Module 3: ສ້າງປະ​ສົບ​ການ​ຜູ່​ໃຊ້​ຢ່າງມ​ີ​ປະ​ສິດ​ຕິ​ຜົນ

ໃນ module ນີ້​ເຮົາ​ຈະ​ໄດ້​ຮຽນ​ຮູ້​ກ່ຽວ​ກັບ user experience (UX) ແລະ ຫຼັກ​ການ​ອອກ​ແບບ ເພື່ອ​ອອກ​ແບບ​ໃຫ້​ໜ້າ​ຕາ​ເວັ​ບ​ຂອງ​ເຮົາ ແລະ ລະ​ບົບ​ເຮັດ​ວຽກ​ຕ່າງໆ​ໃຫ້​ເໝາ​ສົມ​ກັບ​ໂທ​ລະ​ສັບ.

3.1 ກົດ​ເກນ​ປະ​ສົບ​ການ​ຜູ່​ໃຊ້ (UX principles)

ຜູ່​ໃຊ້​ໂທ​ລະ​ສັບ​ມື​ຖື​ທົ່ວ​ໄປ ມັກ​ຈະ​ເຮັດ​ອີ່​ຫຍັງຫຼາຍໆ​ຢ່າງ​ພ້ອມ​ກັນ ຫຼື ມັກ​ເຮັດ​ໂຕ​ໃຫ້​ຕົນ​ເອງບໍ່​ຫວ່າງ​ຢູ່​ຕະຫຼອດ (ເປັນ​ຄົນ​ວຽກຫຼາຍ ປະ​ມານນັ້ນ) ແລະ ມັກ​ຈະ​ເຮັດ​ຫຍັງ​ແລ້ວ​ໄວໆ ບໍ່​ຢາກ​ໃຊ້​ເວ​ລາ​ດົນ. ຖ້າ​ພຶດ​ຕິ​ກຳ​ຂອງ​ຜູ່​ໃຊ້​ເຮົາ​ເປັນ​ແບບນີ້​ແລ້ວ ຜູ່​ທີ່​ເຮັດ​ວຽກ​ໜັກ ແນ່ນອນ​ວ່າ ນັກ​ພັດ​ທະ​ນາ ເຮົາ​ແນ່ນອນ, ເຮົາ​ຈະ​ຕ້ອງ​ຄິດ​ວ່າ ຮູບ​ແບບ​ລະ​ບົບ​ຂອງ​ເວັບ​ເຮົາ​ຈະ​ຕ້ອງ​ເປັນ​ແນວ​ໃດ ເຮົາ​ຈະ​ຕ້ອງ​ຄິດ​ລະ​ຫວ່າງ ການ​ອອກ​ແບບ​ທີ່​ສວຍ​ສົດ​ງົ​ດ​ງາມ (UI: User Interface) ກັບ ການ​ອອກ​ເພ​ື່ອ​ໃຫ້​ມັນ​ໃຊ້ງ່າຍ (UX: User Experience) ສອງ​ອັນ​ນີ້​ຕ້ອງ​ສົມ​ດຸນ​ກັນ ແລ້ວ​ເຮົາ​ຈະ​ໄດ້​ອອກ​ມາ​ໃນຫຼັກ​ເກນ​ທີ່​ວ່າ Simply Beautiful (ດຽວໆ​ບໍ່​ແມ່ນ) Happy usability path.

 3.1.1 ປະ​ເມີນເວັບ​ໄຊ​ຂອງ​ທ່ານ (Assess your mobile site)

ກ່ອນ​ຈະ​ເຂົ້າ​ອ່ານ ເນື້ອ​ໃນຫຼັກ ແມ່ນ​ຢາກ​ແນະ​ນຳ​ໃຫ້​ໄປ​ອ່ານ ຄວາມ​ແຕກ​ຕ່າງ​ຂອງ​ການ​ພັດ​ທະ​ນາ​ເວັບ​ໄຊ​ແຕ່​ລະ​ອັນ​ສຳ​ລັບ​ອ​ຸ​ປະ​ກອນ​ແຕ່​ລະ​ຍຸກ​ກັນ​ກ່ອນ ເພື່​ອ​ອັດ​ທະ​ຣົດ​ຄວາມ​ເຂົ້າ​ໃຈ​ຂອງ​ທ່ານ​ເລິກ​ເຊິງ​ຂຶ້ນ​ຕື່ມ different site development option

ສຳ​ລັບ​ການ​ພັດ​ທ​ະ​ນາ​ເວັບ​ໄຊ​ໃຫ້​ເໝາະ​ສຳ​ລັບ​ໜ້າ​ຈໍ​ທ​ຸກໆ​ຂະ​ໜາດນັ້ນ ຈະ​ແບ່ງ​ອອກ​ເປັນ 3 ເຕັກ​ນິກ​ດ້ວຍ​ກັນ​ຄື:

  1. Responsive Web Design: ໃຊ້ code HTML ອັນ​ດຽວ ແລະ ລິ້ງ URL ດຽວ ໂດຍບໍ່​ສົນ​ໃຈ​ວ່າ ອ​ຸ​ປະ​ກອນ​ຂອງ​ຜູ່​ເຂົ້າ​ເບິ່ງ​ຈະ​ເຂົ້າ​ຜ່ານ​ໂຕ​ໃດ​ກໍ​ຕາມ (desktop, tablet, mobile, non-visual browser) ແຕ່​ສາ​ມາດ render ການ​ສະ​ແດງ​ຜົນ​ແຕກ​ຕ່າງ​ກັນ​ໄປ​ຕາມ​ແຕ່​ລະຂະ​ໜາດ​ໜ້າ​ຈໍ​ຂອງ​ແຕ່​ອ​ຸ​ປະ​ກອນ​ໄດ້. ວິ​ທີການ​ອອກ​ແບບ ແບບ Responsive Design ນີ້​ຖື​ເປັນ ວິ​ທີ​ທີ່ Google ແນະ​ນຳ.
  2. Dynamic serving: ໃຊ້ URL ດຽວ​ແຕ່​ວ່າ​ຈະ ສັບ​ປ່ຽນ ຮູບ​ແບບ​ການ​ສະ​ແດງ​ຜົນ ແລະ HTML code ໄປ​ຕາມ ປ​ະ​ເພດ​ຂອງອ​ຸ​ປະ​ກອນ​ຂອງ​ຜູ່​ທີ່​ເຂົ້າ​ມາ​ເບິ່ງ​ເວັບ​ໃຊ້ ແລະ ການ​ສັບ​ປ່ຽນ (generate) ນີ້​ຈະ​ຂຶ້ນ​ກັບ​ວ່າ server ຂອງ​ເຮົາ​ກວດ​ພົບ​ວ່າ​ຜູ່​ໃຊ້​ຂອງ​ເຮົາ​ໃຊ້ browser ໃດ.
  3. Separate URLs: .ໃຊ້ HTML code ຕ່າງ​ກັ​ນ ແລະ URL ຕ່າງ​ກັນ. ວິ​ທີນີ້ ຈະ​ພະ​ຍາ​ຍາມກວດ​ຈັບ​ວ່າອ​ຸ​ປະ​ກອນ​ຂອງ​ຜູ່​ໃຊ້​ທີ່​ເຂົ້າ​ມານັ້ນ​ແມ່ນ​ຫຍັງ ຫຼັງ​ຈາກນັ້ນ​ຈະ​ເປີດ​ໜ້າ​ເວັບ​ໃນ​ຮູບບ​ແບບ​ທີ່​ເໝາະ​ກັບ​ອ​ຸ​ປະ​ກອນນັ້ນໆ ໂດຍ​ໃຊ້ HTTP redirect ພ້ອມ​ກັບ HTTP header.

Separate (m.dot)

ຈຸດດີ:

ຈະ​ເປັນ​ປະ​ໂຫຍດ​ສຳ​ລັບ​ຜູ່​ໃຊ້​ງານ​ທີ່ຄ​ຸ້ນ​ເຄ​ີຍ​ກັບ​ປະ​ສົບ​ການ ການ​ໃຊ້​ງານ​ໂທ​ລະ​ສັບ​ເທົ່າ​ນັ້ນ ຖ້າ​ທຽບ​ໃສ່​ກັບ ຄອມ​ຕັ້ງ​ໂຕະ (Desktop), ປົກ​ກະ​ຕິ​ແລ​້ວ​ຈະ​ໂຫຼດ​ໄວ​ກ່​ວາ RWD

ຈ​ຸດ​ເສຍ:

ມີ​ສອງ HTML ເຮັດ​ໃຫ້​ນັກ​ພັດ​ທ​ະ​ນາ​ຍາກ​ຕໍ່​ການ ບຳ​ລ​ຸງ​ຮັກ​ສາ ແລະ ອັບ​ເດດ, ນອກ​ຈາກນີ້​ຍັງ ຍາກ​ຕໍ່​ການ​ສະ​ໜອງ​ປະ​ສົບ​ການ​ການ​ໃຊ້​ງານ​ຂອງ​ຜູ່​ໃຊ້​ງານ​ສຳ​ລັບ tablet ແລະ ໂທ​ລະ​ສັບ, ຈຳ​ກັດ​ດ້ານຄວາມ​ສາ​ມາດ​ (limited functionality).

Responsive (RWD)

ຈຸດດີ:

ມີ​ພຽງ​ແຕ່ code-base/canonical URL ອັນ​ດຽວ, ງ່າຍ​ຕໍ່​ການ​ບຳ​ລຸງ​ຮັກ​ສາ ແລະ ໃຊ້​ຕົ້ນ​ທຶນ​ຕ່ຳ, ປັບ​ຂະ​ໜາດ​ສ່ວນ​ຕ່າງໆ​ອັດ​ຕະ​ໂມ​ມັດ​ຕາມ​ແຕ່​ລະ​ອ​ຸ​ປະ​ກອນ.

ຈ​ຸດ​ເສຍ:

ປົກ​ກະ​ຕິ ຈະ​ໃຊ້​ເວ​ລາ​ດົນກ່​ວາ ຖ້າ​ທຽບ​ກັບ separate, ປະ​ສົບ​ການ​ໃຊ້​ງານ​ຂອງ​ແຕ່​ລະ​ອ​ຸ​ປະ​ກອນ​ຈະ​ຄື​ກັນ ດັ່ງ​ນັ້ນ ມັນ​ອາດ​ຈະ​ເປັນ​ການ​ສູນ​ເສຍ​ໂອ​ກາດ​ໃນ​ການສະ​ເໜີ UX ທີ່​ແຕກ​ຕ່າງ​ກັນ​ໄປ​ຕາມ​ຄວາມ​ຕ້ອງ​ການ​ຂອງ​ແຕ່​ລະ​ຜູ່​ໃຊ້​ງານ.

Adaptive (AWD or Dynamic)

ຈຸດດີ:

ມີ​ຄວາມ​ແຕກ​ຕ່າງ​ກັນ​ສູງ ແລະ ໃຫ້​ປະ​ສົບ​ການ​ໃຊ້​ງານ​ດີ​ທີ່​ສຸດ ອີງ​ຕາມ ຂະ​ໜາດ​ໜ້າ​ຈໍ, ອ​ຸ​ປະ​ກອນ ແລະ ​ລະ​ບົບ​ປະ​ຕິ​ບັດ​ການ, ປົກ​ກະ​ຕິ​ຈະ​ໃຊ້​ເວ​ລາ​ໃນ​ການ​ໂຫຼດ​ໄວ​ກ່​ວາ​ ປຽບ​ທຽບ​ໃນ​ສ່ວນ​ຂອງ server (server-side).

ຈ​ຸດ​ເສຍ:

ໃຊ້​ຊັບ​ພະ​ຍາ​ກອນ ແລະ ງົບ​ປະ​ມານ​ເພີ່ມ​ຕື່​ມ, ເນື່ອງ​ຈາກວ່າ​ມີຫຼາຍ code-base ຈຶ່ງ​ຕ້ອງ​ການ ການ​ບຳ​ລ​ຸງ​ຮັກ​ສາ.

ເຮົາ​ຈະ​ມີ​ຫຼັກ​ການ​ແນວ​ໃດ​ທີ່​ຈະ​ເຮັດ​ໃຫ້​ເວັບ​ຂອງ​ເຮົາ​ພ້ອ​ມ​ສ​ຳ​ລັບມື​ຖື, ລອງ​ເບິ່ງຫຼັກ​ການ​ທີ່​ແນະ​ນຳຈາກ Google ກັນ​ເລີຍ.

UX evaluation and optimization

Pre-design widgets Programming templates to help build your’s client platform

PageSpeed Technical evaluation on your client’s mobile site and app performance

Prototype project Prototype of the mobile site and app

Certified Partners for UX implementation *if necessary

ເວັບ​ແນະ​ນຳ​ສຳ​ລັບ​ປະ​ເມີນ​ເວັບ​ຂອງ​ທ່ານ

Test My Site | PageSpeed Insights

WebPageTest

3.1.2 Learn what makes a good mobile site

ໂຕນີ້​ແມ່ນ Google ຮ່ວມ​ກັບ AnserLab ຮ່ວມ​ກັນ​ເຮັດ​ການ​ທົດ​ລອງ​ໃນ​ຫ​ົວ​ຂໍ້ ຄວາມ​ສ​າ​ມາດ​ຂອງ​ຜູ່​ໃຊ້​ໃນ​ການ​ປະ​ຕິ​ສຳ​ພັນ​ກັບ​ເວ​ັບ​ໄຊ​ມື​ຖື (how a range of users interacted with a diverse group of mobile sites). ການ​ສຶກ​ສາ​ໄດ້ຄົ້ນ​ພົບ 25 ຫຼັກ​ການ​ໃນ​ການ​ອອກ​ແບບ​ເວັບ​ໄຊ​ສຳ​ລັບ​ມື​ຖື, ໂດຍສາ​ມາດ​ນຳ​ມາ​ຈັດ​ເປັນ 5 ປະ​ເພດ, ແຕ່​ລະ​ປະ​ເພດ​ຈະ​ແຍກ​ເປັນ 5 ຫົວ​ຂໍ້ ທີ່​ຈະ​ເວົ້າ​ຕໍ່​ໄປ​ນີ້:

3.2 Mobile site design best practicse

ສຳ​ລັບ​ໜ້າຫຼັກ​ຂອງ​ເວັບ​ໄຊ​ທີ່​ສະ​ແດງ​ໃນ ຄອມ​ຕັ້ງ​ໂຕ ເຮົາ​ມັກ​ຈະ​ເຫັນ ໜ້າ​ຕ້ອນ​ຮັບ (welcome page), ຂໍ້​ຄວາມ​ຢູ່​ທາງ​ກາງ ແລະ ພື້ນ​ທີ່ promotion ລວມ​ກັນ​ຢູ່​ບ່ອນ​ດຽວ ແຕ່​ວ່າ ເວ​ລາ​ເຮົາ​ມາ​ເບິ່ງ​ໜ້າ​ຫຼັກ​ຂອງ​ເວັບ​ໄຊ​ທີ່​ຢູ່​ເທິງ​ມື​ຖື ເຮົາ​ຄວນ​ຈະ​ໃຫ້​ຄວາມ​ສົນ​ໃຂ​ໃນ​ເລື່ອງ​ຂອງ​ການ ເຊື່ອມ​ຜູ່​ໃຊ້​ງານ​ຂອງ​ເຮົາ​ໄປ​ຫາ​ເນື້ອ​ຫາ​ທີ່​ເຂົາ​ຕ້ອງ​ການ. ໃນ​ສ່ວນ​ຂອງ​ຫົວ​ຂໍ້​ນີ້ ເຮົາ​ຈະ​ມາ​ສຳຫຼວດ​ເບິ່ງວ່າ ຫຼັກ​ການ ການ ສ້າງ​ເວັບ​ໄຊ​ມື​ຖື ທີ່​ສາ​ມາດ​ໃຫ້​ສະ​ໜອງ​ສິ່ງ​ທີ່​ຜູ່​ໃຊ້​ຕ້ອງ​ການ​ໄດ້​ໄວ ຈະ​ເປັນ​ແນວ​ໃດ.

1. ພະ​ຍາ​ຍາມ​ໃຫ້ calls-to-action ຢູ່​ດ້ານ​ໜ້າ ແລະ ທາງ​ກາງ

ກ່ອນ​ຈ​ະ​ເຂົ້າ​ສາກ​ເດັດ ຂໍ​ຂັ້ນ​ລາຍ​ການ​ກັບ​ຄຳ​ວ່າ call-to-action ມັນ​ແມ່ນ​ຫ​ຍັງ? ສຳ​ລັບ​ໃຜ​ທີ່​ຍັງ​ບໍ່​ຮູ້.

call-to-action ໝາຍ​ເຖິງ ເນື້ອ​ຫາ ທີ່​ກະ​ຕຸ້ນ​ໃຫ້ ຜູ່​ເບິ່ງ, ຜູ່​ອ່ານ, ຜູ່​ຟັງ ໄດ້​ເຫັນ, ໄດ້​ຍິນ, ໄດ້​ອ່ານ ລະ​ຢາກ​ເຮັດ​ຕາມ ເຊັ່ນ: “buy now”, “click here”, “get quote”, “call now”.

ຕັ້ງ calls-to-action ໄວ້​ບ່ອນ​ທີ່​ສຳ​ຄັນຂອງ​ເວັບ​ໄຊ

​ການ​ທີ່​ຜູ່​ໃຊ້​ງານ​ຂອງ​ເຮົາ​ຢູ່​ເທິງ​ມື​ຖື ຈະເບິ່ງບໍ່​ເຫັນ ລາຍ​ການເມ​ນູ ຖື​ວ່າ​ເປັນ​ເລື່ອງ​ປົກ​ກະ​ຕິ, ສະ​ນັ້ນ ເຮົາ​ຈະ​ຕ້ອງວາງ calls-to-action ໄວ້​ບ່ອນ​ທີ່​ຜູ່​ໃຊ້​ເຮົາ​ຈະ​ເຫັນ. ​ຈາກ​ການ​ທົດ​ລອງ​ຂອງ Google ທີ່​ໄດ້​ເວົ້າ​ມາ​ຂ້າງ​ເທິງ, ກຸ່ມ​ທົດ​ລອງ​ຈະ​ສຳ​ເລັດວຽກ​ທີ່ມອບ​ໃຫ້​ໄວກ່​ວາ ຖ້າ​ຫາກ ສະ​ແດງ calls-to-action ຢູ່​ສ່ວນ main body ຂອງ​ເວັບ​ໄຊ, ແລະ ລຸ່ນ​ລົງ​ມາ​ແມ່ນສະ​ແດງ​ຜ່ານ ເມ​ນູ ຫຼື ທາງ​ກ້ອງ​ເມ​ນູ.

2. Keep menus short and sweet

ສະ​ແດງ​ລາຍ​ການ​ເມ​ນູ​ທີ່​ສັ້ນພ້​ອມ​ກັບ​ການ​ຈັດ​ປະ​ເພດ​ທີ່​ຊັດ​ເຈນ​ເຮັດ​ໃຫ້​ຜູ່​ເຂົ້າ​ຊົມ​ຜ່ານ​ມືຖື​ງ່າຍ​ຕໍ່​ການ​ບອກ​ທາງ (navigate).

ເມ​ນູ​ທີ່​ມີ​ລາຍ​ຫານ​ຍາ​ວໆ​ອາດ​ຈະ​ເຮັດ​ວຽກ​ໄດ້​ດີ​ສຳ​ລັບ​ເວັບ​ສຳ​ລັບ​ອ​ຸ​ປະ​ກອນ desktop ແຕ່​ວ່າ​ສຳ​ລັບ​ຜູ່​ໃຊ້​ມ​ື​ຖືນັ້ນ​ມັກ​ຈະ​ລຳ​ຄານ ເພາະ​ຈະ​ຕ້ອງ​ໄດ້​ເລື່ອນ​ລາຍ​ການ​ເມນ​ູ​ທີ່​ຍາວ​ຍຽດ ແຖມ​ຍັງ​ບໍ່​ພໍ ຍັງ​ຕ້ອງ​ໄດ້​ຄອຍໆ​ເລື່ອນ​ເບິ່ງ​ອີກ​ຢ້ານ​ກາຍ​ໂຕ​ທີ່​ເຮົາ​ຈະ​ກົດ​ເອົາ. ດັ່ງ​ນັ້ນ, ຖ້າ​ເປັນ​ໄປ​ໄດ້​ເຮົາ​ຄວນ​ຈະ​ເຮັດ​ລາຍ​ການ​ເມ​ນູ​ຂອງ​ເຮົາ​ບໍ່​ໃຫ້​ມັນຫຼາຍ​ຈົນ​ເກີນ​ໄປ. ຕົວ​ຢ່າງ: ເວັບ​ຫ້າງ​ຮ້ານ​ຈະ​ລະ​ບຸປະ​ເພດ​ຂອງ​ສິນ​ຄ້າ​ໃຫ້​ຊັດ​ເຈນ.

3. ເຮັດ​ໃຫ້​ຜູ່​ໃຊ້ກັບ​ໄປ​ສູ່​ໜ້າຫຼັກງ່າຍ​ຂຶ້ນ (Make it easy to get back to the homepage)

ໃຊ້​ໂລ​ໂກ້ (logo) ເວັບ​ໄຊ​ເຂົາ​ເພື່ອ​ເປັນ​ໂຕ​ນຳ​ທາງ​ໄປ​ສູ່​ໜ້າຫຼັກ (homepage)

ເວ​ລາ​ທີ່​ຜູ່​ໃຊ້​ໂທ​ລະ​ສັບ​ມື​ຖື​ຈະ​ເປີດນັ້ນ​ເປີດນີ້​ຢູ່​ເວັບ​ເຮົາ, ແລ້ວ​ກະ​ເຈົ້າ​ຢາກ​ກັບ​ໄປ​ໜ້າຫຼັກ​ໄດ້​ງ່າຍ ແລະ ໄວ​ທີ່​ສຸດກໍ່​ຄື​ກັນ​ກົດ​ປ​ຮູບ​ໂລ​ໂກ້​ຂອງ​ເວັ​ບ​ເຮົາ​ທີ່​ສະ​ແດງ​ຢູ່​ເທິງ. ຈາກ​ການ​ສຶກ​ສາ ຜູ່​ເຂົ້າ​ຮ່ວມ​ທົດ​ລອງ​ຄ​າດ​ຫວັງ​ວ່າ ເຂົາ​ຈະ​ກັບ​ໄປ​ໜ້າຫຼັກ​ຂອງ​ເວັບ ຖ້າ​ເຂົາ​ແຕະ​ທີ່​ປຸ່ມ​ໂລ​ໂກ້​ຂອງ​ເວັບ​ທີ່​ຢູ່​ເທິງ​ສຸດ​ຂອງ​ໜ້​າ​ເວັບ ແລະ ເຂົາ​ຈະ​ອາ​ລົ​ມ​ເສຍ​ໜ້ອຍ​ໜຶ່ງ​ຖ້າ​ເປັນ​ບໍ່​ເປັນ​ໄປ​ຕາມ​ທີ່​ເຂົາ​ຄິດ.

4. ຢ່າ​ໃຫ້​ໂຄ​ສະ​ນາເປັນ​ໂຕ​ດຶງ​ຄ​ວາມ​ສົນ​ໃຈ​ເກີນ​ໄປ (Don’t let promotion steal the show)

ເຮົາ​ຕ້ອງ​ໝັ້ນ​ໃຈ​ວ່າໂຄ​ສະ​ນາ ຫຼື promotion ຈະ​ບໍ່​ໄປ​ແຊກ​ແຊງ (ດຶງ​ຄ​ວາມ​ສົນ​ໃຈ) ກັບ​ໂຕ​ນຳ​ທາງ​ເວັບ (navigation) ແລະ ບໍ່​ໄປ​ປົນ​ກັບ calls-to-action ຂອງ​ເຮົາ

Promotion ແລະ ໂຄ​ສະ​ນາ (ads) ສາ​ມາດ​ເປັນ​ເງົງ​ບັງ​ເນື້ອ​ຫາ​ທີ່​ຢູ່​ຂ້າງໆ​ມັນ​ໄດ້ (ຫຼ​ຸດ 75%) ບາງ​ເທື່ອ​ມັນ​ເຮັດ​ໃຫ້​ຜູ່​ໃຊ້ຂອງ​ເຮົາ​ໃຈ​ບໍ່​ຢູ່​ກັບ​ເນື້ອ​ກັບ​ໂຕ​ເມື່ອ​ໃຫ້ປ້າຍ​ໂຄ​ສະ​ນາ ຫຼື promotion ເຮັດ​ໃຫ້​ບາງ​ເທື່ອ​ເຂົາ​ອາດ​ຈະ​ບໍ່​ເຫັນ​ໂຕ​ນຳ​ທາງ (navigational button) ທາງ​ກ້ອງມັນ ແລະ ມັນ​ຍັງ​ເຮັດ​ໃຫ້​ເຂົາ​ບໍ່​ຮູ້​ຈັກ​ຂໍ້​ມູນ​ອື່ນ​ທີ່ ບໍ​ລິ​ສັດ ຫຼື ຮ້ານສະ​ເໜີ​ນອກ​ຈາກນີ້.

3.2.2 ການ​ຄົ້​ນ​ຫານ​ພາຍ​ໃນ​ເວັບ (Site search)

ການ​ທີ່​ເຮົາ​ມີລະ​ບົບ​ການ​ຄົ້​ນ​ຫາ​ພາຍ​ໃນ​ເວັບ ແມ່ນ​ເປັນ​ສິ່​ງ​ທີ່​ດີ ແລະ ມັນ​ເປັນ​ສິ່ງ​ທີ່​ຈຳ​ເປັນ​ຕໍ່​ຜູ່​ໃຊ້​ງານ ເວ​ລາ​ທີ່​ເຂົ​າ​ເຈົ້າ​ຕ້ອງ​ການ​ຄົ້ນ​ຫາ​ສິ່ງ​ທີ່​ເຂົາ​ຢາກ​ໄດ້​ພາຍ​ໃນ​ເວ​ລາ​ອັນ​ສັ້ນ. ໃນ​ຫົວ​ຂໍ້​ນີ້​ ເຮົາ​ຈະ​ໄດ້​ຮຽນ​ຮູ້​ວິ​ທີ​ການເພີ່​ມ​ຄວາມ​ສາ​ມາດ​ຂອງ​ລະ​ບົບ​ຄົ້ນ​ຫາ​ຂອງ​ທ່ານ​ໃຫ້​ສູງ​ທີ່​ສຸດ.

1. ເຮັດ​ລະ​ບົບ​ຄົ້ນ​ຫາ​ໃຫ້​ເຫັນ​ງ່າຍ (Make site search visible)

ຈັດ​ວາງ​ລະ​ບົບ​ຄົ້ນ​ຫາ​ຂອງ​ທ່ານ​ໄວ້​ໃກ້​ກັບ​ສ່ວນ​ເທິງ​ສຸດ​ຂອງ​ໜ້າ​ເວັບ​ພ້ອ​ມ​ກັບ​ເພີ່ມ​ຊ່ອງ​ໃຫ້​ພິມ​ຄົ້ນ​ຫາ​ໄວ້

ເວ​ລາ​ທີ່​ຜູ່​ເຂົ້​າ​ເບິ່ງ​ເວັບ​ເຮົາ​ຕ້ອງ​ຄົ້ນ​ຫາ​ອີ່​ຫຍັງ​ຈັກ​ຢ່າງ​ຢູ່​ໃນ​ເວັ​ບ​ເຮົາ ເຂົາ​ຈະ​ຕ້ອງ​ຊອກ​ຫາ ຊ່ອງ​ຄົ້​ນ​ຫາ​ຂອງ​ເຮົາ. ດັ່ງ​ນັ້ນ, ຊ່ອງ​ຄົ້ນ​ຫາ​ຂອງ​ເຮົາ​ຈະ​ຕ້ອງ​ເປັນ​ສິ່ງ​ທຳ​ອິດ​ທີ່​ຜູ່​ໃຊ້​ເວັບ​ເຮົາ​ຕ້ອງ​ໃຫ້​ເຫັນ.

2. ຕ້ອງ​ໝັ້ນ​ໃຈ​ວ່​າ​ຜົນ​ການ​ຄົ້ນ​ຫາ​ຂອງ​ເວັບ​ເຮົາ​ມັນໃກ້​ຄຽງ​ກັບ​ຄຳ​ທີ່​ກະ​ເຈົ້າ​ຄົ້ນ​ຫາ

ເຮົາ​ຕ້ອງ​ໝັ້ນ​ໃຈ​ວ່າ ລະ​ບົບ​ການ​ຄົ້ນ​ຫາ​ຂອງ​ເຮົາ​ສາ​ມາດ​ຕອບ​ໂຈດ​ສິ່ງ​ທີ່​ຜູ່​ໃຊ້​ຂອງ​ເຮົາ​ກຳ​ລັງ​ຊອກ​ຫາ​ຢູ່ ມັນ​ຈະ​ຕ້ອງ​ມີ​ຜົນ​ການ​ຄົ້ນ​ການ​ທີ່​ໃກ້​ຄຽງ​ກັບ​ສິ່ງ​ທີ່​ຜູ່​ໃຊ້​ຄາດ​ວ່າ​ຈະ​ໄດ້​ຮັບ ແລະ ເຮົາ​ຄວນ​ໃສ່ລະ​ບົບ smart-search ​ເຊັ່ນ auto-complete (suggestion) ແລະ spelling correction.

3. ໃສ່ເຄື່ອງ​ມື​ກັ່ນ​ຕອງ​ເພື່ອ​ເພີ່ມ​ຄ​ວາມ​ສາ​ມາດ​ຂອງ​ລະ​ບົບ​ຄົ້ນ​ຫາ​ຂອງ​ເຮົາ (Implement filters to improve site search usability)

ເພີ່ມ​ລະ​ບົບ​ກັ່ນ​ຕອງ​ເພື່ອ​ຊ່ວຍ​ໃຫ້​ຜູ່​ໃຊ້​ຂອ​ງ​ເຮົາ​ໄດ້​ສິ່ງ​ທີ່​ເຂົາ​ຕ້ອງ​ການ​ໄວ​ຂຶ້ນ ແລະ ຖືກ​ຕ້ອງ​ກັບ​ສິ່ງ​ທີ່​ເຂົາ​ຄົ້ນ​ຫາ

4. ແນະ​ນຳ​ຜູ່​ໃຊ້​ເພື່ອ​ຜົນ​ຄົ້ນ​ຫາ​ທີ່​ຖືກ​ຕ້ອງ​ຍິ່ງ​ຂຶ້ນ (Guide users to better site search results)

ສຳ​ລັບ​ເວັບ​ໄຊ​ທີ່​ໃຫ້​ບ​ໍ​ລິ​ການ​ຜູ່​ໃຊ້​ທີ່​ມີ​ຄວາມຫຼາກຫຼາຍ (ຍິງ, ຊາຍ, ເກີບ, ຂະ​ໜາດ) ເພື່ອ​ໃຫ້​ການ​ສະ​ແດງ​ຜົນ​ຂອງ​ສ່ວນ​ຕ່າງ​ແຄບ​ລົງ ແມ່ນ​ໃຫ້​ທ່ານ​ຖາມ 2-3 ຄຳ​ຖາມ ກ່ອນ​ເພື່ອ​ລູກ​ຄ້າ​ຈະ​ໄດ້​ເຫັນ​ສິ່ງ​ທີ່​ເຂົາ​ຕ້ອງ​ການ​ງ່າຍ​ຂຶ້ນ.

3.2.3 Commerce and conversions

1. ເບິ່ງ​ກ່ອນ​ຊື້ (Let users explore before they commit

ອ​ະ​ນຸ​ຍາດ​ໃຫ້​ຜູ່​ເຂົ້າ​ເບິ່ງ​ເວັບ​ໄຊ​ເຮົາ​ໂດຍບໍ່​ຈຳ​ເປັນ​ຕ້ອງ​ລົງ​ທະ​ບຽນ

ການ​ວາງ​ລະ​ບົບ​ໃຫ້​ລົງ​ທະ​ບຽ​ນ​ໄວ້​ກ່ອນ​ເຂົ້າ​ເບິ່ງ​ເວັບ​ໄຊຂອງ​ເຮົາ​ ເປັນ​ສາ​ເຫດ​ເຮັດ​ໃຫ້​ປະ​ສົບ​ການ​ການ​ໃຊ້​ງານ​ເວັບ​ໃນ​ດ້ານ​ການ​ພົວ​ພັນ​ກັນຫຼຸດ​ລົງ. ຈາກ​ຜົນ​ການ​ສຶກ​ສາ ຜູ່​ທົດ​ລອງ​ຈະ​ເກີດ​ອ​າ​ການ​ອາ​ລົມ​ເສຍ​ ເວ​ລາ​ທີ່​ຕົນ​ເຂົ້າ​ເວັບ​ໄຊ​ທີ່​ຕ້ອງ​ການ​ໃຫ້​ສະ​ໝັກ​ລົງ​ທະ​ບຽນ​ກ່ອນ​ຈຶ່ງ​ສາ​ມາດ​ສືບ​ຕໍ່​ເຂົ້າ​ເວັບ​ໄຊ​ໄດ້, ໂດຍ​ສະ​ເພາະ​ເວັບ​ໄຊ​ທີ່​ເຂົາ​ບໍ່​ຄ​ຸ້ນ​ເຄີຍ ຫຼື ບໍ່​ຮຸ້​ຈັກ​ມາ​ກ່ອນ, ກ່ອນ​ເຂົາ​ຈະ​ໃຫ້​ຂໍ້​ມູນ​ສ່ວນ​ໂຕ​ກັບ​ເຮົາ ເຂົາ​ຕ້ອງ​ການ​ທີ່​ຈະ​ເບິ່ງ​ເນື້ອ​ຫາ ແລະ ຮູ້​ຈັກ​ກ່ອນ​ວ່າ​ເວັບ​ເຮົາ​ສະ​ເໜີ​ຂໍ້​ສະ​ໜີ​ຫຍັງ​ແນ່​ໃຫ້​ກັບ​ກະ​ເຈົ້າ.

2. ຊື້​ໃນ​ຖາ​ນະ​ຄົນ​ຜ່ານ​ຮ້ານ (Let users purchase as a guest)

ສະ​ເໜີ​ຕົວ​ເລືອກ​ການ​ຈ່າຍ​ເງິນ​ແບບ​ຜູ່​ຜ່ານ​ທາງ (check out as guest) ແລະ ເຊີນ​ຊວນ​ເຂົາ​ສະ​ໝັກ​ສະ​ມາ​ຊິກ​ເພື່ອ​​ຮັບສິດ​ທິ​ພິ​ເສດ​ທີ່​ໜ້າ​ສົນ​ໃຈ

ເຖິງວ່າ​ເຂົາ​ຈະ​ມາ​ຊຶ້​ເຄື່ອງ​ຢູ່​ເວັບ​ເຮົາ ບາງ​ຄົນ​ເຂົາ​ກໍ​ບໍ່​ມັກ​ຜູກ​ມັດ (ມັກ​ໂສດ) ກັບ​ເວັບ​ນັ້ນ, ບາງ​ເທື່ອ​ຊື້​ມາ​ລອງ​ເບິ່ງ​ກ່ອນ, ຊື້​ເທື່ອ​ດຽວ​ລະ​ກະ​ແລ້ວ ອາດ​ຈະ​ກັບ​ມາ​ຊື້​ອີກ, ບໍ່​ຢາກ​ໃຫ້​ຂໍ້​ມູ​ນ​ສ່ວນ​ໂຕ​ທີ່​ສຳ​ຄັນ. ດັ່ງ​ນັ້ນ, ເຂົາ​ຈຶ່ງບໍ່​ຈຳ​ເປັນ​ຕ້ອງ​ສ້າງ​ບັນ​ຊີ​ກ່ອນ​ຈຶ່ງ​ຈະ​ສາ​ມາດ​ຊື້​ເຄື່ອງ​ໄດ້. ທິດ​ສະ​ດີ​ຂອງ guest check out ກໍ​ຄື: ສະ​ດວ​ກ​ສະ​ບາຍ, ລຽບ​ງ່າຍ ແລະ ງ່າຍ ແລະ ໄວ. ຜູ່​ໃຊ້​ມັກ​ຈະ​ອາ​ລົມ​ເສຍ ເວ​ລາ​ທີ່​ເວັບ​ໄຊ​ບັງ​ຄັບ​ເຂົາ​ໃຫ້​ສະ​ໝັກ​ເປັນ​ສະ​ມາ​ຊິກ​ກ່ອນ ຈຶ່ງ​ສາ​ມາດ​ຊື້​ເຄື່ອງ​ໄດ້ ໂດຍ​ສະ​ເພາະເວັບ​ທີ່ບໍ່​ໄດ້​ບອກ​ກະ​ເຈົ້າ​ວ່າ ສະ​ໝັກ​ແລ້ວ​ເຂົາ​ຈະ​ໄດ້​ສິດ​ທິ​ພິ​ເສດ​ຫ​ຍັງ.

3. ໃຊ້​ຂໍ້​ມູນ​ທີ່​ມີ​ຢູ່​ແລ້ວ​ເພື່​ອ​ເພີ່ມ​ຄວາມ​ສະ​ດວກ​ສະ​ບາຍ​ໃຫ້​ແກ່​ລ​ູກ​ຄ​້າ

ນຳ​ຂໍ້​ມູນ​ທີ່​ທ່ານ​ມີ​ຢູ່​ແລ້ວ​ມາ​ໃຊ້​ໃຫ້​ເປັນ​ປະ​ໂຫຍດ ຫຼື ໃຊ້ບໍ​ລິ​ການ​ຈ່າຍ​ເງິນ​ຈາກ third-party  ເພື່ອອ​ຳ​ນວຍ​ຄວາມ​ສະ​ດວກ​ໃຫ້​ລູກ​ຄ້າ​ຂອງ​ເຮົາ

ເຮົາ​ເຄີຍ​ເຈີ​ບັນ​ຫານີ້ບໍ່ ເວ​ລາ​ທີ່​ເຮົາ check out ແລ້ວ ເຮົາ​ຈະ​ຕ້ອງກອບ​ແບບ​ຟອມ ທັ້ງໆ​ທີ່​ເຮົາ​ເປັນ​ສະ​ມ​າ​ຊິກ​ຢູ່​ແລ້ວ ແລະ ຂໍ້​ມູນ​ກະ​ອັນ​ດ​ຽວ​ກັນ ຫຼື ເວ​ລາ​ທີ່​ຈະ​ຕື່ມ​ທີ່​ຢູ່​ສຳ​ລັບ​ສົ່ງ​ເຄື່ອງ ເຮົາ​ກະ​ມີ​ຢູ່​ແລ້ວ​ຢູ່ບໍ​ລິ​ການ​ຈ່າຍ​ເງິນ third party ທີ່​ເຮົາ​ກຳ​ລັງ​ຈະ​ໃຊ​້​ຈ່າຍ ແລ້ວ​ຍັງ​ຕ້ອງ​ໄດ້​ພິມ​ໃໝ່​ອີກ.

ສຳ​ລັບ​ຜູ່​ລູກ​ຄ​້າ​ຜູ່​ທີ່​ລົງ​ທະ​ບຽນ​ຢູ່​ແລ້ວ ເຮົາ​ກໍ​ສາ​ມາດ​ນຳ​ເອົາ​ຂໍ້​ມູນ​ທີ່​ເຂົາ​ກອບ​ຕອນ​ເຂົ​າ​ລົງ​ທະ​ບຽນ ມາ​ໃຊ້​ເວ​ລາ​ທີ່​ເຂົາ​ຈະ​ຈ່າຍ​ເງິນ ເພື່ອຫຼຸດ​ຜ່ອນ​ເວ​ລາ​ໃນ​ການ​ຈ່າຍ​ເງິນ​ຂອງ​ລູກ​ຄ້າ​ເຮົາ​ລົງ ອີກ​ທັງ​ຍັງຫຼຸດ​ຄວາມ​ຜິດ​ພາດ​ຈາກ​ການ​ພິມ​ນຳ​ອີກ. ສຳ​ລັບ​ຜູ່​ໃຊ້​ທີ່​ຍັງ​ບໍ່​ໄດ້​ລົງ​ທະ​ບຽນ ຫຼື ລົງ​ທະບ​ຽນ​ແລ້ວ ແຕ່​ຂໍ້​ມູນ​ຍັງ​ບໍ່​ຄົບ ເຮົາ​ກໍ່​ສະ​ໜອງບໍ​ລິ​ການ​ຈ່າຍ​ເງິ​ນ​ຈາກ third party ທີ່​ເຂົາ​ອາດ​ຈະ​ມີ​ຂໍ້​ມູນ​ຢູ່​ແລ້ວ​ມາ​ໃຊ້. ຫຼາຍ​ເວັບ​ໄຊ​ຂາຍ​ເຄື່ອງ​ອອນ​ລາຍ ເລີ່ມ​ພາ​ກັນ​ໃຫ້​ບໍ​ລິ​ການ​ຈ່າຍ​ເງິນ​ຜ່ານ​ບໍ​ລິ​ການ third party ​ເພື່ອຫຼຸດ​ຜ່ອນ​ໄລ​ຍະ​ເວ​ລາ​ການກອບ​ຟອມ​ໂດຍ​ສະ​ເພາະ ທີ່​ຢູ່ບ​ອ່ນ​ທີ່​ຈະ​ສົ່ງ​ເຄື່ອງ​ໄປ.

4. Use click-to-call buttons for complex tasks

ການ​ທີ່​ເຮົາສ​ະ​ເໜີປຸ່ມໂທ click-to-call  ​ສາ​ມາດ​ຊ່ວຍ​ລູ​ກຄ້າ​ຂອງ​ເຮົາ​ຈາກການ​ທີ່​ຢຸດ​ໂດຍ​ຕັ້ງ​ໃຈ​ເວ​ລາ​ທີ່​ເວ​ລາ​ທີ່​ເຂົາ​ຕ້ອງ​ໃຫ້​ຂໍ້​ມູນ​ທີ່​ຊັບ​ຊ​້ອນ

ສະ​ເໜີ click-to-call ໃນ​ຊ່ວງ ຫຼື ຂັ້ນ​ຕອນ​ທີ່​ຕ້ອ​ງ​ການ​ປ້ອນ​ຂໍ້​ມູນ​ທີ່​ຊັບ​ຊ້ອນ ແລະ ​ເປັນ​ຂໍ້​ມູນ​ທີສຳ​ຄັນ (ລະ​ອຽດ​ອ່ອນ). ​ຈາກ​ການ​ທົດ​ລອງຜູ່​ຮ່ວມ​ທົດ​ລອງ​ຖື​ວ່າ​ຍິນ​ດີ​ທີ່​ເຂົາ​ຈະ​ໃຊ້​ຕົວ​ເລືອກນີ້​ເພື່ອ​ໂທ​ຫາ ພະ​ແນກ​ການ​ເງິນ ເພື່ອ​ຊ່ວຍ​ໃນ​ການ​ສຳ​ເລັດ​ການ​ທ​ຸ​ລະ​ກຳ​ການ​ເງິນ​ຂອງ​ເຂົາ.

5. Make it easy to finish converting on another device

ສະ​ເໜີ​ຕົວ​ເລືອກ​ໃນ​ການ​ສົ່ງ​ຕໍ່ (ຖ່າຍ​ໂອນ) ກິດ​ຈະ​ກຳ​ຈາກອ​ຸ​ປະ​ກອນ​ໜຶ່ງ​ໄປ​ອີກອ​ຸ​ປະ​ກອນ​ໄດ້​ງ່າຍ ແລະ ສະ​ດວກ​ສະ​ບາຍ ເຊັ່ນ ຜ່ານ email, social sharing ຫຼື ວ່າ ເກັບ​ໄວ້​ໃນ​ກະ​ຕ່າ (save-to-cart)

3.2.4 ການ​ປະ​ກອບ​ຟອມ (Form entry)

1. Streamline information entry

ສະ​ເໜ​ແປ້ນ​ພິມ​ພຽງ​ແຕ່​ຕົວ​ເລກ​ເທົ່າ​ນັ້ນ​ໃຫ້​ກັບ​ຜູ່​ໃຊ້ ກໍ​ລະ​ນີ​ທີ່​ ເຂົາ​ກຳ​ລັງ​ພິມ​ໃນ​ຊ່ອງ​ທີ່​ໃຫ້​ໃສ່​ແຕ່​ໂຕ​ເລກ ແລະ ສືບ​ຕໍ່​ຢ້າຍ​ໄປ​ຕື່ມ​ຊ່ອງ​ຕໍ່​ໄປ​ອັດ​ຕະ​ໂນ​ມັດ​ໃຫ້​ກັບ​ຜູ່​ໃຊ້ຫຼັງ​ຈາກ​ເຂົ​າ​ກອບ​ຂໍ້​ມູນ​ແລ້ວ

2. ເລືອກ​ໂຕ​ປ້ອນ​ທີ່​ງ່າຍ​ທີ​ສຸດ​ໃນ​ແຕ່​ລະ​ຊ່ອງ (Choose the simplest input method for each task)

ໃສ່​ຕົວ​ເລືອກ​ເລື່ອນ-ຂຶ້ນ-ເລື່ອນ-ລົງ ເມ​ນູ ເພື່ອ​ໃຫ້​ຜູ່​ໃຊ້​ງານ​ງ່າຍ​ໃນ​ການ​ກອບ ແລະ ຕ້ອງ​ໝັ້ນ​ໃຈ​ວ່າ ເມ​ນູ ດັ່ງ​ກ່າວ ຕ້ອງ​ກົດ​ງ່າຍ

ເມື່ອ​ຜູ່​ໃຊ້​ງານ​ຕ້ອງ​ການ​ເລືອກ​ຕົວ​ເລືອກ​ທີ່​ຈຳ​ກັດ ວິ​ທີ​ທີ່​ງ່າຍ​ທີ່​ສຸດ​ສຳ​ລັບ​ເຂົາ​ກໍ​ຄື ການ​ກົດ​ຈາກ​ເມນ​ູ drop-down ເຊັ່ນ ການ​ເລືອກ ວັນທີ, ເດືອນ, ປີ, ເພດ ເປັນ​ຕົ້ນ.

3. ສະ​ເໜີຮູບປະ​ຕິ​ທິນ​ເວ​ລາ​ເລືອກມື້, ເລືອກ​ຍາມ (Provide a visual calendar when selecting dates)

ສະ​ເໜີ​ຮູບ​ປະ​ຕິ​ທິນ ແລະ ວິ​ທີ​ການ​ນຳ​ໃຊ້​ໃຫ້​ຊັດ​ເຈນ ເວ​ລາ​ທີ່​ຜູ່​ໃຊ້​ເຮົາ​ຢູ່​ຂັ້ນ​ຕອນ​ການ​ເລືອກມື້

ປົກ​ກະ​ຕິ​ແລ້ວ ຜູ່​ໃຊ້​ງານ​ຈະ​ເລືອກ​ລືມມື້​ໃນ​ອາ​ທິດ​ຕໍ່​ໄປ ເວ​ລາ​ທີ່​ຕົນ​ເອງ​ກຳ​ລັງ​ຈອງ​ປີ້​ຍົນ​ຢູ່. ສະ​ເໜີ​ຮູບ​ປະ​ຕິ​ທິນ​ໃຫ້​ຜູ່​ໃຊ້​ງານ​ຂອງ​ເຮົາ ເພື່ອ​ທີ່​ເຂົາ​ຈະ​ບໍ່​ໄດ້​ເສຍ​ວ່າ​ລາ ງ​ວກ​ໄປ​ເບິ່ງ​ປະ​ຕິ​ທິນ. ເພື່ອບໍ່​ໃຫ້​ເກີດ​ຄວາມ​ສັບ​ສົນ ໂດຍ​​ລະ​ບຸ​ສຳ​ລັບ​ມຶ້​ເລີ່ມ​ຕົ້ນ ແລະ ມື້​ສິ້ນ​ສຸດ​​ໃຫ້ຊັ​ດ​ເຈນ.

4. ຫຼ​ຸດ​ຜ່ອນ​ຈຳ​ນວນ​ການ​ປ້ອນ​ຟອມ​ຜິດ​ພາດ​ໂດຍ​ການຕິດ​ປ້າຍ​ກຳ​ກັບ ແລະ ການກວດ​ສອບ​ທັນ​ທີ່​ທັນ​ໃດ (Minimize form errors with labeling and real-time validation)

ໃຊ້​ປ້າຍ​ກຳ​ກັບ​ໝວດ​ໝູ່​ໃຫ້​ຊັດ​ເຈນ ເພື່ອບອກ​ໃຫ້​ຜູ່​ໃຊ້​ຮູ້​ວ່າ​ເຮົາ​ກຳ​ລັງ​ຕ້ອງ​ກາ​ນ​ຫຍັງ ກຳ​ລັງ​ຖາມ​ຄຳ​ຖາມ​ກ່ຽວ​ກັບ​ຫຍັງ​ຢູ່ ແລະ ກວດ​ສອບ​ຂໍ້​ຜິດ​ພາດ​ຈາກ​ກ​ການ​ປ້ອນ​ຟອມ​ທັນ​ທີ​ທັນ​ໃດ ເພື່ອ​ໃຫ້​ຜູ່​ໃຊ້​ຮູ້​ວ່າ ຟອມບໍ່​ຜ່ານ ກ່ອນ​ເຂົ​າ​ກົດ​ສົ່ງ

5. Design efficient forms

ຫຼ​ຸດ​ຈຳ​ນວນ​ຈຳ​ນວນ​ຊ່ວງ​ປ້ອນ​ຟອມ​ຂອງ​ທ່ານ​ລົງ ແລະ ໃຊ້ auto-fill information ໃນ​ບ່ອນ​ທີ່​ເປັນ​ໄປ​ໄດ້. ໃຊ້ໂຕ​ບົ່ງ​ບອກວ່າ​ຜູ່​ໃຊ້​ເຮັດ​ຮອດ​ຂັ້ນ​ຕອນ​ໃດ​ແນ່​ແລ້ວ ເພື່ອ​ຊ່ວຍ​ໃຫ້​ກະ​ເຈົ້າ​ປະ​ກອບ​ຟອມ​ຂອງ​ເຮົາ​ໃຫ້​ງ່າຍ​ຂຶ້ນ ເວ​ລາ​ທີ່​ເຮົາ​ໃຊ້​ຟອມຫຼາຍໆ​ຟອມ.

3.2.5 Usability and form factor

1. Optimize your entire site for mobile

ເວັບ​ຂອງ​ທ່ານ​ຈະ​ໃຊ້​ງ່າຍ​ຂຶ້ນ​ຫາກ​ໜ້າ​ເວັບ​ຂອງ​ທ່ານ​ທ​ຸກ​ໜ້າ​ອອກ​ແບບ​ເພື່ອ​ໃຊ້​ງານ​ກັບ​ໜ້​າ​ຈໍ​ໂທ​ລະ​ສັບ

ຜູ່​ໃຊ້​ງານ​ຈະກົດ​ນັ້ນ​ກົດ​ນີ້​ງ່າຍ​ກ່​ວາ​ຖ້າ​ໃຊ້​ເວັບ​ທີ່​ປັບ​ປຸງ​ປະ​ສິດ​ຕິ​ພາບ​ສຳ​ລັບ​ໂທ​ລະ​ສັບ ຫຼາຍ​ກ່​ວາ ການ​ທີ່​ເຂົາ​ໃຊ້​ເວັບ​ສຳ​ລັບ Desktop ຢູ່​ໂທ​ລະ​ສັບ. ນອກນັ້ກ, ເວັບ​ທີ່​ປະ​ສົມ​ປະ​ສານ​ກັນ​ລະ​ຫວ່າງ​ໂທ​ລະ​ສັບ ແລະ desktop ຈະ​ໃຊ້​ຍາກ​ກ່​ວາ.

2. ຫ້າ​ມ​ໃຫ້​ຜູ່​ໃຊ້​ຈີບນິ້ວ​ອອກ​ເພື່ອ​ຂະ​ຫຍາຍ (Don’t make user pinch to zoom)

ຜູ່​ເຂົ້າ​ຊົມ​ອາດ​ຈະ​ບໍ່​ເຫັນ calls-to-action ຫຼື ຂໍ້​ຄວາມ​ທີ່​ສຳ​ຄັນ ຖ້າ​ເຂົາ​ຊູມ​ເຂົ້າ​ຊູມ​ອອກໜ້າ​ຈໍ

3. ເຮັດ​ໃຫ້​ຮູບ​ສາ​ມາດ​ຂະ​ຫຍາຍ​ໄດ້ (Make product images expandable)

ໃສ່​ຮູບ​ທີ່​ມີ​ຄວາມ​ລະ​ອຽດ​ສູງ​​ນຳສຳ​ລັບ​ຮູບ​ທີ່​ສຳ​ຄັນ ເຊັ່ນ ຮູບ​ສິນ​ຄ້າ

4. ບອກ​ຜູ່​ໃຊ້​ງານ​ວ່າ​ໜ້າ​ຈໍ​ໃດ​ເວັບ​ເຮົາ​ສະ​ແດງ​ໄດ້​ດີ​ທີ່​ສຸດ (Tell users which screen orientation works best)

ບອກ​ຜ​ູ່​ໃຊ້​ງານ​ໃນ​ກໍ​ລະ​ນີ​ທີ່​ເນື້ອ​ຫາ​ຂອງ​ເຮົາ​ສະ​ແດງ​ຜົນ​ໄດ້​ດີ​ໃນ​ກໍ​ລະ​ນີ​ໃດ (ລວງ​ຕັ້ງ-ລວງ​ຂວາງ) ແຕ່​ຕ້ອງ​ໝັ້ນ​ໃຈ​ວ່າ calls-to-action ຂອງ​ເຮົາ​ຈະ​ບໍ່​ເປັນ​ຫຍັງ ເຖິງ​ເຂົາ​ຈະ​ບໍ່​ເຮັດ​ຕາມ​ທີ່​ເຮົາ​ຂໍ

5. Keep your user in a single browser window

ເຮົາ​ຕ້ອງ​ໝັ້ນ​ໃຈ​ວ່າເວ​ລາ​ທີ່ຜູ່​ໃຊ້​ເຮົາກົດ calls-to-action ແລ້ວ​ໄປ​ໜ້າ​ຕ່າງ​ໃໝ່ ເພາະ​ບາງ​ຜູ່​ໃຊ້​ງານ​ອາດ​ຈະ​ບໍ່​ມັກ​ເວ​ລາ​ທີ່​ປ່ຽນ​ໜ້າ​ຕ່າງ​ໄປ​ມາ

6. Avoid “full site” labeling

ເພື່ອ​ໃຫ້ປະ​ສົບ​ການ​ຜູ່​ໃຊ້​ງານ​ຂອງ​ເຮົາ​ບໍ່​ປ່ຽນ​ເວ​ລາ​ທີ່​ເຂົ​າ​ປ່ຽນ​ການ​ສະ​ແດງ​ຜົນ​ຂອງ​ເວັ​ໄຊ ເຮົາ​ຄວນ​ຈະ​ໃຊ້​ຄຳ​ວ່າ “desktop” ແທນ​ຄຳ “full” ເພື່ອ​ແກ້​ໄຂ​ສະ​ຖາ​ນະ​ການ​ທີ່​ວ່າ ເຂົາ​ຈະ​ເຂົ້າ​ໃຈ​ຜິດ​ວ່າ ປະ​ສົບ​ການ​ໃຊ້​ງານ “full site” (=>”desktop site”) ຕ່າງ​ຈາກ “mobile site”

7. ຕ້ອງ​ອະ​ທິ​ບາຍ​ໃຫ້​ກະ​ຈ່າງ​ແຈ້ງວ່າ​ເຮົາ​ຂໍ​ທີ່​ຕັ້ງ​ຂອງ​ຜູ່​ໃຊ້​ງານ​ເພື່ອ​ຫຍັງ (Be clear why you need a user’s location)

ເຮົາ​ຈະ​ຕ້ອງບອກ​ຜູ່​ໃຊ້​ງານ​ຂອງ​ເຮົາ​ວ່າ ເປັນ​ຫຍັງ​ເຮົາ​ຕ້ອງ​ຂໍ​ທີ່​ຕັ້ງ​ຂອງ​ກະ​ເຈົ້າ ແລະ ຂໍ້​ມູນ​ທີ່​ເຮົາ​ຂໍ​ໄປ​ນັ້ນ ຈະ​ໄປ​ຊ່ວຍ​ປະ​ສົບ​ການ​ຂອງ​ເຂົາ​ດີ​ຂຶ້ນ​ແນວ​ໃດ

3.3 ທົດ​ສອບ ແລະ ວັດ​ຜົນ​ຄວາມ​ສຳ​ເລັດ (Testing and measuring success)

ທຸກໆ​ຄົນ​ທີ່​ເປັນ​ຜູ່​ສ້າງ​ເນື້ອ​ຫາ (content create) ຫຼື ນັກ​ອອກ​ແບບ​ປະ​ສົບ​ການ​ການ​ໃຊ້​ງານ​ເວັບ​ໄຊ ສາ​ມາດ​ນຳ​ຜົນ​ປະ​ໂຫຍດ​ຈາກ​ການ​ທົດ​ສອບ​ໄປ​ໃຊ້​ໄດ້. ນັກ​ການ​ຕະຫຼາດ​ສາ​ມາ​ດ​ສ້າງ​ການ​ທົດ​ລອງ​ໃນ​ໜ້າ landing page ເພື່ອ​ເບິ່ງວ່າ​ມັນ​ໄດ້​ເພີ່ມ​ການ​ປະ​ຕິສຳ​ພັນຫຼາຍ​ຂຶ້ນບໍ່ (conversion), ຜູ່​ຂາຍ​ເນື້ອ​ຫາ​ສາ​ມາດ​ທົດ​ສອບໄດ້​ວ່າ​ການ​ປ່ຽນ​ໂຄງ​ສ້າງ (layout) ຈະ​ເຮັດ​ໃຫ້​​ຢູ່​ດົນ​ຂຶ້ນບໍ່, ນັກ​ບໍ​ລິ​ຫານ​ຈັດ​ການ​ສື່​ອອນ​ລາຍ (social media manager) ສາ​ມາດ​ທົດ​ລອງວ່າ​ຄ​ວາມ​ແຕ່​ກຕ່າງຍຸດ​ທະ​ສາດ​ການ​ຂອງ​ແຊ (sharing) ແລະ ນັກ​ພັດ​ທະ​ນາ ແລະ ນັກ​ອອ​ກ​ແບບສ​າ​ມາ​ດ​ທົດ​ສອບ​ການອອ​ກ​ແບບ​ເວັບ​ໄຊ​ໃໝ່​ໄດ້. ເຮົາ​ຈະ​ມາ​ເບິ່ງວ່າ ວິ​ທີ​ການ​ທົດ​ສອບຄວາ​ມ​ສາ​ມາດ (feature) ຂອງ UX ຈະ​ເຮັດ​ໄດ້​ດີ​ສ່ຳ​ໃດ, ຮຽນ​ຮູ້​ວ່າ​ເຮົາ​ຈະ​ວິ​ເຄາະ​ຂໍ້​ມູນ​ຈາກ​ການ​ອັບ​ປ​ຸງ UX ແນວ​ໃດ​ແນ່ ແລະ ຮຽນ​ຮູ້​ວິ​ທີ​ວັດ​ຜົນ​ສ​ຳ​ເລັດ​ດ້ວຍ Google Analytics.

 3.3.1 A/B Testing

A/B Testing (A/B/n test) ແມ່ນ​ຫຍັງ?

ແມ່ນ​ການ​ທົດ​ສອບ​ທີ່​ສຸ່ມ​ການ​ທົດ​ລອງ​ຂອງ​ເຮົາ​ມາ​ທົດ​ສອບ​ກັນ ໂດຍ​ການ​ທົດ​ລອງນີ້​ຈະໃຊ້​ຕົ​ວ​ປ່ຽນ ສອງ​ຕົວ​ຂຶ້ນ​ໄປ ໃນ​ການ​ທົດ​ລອງ​ກັບ​ຕົວ​ຢ່າງ​ດຽວ (ໜ້າ​ເວັບ​ດຽວ). ຕົວ​ປ່ຽນ A ຈະ​ເປັນ​ຕົວ​ປ່ຽນ​ທີ່ບໍ່​ມີ​ການ​ປ່ຽນ​ແປງ​ຫຍັງ  ແລະ ຕົວ​ປ່ຽນ B ຈະ​ເປັນ​ຕົວ​ປ່ຽນ​ທີ່​ເຮົາ​ຈ​ະ​ໃຊ້​ໃນ​ໄອ​ເດຍ​ໃໝ່​ເຮົາ ທີ່​ຖືກ​ປັບ​ປ່ຽນ​ຈາກ​ຕົ້ນ​ສະ​ບັບ.

ຕົວ​ຢ່າງ​ການ​ທົດ​ສອບ A/B ເຮົາ​ມີ​ຕົວ​ປ່ຽນ​ຢູ່ 2 ຕົວ​ຄື. ຕົ​ວ​ປ່ຽນ A ແມ່ນ​ໃຊ້​ຮູບ​ສີ​ຟ້າ ແລະ ຕົວ​ປ່ຽນ B ໃຊ້​ຮູບ​ສີ​ແດງ.

ສຳ​ລັບ​ເຄື່ອງ​ມື​ທີ່​ໃຊ້​ໃນ​ການ​ທົດ​ສອງ A/B ເຮົາ​ສາ​ມາດ​ໃຊ້​ເຄື່ອງ​ມື​ບໍ່​ເສຍ​ເງິນ​ກະ​ໄດ້​ຈາກ Google ຊື່​ວ່າ Google Optimize

3.3.2 ໃຊ້ Google Analytics

ສຳ​ລັບ​ຜູ່​ເຮັດ​ເວັບ​ໄຊ​ສ່ວນຫຼາຍໜ້າ​ຈະ​ຄຸ້ນ​ຫູ​ກັນ​ກັບ Google Analytics ເຊິ່ງ​ເປັນ​ເຄື່ອງ​ມື​ທີ່​ໃຊ້​ວັດ​ສະ​ຖິ​ຕິ​ຕ່າງໆ​ກ່ຽວ​ກັບ​ເວັບ​ເຮົາ ເຊັ່ນ: ສະ​ຖິ​ຕິ​ການ​ໃຊ້​ປະ​ຈຸ​ບັນ, ພຶດ​ຕິ​ກຳ​ຂອງ​ຜູ່​ໃຊ້, ຊ່ອງ​ທາງ​ທີ່​ຜູ່​ໃຊ້​ເຂົ້າ​ມາ​ເວັບ​ເຮົາ, ຜູ່​ເຂົ້າ​ຊົມ ເປັນ​ຕົ້​ນ.

 

ຂອບ​ໃຈ​ຂໍ້​ມ​ູນ​ຈາກ Mobile Site Assessment Guideline | Google Partners