Mozilla ເປີດໂຕໂທລະສັບສຳ ລັບນັກພັດທະນາ Firefox OS

geeksphoneMozilla ຮ່ວມກັບ Geeksphone(ບໍລິສັດສັນຊາແອດສປາຍ)ເປີດໂຕໂທລະສັບສອງລຸ້ນດ້ວຍກັນເພື່ອນັກພັດທະນາລະບົບປະຕິດບັດການ Firefox OS ໂດຍສະເພາະເລີຍມີຊື່ວ່າ: Keon(ສີສົ້ມ ແລະ ໜ້າຈໍນ້ອຍກ່ວາ ​Peak) ແລະ Peak(ສີຂາວ), ເຮົາມາເບິ່ງກັນວ່າສະເປັກທັງສອງລຸ້ນນີ້ ຈະມີຫຍັງແນ່.ທັງ Keon ແລະ Peak ແມ່ນໃຊ້ລະບົບປະຕິບັດການ Firefox OS.

Keon

keon_mobile01keon_mobile02

  • ໃຊ້ຊິບປະມວນຜົນ Snapdragon S1 single-core ຄວາມໄວ 1GHz ຈາກ Qualcomm
  • ໜ້າຈໍຂະໜາດ 3,5 ນິ້ວ ຄວາມລະອຽດໜ້າຈໍ 480 x 320 HVGA touchscreen
  • RAM 512MB
  • ກ້ອງຫຼັງ 3 ລ້ານພິກເຊວ(ບໍ່ມີກ້ອງໜ້າ)
  • ຄວາມຈຳພາຍໃນ 4GBສາມາດໃສ່ MicroSD ເພື່ອເພີ່ມຂະໜາດຄວາມຈຳໄດ້
  • ເຊື່ອມຕໍ່ຂໍ້ມູນໄຮ້ສາຍ Wi-Fi, 2G ແລະ 3G
  • ຈະວາງຂາຍໃນເດືອນໜ້າ
  • ຍັງບໍ່ຮູ້ລາຄາເທື່ອ

Peak

peak_mobile01peak_mobile02

  • ໃຊ້ຊິບປະມວນຜົນ Snapdragon S4 dual-core ຄວາມໄວ 1.2GHz
  • ໜ້າຈໍຂະໜາດ 4,3 ນິ້ວ ຄວາມລະອຽດໜ້າຈໍ 960 x 540 qHD display
  • RAM 512MB(ຄືກັບ Keon)
  • ກ້ອງຫຼັງ 8 ລ້ານພິກເຊວພ້ອມ Flash ແລະ ກ້ອງໜ້າ 2 ລ້ານພິກເຊວ
  • ຄວາມຈຳພາຍໃນ 4GBສາມາດໃສ່ MicroSD ເພື່ອເພີ່ມຂະໜາດຄວາມຈຳໄດ້(ຄືກັບ Keon)
  • ເຊື່ອມຕໍ່ຂໍ້ມູນໄຮ້ສາຍ Wi-Fi, 2G ແລະ 3G(ຄືກັບ Keon)
  • ຍັງບໍ່ທັນຮູ້ລາຄາ ແລະ ວັນວາງຈຳໜ່າຍເທື່ອ

ຂອບໃຈທີ່ມາ Mozilla ແລະ Geeksphone ຜ່ານເວັບ TheVerge ແລະ Engadget