Module 1: ແນະ​ນຳເວັບ​ສຳ​ລັບໂທ​ລະ​ສັບ ແລະ ເປັນ​ຫຍັງ​ຄື​ສຳ​ຄ

ເຮົາ​ຈະ​ໄດ້​ຮຽນ​ຮູ້​ຫຍັງ​ແນ່​ຈາກ module ນີ້?

ໃນ​ປະ​ຈຸ​ປັນ ເຮົາ​ຈະ​ສັງ​ເກດ​ເຫັນ​ວ່າ​ພຶດ​ຕິ​ກຳ​ການ​ເຂົ້າ​ເວັບ​ຂອງ​ຜູ່​ໃຊ້​ແມ່​ນ​ປ່ຽນ​ໄປ ຫຼັງ​ຈາກ​ທີ່ smart phone ໄດ້​ເຂົ້າ​ມາ ແລະ ໃຜໆ​ກໍ່​ເປັນ​ເຈົ້າ​ຂອງ​ມັນ​ໄດ້. ພຶດ​ຕິ​ກຳ​ການ​ເຂົ້າ​ເວັບ​ໄຊ​ຂອງ​ເຮົາ​ປ່ຽນ​ໄປ​ກໍ​ຄື ແຕ່ກີ້​ແຕ່​ກ່ອນແມ່ນເຮົາ​ມັກ​ຈະ​ເຂົ້າ​ເວັບ​ໄຊ​ຜ່ານຄອມ​ພິວ​ເຕີ​ຕັ້ງ​ໂຕ​ະ (Desktop) ແຕ່​ວ່າ ເມື່ອ​ຄົນ​ເຮົາ​ໃຊ້​ເວ​ລາ​ຢູ່​ກັບ​ໂທ​ລະ​ສັບ​ຂອງ​ຕົນ​ເອງຫຼາຍ​ຂຶ້ນ ເຂ່ຍ​ໄປ​ເຂ່ຍ​ມາ, ການ​ທີ່​ເຮົາ ຜູ່​ທີ່​ເປັນ web developer ຈະ​ຕ້ອງ​ໄດ້​ຕື່ນ​ໂຕ ແລະ ຖື​ເອົາ​ການ​ເຮັດ​ເວັບ​ໄຊ​ສຳ​ລັບ​ໂທ​ລະ​ສັບ​ເປັນ​ເປົ້າ​ໝາຍ​ທີ່​ສຳ​ຄັນ​. ຖ້າ​ເວັບ​ຂອງ​ທ່ານ​ໂຫຼດ​ຊ້າຫຼາຍ, ຜູ່​ໃຊ້​ງານ​ຂອງ​ທ່ານ​ກໍ່​ຈະຫຼຸດ​ລົງ. ກົງ​ກັນ​ຂ້າມ, ຖ້າ​ເວັບ​ທ່ານ​ໂຫຼດ​ໄວ ແຕ່​ວ່າການ​ອອກ​ແບບ UX (User Experience) ບໍ່​ດີ ເຮັດ​ໃຫ້​ຜູ່​ໃຊ້​ງານ​ສັ​ບ​ສົນ. ໃນ​ໂລ​ກ​ທີ່​ໂທ​ລະ​ສັບ​ເປັນ​ຜູ່​ນຳ​ນີ້ ຄວາມ​ຄາດ​ຫຍັງ​ຂອງ​ຜູ່​ໃຊ້​ງານ​ແມ່ນ​ສູງ, ດັ່ງ​ນັ້ນ ມັນ​ຈຶ່ງ​ສຳ​ຄັນ​ທີ່​ເຮົາ​ຈະ​ຕ້ອງ​ເຂົ້າ​ໃຈ​ຄວາມ​ໄວ​ຂອງ​ເວັບ​ສຳ​ລັບ​ໂທ​ສະ​ສັບ ແລະ UX ຂອງ​ມັນ.

1.1 ພື້ນ​ຖານ​ຂອງ​ເວັບ​ໄຊ​ສຳ​ລັບ​ໂທ​ລະ​ສັບ

ເມື່ອ​ເຮົາ​ເວົ້າ​ເຖິງເວັບ​ໄຊ​ສຳ​ລັບ​ໂທ​ລະ​ສັບ​ແນ່ນອນ​ວ່າ​ມັນ​ສາ​ມາດ​ເຂົ້າ​ເຖິງ​ໄດ້​ຜ່ານ​ web browser ຢູ່​ໂທ​ລະ​ສັບ​ມື​ຖື​ເຊັ່ນ: Chrome, Firefox, Safari ແລະ ອື່ນໆ, ມັນ​ບໍ່​ຈຳ​ເປັນ​ຕ້ອງ​ໂຫຼດ ຫຼື ຖືກ​ຕິດ​ຕັ້ງ​ໃນ​ໂທ​ລະ​ສັ​ບ​ມື​ຖື.

ເປັນ​ຫຍັງ​ຜູ່​ໃຊ້​ງານ​ຈຶ່ງ​ເຂົ້າ​ເວັບ​ໄຊ​ສຳ​ລັບ​ໂທ​ລະ​ສັບ?

  • ມັນ​ງ່າຍ​ທີ່​ຈະ​ຖືກ​ພົບ​ເຫັນ (Easy to discover): ຍ້​ອນ​ຄົນ​ເຂົ້າ​ເວັບ​ຜ່ານ​ມື​ຖືຫຼາຍ​ກ່​ວາ ເວັບ​ມື​ຖື​ຈຶ່ງ​ມີ​ໂອ​ກາດ​ຖືກ​ພົບ​ເຫັນ​ງ່າຍ​ກ່​ວາ.
  • ເບົາ (Lightweight): ບໍ່​ຕ້ອງ​ການ​ຄວາມ​ຈຳ​ໃນ​ຂອງ​ອຸ​ປະ​ກອນ​ສຳ​ລັບ​ຕິດ​ຕັ້ງ.
  • ຄຸ້ນ​ເຄີຍ (Intuitive): ຜູ່​ໃຊ້​ງານ​ມີ​ຄ​ວາມ​ຄຸ​້ນ​ເຄີຍ​ກັບ​ການ​ເຂົ້າ​ເວັບ​ໄຊ​ມາ​ກ່ອນ ໂດຍ​ສະ​ເພາະ ຮູ້​ຈັກ​ວິ​ທີ​ການ​ເຮັດ​ວຽກ​ຂອງ​ເວັບ​ໄຊ.

​ທ່ານ​ຈະ​ໄດ້​ຮັບ​ຜົນ​ປະ​ໂຫຍດ​ຫຍັງ​ແນ່​ຕໍ່​ທຸ​ລະ​ກິດ​ຂອງ​ທ່ານ​ຈາກ​ເວັ​ບ​ໄຊ​ສຳ​ລັບ​ໂທ​ລະ​ສັບ?

  • ສ້າງ​ເທື່ອ​ດຽວ, ໃຊ້​ໄດ້​ທ​ຸກ​ບ່ອນ (build once, run everywhere) ເວັບ​ສຳ​ລັ​ບ​ໂທ​ລະ​ສັບ​ສາ​ມາດ​ໃຊ້​ງານ​ໄດ້​ຂ້າມລະ​ບົບ​ປະ​ຕິ​ບັດ​ການ (platform) ເຊັ່ນ iOS, Android  ແລະ ລະ​ບົບ​ປະ​ຕິ​ບັດ​ການ​ອື່ນໆ​ຜ່ານ​ການ​ເຊື່ອ​ມ​ຕໍ່​ຜ່ານ web browser.
  • ມີ​ຄ​ວາມ​ສາ​ມາດ​ໃນ​ການ​ດັດ​ແປງ (adaptability) ທ່ານ​ສາ​ມາດ​ສ້າງ​ເວັບ​ໄຊ​ແບບ responsive ເພື່ອ​ແກ້​ບັນ​ຫາ​ຂະ​ໜາ​ດ​ໜ້າ​ຈໍ​ລະ​ຫວ່າງ​ໂທ​ລະ​ສັບ (phone) ແລະ ແທັບ​ເລັດ​ (tablet) ໄດ້ ໂດຍບໍ່​ຈຳ​ເປັນ​ຕ້ອງ​ເຮັດ​ສອງ​ເວ​ັ​ບ​ໄຊ​ທີ່​ຮອງ​ຮັບ​ແຕ່​ລະ​ອ​ຸ​ປະ​ກອນ.
  • ໃຊ້​ເວ​ລາ​ສັ້ນ​ໃນ​ການ​ພັດ​ທະ​ນາ (shorten development timelines) ເວັບ​ສຳ​ລັບ​ໂທ​ລະ​ສັບ​ເຮັດ​ໃຫ້​ງ່າຍ​ຕໍ່​ການ​ອັບ​ເດດ (ຜູ່​ໃຊ້​ບໍ່​ຈຳ​ເປັນ​ຕ້ອງ​ກົດ​ຍອມ​ຮັບ​ເພື່ອ​ອັບ​ເດດ ຫຼື ຕິດ​ຕັ້ງ​ການ​ອັບ​ເດດ​ໃດໆ)
  • ຕົ້ນ​ທຶນ​ໃນ​ການ​ພັດ​ທະ​ນາ​ຕ່ຳ (Lower development cost) ໂດຍ​ທົ່ວ​ໄປ​ແລ້ວ​ການ​ສ້າງ​ເວັບ​ໄຊ​ສຳ​ລັບ​ມື​ຖື ແມ່ນ​ຖືກ​ກ່​ວາ ເພາະ​ຂຽນ​ບາດ​ດຽ​ວ​ຈົບ ແລະ ໃຊ້​ແຕ່​ພາ​ສາ​ດຽວ (HTML).
  • ເວັບ​ເປີດ​ກ້​ວາງ​ສຳ​ລັບ​ທຸກ​ຄົນ (web is open for all)
  • ງ່າຍ​ຕໍ່​ການ​ຕິດ​ຕາມ (Tracking is simpler)

1.2.1 ຄ​ວາມ​ຄາດ​ຫວັງ​ຂອງ​ຜູ່​ໃຊ້​ງານ

ປະ​ຈຸ​ບັນ​ປະ​ສົບ​ການ​ຜູ່​ໃຊ້​ງານ (UX) ຢູ່​ໂທ​ລະ​ສັບ​ມື​ຖື​ແມ່ນ​ຖື​ວ່າ ບໍ່​ມີ​ຫຍັງ​ເລີຍ (broken) ການ​ທີ່​ເວັບ​ໃຊ້​ເວ​ລາ​ໂຫຼດ​ດົນ​ກ່​ວາ​ປົກ​ກະ​ຕິ ເປັນ​ສາ​ເຫດ​ເຮັດ​ໃຫ້​ອັດ​ຕາ​ຂອງ​ຜູ່​ໃຊ້​ງານ​ອອກ​ຈາກ​ເວັບ​ເຮົາ​ສູງ​ຂຶ້ນ (high bounce rate), ການ​ຂາດ​ປະ​ສິ​ຕິພາບ​ໃນ​ການ render ແລະ animation ເຮັດ​ໃຫ້​ສັບ​ສົນ​ຕໍ່​ການ​ໃຊ້​ງານ ແລະ ຂາດ​ຄວາມ​ຄ່ອງ​ຂອງ​ຂັ້ນ​ຕອນ​ການ checkout ເຮັດ​ໃຫ້​ຜູ່​ໃຊ້​ລຳ​ຄານ. ຖ້າຫຼຸດ​ເວ​ລາ​ຂອງ​ຜູ່​ໃຊ້​ທີ່​ຈະ​ຕ້ອງ​ເບິ່ງ​ ຈໍ​ຂາ​ວໆ​ບໍ່​ມີ​ຫຍັງ ຈະ​ຊ່ວຍ​ໃຫ້​ເຂົາ​ມີ​ສ່ວນ​ຮ່ວມ​ກັບ​ເວັບ​ໄຊ​ທ່ານຫຼາຍ​ຂຶ້ນ ເຊິ່ງ​ສິ່ງນີ້​ຈະ​ເພີ່ມ​ມູນ​ຄ່າ​ຂອງຜູ່​ໃຊ້​ງານ​ຕໍ່​ການ​ເຂົ້າ​ເບິ່ງໜຶ່ງ​ຄັ້ງ ເພີ່​ມ​ຂຶ້ນ​ຕື່​ມ​ອີກ.

ຫຼັງ​ຈາກ​ທີ່​ທ່ານ​ເຫັນ​ບັນ​ຫາ​ແລ້ວ ນີ້​ລະ​ເປັນ​ຫຍັງຫຼາຍ​ຄົນ​ຈຶ່​ງ​ເລີ່ມ​ສົນ​ໃຈ mWeb ຫຼາຍ​ຂຶ້ນເຊັ່ນ AMP (Accelerated Mobile Pages, PWA (Progressive Web Apps). ປະ​ສິດ​​ຕິພາບບໍ່​ເປັນ​ພຽງ​ແຕ່​ສິ່ງ​ດຽວ​ທີ່​ນັກ​ພັດ​ທະ​ນາ​ທັງຫຼາຍກ​ັງ​ວົນ ແຕ່ ການ​ອອກ​ແບບ​ຄວາມ​ສາ​ມາດ​ທີ່​ຈ​ຳ​ເປັນ​ກໍ່​ເປັນ​ສິ່ງ​ສຳ​ຄັນ​ທີ່​ຕ້ອງ​ຄຳ​ນຶງ​ຄື​ກັນ. ເວັບ​ໄຊ​ທີ່​ອອກ​ແບບ​ສວຍງ​າມ​ແຕ່​ວ່າ​ພັດ​ມີ​ປະ​ສິດ​ຕິ​ພາບ​ທີ່​ຕ່ຳ​ກະ​ບໍ່​ໄດ້​ເອີ້ນ​ວ່າ​ເປັນ​ການ ເຮັດ​ເວ​ັ​ບ​ທີ່​ດີ​ໄດ້, ຍົກ​ເວັ້ນ​ແຕ່​ວ່າ ອອກ​ແບບ​ງາມ​ແຕ່​ການ​ອອກ​ແບບນັ້ນ​ສາ​ມາດ​ຕອບ​ໂຈດ​ແນວ​ທາງ​ຂອງ​ຜູ່​ໃຊ້​ງານ​ໄດ້.

ນັກ​ພັດ​ທະ​ນາ​ເວັບ​ໃຊ້​ສ່ວນຫຼາຍ​ແມ່ນ​ກຳ​ລັງ​ພົບ​ບັນ​ຫາ​ກັບ​ເວັບ​ໄຊ​ທີ່ ຕຸ້ຍ​ເກີນ​ໄປ (obesity) ຫຼື ຖ້າ​ເວົ້າ​ໃນ​ທາງ​ເຕັກ​ນິກ​ແລ້ວ​ກໍ​ຄື ເວັບ​ໄຊ​ທີ່​ໜັກ​ເກີນ​ໄປ​ນັ້ນເອງ (ບໍ່​ໃຫ້​ວ່າ​ຫຍັງ​ກັບ​ເວັບ ຄົນ​ກະ​ຍັງ​ເຈີ​ກັບ​ບັນ​ຫາ​ຕຸ້ຍ​ຂຶ້ນ​ຄື​ກັນໂດຍ​ສະ​ເພາະ​ຜູ່​ຍິງ ຈຸໆ) ອີງ​ຕາມ​ຂໍ້​ມູນ​ຈາກ Mobile HTTP Archive  ຂະ​ໜາດ​ສະ​ເລ່ຍ​ຂອງ​ໜ້​າ​ຂອງ​ເວັບ​ໄຊ​ທີ່​ຖືກ​ເປີດ​ຢູ່​ອຸ​ປະ​ກອນ​ມື​ຖື​ແມ່ນ​ມີ​ຂະ​ໜາດ​ໃຫຍ່​ຫຼາຍ​ເກືອບໆ 2MB ແລະ ຍັງ​ບໍ່​ລວມ​ເນື້ອ​ຫາ​ອື່ນໆ​ອີກທີ່​ຍັງ​ບໍ່​ໄດ້​ເອົາ​ມາ​ໄລ່​ເຂົ້າ​ນຳ​ເຊັ່ນ (unprecedented number of resource) ຮູບ​ພາບ, ວີ​ດີ​ໂອ, script ແລະ ສ່ວນ​ອື່ນໆ​ຂອງ​ໜ້າ​ເວບ​ໄຊ (page component) ແລະ ເຊັ່ນ​ດຽວ​ກັນ​ກັບຈຳ​ນວນ​ການ redirect.

ໃນ​ປີ 2011 ຂະ​ໜາດ​ໜ້າ​ເວັບ​ສະ​ເລ​່ຍ​ທີ່​ຖືກ​ເປີດ​ຢູ່​ໂທ​ລະ​ສັບ​ມີ​ຂະ​ໜາດ​ຢູ່ປະ​ມານ 390 KB ເຊິ່ງ​ຂະ​ໜາດ​ດັ່ງ​ກ່າວ ຖ້າ​ທຽບ​ກັບ​ສະ​ໄໝ​ນັ້ນ​ແລ້ວ ມັນ​ກໍ່​ຍັງ​ຖື​ວ່​າ​ເປັນ​ຂະ​ໜາດ​ທີ່​ໃຫຍ່​ຢູ່. ຖ້າ​ທຽບ​ໃສ່​ຂະ​ໜາດ​ຂອງ​ເວັ​ບ​ໄຊ​ປະ​ຈຸ​ບັນ​ແມ່ນ​ມີ​ຂະ​ໜາດ​ໃຫຍ່​ກ່​ວານັ້ນ​ເຖິງ 5 ເທົ່າ ພ​ຸ້ນ​ລະ.

ນອກນັ້​ນຈາກນີ້, ພຶດ​ຕິ​ກຳ​ຂອງ​ຜູ່​ໃຊ້​ມື​ຖືແມ່ນ ມັກເບິ່ງ​ເນື້ອຫາ​ທີ່ມີ​ຂະ​ໜາດ​ໃຫຍ່ (rich content) ເຊັ່ນ ວີ​ດີ​ໂອ ເປັນ​ຕົ້​ນ. ຍິ່ງ​ໄປ​ກ່​ວານັ້ນ ບັນ​ດາ​ຜູ​່​ໃຫ້​ບໍ​ລິ​ການ​ເຄື່ອ​ຂ່າຍ​ໂທ​ລະ​ສັບ​ມື​ຖື​ບາງ​ເທື່ອ​ຊັບ​ພະ​ຍາ​ກອນ​ມີ​​ຈຳ​ນວນຈຳ​ກັດ​(ເຊັ່ນ: ຈຳ​ກັດ​ການ​ໃຊ້​ງານ (network throttling), ​ລົງ​ທຶນ​ໃນ​ໂຄງ​ລ່າງ​ພື້​ນ​ຖານ​ໜ້ອຍ) ແລະ ​ຜູ່​ໃຫ້​ບໍ​ລິ​ການ​ມັກ​ຈະ​ບໍ່​ສະ​ໜອງ​ໃຫ້​ຕາມ​ການ​ຄວາມ​ຕ້ອງ​ການ ຫຼື ເວົ້າ​ແບບ​ພາ​ສາ​ເວົ້າ​ກັນ​ກະ​ຄື ຜູ່​ໃຊ້​ງານ​ສະ​ເໜີ ແຕ່​ຜູ່​ໃຫ້​ບໍ​ລີ​ການບໍ່​ສະ​ໜອງ ຫຼື ເວົ້​າ​ອີກ​ແນວ​ໜຶ່ງວ່າ ອຸ​ປະ​ທານບໍ່​ໄປ​ຕາມ​ອຸ​ປະ​ສົງ.

ຈາກບັນ​ຫາ​ດັ່ງ​ກ່າວ ຜູ່​ໃຊ້​ງານ​ກໍ​ເລີຍ​ມັກ​ຈະ​ອອກ​ຈາກ​ໜ້າ​ເວັບ ແລະ ບໍ່​ແປກ​ທີ່​ເປັນ​ຫຍັງ​ອັດ​ຕາ​ການ​ໃຊ້​ງານ​ລະ​ຫວ່າງ​ໂທ​ລະ​ສັບ​ມ​ື​ຖື​ຈ​ຶ່ງ​ໜ້ອຍ​ກ່​ວາ​ການ​ໃຊ້​ງານ​ຢູ່ Desktop (ບາງ​ຄັ້ງ​ຜູ່​ທີ່​ຜິດ​ກະ​ບໍ່​ແມ່ນ​ຜູ່​ເຮັດ​ເວັບ​ໄຊພຽງ​ຢ່າງ​ດຽງ ຜູ່​ໃຫ້​ບໍ​ລິ​ການກໍ່​ມີ​ສ່ວນ​ຄື​ກັນ ອືມມມ).

ຈາກ​ຜົນ​ການ​ໂຫ​ວດ​ລ່າ​ສຸດ​ຂອງ Google ເກືອບ​ເຄິ່ງ​ໜຶ່ງ​ຂອ​ງ​ຈຳ​ນວນ​ຜູ່​ທີ່​ເຂົ້າ​ໄປ​ໂຫວດ ບອ​ກວ່າ ສິ່ງ​ທີ່​ເຮັດ​ໃຫ້​ເຂົາ​ເຈົ້າ​ລຳ​ຄານ​ທີ່​ສຸດ​ເວ​ລາ​ທີ່​ເຂົ້າ​ໜ້າ​ເວັບ​ຜ່ານ​ໂທ​ລະ​ສັບ​ມື​ຖື ກໍ່​ແມ່ນ ການ​ທີ່​ຈະ​ຕ້ອງ​ມາ​ເສຍ​ເວ​ລາ​ຖ້າ​ເວັ​ບ​ໂຫຼດ (ເວັບ​ໂຫຼດ​ຊ້າ) (ສາ​ມາດ​ເບິ່ງ​ລາຍ​ລະ​ອຽດ​ຕື່ມ​ໄດ້​ທີ່ Google+ ແລະ Twitter). 60% ຂອງ​ຜູ່​ໃຊ້​ງານ​ໂທ​ລະ​ສັບ​ມື​ຖືຢາກ​ໃຫ້​ເວັບ​ໄຊ​ສຳ​ລັບ​ໂທ​ລະ​ສັບ​ໂຫຼດ​ພາຍ​ໃນ​ໄລ​ຍະ​ເສ​ລາ 3 ວິ​ນາ​ທີ ແລະ ໂດຍ​ທົ່ວ​ໄປ 75% ຂອງ​ຜູ່​ໃຊ້​ງານ​ຈະ​ບໍ່​ເຂົ້າ​ເວັບ​ນັ້ນ​ອີກ​ເລີຍ ຖ້າ ເວັບ​ນັ້ນ​ໂຫຼດ​ດົນ​ກ່​ວາ 5 ວິ​ນາ​ທີ.

1.2.2 ຜົນ​ກະ​ທົບ​ຈາກ​ການ​ແລກ​ປ່ຽນ ແລະ ປະ​ຕິ​ສຳ​ພັນ

ທຸກ​ເທື່ອ​ທີ່​ເຮົາ​ເວົ້າ​ຄ​ຳວ່າ ຊ້າ ແນ່ນອນ​ວ່າ​ມັນ​ຕ້ອງບໍ່​ມີ​ໃຜ​ຢາກ​ເປັນ​ແນ່ນອນ ແລະ ບໍ່​ຢາກ​ພົບ​ໃນ​ໂທ​ລະ​ສັບ​ອີກ. ການ​ທີ່​ເວັບ​ຊ້າ​ມັນ​ຈະ​ກະ​ໄປ​ກະ​ທົບ​ກັບ​ປະ​ສິດ​ຕິ​ພາບ ໃນ​ບ່ອນນີ້​ປະ​ສິ​ດ​ຕິ​ພາບ​ໝາຍ​ຄວາມ​ວ່າ ຈະ​ໄປ​ກະ​ທົບ​ກັບ site abandonment, bounce rate, conversation rate ແລະ retention.  ມັນ​ຍັງ​ໄປ​ຫຼ​ຸດ​ຄ​ວາມ​ໄວຂອງ Google crawler (ເວ​ລາ​ທີ່​ເຮົາ​ເຮັດ​ເວັບ​ໄຊ ແລ້ວ Google ຈະ​ເກັບ​ເວັບ​ໄຊ​ເຮົາ ເຂົ້າ​ໄປ​ໃນ​ຄັງ​ຄົ້ນ​ຫາ ຫຼື index ເວັບ​ໄຊ​ເຂົ້າ​ໄປ​ໃນ​ໜ້າ​ຜົນ​ຄົ້ນ​ຫານັ້ນ ຖ້າ​ເວັບ​ໄຊ​ເຮົາ​ຊ້າ ການ crawling ຂອງ robot ຈາກ Google ກໍ​ຈະ​ຊ້າ​ຕາມ ມັນ​ຈະ​ເຮັດ​ໃຫ້​ເວັບ​ເຮົາຖືກ index ​ຊ້າ​ລົງ). ບັນ​ຫາ​ທີ່​ກ່າວ​ມານີ້​ມັນ​ບໍ່​ເປັນ​ຜົນ​ດ​ີ​ຫຍັງ​ເລີຍ​ຕໍ່ ເຈົ້າ​ຂອງ​ເວັບ​ເອງ ແລະ ລວມ​ທັງ​ຜູ່​ໃຊ້​ເຂົ້າ​ມາ​ເບິ່ງ​ເວັບ​ໄຊ​ເຮົາ​ພ້ອມ.

ກາ​ນ​ທີ່​ເຮົາ​ສາ​ມາດຫຼ​ຸດ​ເວ​ລາ​ການ​ໂຫຼດ​ໜ້າ​ເວ​ັບ​ເຮົາ​ລົງ ມັນ​ຈະ​ຊ່ວຍ​ໃຫ້​ເຮົາ​ເພີ່ມຍອດ​ຂາຍ ແລະ ເພີ່ມ​ອັດ​ຕາ​ການ​ໂຕ້​ຕອບ​ຈາກ​ລູກ​ຄ້າ ເພີ່ມ​ຂຶ້ນ​ໄດ້​ຢ່າງ​ຊັດ​ເຈນ. ຈາກ​ຜົນ​ການ​ສຶກ​ສາ ພົບ​ວ່າ ການ​ໂຕ້​ຕອບ​ຕໍ່​ວິ​ນາ​ທີ (conversation per second) ເພີ່ມ​ຂຶ້ນ​ຕາມ​ການຫຼ​ຸດ​ລົງ​ຂອງ​ເວ​ລາ​ໃນ​ການ​ໂຫຼດ (load time). ອີກ​ໜຶ່ງ​ຜົນ​ການ​ສຶກ​ສາ ກ່ຽວ​ກັບ​ຫົວ​ຂໍ້ ໄລ​ຍະ​ເວ​ລາ​ຂອງ​ການ​ໂຫຼດ (load time) ຜົນ​ການ​ສຶກ​ສາ​ບອກວ່າ ເວ​ລາ​ທີ່ເຈົ້າ​ຂອງ​ເວັບ​ປັບ​ປຸງ​ປະ​ສິ​ຕິພາບ​ຂອງ​ເວັບ​ໃຫ້​ໄວ​ຂຶ້ນ, ລາຍ​ໄດ້​ຂອງ​ກະ​ເຈົ້າ​ຂອງ​ເພີ່ມ​ຂຶ້ນ.

ພາບ​ຂ້າງ​ລຸ່ມ​ສະ​ແດງ​ເຖິງ​ການ​ພົວ​ພັນ​ລະ​ຫ​ສ່າ​ງ​ຄວາມ​ໄວ ແລະ ອັດ​ຕາ​ການ​ໂຕ້​ຕອບ (conversation rate):

ບາງ​ໜ້າ​ເວັບ​ທີ່​ໂຫຼດ​ໄວ​ກ່​ວາ 2.4 ວິ​ນາ​ທີ ເຫັນ​ວ່າມີອັດ​ຕາ​ການ​ໂຕ້​ຕອບ​ທີ່​ຕ່ຳ, ແຕ່​ວ່າ ຍັງ​ບໍ່​ຮູ້​ແນ່ນອນ​ເທື່ອ​ວ່າ​ເປັນ​ຍ້ອນ​ຫຍັງ ເພາະ​ສາ​ເຫດ​ທີ່​ມັກ​ເກີດ​ທີ່​ສຸດ​ແມ່ນ ໜ້າ​ເວັບ​ທີ່​ໂຫຼດ​ໄວ​ສ່ວນຫຼາຍ​ແມ່ນ ໜ້າ​ເວັບ​ຜິດ​ພາດ (error page/ 404).

ຂໍ້​ມູນ​ຈາກ SOASTA Case study (1 ກັນ​ຍາ 2015)

1.2.3 ເປັນ​ຫຍັງ UX ຈຶ່ງ​ສຳ​ຄັນ

  • ຕົ້​ນ​ທຶນປະ​ສິ​ຕິ​ຜົນ (cost-effectiveness)
  • Lowering customer acquisition costs
  • More money to spend on additional acquisition
  • Small changes make big impact

ຂອບ​ໃຈ​ຂໍ້​ມູນ​ຈາກ Google | Mobile Site Certificate | Assessment study guide