Minna no cafe ຮ້ານ​ກາ​ເຟ​​ທີ່​ເຮັດ​ໃຫ້​ປະ​ສົບ​ການ​ສັ່ງ​ກາ​ເ?

Minna no cafe ຮ້ານ​ກາ​ເຟ​​ທີ່​ເຮັດ​ໃຫ້​ປະ​ສົບ​ການ​ສັ່ງ​ກາ​ເ?

ຈາກ​ການ​ທີ່​ໄດ້​ໄປ​ລອງ​ກາ​ຟຫຼາຍໆ​ຮ້ານ​ ແລ້ວ​ເຮົາ​ໄດ້​ໄປ​ລອງ​ຮ້ານ​ກາ​ເຟ​ໜຶ່ງ​ມີ​ຊື່​ວ່າ Minna no cafe ເຊິ່ງ​ຮ້ານ​ກາ​ເຟ​ດັ່ງ​ກ່າວ​ເປັນ​ຮ້ານ​ນ້ອຍໆ ອົບ​ອຸ່ນ​ດີ ແລ​ະ ຮ້ານນີ້ິ້​ແມ່ນ​ມີ​ສິ່ງ​ທີ່​ພິ​ເສດກ່ອນ​ຮ້ານ​ອື່ນໆ​ໝົດ ຈົນ​ເຮັດ​ໃຫ້ເຮົາຕ້ອງ​ຄິດ​ໃນ​ໃຈ​ວ່າ ແອະ​ມີ​ຮ້ານ​ແບບນີ້​ນຳ​ຫວາ ຫາກໍ່​ຮູ້​ໄດ໋​ນິ ເຮົາ​ໄປ​ຢູ່​ໃສ​ມາ ແລະ ກະ​ຈົບ​ໂດຍ​ການ​ທີ່​ມາ​ຂຽນ​ບົດ​ຄວາມນີ້ແບ່ງ​ປັນ​ຄວາມ​ພິ​ເສດ​ຂອງ​ງານນີ້​ວ່າ​ມັນ​ພິ​ເສດ​ຈັ່ງ​ໃດ?

ເລີ່ມ​ຈາກ​ຊື່​ຮ້ານ​ກັນ​ກ່ອນວ່າ​ມີ​ທີ່​ມາ​ ແລະ ຄວາມ​ໝາຍ​ວ່າ​ແນວ​ໃດ Minna no ໝາຍ​ຄວາມ​ວ່າ​ແນວ​ໃດ? ອັນ​ນີ້​ແມ່ນ​ຢືມ​ມາ​ຈາກ Facebook page ເພິ່ນເດີ້

[ມິນາໂນກາເຟ] ແມ່ນໄດ້ເປີດແຕ່ວັນທີ່1ເດືອນສີງຫາ(01.8.2017) ຮ້ານກາເຟສ້າງຂື້ເພື່ອສັງຄົມ ເຊີ່ງຄົນພິການືທ່າງສະຕິປັນຍາ ແລະ ຄົນຫູໜວກເປັ້ນຜູ້ບໍລິການ [Minna] ແມ່ນຄຳສັບພາຢີປຸ່ນ,ແຕ່ວ່າຄວາມໝາຍພາສາລາວ [ທຸກຄົນ] ເຫດພົນທີ່ຕັ່ງຊື່ຮ້ານນີ້ ຍ້ອນເປັ້ນບ່ອນທີ່ທຸກຄົນເຕົ້າໂຮມ,ເປັ້ນບ່ອນທີ່ທຸກຄົນເຮັດວຽກ ໂດຍບໍ່ຈຳແນກຄົນພິການແລະບໍ່ພິການ ຢູ່ຮ້ານກາເຟນີ້ ຄົນພິການທາງປັນຍາເປັ້ນຜູ້ເຮັດເຂົ້າໜົມແລະຄົນພິການຫູເປັ້ນຜູ້ຮັບຜິຊອບຕ້ອນຮັບແຂກ ເຂັ້າໜົມທີ່ເຮັດຢູ່ຮ້ານ [Minna no Cafe]ແມ່ນໄດ້ຮັບພິທີ່ສິດສອນຈາກສູດຢີ່ປຸ່ນ ຄົນພິການທາງປັນຍາທີ່ເຮັດວຽກຢຢູ່ຮ້ານກາເຟນີ້ ແມ່ນໄດ້ຮັບການຝຶກຊ້ອມເຮັດເຂົ້າໜົມຈາກທີມຄຸກກີ້ເອດີດີພີທຸກໆມື້ໄດ້ເອົາໃຈໃສຝື້ຊ້ອມເຮັດເຂົ້າໜົມຢ່າງສຸດຝີມື ມາອຸດໜຸນຮ້ານກາເຟຂອງພວກເຮົາແດ່ເດີ,ພວກເຮົາຍິນດີຕ້ອນຮັບພວກທ່ານສະເໝີ

​ເຫັນ​ບໍ່​ວ່າ​ຟັງ​ທີ່​ມາ ແລະ ຄວາມ​ໝາຍ​ຂອງ​ຮ້ານ​ແລ້ວ ຍັງ​ຮູ້​ສຶກ​ໄດ້​ເລີຍ​ວ່າ ບໍ່​ໄດ້​ຕັ້ງ​ຊື່​ມາຫຼິ້ນໆ​ລ້າໆ ມັນ​ຍັງ​ມີ​ຄວາມ​ໝາຍ ແລະ ຈຸດ​ປະ​ສົງນຳ​ອີກ!

ຖ້າ​ໄດ້​ອ່ານ​ແລ້ວ ເອ​ໃຈ​ບໍ່​ກັບ​ຄຳ​ວ່າ​ມີ​ຫຍັງ​ທີ່​ຮ້ານນີ້​ແຕກ​ຕ່າງ​ຈາກ​ຮ້ານ​ທົ່ວໆ​ໄປ?

ສິ່ງ​ທີ່​ພິ​ເສດ​ກ່ອນ​ຮ້ານ​ອື່ນໆ​ກໍ​ຄື​ວ່າ​ຮ້ານ​ນີ້ ແມ່ນ​ຜູ້​ທີ່​ຊົງ​ກາ​ເຟ​ໃຫ້ ຜູ້​ທີ່​ມາ​ເສ​ີບ​ໃຫ້​ແມ່ນ ຄົນ​ພິ​ການ​ທາງ​ຫູ ສິ່ງນີ້​ລະ​ທີ່​ເປັນ​ຈຸດ​ພິ​ເສດ​ຂອງ​ຮ້ານນີ້. ສະ​ນັ້ນ, ການ​ສັ່ງ​ກາ​ເຟ​ແບບ​ປົກ​ກະ​ຕິກໍ່​ບໍ່​ສາ​ມາດ​ສັ່ງ​ໄດ້ ວິ​ທີ​ການ​ສັ່ງ​ກາ​ຟກໍ່​ຄື​ການ​ສັ່ງ​ຜ່ານ​ການ​ຈົດ​ໃສ່​ເຈ້ຍ.

ກະ​ເຈົ້າ​ຈະ​ມີ​ເຈ້ຍ​ມາ​ໃຫ້​ເປັນ​ຕາ​ຕະ​ລາງ​ເມ​ນູ​ມາ​ເລີຍ ໜ້າ​ຕາ​ຂອງ​ເຈ້ຍ​ສັ່ງ​ແມ່ນ​ຈະ​ເປັນ​ປະ​ມານ​ຮູບ​ຢູ່​ດ້ານ​ລຸ່ມ ຖ້າ​ເຮົາ​ຈະ​ສັ່ງ​ໂຕ​ໃດ, ຈັກ​ຈອກ, ເຢັນ ບໍ່​ເຢັນ, ກິນ​ຢູ່​ຮ້ານ ຫຼື ບໍ່​ກິນ​ຢູ່​ຮ້ານ ສາ​ມາດ​ສັ່ງ​ໄດ້​ດ້ວຍ​ການ​ຈົດ.

ປະ​ສົ​ບ​ການ​ສັ່ງ​ຄັ້ງ​ທຳ​ອິດ​ຂອງ​ເຮົາ​ຖື​ວ່າ ເປັນ​ອີ່​ຫຍັງ​ທີ່​ໃໝ່ຫຼາຍ ແບບ​ວ່າ​ເຮົາ​ລຶ້ງສັ່ງ​ແບບ​ເວົ້າ​ເອົາ​ລະ​ເວີ້ຍ ແລ້ວ​ມາ​ສັ່ງ​ແບບ​ຈົດ​ເອົາ​ປະ​ສົມ​ປະ​ສານ​ກັ​ບ​ໃຊ້​ພາ​ສາ​ມື​ໜ້ອຍ​ໜຶ່ງ​ເພື່ອ​ເພີ່ມ​ຄວາມ​ໝັ້ນ​ໃຈ​ວ່າ​ກະ​ເຈົ້າ​ຈະ​ເຂົ້າ​ໃຈ​ວ່າ​ເຮົາ​ຈະ​ສັ່ງ​ຫຍັງ.

ການ​ບໍ​ລິ​ການ​ຖື​ວ່າ​ດີ​ເລີດ ເລີຍ​ລະ ເປັນ​ມິດ​ດີ ແຖມ​ກະ​ເຟ​ກະ​ແຊບ​ອີກ ຫອມໆ​ດິບໆ, ແຖມ​ຍັງ​ເສີບ​ພ້ອມ​ອຸ​ປະ​ກອນ​ທີ່​ຄົບ​ແຮງ​ປານ​ກັບ​ຮ້ານ​ລະ​ດັບຈອກ​ລະ 25ພັນ ຂຶ້ນ​ໄປ ດີບໍ່​ດີ​ແມ່ນ​ດີກວ່າ​ບາງ​ຮ້ານ​ຊ້ຳ​. ເພາະ​ວ່າ ມັນ​ຄົບ​ອີຫຼີ່ ຕາມ​ພາບ​ເລີຍ.

ການ​ບໍ​ລິ​ການ​ທີ່​ປະ​ທັບ​ໃຈ​ເຮົາ​ທີ່​ສຸດ​ກະ​ຄື​ການ​ທີ່ ນຳ​ມາ​ສົ່ງ​ເຮົາ​ຮອດ​ໜ້າ​ປະ​ຕູ ເປັນ​ອີ່​ຫຍັງ​ທີ່​ເຮົາ​ປະ​ທັບ​ໃຈ​ສຸດ​ເລີຍ ອາດ​ຈະ​ເປັນ​ຍ້ອນ​ວ່າ​ໄດ້​ຮັບ​ການ​ສອນ​ຈາກ​ຄົນ​ທີ່​ເປັນ​ຍີ່​ປຸ່ນ​ແນ່​ຕີ້​ເບາະ ເຮົາ​ຄິດ​ວ່າ​ແນວນັ້ນ.

ຣົດ​ຊາດ​ຂອງ​ກາ​ເຟ​ ກະ​ຖື​ວ່າ​ຣົດ​ຊາດ​ແມ່ນ​ໃຊ້​ໄດ້​ເລີຍ​ສຳ​ລັບ​ຄໍ​ກາ​ເຟ ເພາະ​ວ່າບໍ່​ພຽງ​ແຕ່​ມີ​ກາ​ເຟ​ທີ່​ມີຫຼາກຫຼາຍ​ແລ້ວ ເມ​ນູ​ທີ່​ເຮົາ​ມັກ​ທີ່​ສຸດ​ກະ​ຄື​ກາ​ເຟ​ທີ່​ໃຊ້​ວິ​ທີ​ການ​ຊົງ​ດ້ວຍ​ການ pour over ຫຼື drip ນີ້​ລະ ທີ່​ເຮົາ​ມັກ ເຊິ່ງວ່າ​ທຽບ​ກັບ​ລາ​ຄາ​ແລ້ວ​ຖື​ວ່າ​ຄຸ້ມ​ສຸດໆ. ໃຫ້​ທ່ານ​ຄິດ​ເບິ່ງວ່າ ທ່ານ​ສາ​ມາດ​ດື່ມ​ກາ​ເຟດິ​ຣບ​ຣົດ​ຊາດ​ດີໆ​ໄດ້ ດ້ວຍ​ລາ​ຄາ 15.000 ກີບ ໄດ້​ຢູ່​ໃສ​?

ສ່ວນຫຼາຍ​ແມ່ນ​ເຮົາ​ມັກ​ສັ່ງ​ກາ​ເຟດິຣບ ແຕ່​ບາງ​ເທື່ອ​ກະ​ຍັງ​ສັ່ງ​ກາ​ເຟ​ອື່ນ​ອີກ​ນຳ​ເຊັ່ນ: Cappuccino ບໍ່​ ຫຼື ວ່າ Latte ແລ້ວ​ແຕ່​ໂອ​ກາດ ແຕ່​ວ່າບໍ່​ໄດ້​ເປັນ​ຄໍ​ປະ​ເພດ​ນົມ​ປານ​ໃດ ມັກ​ແບບ​ສົດໆ​ພຽວຫຼາຍ​ກວ່າ 😉

ສິ່ງ​ທີ່​ເຮົາ​ມັກ​ອີກ​ຢ່າງ​ໜຶ່ງ​ກະ​ຄື ເມື່ອ​ເຮົາ​ສັ່ງ​ກາ​ເຟ​ກັບ​ບ້ານ ເຮົາ​ຈະ​ໄດ້​ຈອກ​ແບບ​ວ່າ​ຄື​ກັບ​ຈອກ​ນ້ຳ​ປັ່ນ​ທົ່ວ​ໄປ ບໍ່​ມີກາ​ໂລ​ໂກ້​ຮ້ານ ຫຼື ວ່າ​ອີ່​ຫຍັງ​ຕິດ​ໃສ່​ເລີຍ ຖື​ວ່າ minimal ຫຼາຍ (ແນະ​ນຳ​ແມ່ນ​ເອົາ​ຈອກ​ຂອງ​ຕົນ​ໄປ​ດີ​ທີ່​ສຸດ ເພື່ອ​ໂລກ​ສີ​ຂຽວ) ຖ້າ​ຄົນ​ອື່ນ​ເບິ່ງ​ນິ​ຄົງ​ສິ​ແບບ​ຈອກ​ກາ​ເຟ​ທຳ​ມະ​ດາ ແຕ່​ຂໍ​ບອກ​ກ່ອນ​ວ່າ​ລອງ​ດູດ​ຈັກ​ກືນ​ໜຶ່ງ​ນິແມ່ນບໍ່​ມີ​ກາ​ເຟ​ທຳ​ມະ​ດາ​ເດີ້ ຫະໆ ເຮົາ​ມັກ​ປຽບ​ເປີຍ​ວ່າ ກາ​ເຟ​ຈອກ 10.000 ກີບ ຣົດ​ຊາດ​ຈອກ 25.000 ກ​ີບ.

ສຳ​ລັບ​ໃຜ​ທ​ີ່​ສົນ​ໃຈ​ແມ່ນ​ສາ​ມາດ​ໄປ​ອຸດ​ໜຸນ​ຮ້ານ​ຂອງ​ເພິ່ນ​ໄດ້ ເຊິ່ງ​ຮ້ານ​ແມ່ນ​ຕັ້ງ​ຢູ່​ຂ້າງ ສູນ​ຝືກ​ອົບ​ຮົມ​ລາວ-ສິງ​ກະ​ໂປ ຮ່ອມ​ສາມ​ແຍກ ພັດ​ຕະ​ຄານ​ແມ່​ຂອງ.

ເປີດ​ຮ້ານ ວັນ​ຈັນ ຫ​າ ວັນ​ເສົາ ເວ​ລາ 8:00 ຫ​າ 18:00

Minna no cafe