ພາດ​ເຫັນ​ປະ​ມານ 1 ສ່ວນ 3 ຂອງ​ຄົນ​ສຳ​ພາດ​ທັງ​ໝົດ. ຕັດ​ໄປ​ຕອນ​ກຳ​ລັງ​ລໍ​ຖ້າ​ສຳ​ພາດ ເຮົາ​ກະ​ເບິ່ງ​ລາດ​ລາວ​ວ່າ​ເພິ່ນ​ຈະ​ຖາມ​ຫຍັງ​ແນ່ ມີ​ຜູ່​ຍິງ​ຄົນ​ໜຶ່ງ​ໜ້າ​ຈະ​ເປັນ​ຄົນ​ໄທ​ນິ​ລະ ແຕ່​ວ່າ​ສຳ​ພາດ​ຂໍ​ວີ​ຊາ​ຢູ່​ພີ້ ເຂົ້າ​ໄປ​ປຸບ​ເພິ່ນ​ກະ​ໃຫ້​ສະ​ແກນນິ້ວມື ແລ້ວ​ເລີ່ມ​ຕົ້ນ​ເປີດ​ຄຳ​ຖາມ​ປະ​ມານ​ວ່າ ໄປ​ເມ​ກາ​ເຮັດ​ຫຍັງ? ເພາະ​ບໍ່​ໄດ້​ຍິນ​ປານ​ໃດ ເພິ່ນ​ກະ​ຕອບ​ວ່າ ໄປ​ທ່ອງ​ທ່ຽວ​ຢາກ​ເຫັນ​ນັ້ນ​ເຫັນ​ນີ້ ແລ້ວ​ຜູ່​ສຳ​ພາດກະ​ຖາມ​ອີກວ່າ ເຈົ້າ​ເຄີຍ​ໄປ​ປະ​ເທດໃດ​ມາ​ກ່ອນ​ອີກບໍ່? ລາວ​ກະ​ຕອບ​ວ່າ ບໍ່, ແລ້ວ​ຈາກນັ້ນ ຜູ່​ເປັນ​ລາມກະ​ບອກວ່າ ເຮົາ​ບໍ່​ສາ​ມາດ​ອອກວີ​ຊາ​ໃຫ້​ເຈົ້າ​ໄດ້ ເພາະ​ເຈົ້າ​ບໍ່​ມີ​ເຫດ​ຜົນ​ພຽງ​ພໍ​ທີ່​ຈະ​ຂໍ​ວີ​ຊາ ແຕ່ເຮົາ​ຈະ​ໃຫ້​ໂອ​ກາດ​ເຈົ້າ​ອີກ​ເທື່ອ​ໜຶ່ງວ່າ ຈຸດ​ປະ​ສົງ​ຂອງ​ເຈົ້າ​ທີ່​ຈະ​ໄປ​ອາ​ເມ​ລາ​ກາ​ຄັ້ງ​ນີ້​ແມ່ນ​ຫຍັງ? ຜູ່​ຍິງ​ຄົນ​ນັ້ນ​ກະ​ຕອບ​ແບບ​ເກົ່າ ວ່າ​ຢາກ​ໄປ​ທ່ອງ​ທຽວ​ຢູ່​ເມ​ລ​ກາ, ຢາກ​ໄປ​ເບິ່ງນັ້ນ ເບິ່ງນີ້ ເຫັນ​ນັ້ນ ເຫັນ​ນີ້ ເມ​ກາ​ເປັນ​ປະ​ເທດ​ທີ່​ປອດ​ໄພ. ແລ້ວ​ລາມ​ຄົນ​ນັ້ນ​ກະ​ແປ​ໃຫ້​ຜູ່​ສຳ​ພາດ​ທີ່​ເປັນ​ຄົນ​ອາ​ເມ​ລິ​ກາ​ຟັງ ແລ້ວກະ​ຕອບ​ກັບ​ໄປ​ວ່າ ເຮົາ​ບໍ່​ສາ​ມາດ​ໃຫ້​ວີ​ຊາ​ເຈົ້າ​ໄດ້ ຂໍ​ໂທດຫຼາຍໆ. ຫຼັງ​ຈາກນັ້ນ​ກະ​ສົ່ງ Passport ໃຫ້​ຄືນມາ.

​ຄິວ​ຕໍ່​ໄປ ເປັນ​ຜູ່​ຍິງ​ຄື​ກັນ ຜູ່ນັ້ນ​ກະ​ຖາມ​ແນວ​ດຽວ​ກັນ​ຫັ້ນ​ລະ ວ່າ​ໄປ​ເຮັດ​ຫຍັງ? ໄປ​ໃສ​ແນ່? ເພິ່ນ​ກະ​ຕອບ​ວ່າ​ໄປ​ເຮັດ​ບຸນ​ຢູ່ນັ້ນ​ຢູ່ນີ້ ບອກວ່າ​ມີ​ໜັງ​ສື​ເຊີນ​ນຳ ແຕ່​ສຸດ​ທ້າຍ​ກະ​ຖື​ປະ​ຕິ​ເສດ​ໄປ.

ຄິວ​ຕໍ່​ມາ ນັກ​ຮຽນ ມື້ນັ້ນ​ເຫັນ​ວ່າ ມີ​ນັກ​ຮຽນ ເຮົາ​ເຫັນ​ມາ​ນຳ​ກັນ 5 ຄົນ​ໜ້​າຈະ​ແມ່ນ​ໝວດ​ໄດ້​ທຶນ YSEALI ຕີ້ (ຄິດ​ໃນ​ໃຈ) ແລ້ວ​ກະ​ເຂົ້າ​ໄປ​ສຳ​ພາດ​ ໜ້າ​ຕາ​ຖື​ວ່າ​ໜ້າ​ຮັກ​ເຕີບ(ນອກ​ເລື່ອງແລ້ວ) ໄປ​ຜູ່​ສຳ​ພາດ​ທີ່​ເປັນ​ຄົນ​ອາ​ເມ​ລິ​ກາ​ກະ​ຖາມ​ວ່າ ເຈົ້າ​ສາ​ມາດ​ເວົ້າ​ພາ​ສາ​ອັງ​ກິດ​ໄດ້​ບໍ່? ລາວ​ກະ​ຕອບ​ວ່າ ໄດ້ ທາງ​ຜູ່​ສຳ​ພາດ​ກະ​ວ່າ ຢ້ຽມ!  ລາວ​ກະ​ຖາມ​ເລີຍ​ວ່າ ເຈົ້າ​ເປັນ​ນັກ​ຮຽນ​ຫວາ? ເຈົ້າ​ໄປ​ເມ​ກາ​ເຮ​ັດ​ຫຍງ? ລາວ​ກະ​ຕອບ​ວ່າ ໄປ​ເຂົ້າ​ຮ່ວມ​ໂຄງ​ການ YSEALI  (ຖືກ​ກັບ​ຜູ່​ຂຽນ​ເດົາ​ໄວ້​ກ່ອນ​ໜ້ານັ້ນ​ເລີຍ​) ແລ້ວ​ກະ​ຖືກ​ຖາມ​ອີກວ່າ ໂຄງ​ການນີ້​ແມ່ນ​ກ່ຽວ​ກັບ​ຫຍັງ? ຫຼັງ​ຈາກນັ້ນ ກະ​ບອກວ່າ ຍິນ​ດີ​ນຳ​ເດີ້! ວີ​ຊາ​ເຈົ້າ​ຜ່ານ​ແລ້ວ.

ຄິວ​ຕໍ່​ໄປ ກະ​ເປັນ​ນັກ​ຮຽນ​ຄື​ກັນ (ໜ້າ​ຕາ​ດີ​ຄືກ​ກັນ, ອ້າວນອກ​ເລື່ອງ​ອີກ​ແລ້ວ) ເຂົາ​ໜ້າ​ຈະ​ຢືນ​ເອ​ກະ​ສານ​ພ້ອມ​ກັນ​ຕິ​ເບາະ​ຈຶ່ງ​ສຳ​ພາດ​ລຽນ​ກັນ​ເລີຍ ແລ້ວ​ຜູ່​ສຳ​ພາດ​ກະ​ຖາມ​ປະ​ມານ​ແບບ​ເກົ່າ​ກັບ​ຜູ່​ທີ່​ເປັນ​ນັກ​ຮຽນ​ກີ້ນີ້​ລະ ແລ້ວ​ກະ​ຜ່ານ!

ຄິວ​ຕໍ່​ໄປເປັນ​ຄິວ​ຂອງ​ສອງ​ຜົວ​ເມຍ​ຄູ່​ໜຶ່ງ ເຂົ້າ​ສຳ​ພາດ​ພ້ອມ​ກັນ​ເລີຍ ເຂົ້າ​ໄປ​ຜູ່​ສຳ​ພາດ​ທີ່​ເປັນ​ຄົນ​ອາ​ເມ​ລິ​ກາ ກະ​ຖາມ​ວ່າ ຈຸດ​ປະ​ສົງ​ທີ່​ເຈົ້າ​ຈະ​ໄປ​ອາ​ເມ​ລິ​ກາ​ແມ່ນ​ຫຍັງ? ຜູ່​ເປັນ​ສາ​ມີ​ກະ​ຕອບ​ໄປ​ວ່າ ໄປ​ຢາມ​ພີ່​ນ້ອງລະ​ກະ​ໄປ​ທ່ຽວ​ນຳ ແລ້ວ​ກະ​ຖືກ​ຖາມ​ຕໍ່​ອີກວ່າ ​ໄປ​ຈັກ​ມື້ ລາວ​ກະ​ຕອບ​ໄປ​ວ່າ….(ເຮົາ​ລືມ​ຄຳ​ຕອບ​ແລ້ວ) ຫຼັງ​ຈາກນັ້ນ ຜູ່​ສຳ​ພາດ ຖາມ​ຕື່ມ​ອີກ​ກ່ຽວ​ກັບ​ລາຍ​ລະ​ອຽດ​ຂອງ​ພີ່ນ​້ອງ​ລາວ ຜູ່​ເປັນ​ສາ​ມີ​ກະ​ຕອບ​ວ່າ ພີ່​ນ້ອງ​ຫັ້ນ​ແມ່ນ​ພີ່​ນ້ອງ​ຂອງ​ທາງ​ເມຍບໍ່​ແມ່ນ​ທາງ​ລາວ. ສະຫຼຸບ​ຄື ບໍ່​ອະ​ນຸ​ມັດ​ວີ​ຊາໃຫ້.

ຫຼັງ​ຈາກ​ລໍ​ຖ້າ​ມາ​ດົນ​ເຕີບກະ​ຮອດ​ຄິວ​ຂອງ​ອັນ​ດັບ​ທີ 26 ນັ້ນ​ກະ​ຄື​ຄິວ​ຂອງ​ເຮົາ​ເອງ ພໍ​ແຕ່​ສຽງ​ເອີ້ນ​ຊື່​ດັບ ເຮົາ​ກະ​ລຸກ​ຂຶ້ນ​ ແລະ ຍ່າງ​ໄປ​ປ່ອງ​ທີ່ 7 ດ້ວຍ​ຄວາມ​ໝັ້ນ​ໃຈ ພ້ອມ​ກັບ​ມື​ຊ້າຍ​ທີ່​ຈັບ​ເອ​ກະ​ສານ​ສະ​ໜັບ​ສະ​ໜູນ. ເມື່ອ​ໄປ​ຮອດ​ໜ້າ​ປ່ອງ​ສ​ຳ​ພາດ ຜູ່​ສຳ​ພາດ​ທີ່​ເປັນ​ຄົນ​ອາ​ເມ​ລິ​ກາ​ກະ​ຖາມ​ເຮົາ​ວ່າ ເຮົາ​ສາ​ມາດ​ເວົ້າ​ພາ​ສາ​ອັງ​ກິດ​ໄດ້​ບໍ່? ເຮົາ​ກະ​ຕອບ​ດ້ວຍ​ຄວາມ​ໝັ້ນ​ໃຈ​ວ່າ ໄດ້!(ຈັດ​ມາ) ​ລາວ​ຕອບ​ກັບ​ວ່າ ຢ້ຽມ

ຜູ່​ສຳ​ພາດ: ເຈົ້າ​ແມ່ນ​ນັກ​ຮຽນ​ຫວາ?

ຜູ່​ຂຽນ: ແມ່ນ​ແລ້ວ

ຜູ່​ສຳ​ພາດ: ເຈົ້າ​ຮຽນ​ຢູ່​ໃສ?

ຜູ່​ຂຽນ: ຮຽນຢູ່ ມະ​ຫາ​ວິ​ທະ​ຍາ​ໄລ​ແຫ່ງ​ຊາດ, ສາ​ຂາ ຄະ​ນິດ​ສາດ​ນຳ​ໃຊ້ ສຳ​ລັບ ເສດ​ຖະ​ສາດ ແລະ ບໍ​ລິ​ຫານ​ທຸ​ລະ​ກິດ (ໂຕວັກ​ນີ້ ເວົ້າ​ແບບບໍ່​ຫາຍ​ໃຈ​ເລີຍ, ເກືອບ​ຂາກ​ສຽງ)

ຜູ່​ສຳ​ພາດ: ຮຽນ​ຢູ່​ປີ​ໃດ?

ຜູ່​ຂຽນ: ປີ​ທີ 4

ຜູ່​ສຳ​ພາດ: ຈຸດ​ປະ​ສົງ​ໃນ​ການ​ໄປ​ອາ​ເມ​ລິ​ກາ​ຄັ້ງ​ນີ​ແມ່ນ​ຫຍັງ?

ຜູ່​ຂຽນ: ໄປ​ເຂົ້າ​ຮ່ວມ​ງານ​ສຳ​ມ​ະ​ນາ​ຂອງ Google

ຜູ່​ສຳ​ພາດ: Google! (ສຽງ​ສູງ ແບບ​ປະຫຼາດ​ໃຈ) ເຈົ້າ​ມີ​ໜັງ​ສື​ເຊີນບໍ່?

ຜູ່​ຂຽນ: ມີ, ເຮົາ​ກະ​ຢືນ​ໜັງ​ສື​ເຊີນ​ໃຫ້. ລາວ​ກະ​ເປີດ​ເບິ່ງ​ແບບ​ຜ່ານໆ

ຜູ່​ສຳ​ພາດ: ເປັນ​ຫຍັງ​ເຈົ້າ​ຄື​ໄດ້​ໄປ?

ຜູ່​ຂຽນ: ເຮົາ​ເປັນອາ​ສາ​ສະ​ໝັກ​ໃນ​ກຸ່ມ GDG Vientiane ແລະ ເປັນ​ໂຕ​ແທນ​ຂອງ​ກຸ່ມ​ເພື່ອ​ເຂົ້າ​ຮ່ວມ​ງານນີ້

ຜູ່​ສຳ​ພາດ: ເຈົ້າ​ອາ​ໃສ​ນຳ​ໃຜ?

ຜູ່​ຂຽນ: ທຳ​ອິດ​ເຮົາ​ກະ​ສະ​ຕັ້ນ​ໜ້ອຍ​ໜຶ່ງ ເຮົາ​ກະ​ຕອບ​ກັບ​ໄປ​ວ່າ ຢູ່​ລາວ ຫຼື ຢູ່​ພຸ້ນ? ເພາະ​ລາວ​ຖາມ​ສັ້ນໆ​ແລ້ວ​ເຮົາ​ຢ້ານ​ເຂົ້າ​ໃຈ​ຜິດ

ຜູ່​ສຳ​ພາດ: ຢູ່​ລາວ

ຜູ່​ຂຽນ: ຢູ່​ນຳ​ພໍ່ແມ່

ຜູ່​ສຳ​ພາດ: ເຈົ້າ​ມີ​ເອື້ອຍ ຫຼື ອ້າຍບໍ່?

ຜູ່​ຂຽນ: ມີ ລະ​ກະ​ບອກ​ຈຳ​ນວນ ອ້າຍ, ເອື້ອຍ, ນ້ອງ.

ຜູ່​ສຳ​ພາດ: ພໍ່​ ແລະ ແມ່​ຂອງ​ເຈົ້າ​ເຮັດ​ວຽກ​ຫຍັງ?

ຜູ່​ຂຽນ: ພໍ່​ຂ້ອຍ​ເຮັດ​ວຽກ​ຢູ່…..; ແມ່​ຂ້ອຍ​ເຮັດ​ວຽກ​ຢູ່…..

ຜູ່​ສຳ​ພາດ: ວິ​ຊາ​ຂອງ​ເຈົ້າ​ອະ​ນຸ​ມັດ​ແລ້ວ! ຍິນ​ດີ​ນຳ​ເດີ້!

ຜູ່​ຂຽນ: ຂອບ​ໃຈຫຼາຍໆ ກ​ຳ​ລັງ​ສິ​ຍ່າງ​ລົງ

ຜູ່​ສຳ​ພາດ: ດຽວໆ​ແປບ​ໜຶ່ງ ຖ້າ​ເອົາ​ໃບ​ນັດ​ເອົາ​ວີ​ຊາ

ສະຫຼຸບ​ຄື ໄດ້​ໃບ​ນັດ​ມາ​ເອົາ​ວີ​ຊາ​ວັນ​ຈັນຕອນ 3 ໂມງ, ຢ່າງ​ຈັບ​ໃບ​ນັດ​ໄປ​ນັ່ງ​ບ່ອນ​ເກົ່າ ກວດ​ເບິ່ງວ່າ​ໃນ​ໃບ​ນັ້ນ​ມັນ​ມີ​ຂໍ້​ມູນ​ຫຍັງ​ແນ່ ເພື່ອ​ຄວາມ​ແນ່​ໃຈ ພ້ອມ​ກັບ​ເກັບ​ເອ​ກະ​ສານ​ຕ່າງໆ​ເຂົ້າ​ກະ​ເປົ໋​າ​ຄືນ ຢ່າງ​ອອກ​ຈາກ​ບ່ອນ​ສຳ​ພາດ​ໄປ​ພ້ອມ​ກັບ​ຖາມ​ຕົນ​ເອງວ່າ ອ້າວ! ສຳ​ພາດ​ແລ້ວ​ລະ​ຫວາ​ນິ, ຜ່ານ​ລະ​ຫວາ ມັນ​ຄື​ວ່າ​ໄວ​ແທ້.

ມື້​ມາ​ເອົາ Passport

ມາ​ຮອດ​ສະ​ຖານ​ທູດ 3 ໂມງ ປາຍ​ໜ້ອຍ​ໜຶ່ງ, ກ່ອນ​ເຂົ້າ​ໄປ​ສະ​ຖານ​ທູດ​ກະ​ເຮັດ​ຄື​ເກົ່າ​ກັບ​ຕອນ​ເຮົາ​ໄປ​ສຳ​ພາດ​ຫັ້ນ​ລະ ປະ​ໂທ​ລະ​ສັບ​ໄວ້​ລົດ, ເອົາ​ແຕ່​ໃບ​ນັດ​ເອົາ​ວີ​ຊາ​ຕິດ​ໂຕ​ໄປ. ຍ່າງ​ໄປ​ຮອກ​ໜ້າ​ສະ​ຖານ​ທູດ​ກະ​ເຫັນ​ຄົນ​ເຂົ້າ​ແຖວ​ລໍ​ຖ້າ​ເຂົ້າ​ສະ​ຖານ​ທູດ​ແລ້ວ. ຍາມ​ເພິ່ນ​ປ່ອຍ​ໃຫ້​ເຂົ້າ​ເທື່ອ​ລະ​ສອງ​ຄົນ​ຄື​ເກົ່າ, ຊ່ວງ​ເວ​ລານັ້ນ​ຖື​ວ່າ​ໄດ້​ຕາກ​ແດດ ຢືນ​ຖ້າ​ເຂົ້າ​ໂດຍບໍ່​ມີ​ສິ່ງ​ກີດ​ຂວາງ​ໃດໆ​ມາ​ກີດກັ້ນ​ແສງ​ແດດ​ອັນ​ຮຸນ​ແຮງ​ໄດ້. ພໍ​ເຂົ້າ​ໄປ​ຕຶກ​ສຳ​ພາດ​ແລ້ວ​ເຮົາ​ກະ​ເລືອກ​ບ່ອນ​ນັ່ງ​ເລີຍ, ສັງ​ເກດ​ເຫັນ​ວ່າ​ຕອນນັ້ນ​ຍັງ​ບໍ່​ມີ​ພະ​ນັກ​ງານ​ເພິ່ນ​ເຂົ້າ​ປະ​ຈຳ​ການ​ເທື່ອ ນັ່ງ​ລໍ​ຖ້າ​ໄປ​ແປບ​ດຽວ​ກໍ​ມີ​ພະ​ນັກ​ງານ​ຜູ່​ທີ່​ເປັນ​ລາມ​ແປ​ພາ​ສາເອີ້ນ​ໃຫ້​ໄປ​ເອົາ​ Passport ໂດຍບອກວ່າ​ ໃຫ້​ຜູ່​ທີ່​ຂໍ​ວີ​ຊາ​ທ່ອງ​ທ່ຽວ​ມາ​ເອົາ​ກ່ອນ ໂດຍ​ໃຫ້​ເຂົ້າ​ໄປ​ເອົາ​ເທື່ອ​ລະ​ຄົນ ບໍ່​ໄດ້​ໄປ​ຕາມ​ຄິວ ອໍ້ລືມບອ​ກ​ໄປ​ວ່າ ຕອນ​ມາ​ເອົາ​ວີ​ຊາບໍ່​ໄດ້​ມີ​ບັດ​ຄິວ​ຄື​ກັບ​ຕອນ​ສຳ​ພາດ. ທາງ​ເຮົາ​ກະ​ນັ່ງ​ຖ້າ​ໄປ​ກ່ອນ ຊິວໆ ໃຫ້​ຄົນ​ອື່ນ​ໄປ​ເອົາ​ກ່ອນ​ໂລດ​ ຖ້າ​ຄົນ​ໃຫ້​ສິ​ໝົດ​ເຮົາ​ຈຶ່ງ​ຢ່າງ​ເຂົ້າ​ໄປ​ເອົາ. ພໍ​ໄດ້​ວີ​ຊາ​ມາ​ແລ້ວ ເຮົາ​ກະ​ຕ້ອງກວດ​ເບິ່ງວ່າ ວີ​ຊານັ້ນ​ຖືກ​ຕ້ອງໂດຍ​ການ​ເບິ່ງ ຊື່ ແລະ ນາມ​ສະ​ກຸນ, ວັນ​ເດືອນ​ປີ​ເກີດ, ເພດ, ສະຫຼຸບ​ແລ້ວ ແມ່ນ​ໃຫ້​ເບິ່ງ​ຂໍ້​ມູນ​ທັງ​ໝົດ​ທີ່​ຢູ່​ຫັ້ນ​ລະ​ວ່າ​ຖືກ​ຕ້ອງ​ໝົດ ຫຼື​ຍັງ ຖ້າ​ມີ​ຫຍັງ​ຜິດ​ພາດ​ເຮົາ​ກະ​ສາ​ມາດ​ຖາມ​ພະ​ນັກ​ງານ​ຢູ່​ຫັ້ນ​ໄດ້​ເລີຍ ຍົກ​ເວັ້ນ ຂໍ້​ມູນ​ໃນ​ວີ​ຊານັ້ນ​ຖືກ​ຕ້ອງ​ໝົດ​ແລ້ວ ເຮົາ​ກະ​ກັບ​ບ້ານ​ໄດ້​ເລີຍ.

ມາ​ຮອດນີ້​ກະ​ຈົບ​ແລ້ວ​ສຳ​ລັບ​ເລື່ອງ​ລາວການ​ໄປ​ຂໍ​ວີ​ຊາ​ອາ​ເມ​ລິ​ກາ​ຂອງ​ຂ້າ​ພະ​ເຈົ້າ .