ປະສົບການຂອງການສຳພາດຂໍວີຊາອາເມລິກາຄັ
ເນື່ອງຈາກວ່າ ຜູ່ຂຽນໄດ້ເປັນຕົວແທນເຂົ້າຮ່ວມງານ Google I/O 2017 ທີ່ Mountain View, San Francisco ກ່ອນຈະໄດ້ໄປກໍ່ຕ້ອງໄປຂໍວີຊາອາເມລິກາກ່ອນ ຖ້າຂໍບໍ່ໄດ້ກະຖືວ່າໄດ້ອົດໄປ. ການໄປຂໍວີຊາອາເມລິການັ້ນ ເຫັນຫຼາຍຄົນເວົ້າວ່າເປັນອີ່ຫຍັງທີ່ຍາກ ແລະ ມີຫຼາກຫຼາຍຂັ້ນຕອນ, ໜ່ຳຊ້ຳຈ່າຍເງິນເພື່ອຂໍສຳພາດແລ້ວ ຖ້າບໍ່ຜ່ານກະເສຍເງິນໄປລ້າໆອີກ. ສະນັ້ນ, ດຽວເຮົາຈະມາເບິ່ງກັນວ່າປະສົບການຄັ້ງທຳອິດຂອງຜູ່ຂຽນໃນການຂໍວີຊາເຂົ້າປະເທດອາເມລິການັ້ນມັນເປັນແນວໃດ? ເຊີນອ່ານດ້ານລຸ່ມໄດ້ເລີຍ
ສິ່ງທີ່ຄວນຮູ້ກ່ອນໄປຂໍວີຊາ
ທຳອິດກ່ອນເຮົາຈະປະກອບຟອມຂໍວີຊານັ້ນ ເຮົາຈະຕ້ອງຮູ້ຈັກປະເພດວີຊາ ອາເມລິກາ ກ່ອນວ່າ ແຕ່ລະປະເພດມັນແຕກຕ່າງກັນແນວໃດ ແລະ ໂຕໃດຖືກກັບຈຸດປະສົງທີ່ເຮົາຈະໄປ ເຊິ່ງເຮົາສາມາດເຂົ້າໄປເບິ່ງລາຍລະອຽດຂອງປະເພດວີຊາແຕ່ລະອັນໄດ້ທີ່ http://www.ustraveldocs.com/la_la/la-niv-visatypeinfo.asp . ສ່ວນໂຕເຮົາເອງ ໃຄແນ່ທີ່ໜັງສືເຊີນບອກເຈາະຈົງວ່າ ວີຊາ B1 ກະເລີຍບໍ່ໄດ້ລັງເລໃຈວ່າຈະເປັນວີຊາເພດໃດ ຈຸດປະສົງຂອງຜູ່ຂຽນແມ່ນ ຈະໄປເພື່ອເຂົ້າຮ່ວມງານສຳມະນາ ສະນັ້ນ ຈຶ່ງເລືອກເອົາວີຊາປະເພດ B1 ມີຈຸດປະສົງເພື່ອໄປເຂົ້າຮ່ວມງານສຳມະນາ ຫຼື ກິດຈະກຳທີ່ກ່ຽວຂ້ອງກັບທຸລະກິດ. ສ່ວນປະເພດວີຊາ B2 ກໍຈະເປັນການໄປທ່ອງທຽວທົ່ວໄປ. ແຕ່ວ່າປະເພດວີຊາ B1 ແລະ B2 ນັ້ນແມ່ນລວມເຂົ້າເປັນວີຊາປະເພດດຽວກັນ. ສະຫຼຸບກະຄື ເຮົາຈະຕ້ອງເບິ່ງລາຍລະອຽດວີຊາແຕ່ລະປະເພດໃຫ້ດີ ແລະ ຖືກກັບຈຸດປະສົງທີ່ເຮົາຈະໄປຢາມປະເທດເພິ່ນ ເພາະການກອບແບບຟອມຂໍວີຊາ ແລະ ເອກະສານສະໜັບສະໜູນທີ່ຈະກຽມສຳລັບການສຳພາດນັ້ນ ມັນຈະແຕກຕ່າງກັນໄປຕາມແຕ່ລະປະເພດຂອງວີຊາ.
ກອບແບບຟອມ DS-160
ການປະກອບຟອມຂໍສຳພາດເອົາວີຊາອາເມລິການັ້ນ ສຳລັບວີຊາປະເພດ B1/B2 ເຮົາຕ້ອງໄປປະກອບຟອມ DS-160 ໂດຍສາມາດເຂົ້າໄປໄດ້ທີ https://ceac.state.gov/GenNIV/Default.aspx . ກ່ອນກອບແບບຟອມ ເຮົາຈະຕ້ອງຮູ້ຂໍ້ມູນຢ່າງລະອຽດ ແລະ ຖືກຕ້ອງກັບຄວາມເປັນຈິງທີ່ສຸດເຊັ່ນ: ຂໍ້ມູນສ່ວນໂຕຂອງເຮົາ, ຄອບຄົວ, ຂໍ້ມູນພູມຫຼັງຂອງເຮົາ, ແຜນການເດີນທາງ ແລະ ລາຍລະອຽດຕ່າງໆໃນຂະນະທີ່ຢູ່ອາເມລິກາ ເປັນຕົ້ນ. ການຕື່ມຂໍ້ມູນ ເຮົາຈະຕ້ອງບໍ່ມີການປອມແປງຂໍ້ມູນໃດໆ, ການເດີນທາງຂອງທ່ານຈະຕ້ອງຊັດເຈນ ວ່າທ່ານຈະໄປຈັກມື້, ໄປເມືອງໃດແນ່, ໃຜເປັນຄົນຈ່າຍເງິນໃຫ້ ປະມານນີ້, ຖ້າຫາກວ່າຂໍ້ມູນບໍ່ແມ່ນຄວາມຈິງ ແລະ ທາງສະຖານທູດຮູ້ແມ່ນເຮົາຈະຖືກສະຫຼະສິດເລີຍຕອນມື້ສຳພາດ.
ການກອບແບບຟອມຂອງຜູ່ຂຽນແມ່ນໃຊ້ເວລາໄປປະມານ ຊົ່ວໂມງເຄິ່ງ, ເປັນການກອບຂໍ້ມູນອອນລາຍທີ່ຫຼາຍເທົ່າທີ່ເຄີຍກອບມາ ແລະ ຖາມແນວມະຍິກມະຍອຍ ບາງຄຳຖາມກະຖາມຈົນຕ້ອງໃຊ້ເວລາຄິດຈັກໜ້ອຍໜຶ່ງໃນການລຶ້ມຄືນກະມີ. ຫຼັງຈາກກອບແບບຟອມແລ້ວໆ ເຮົາກໍຈະໄດ້ໃບຢືນຢັນຟອມທີ່ເຮົາກອບ, ເຮົາສາມາດສົ່ງເຂົ້າໄປຫາເມວຂອງເຮົາ ຫຼື ພິມໄວ້ເລີຍກໍດີ ເພາະເວລາໄປສຳພາດເຮົາຈະຕ້ອງມີໃບຢັ້ງຢືນໂຕນີ້ນຳ. ຫຼັງຈາກນັ້ນ ເຮົາກໍຈະຕ້ອງໄປລົງທະບຽນຢູ່ເວັບໄຊ http://www.ustraveldocs.com/la_la/index.html?firstTime=No ເພື່ອຈະເຂົ້າສູ່ຂັ້ນຕອນການນັດສຳພາດ. ກ່ອນຈະນັດສຳພາດໄດ້ນັ້ນ ເຮົາຈະຕ້ອງໄດ້ໄປຈ່າຍເງິນຄ່າທຳນຽມໃນການສຳພາດກ່ອນ, ນະມື້ຕອນຈ່າຍເງິນ ມູນຄ່າຕອນນັ້ນແມ່ນ $160 ຈ່າຍເປັນເງິນກີບ ແລະ ຕ້ອງຈ່າຍຢູ່ທີ່ທະນາຄານ ເອຊີລີດາ ເທົ່ານັ້ນ. ຂັ້ນຕອນໃນການຈ່າຍເງິນແມ່ນ ເຮົາພິມໃບຈ່າຍເງິນຂອງທາງສະຖານທູດ ທີ່ໄດ້ຈາກຂັ້ນຕອນການນັດສຳພາດອອກມາ ເຂົ້າໄປທະນາຄານແລ້ວບອກເຂົາວ່າ ເຮົາມາຈ່າຍເງິນຄ່າທຳນຽມສຳພາດຂໍວີຊາອາເມລິກາ ແລ້ວພະນັກງານເຂົາຫາກຈັດການໃຫ້. ເມື່ອທ່ານຈ່າຍເງິນສຳເລັດແລ້ວ ເຮົາກໍຈະໄດ້ໃບຢັ້ງຢືນການຈ່າຍເງິນ(ໃບສີຟ້າ) ໜີບກັບໃບຈ່າຍເງິນທີ່ເຮົາພິມອອກ ໃຫ້ເຮົາຮັກສາໃບຈ່າຍເງິນນີ້ໄວ້ດີໆ ເພາະຈະໄດ້ໃຊ້ຕອນເຮົາໄປສຳພາດ. ການເລືອກມື້ສຳພາດ ເຮົາຈະຕ້ອງລໍຖ້າຕອນທ່ຽງ(ສວາຍ) ຂອງມື້ຕໍ່ໄປ(ນັບຈາກມື້ຈ່າຍເງິນ) ຈຶ່ງສາມາດເລືອກມື້ສຳພາດຂໍເຮົາໄດ້ ສ່ວນກໍລະນີຂອງຜູ່ຂຽນແມ່ນ ຈ່າຍວັນສຸກຕອນເຊົ້າ ພະນັກງານເຂົາບອກວ່າ ວັນຈັນ, ຕອນສວາຍ ຈຶ່ງສາມາດເຂົ້າໄປເລືອກມື້ສຳພາດໄດ້.
ວັນຈັນ
ໃນຂະນະທີ່ລໍຖ້ານັດມື້ສຳພາດຢູ່ນັ້ນ ເຮົາກະທ່ຽວເຂົ້າໄປກວດເບິ່ງມື້ສຳພາດທີ່ໄວທີ່ສຸດຢູ່ໜ້າເວັບເພິ່ນ ເຂົ້າໄປກວດເທື່ອໃດ ວັນທີ່ໄວທີ່ສຸດ ກະຄ່ອຍໆເລື່ອນໆໄປໆ ຈາກທິດໜ້າກາຍເປັນ ສອງທິດໜ້າ. ວັນຈັນ, ຕອນສວາຍ ກຽມເນັດເນັດໃຫ້ພ້ອມ ພໍແຕ່ 12 ໂມງສວາຍ ປຸບເຮົາກໍຮີບເຂົ້າໄປໜ້າເວັບເພື່ອເລືອກມື້ຈອງໄວທີ່ສຸດເລີຍ, ສຸດທ້າຍ ໄດ້ມື້ສຳພາດທີ່ໄວທີ່ສຸດຄືອີກ 1ເດືອນ. ນະຕອນນັ້ນຄິດໃນໃຈວ່າ ອ້າວເຮີຍມັນສິທັນຢູ່ຫວາ ໄປກາງເດືອນ 5, ສຳພາດຂໍວີຊາທ້າຍເດືອນ 4 ທີ່ເປັນຫ່ວງກໍຄືປີ້ຍົນ ເພາະຢ້ານຕອນໄດ້ວີຊາມາປີ້ຍົນຄົງສິແພງຂຶ້ນ ແລະ ຈະຈອງປີ້ຍົນບໍ່ໄດ້ອີກຖ້າບໍ່ມີວີຊາ. ເຮົາກະເລີຍຕັດສິນໃຈ ຂໍນັດສຳພາດດ່ວນ, ໂຊກດີທີ່ສາມາດນັດສຳພາດດ່ວນໄດ້ ເປັນວັນພະຫັດ.
ໃນຂະນະລໍຖ້າມື້ສຳພາດ
ສິ່ງທີ່ຕ້ອງກຽມກ່ອນການສຳພາດ ກໍຈະມີ ໃບສຳເນົາຢັ້ງຢືນການກອບຟອມ DS-160, ໃບຈ່າຍເງິນຜ່ານທະນະຄານ ເອຊີລີດາ (ໃບແທ້), Passport ເຫຼັ້ມປະຈຸບັນ ແລະ ເຫຼັ້ມເກົ່າທຸກເຫຼັ້ມ, ໃບຢັ້ງຢືນການນັດສຳພາດ. ເຮົາເລືອກການນັດສຳພາດໄວສຸດແມ່ນຕອນ 9 ໂມງ, ກະເລີຍອອກບ້ານປະມານ 7 ໂມງເຄິ່ງ ກະວ່າ 8 ໂມງໃຫ້ໄປຮອດພຸ້ນ (ຢ່າງໜ້ອຍຕ້ອງໄປຮອດກ່ອນ 30 ນາທີ) ສ່ວນເຮົາແມ່ນເຜື່ອເວລາຫຼາຍໜ້ອຍໜຶ່ງເພື່ອເກີດເຫດສຸກເສີນ ໂດຍສະເພາະ ລົດຕິດ. ເຮົາໃຊ້ເສັ້ນທາງ ໜອງໄຮ ໄປຕອນຊ່ວງດັ່ງກ່າວຖືວ່າລົດບໍ່ໄດ້ຕິດຫຼາຍ ພໍດີທາງຫາກໍ່ແປງແລ້ວ ຖືໂອກາດແລ່ນຍາວເລີຍ. ໄປຮອດສະຖານທູດແມ່ນ 8 ໂມງປາຍ 10 ນິລະ, ສ່ວນສະຖານທີ່ຈອດລົດແມ່ນຈອດຕາມແຄມທາງເລີຍ. ກົດສຳລັບການເຂົ້າສະຖານທູດນັ້ນ ແມ່ນຫ້າມເອົາໂທລະສັບ, ກະເປົ໋າຂະໜາດໃຫຍ່ ແລະ ນ້ຳອື່ນໆ ຍົກເວັ້ນນ້ຳດື່ມ ສາມາດເອົາເຂົ້າໄປໄດ້. ສ່ວນໂຕຜູ່ຂຽນແມ່ນ ເອົາໂທລະສັບປະໄວ້ລົດເລີຍ ເພາະຈັ່ງໄດກະບໍ່ໄດ້ໃຊ້ຕັ້ງແຕ່ບ່ອນກວດຂ້າງໜ້າເຂົ້າໄປແລ້ວ ເພື່ອຄວາມສະດວກແມ່ນເອົາປະໄວ້ລົດສະ ແລະ ກະເປົ໋າແມ່ນເອົາກະເປົ໋າແບບຫິ້ວເອກກະສານໄປ ຖືຍ່າງໄປແບບຊິວໆເລີຍ. ເມື່ອຍ່າງຮອດໜ້າສະຖານທູດ ຕອນນັ້ນແມ່ນ ເຫັນຄົນສ່ວນໜຶ່ງຢືນກະແຈກກະຈາຍຢູ່ໜ້າບ່ອນທາງເຂົ້າໄປສະຖານທູດ ເບິ່ງຄືແບບ ອ້າວເຂົາເປີດໃຫ້ເຂົ້າລະຫວາ, ຈັ່ງໄດ໋ລະບາດນິ ເຂົ້າແບບໃດຫວະ? ເຂົາເອີ້ນເຂົ້າຕາມຄິວຫວາ, ກະງົງໆໜ້ອຍໜຶ່ງ ຢືນຢູ່ໜ້າທາງເຂົ້າ, ໜ້າເສົາກັ້ນ. ຢືນຢູ່ແປບໜຶ່ງ ຍາມຢູ່ໜ້າກະບອກວ່າ ສອງຄົນ ເຂົ້າໄປໄດ້, ເຮົາກະງົງອີກລະ ແມ໋ງສອງຄົນໄດ໋ລະບາດນິ ແຖວກະບໍ່ລຽນ, ຢູ່ກະແຈກກະຈາຍກັນຢູ່ ພໍແຕ່ຍາມເວົ້າສຸດເທົ່ານັ້ນລະ ຫຸ້ມພາກັນມັນເລີຍ ແຕ່ກະໄດ້ເຂົ້າແຕ່ສອງຄົນໝວດຢືນຢູ່ທາງໜ້າເສົາກັ້ນເຂົ້າໄປ, ແລ້ວຍາມບອກວ່າ ໃຫ້ລຽນເປັນສອງແຖວ ຈາກນັ້ນຈຶ່ງພາກັນລຽນແຖວ. ອ້ອຍ! ຕ້ອງໃຫ້ບອກຕໍ່ແຖວກ່ອນເນາະຈຶ່ງພາກັນເຮັດ. ເຮົາພໍດີຖ້າຢູ່ຖືກຜູ່ທີ່ສາມ ພໍດີມື້ນັ້ນ, ແດດບໍ່ຄ່ອຍມີປານໃດ ເມກຫຼາຍ. ແລ້ວຈາກນັ້ນ, ຍາມກໍ່ບອກສອງຄົນ ເອີເຮົາກະຍ່າງເຂົ້າໄປ, ຂໍບອກໄວ້ກ່ອນວ່າ ປະຕູໜ້າສະຖານທູດໜັກເດີ້ ເພາະເຫັນຄົນເຂົ້າໄປກ່ອນໜ້ານີ້ເປີດປະຕູບໍ່ອອກ ປະຕູໜັກ ຫະຫະ, ແຕ່ເຮົາຢາກວ່າຊິນໆໜ້ອຍໜຶ່ງລະ, ເປີດປະຕູເຂົ້າໄປ ຍາມຂ້າງໃນກະຖາມວ່າເຮົາສຳພາດຈັກໂມງ? ເອົາ Passport ກັບ ໃບນັດສຳພາດມາເບິ່ງ ເພິ່ນກະກວດ Passport ເຮົາວ່າກົງກັບຊື່ຢູ່ໃບນັດບໍ່ ຫຼັງຈາກນັ້ນຈຶ່ງກວດເບິ່ງລາຍຊື່ຂອງເພິ່ນອີກເທື່ອໜຶ່ງວ່າເຮົາມີຊື່ນັດສຳພາດມື້ນັ້ນ, ໂມງນັ້ນແທ້ບໍ່ ກວດສຳເລັດແລ້ວເຮົາກະຜ່ານເຄື່ອງກວດແລ້ວກະເຂົ້າໄປດ່ານຕໍ່ໄປໄດ້ເລີຍ.
ດ່ານສຳພາດ
ຫຼັງຈາກຜ່ານດ່ານກວດແລ້ວ, ດຶງປະຕູອັນໜັກອຶ້ງອອກກໍຈະເຫັນທາງເດີນເຊື່ອມຕໍ່ໄປຫາອີກຕຶກສຳພາດ ກ່ອນຈະອອກປະຕູຍາມບອກວ່າໃຫ້ຍ່າງໄປເປີດປະຕູຟາກຂວາມືເດີ້, ແຕ່ຢ່າງໄປໃກ້ຕຶກສຳພາດກະແນ່ນອນຢູ່ແລ້ວວ່າຈະຕ້ອງຢ່າງໄປເປີດປະຕູຟາກຂວາມື ເພາະຟາກຊ້າຍມືມັນບໍ່ມີຄັນດຶງເລີຍ. ເມື່ອເເປີດປະຕູເຂົ້າໄປຕຶກສຳພາດ ກະມີປະຕູຂັ້ນອີກຊັ້ນໜຶ່ງ ເຮົາກະຢືນງົງແປບເພາະມັນມີສອງຟາກຄືຂ້າງນອກ ກະເລີຍຕັດສິນໃຈສິເຂົ້າຟາກຂວາຄືເກົ່າ ທັນໃດນັ້ນກະມີຍາມຍ່າງອອກມາແຕ່ປະຕູຟາກຊ້າຍມື ຖາມເຮົາວ່າ “ມາສຳພາດຫວາ? ຂໍເບິ່ງ Passport ແນ່?” ເຮົາກະຈົກມາໃຫ້ເພິ່ນແລ້ວເພິ່ນກະພາເຂົ້າໄປຂ້າງໃນພ້ອມຢືນບັດຄິວໃຫ້ ຖືກຄິວທີ 26 ພ້ອມຊີ້ໃຫ້ເຮົາໄປນັ່ງຕາມບ່ອນຫວ່າງເລີຍເດີ້, ພໍແຕ່ຫຼຽວໄປເບິ່ງບ່ອນນັ່ງເທົ່ານັ້ນລະ ມັນຈະມີທັງໝົດ 3 ແຖວ ແຕ່ລະແຖວຍາວປະມານ 15 ບ່ອນນັ່ງ ປະມານນີ້ລະ, ແຕ່ລະແຖວແມ່ນເກືອບເຕັມໝົດ ໄຄແຕ່ໂຊກດີແຖວຂອບໆເຮົາຫວ່າງສອງຕັ່ງພໍດີກະເລີຍໄດ້ນັ່ງແຖວຂອບເລີຍສະ ນັ່ງແຖວຂອບມັນຈະດີບ່ອນໜຶ່ງ ບ່ອນທີ່ວ່າເຂົ້າອອກງ່າຍ.
ຢືນເອກະສານ
ໃນຂະນະທີ່ລໍຖ້າ ກະໄດ້ເວລາສ່ອງຫັ້ນສ່ອງນີ້ສຳຫຼວດສະຖານທີ່ ສັງເກດເຫັນວ່າຈະມີປ່ອງສຳພາດທັງໝົດ 9 ປ່ອງ ແລະ ແຍກເປັນສອງຟາກລະຫວ່າງຟາກ ຜູ່ຂໍວີຊ່າຊົ່ວຄາວ ແລະ ຜູ່ຂໍວີຊ່າຖາວອນ ປະມານນັ້ນຕິເບາະ. ນັ່ງຖ້າປະມານ 3-4 ນາທີ ກໍມີສຽງຜູ່ຍິງຈາກປ່ອງທີ່ 9 ເອີ້ນໃຫ້ຜູ່ມາສຳພາດຢືນເອກະສານ ທຳອິດກະຍັງບໍ່ມີໃຜກ້າລຸກໄປ ແຕ່ພໍແຕ່ເວົ້າວ່າ ໃຜມາກ່ອນກະໄດ້ ຄົນກະເລີ່ມລຸກຫຸ້ມກັນເຂົ້າໄປເລີຍ ຫຼັງຈາກນັ້ນ ຜູ່ຍິງຄົນນັ້ນກະບອກວ່າໃຫ້ຢືນເທື່ອລະຄົນ, ບໍ່ໃຫ້ໄປຫຸ້ມກັນ, ຕໍ່ແຖວເປັນລະບຽບ. ທາງເຮົາກະບໍ່ຟ້າວບໍ່ຝັງ ນັ່ງຊິວໆຖ້າໃຫ້ຄົນບາງກ່ອນຈຶ່ງໄປກະໄດ້ ໄປກະໄດ້ໄປຢືນຖ້າຄືເກົ່າ. ພໍບໍ່ມີຄົນໄປຢືນລະເຮົາກະເລີຍລຸກໄປ ທຳອິດເພິ່ນຖາມວ່າເຮົາຄິວທີເທົ່າໃດ? ຂໍໃບຢັ້ງຢືນການກອບຟອມ DS-160, ໃບຢັ້ງຢືນການຈ່າຍເງິນ, ສຸດທ້າຍ ເພິ່ນກະຂໍ Passport ເຮົາລະກະບອກໄປນັ່ງບ່ອນລໍຖ້າການສຳພາດ.
ສະແກນນິ້ວມື
ແລ້ວຈາກນັ້ນ ກະມີສຽງຜູ່ຍິງເອີ້ນຕ່ລະຄິວໄປຊ່ອງ 8 ເພື່ອໄປສະແກນນິ້ວມື ໂດຍເພິ່ນຈະໃຫ້ເຮົາສະແກນ 4 ນິ້ວ (ຍົກເວັ້ນ ນິ້ວໂປ້) ທັງສອງເບື້ອງ ແລະ ສຸດທ້າຍ ກະນິ້ວໂປທັງສອງເບື້ອງ ສະແກນພ້ອມກັນ ເມື່ອສຳເລັດແລ້ວກະກັບໄປນັ່ງຖ້າສຳພາດ ເຊິ່ງເປັນຂັ້ນຕອນສຸດທ້າຍ.
ການສຳພາດ
ໃນລະຫວ່າງການລໍຖ້າການສຳພາດຢູ່ນັ້ນ ຕອນນັ້ນກະຮອກປະມານຄິວທີ່ 6 ນິລະ ຄິດໃນໃຈຄົງຈະອີກດົນເຕີບ ເພາະປ່ອງສຳພາດມີປ່ອງດຽວ ຜູ່ສຳພາດເປັນຄົນອາເມລິກາ ສຳນຽງຖືວ່າຊັດເຈນຟັງເຂົ້າໃຈ ແລະ ມີລາມແປພາສານຳອີກ ຖ້າທ່ານໃດບໍ່ໄດ້ພາສາອັງກິດ ລາມແປແມ່ນເປັນຄົນຊົນເຜົ່າ ບາງເທື່ອກະເວົ້າເປັນພາສາຊົນເຜົ່າເລີຍຖ້າຜູ່ຖືກສຳພາດເປັນຄົນຊົນເຜົ່າຄືກັນ ຄົນຊົນເຜົ່າທີ່ໄປສຳພາດເຫັນປະມານ 1 ສ່ວນ 3 ຂອງຄົນສຳພາດທັງໝົດ. ຕັດໄປຕອນກຳລັງລໍຖ້າສຳພາດ ເຮົາກະເບິ່ງລາດລາວວ່າເພິ່ນຈະຖາມຫຍັງແນ່ ມີຜູ່ຍິງຄົນໜຶ່ງໜ້າຈະເປັນຄົນໄທນິລະ ແຕ່ວ່າສຳພາດຂໍວີຊາຢູ່ພີ້ ເຂົ້າໄປປຸບເພິ່ນກະໃຫ້ສະແກນນິ້ວມື ແລ້ວເລີ່ມຕົ້ນເປີດຄຳຖາມປະມານວ່າ ໄປເມກາເຮັດຫຍັງ? ເພາະບໍ່ໄດ້ຍິນປານໃດ ເພິ່ນກະຕອບວ່າ ໄປທ່ອງທ່ຽວຢາກເຫັນນັ້ນເຫັນນີ້ ແລ້ວຜູ່ສຳພາດກະຖາມອີກວ່າ ເຈົ້າເຄີຍໄປປະເທດໃດມາກ່ອນອີກບໍ່? ລາວກະຕອບວ່າ ບໍ່, ແລ້ວຈາກນັ້ນ ຜູ່ເປັນລາມກະບອກວ່າ ເຮົາບໍ່ສາມາດອອກວີຊາໃຫ້ເຈົ້າໄດ້ ເພາະເຈົ້າບໍ່ມີເຫດຜົນພຽງພໍທີ່ຈະຂໍວີຊາ ແຕ່ເຮົາຈະໃຫ້ໂອກາດເຈົ້າອີກເທື່ອໜຶ່ງວ່າ ຈຸດປະສົງຂອງເຈົ້າທີ່ຈະໄປອາເມລາກາຄັ້ງນີ້ແມ່ນຫຍັງ? ຜູ່ຍິງຄົນນັ້ນກະຕອບແບບເກົ່າ ວ່າຢາກໄປທ່ອງທຽວຢູ່ເມລກາ, ຢາກໄປເບິ່ງນັ້ນ ເບິ່ງນີ້ ເຫັນນັ້ນ ເຫັນນີ້ ເມກາເປັນປະເທດທີ່ປອດໄພ. ແລ້ວລາມຄົນນັ້ນກະແປໃຫ້ຜູ່ສຳພາດທີ່ເປັນຄົນອາເມລິກາຟັງ ແລ້ວກະຕອບກັບໄປວ່າ ເຮົາບໍ່ສາມາດໃຫ້ວີຊາເຈົ້າໄດ້ ຂໍໂທດຫຼາຍໆ. ຫຼັງຈາກນັ້ນກະສົ່ງ Passport ໃຫ້ຄືນມາ.
ຄິວຕໍ່ໄປ ເປັນຜູ່ຍິງຄືກັນ ຜູ່ນັ້ນກະຖາມແນວດຽວກັນຫັ້ນລະ ວ່າໄປເຮັດຫຍັງ? ໄປໃສແນ່? ເພິ່ນກະຕອບວ່າໄປເຮັດບຸນຢູ່ນັ້ນຢູ່ນີ້ ບອກວ່າມີໜັງສືເຊີນນຳ ແຕ່ສຸດທ້າຍກະຖືປະຕິເສດໄປ.
ຄິວຕໍ່ມາ ນັກຮຽນ ມື້ນັ້ນເຫັນວ່າ ມີນັກຮຽນ ເຮົາເຫັນມານຳກັນ 5 ຄົນໜ້າຈະແມ່ນໝວດໄດ້ທຶນ YSEALI ຕີ້ (ຄິດໃນໃຈ) ແລ້ວກະເຂົ້າໄປສຳພາດ ໜ້າຕາຖືວ່າໜ້າຮັກເຕີບ(ນອກເລື່ອງແລ້ວ) ໄປຜູ່ສຳພາດທີ່ເປັນຄົນອາເມລິກາກະຖາມວ່າ ເຈົ້າສາມາດເວົ້າພາສາອັງກິດໄດ້ບໍ່? ລາວກະຕອບວ່າ ໄດ້ ທາງຜູ່ສຳພາດກະວ່າ ຢ້ຽມ! ລາວກະຖາມເລີຍວ່າ ເຈົ້າເປັນນັກຮຽນຫວາ? ເຈົ້າໄປເມກາເຮັດຫຍງ? ລາວກະຕອບວ່າ ໄປເຂົ້າຮ່ວມໂຄງການ YSEALI (ຖືກກັບຜູ່ຂຽນເດົາໄວ້ກ່ອນໜ້ານັ້ນເລີຍ) ແລ້ວກະຖືກຖາມອີກວ່າ ໂຄງການນີ້ແມ່ນກ່ຽວກັບຫຍັງ? ຫຼັງຈາກນັ້ນ ກະບອກວ່າ ຍິນດີນຳເດີ້! ວີຊາເຈົ້າຜ່ານແລ້ວ.
ຄິວຕໍ່ໄປ ກະເປັນນັກຮຽນຄືກັນ (ໜ້າຕາດີຄືກກັນ, ອ້າວນອກເລື່ອງອີກແລ້ວ) ເຂົາໜ້າຈະຢືນເອກະສານພ້ອມກັນຕິເບາະຈຶ່ງສຳພາດລຽນກັນເລີຍ ແລ້ວຜູ່ສຳພາດກະຖາມປະມານແບບເກົ່າກັບຜູ່ທີ່ເປັນນັກຮຽນກີ້ນີ້ລະ ແລ້ວກະຜ່ານ!
ຄິວຕໍ່ໄປເປັນຄິວຂອງສອງຜົວເມຍຄູ່ໜຶ່ງ ເຂົ້າສຳພາດພ້ອມກັນເລີຍ ເຂົ້າໄປຜູ່ສຳພາດທີ່ເປັນຄົນອາເມລິກາ ກະຖາມວ່າ ຈຸດປະສົງທີ່ເຈົ້າຈະໄປອາເມລິກາແມ່ນຫຍັງ? ຜູ່ເປັນສາມີກະຕອບໄປວ່າ ໄປຢາມພີ່ນ້ອງລະກະໄປທ່ຽວນຳ ແລ້ວກະຖືກຖາມຕໍ່ອີກວ່າ ໄປຈັກມື້ ລາວກະຕອບໄປວ່າ….(ເຮົາລືມຄຳຕອບແລ້ວ) ຫຼັງຈາກນັ້ນ ຜູ່ສຳພາດ ຖາມຕື່ມອີກກ່ຽວກັບລາຍລະອຽດຂອງພີ່ນ້ອງລາວ ຜູ່ເປັນສາມີກະຕອບວ່າ ພີ່ນ້ອງຫັ້ນແມ່ນພີ່ນ້ອງຂອງທາງເມຍບໍ່ແມ່ນທາງລາວ. ສະຫຼຸບຄື ບໍ່ອະນຸມັດວີຊາໃຫ້.
ຫຼັງຈາກລໍຖ້າມາດົນເຕີບກະຮອດຄິວຂອງອັນດັບທີ 26 ນັ້ນກະຄືຄິວຂອງເຮົາເອງ ພໍແຕ່ສຽງເອີ້ນຊື່ດັບ ເຮົາກະລຸກຂຶ້ນ ແລະ ຍ່າງໄປປ່ອງທີ່ 7 ດ້ວຍຄວາມໝັ້ນໃຈ ພ້ອມກັບມືຊ້າຍທີ່ຈັບເອກະສານສະໜັບສະໜູນ. ເມື່ອໄປຮອດໜ້າປ່ອງສຳພາດ ຜູ່ສຳພາດທີ່ເປັນຄົນອາເມລິກາກະຖາມເຮົາວ່າ ເຮົາສາມາດເວົ້າພາສາອັງກິດໄດ້ບໍ່? ເຮົາກະຕອບດ້ວຍຄວາມໝັ້ນໃຈວ່າ ໄດ້!(ຈັດມາ) ລາວຕອບກັບວ່າ ຢ້ຽມ
ຜູ່ສຳພາດ: ເຈົ້າແມ່ນນັກຮຽນຫວາ?
ຜູ່ຂຽນ: ແມ່ນແລ້ວ
ຜູ່ສຳພາດ: ເຈົ້າຮຽນຢູ່ໃສ?
ຜູ່ຂຽນ: ຮຽນຢູ່ ມະຫາວິທະຍາໄລແຫ່ງຊາດ, ສາຂາ ຄະນິດສາດນຳໃຊ້ ສຳລັບ ເສດຖະສາດ ແລະ ບໍລິຫານທຸລະກິດ (ໂຕວັກນີ້ ເວົ້າແບບບໍ່ຫາຍໃຈເລີຍ, ເກືອບຂາກສຽງ)
ຜູ່ສຳພາດ: ຮຽນຢູ່ປີໃດ?
ຜູ່ຂຽນ: ປີທີ 4
ຜູ່ສຳພາດ: ຈຸດປະສົງໃນການໄປອາເມລິກາຄັ້ງນີແມ່ນຫຍັງ?
ຜູ່ຂຽນ: ໄປເຂົ້າຮ່ວມງານສຳມະນາຂອງ Google
ຜູ່ສຳພາດ: Google! (ສຽງສູງ ແບບປະຫຼາດໃຈ) ເຈົ້າມີໜັງສືເຊີນບໍ່?
ຜູ່ຂຽນ: ມີ, ເຮົາກະຢືນໜັງສືເຊີນໃຫ້. ລາວກະເປີດເບິ່ງແບບຜ່ານໆ
ຜູ່ສຳພາດ: ເປັນຫຍັງເຈົ້າຄືໄດ້ໄປ?
ຜູ່ຂຽນ: ເຮົາເປັນອາສາສະໝັກໃນກຸ່ມ GDG Vientiane ແລະ ເປັນໂຕແທນຂອງກຸ່ມເພື່ອເຂົ້າຮ່ວມງານນີ້
ຜູ່ສຳພາດ: ເຈົ້າອາໃສນຳໃຜ?
ຜູ່ຂຽນ: ທຳອິດເຮົາກະສະຕັ້ນໜ້ອຍໜຶ່ງ ເຮົາກະຕອບກັບໄປວ່າ ຢູ່ລາວ ຫຼື ຢູ່ພຸ້ນ? ເພາະລາວຖາມສັ້ນໆແລ້ວເຮົາຢ້ານເຂົ້າໃຈຜິດ
ຜູ່ສຳພາດ: ຢູ່ລາວ
ຜູ່ຂຽນ: ຢູ່ນຳພໍ່ແມ່
ຜູ່ສຳພາດ: ເຈົ້າມີເອື້ອຍ ຫຼື ອ້າຍບໍ່?
ຜູ່ຂຽນ: ມີ ລະກະບອກຈຳນວນ ອ້າຍ, ເອື້ອຍ, ນ້ອງ.
ຜູ່ສຳພາດ: ພໍ່ ແລະ ແມ່ຂອງເຈົ້າເຮັດວຽກຫຍັງ?
ຜູ່ຂຽນ: ພໍ່ຂ້ອຍເຮັດວຽກຢູ່…..; ແມ່ຂ້ອຍເຮັດວຽກຢູ່…..
ຜູ່ສຳພາດ: ວິຊາຂອງເຈົ້າອະນຸມັດແລ້ວ! ຍິນດີນຳເດີ້!
ຜູ່ຂຽນ: ຂອບໃຈຫຼາຍໆ ກຳລັງສິຍ່າງລົງ
ຜູ່ສຳພາດ: ດຽວໆແປບໜຶ່ງ ຖ້າເອົາໃບນັດເອົາວີຊາ
ສະຫຼຸບຄື ໄດ້ໃບນັດມາເອົາວີຊາວັນຈັນຕອນ 3 ໂມງ, ຢ່າງຈັບໃບນັດໄປນັ່ງບ່ອນເກົ່າ ກວດເບິ່ງວ່າໃນໃບນັ້ນມັນມີຂໍ້ມູນຫຍັງແນ່ ເພື່ອຄວາມແນ່ໃຈ ພ້ອມກັບເກັບເອກະສານຕ່າງໆເຂົ້າກະເປົ໋າຄືນ ຢ່າງອອກຈາກບ່ອນສຳພາດໄປພ້ອມກັບຖາມຕົນເອງວ່າ ອ້າວ! ສຳພາດແລ້ວລະຫວານິ, ຜ່ານລະຫວາ ມັນຄືວ່າໄວແທ້.
ມື້ມາເອົາ Passport
ມາຮອດສະຖານທູດ 3 ໂມງ ປາຍໜ້ອຍໜຶ່ງ, ກ່ອນເຂົ້າໄປສະຖານທູດກະເຮັດຄືເກົ່າກັບຕອນເຮົາໄປສຳພາດຫັ້ນລະ ປະໂທລະສັບໄວ້ລົດ, ເອົາແຕ່ໃບນັດເອົາວີຊາຕິດໂຕໄປ. ຍ່າງໄປຮອກໜ້າສະຖານທູດກະເຫັນຄົນເຂົ້າແຖວລໍຖ້າເຂົ້າສະຖານທູດແລ້ວ. ຍາມເພິ່ນປ່ອຍໃຫ້ເຂົ້າເທື່ອລະສອງຄົນຄືເກົ່າ, ຊ່ວງເວລານັ້ນຖືວ່າໄດ້ຕາກແດດ ຢືນຖ້າເຂົ້າໂດຍບໍ່ມີສິ່ງກີດຂວາງໃດໆມາກີດກັ້ນແສງແດດອັນຮຸນແຮງໄດ້. ພໍເຂົ້າໄປຕຶກສຳພາດແລ້ວເຮົາກະເລືອກບ່ອນນັ່ງເລີຍ, ສັງເກດເຫັນວ່າຕອນນັ້ນຍັງບໍ່ມີພະນັກງານເພິ່ນເຂົ້າປະຈຳການເທື່ອ ນັ່ງລໍຖ້າໄປແປບດຽວກໍມີພະນັກງານຜູ່ທີ່ເປັນລາມແປພາສາເອີ້ນໃຫ້ໄປເອົາ Passport ໂດຍບອກວ່າ ໃຫ້ຜູ່ທີ່ຂໍວີຊາທ່ອງທ່ຽວມາເອົາກ່ອນ ໂດຍໃຫ້ເຂົ້າໄປເອົາເທື່ອລະຄົນ ບໍ່ໄດ້ໄປຕາມຄິວ ອໍ້ລືມບອກໄປວ່າ ຕອນມາເອົາວີຊາບໍ່ໄດ້ມີບັດຄິວຄືກັບຕອນສຳພາດ. ທາງເຮົາກະນັ່ງຖ້າໄປກ່ອນ ຊິວໆ ໃຫ້ຄົນອື່ນໄປເອົາກ່ອນໂລດ ຖ້າຄົນໃຫ້ສິໝົດເຮົາຈຶ່ງຢ່າງເຂົ້າໄປເອົາ. ພໍໄດ້ວີຊາມາແລ້ວ ເຮົາກະຕ້ອງກວດເບິ່ງວ່າ ວີຊານັ້ນຖືກຕ້ອງໂດຍການເບິ່ງ ຊື່ ແລະ ນາມສະກຸນ, ວັນເດືອນປີເກີດ, ເພດ, ສະຫຼຸບແລ້ວ ແມ່ນໃຫ້ເບິ່ງຂໍ້ມູນທັງໝົດທີ່ຢູ່ຫັ້ນລະວ່າຖືກຕ້ອງໝົດ ຫຼືຍັງ ຖ້າມີຫຍັງຜິດພາດເຮົາກະສາມາດຖາມພະນັກງານຢູ່ຫັ້ນໄດ້ເລີຍ ຍົກເວັ້ນ ຂໍ້ມູນໃນວີຊານັ້ນຖືກຕ້ອງໝົດແລ້ວ ເຮົາກະກັບບ້ານໄດ້ເລີຍ.
ມາຮອດນີ້ກະຈົບແລ້ວສຳລັບເລື່ອງລາວການໄປຂໍວີຊາອາເມລິກາຂອງຂ້າພະເຈົ້າ .