Motorola ເປີດໂຕ Moto X ໂທລະສັບມືຖືບົ່ງບອກເຖິງ ການກັບມາ

ລິ້ງຮູບຕົ້ນສະບັບ http://cdn.thenextweb.com/wp-content/blogs.dir/1/files/2013/08/IMG_3100.jpg

ລິ້ງຮູບຕົ້ນສະບັບ http://cdn.thenextweb.com/wp-content/blogs.dir/1/files/2013/08/IMG_3100.jpg

Motorola ເປີດໂຕໂທລະສັບມືຖື Moto X ໃນງານທີ່ New York ເປັນມືຖືເຄື່ອງທຳອິດຂອງໂລກທີ່ໃຫ້ລູກຄ້າສາ ມາດປັບແຕ່ງໂຕເຄື່ອງໄດ້ເກືອບທຸກສ່ວນຂອງໂທລະສັບເຊັ່ນ: ສີດ້ານຫຼັງ ແລະ ຍັງສະລັກຊື່ລົງໄດ້ອີກ/ສີດ້ານໜ້າ, ປຸ່ມກົດຕ່າງໆ, ຂໍ້ຄວາມຕອນເປີດເຄື່ອງ ແລະ ຍັງມີອີກຫຼາຍໆຢ່າງແຕ່ຕອນນີ້ຍັງສາມາດໃຫ້ປັບແຕ່ງໄດ້ພຽງແຕ່ ທ່ານທີ່ສັ່ງຊື້ອອນລາຍ ແລະ ເຄື່ອຄ່າຍ AT&T ເທົ່ານັ້ນ.

ລິ້ງຮູບຕົ້ນສະບັບ http://cdn.thenextweb.com/wp-content/blogs.dir/1/files/2013/08/IMG_3173.jpg

ລິ້ງຮູບຕົ້ນສະບັບ http://cdn.thenextweb.com/wp-content/blogs.dir/1/files/2013/08/IMG_3173.jpg

 

ສະເປັກ Moto X ໂດຍລະອຽດມີດັ່ງນີ້:

  • ໜ້າຈໍເທັກໂນໂລຢີ AMOLED ຂະໜາດ 4.7 ນິ້ວ, ຄວາມລະອຽດຂອງໜ້າຈໍຢູ່ທີ່ 1280×720 ພິກເຊວ, ຄວາມລະອຽດພິກເຊວຕໍ່ນິ້ວແມ່ນ 316 ppi, ການຈັດລຽງພິກເຊວແບບ RGB.
  • ໃຊ້ລະບົບປະຕິບັດການ Android 4.2.2 Jelly Bean
  • ໃຊ້ຊິບປະມວນຜົນ Snapdragon S4 Pro 1.7 GHz ສອງແກນ ພາຍໃຕ້ນະວັດຕະກຳຂອງ Motolora X8 Mobile Computing System. ນະວັດຕະກຳ X8 Mobile Computing System ເປັນນະວັດນະກຳຊິບ ປະມວນຜົນທີ່ມແກນທັງໝົດ 8 ແກນເຊິ່ງວ່າແຕ່ນລະແກນນັ້ນເຮັດວຽກບໍ່ຄືກັນຄື: ສອງແກນໃຊ້ໄວ້ປະ ມວນຜົນການທຳງານຂອງໂປແກມ, ສີ່ແກນໃຊ້ໄວ້ໃນການປະມວນຜົນພາບ(Graphic), ອີກສອງແກນ ແມ່ນໃຊ້ໃນການປະມວນຜົນພາສາຂອງຄົນເຮົາ ໝາຍຄວາມວ່າທັງສອງແກນດັ່ງກ່າວນີ້ຈະມີໜ້າທີ່ປະ ມວນຜົນສຽງຈາກຄຳສັ່ງຂອງເຮົາໂດຍສະເພາະ. ນະວັດຕະກຳດັ່ງກ່າວເຮັດໃຫ້ປະສິດຕິພາບຂອງຊິບປະ ມວນຜົນໄວຂຶ້ນ 24% ແລະ ການປະມວນພາບ(GPU) ໄວ້ຂຶ້ນ 100% ແລະ ຍັງປະຢັດພະລັງງານນຳ ອີກດ້ວຍ.
  • ໃຊ້ GPU Qualcomm Adreno 320
  • RAM 2 GB
  • ກ້ອງຫຼັງ 10 ລ້ານພິກເຊວ Autofocus ພ້ອມ LED flash ແລະ ກ້ອງໜ້າ 2 ລ້ານພິກເຊວ, ທັງສອງກ້ອງ ຖ່າຍວີດີໂອຄວາມລະອຽດ 1080p. ກ້ອງຫຼັງໃຊ້ເທັກໂນ ໂລຢີ ClearPixel ໃຊ້ເຊັນເຊີຮັບແສງແບບ RGBC (red/green/blue/clear) ເຮັດໃຫ້ເຮົາສາມາດຖ່າຍພາບໃນບ່ອນທີ່ມີແສງໜ້ອຍໄດ້ດີກວ່າ.
  • ການເຊື່ອມຕໍ່ໄຮ້ສາຍຮອງຮັບ GSM/UMTS/HSPA/LTE, Wi-Fi 802.11n frequencies , GPS, Bluetooth 4.0 ແລະ ເທັກໂນໂລຢີ NFC.
  • ມີເຊັນເຊີ Compass (Magnetometer), Proximity, Ambient light, Gyroscope, Accelerometer.
  • ແບັດເຕີຣີ 2.200 mAh ບໍ່ສາມາດແກະອອກໄດ້.
  • ຄວາມຈຳພາຍໃນໂຕເຄື່ອງ 16 GB ແລະ 32 GB

Moto X ຈະຂາຍພາຍໃນຕະຫຼາດອາເມລິກາກ່ອນ ສ່ວນປະເທດອື່ນຍັງຄົງຕ້ອງຖ້າຕໍ່ໄປ, ໃນຕະຫຼາດອາເມລິກາ ຈະຂາຍແບບຕິດສັນຍາກັບເຄື່ອຄ່າຍ AT&T, Verizon Wireless, Sprint ແລະ T-Mobile. ລາຄາເລີ່ມຕົ້ນ 199.99$ ປະມານ 1 ລ້ານ 6 ແສນກີບ ສຳລັບລຸ່ນ 16 GB, 249.99$ ປະມານ 2 ລ້ານກີບສະ ເພາະເຄື່ອຄ່າຍ AT&T ເທົ່ານັ້ນ. ສຳລັບລຸ່ນທີ່ບໍ່ຕິດສັນຍາລຸ່ນ 16 GB ແມ່ນ 575$ ປະມານ  4 ລ້ານ 6 ແສນກີບ ແລະ 630$ ປະມານ 5 ລ້ານ 4 ໝື່ນກີບສຳລັບ ລຸ່ນ 32 GB. ນອກຈາກນີ້ແລ້ວ Motorola ຍັງບອກອີກວ່າ Moto X Google Edition ລຸ່ນທີ່ໃຊ້ລະບົບປະຕິບັດການ Stock Android ຈະມາໄວໆນີ້.

ຂອບໃຈທີມາ TheVerge (1), (2), Engadget (1), (2), Thenextweb