Mozilla ກຽມ​ຂາຍໂທ​ລະ​ສັບ​ Firefox OS ຂອງ​ຕົນໃນ​ອິນ​ເດຍ​​ໃນອາ​ທິ?

Mozilla ກຽມ​ຂາຍໂທ​ລ​ະ​ສັບ​ລະ​ບົບ​ປະ​ຕິ​ບັດ​ການ Firefox OS ລຸ້ນ​ທຳ​ອິດ​ໃນ​ອິນ​ເດຍ​ໂດຍໃຫ້ Intex Technoligies ເປັນ​ຜູ້​ຈຳ​ໜ່າຍ ໂດຍ​ມີ​ລາ​ຄາ​ຢູ່​ທີ 33 ໂດ​ລາ​ສະ​ຫະ​ລັດ ເພື່ອ​ເຈາະ​ຕະຫຼາດ​ຜູ້​ໃຊ້​ໂທ​ລະ​ສັບ Smartphone ໜ່ວຍ​ທຳ​ອິດ. ນອກນັ້ນ​ຍັງ​ມີ​ການ​ຕ້ອງ​ຂໍ້​ສົງ​ໄສ​ຢູ່​ວ່າຂາຍ​ຖືກ​ຂະ​ໜາດນັ້ນ​ສິ​ເອົາ​ກຳ​ໄລ​ມາ​ແຕ່​ໃສ.

ສະ​ເປັກ​ຂອງ​ໂທ​ລະ​ສັບ​ລຸ້ນນີ້​ແມ່ນ​ມີ​ໜ້າ​ຈໍ 3.5 ນິ້ວ, ໃຊ້​ໜ່ວຍ​ປະ​ມວນ​ຜົນໜ້າ​ຈະ​ເປັນ​ແກນ​ດຽວຄວາມ​ໄວ 1 GHz, ກ້ອງຫຼັງ 2 ລ້ານ​ພິກ​ເຊວ, ຄວາມ​ຈຳ​ພາຍ​ໃນ​ເຄື່ອງ 4 GB, ໃຊ້​ໄດ້ສອງ​ຊິມ ແລະ ເຊື່ອມ​ຕໍ່​ສັນ​ຍານ​ໄຮ້​ສາຍ​ຜ່ານ Bluetooth ແລະ Wi-Fi.

mozilla-will-sell-own-firefox-smartphone-in-india-this-week

 

ຂອບ​ໃຈ​ທີ​ມາ Thenextweb