Microsoft ຫຼຸດລາຄາ Surface Pro ລົງ $100

Surface Pro

Microsoft ໄດ້ຫຼຸດລາຄາ Surface Pro ລົງທັງສອງລຸ່ນຄື: ລຸ່ນ 64GB ແລະ 128 GB ຫຼຸດລົງ $100 ຈາກຄາລາ ເດີມ, ໃນຕອນນີ້ທາງ Microsoft ໄດ້ຢືນຢັນກັບເວັບຂ່າວ TheVerge ວ່າ: ໃນລະຫວ່າງວັນທີ 4 ຫາ 29 ເດືອນ ສິງຫາ ເພິ່ນຈະຫຼຸດລາຄາ Microsoft Surface ລົງ $100 ຈາກລາຄາເດີມໃນປະເທດ ແຄນນາດາ, ອາເມລິກາ, ໄຕ້ຫວັນ, ຈີນ ແລະ ເຂດປົກຄອງພິເສດຮ່ອງກົງ. ນອກນັ້ນທາງບໍລິສັດຍັງບໍ່ອີກວ່າໄດ້ປະສົບຜົນສຳເລັດ ຫຼາຍຈາກການຫຼຸດລາຄາ Surface RT ທົ່ວໂລກ(ຂ່າວເກົ່າ) ແລະ ໂປໂມເຊິນຂອງອຸປະກອນເສີມ Keyboard cover.

ຂອບໃຈທີມາ TheVerge