Microsoft ຈະ​ເປີດ​ໂຕ Windows 9 ວັນ​ທີ 30 ​ເດືອນ ກັນ​ຍາ ນີ້

Mircrosoft ຈະ​ຈັດ​ງານ​ເປີດ​ໂຕ​ Windows 9 ເປັນ​ການ​ສານ​ຕໍ່​ຄວາມ​ສຳ​ເລັດ​ຈາກ Windows 8. ງານ​ດັ່ງ​ກ່າວ​ຈະ​ຈັດ​ຂຶ້ນ​ໃນ​ວັນ​ທີ 30 ເດືອນ ກັນ​ຍາ ບາງ​ທີ​ອາດ​ຈະ​ຄາດ​ເຄື່ອນ. Windows 9 ມີ​ຊື່​ເອີ້ນ​ອີກ​ຊື່ໜຶ່ງວ່າ “Threshold” ຄາດ​ວ່າ​ Microsoft ຈະ​ປ່ອຍ​ໂຕທີ​ເປັນ developer preview ໃຫ້​ນັກ​ພັດ​ທະ​ນາ​ໄປ​ລອງ​ໃຊ້​ກ່ອນ​ອອກ​ໃຫ້​ຜູ້​ໃຊ້​ທົ່ວ​ໄປ​ໄດ້​ໃຊ້​ກັນ. ສ່ວນ​ການ​ປ່ຽນ​ແປງ​ຂອງ Windows 9 ນີ້​ແມ່ນ​ໜ້າ​ຈະ​ມີ Mini Start Menu ທີ່​ເຫັນ​ວ່າ​ມີ​ຜູ້​ໃຊ້​ຈົ່ມ​ວ່າ​ໃຫ້​ເອົາ​ກັບ​ຄືນ​ມາຫຼັງ​ຈາກ​ທີ​ຖືກ​ຕັດ​ອອກ​ໄປ​ໃນ Windows 8 ແລະ ເອົາ Charm bar ແຖບ​ທີ​ຢູ່​ທາງ​ຂ້າງ​ຂອງ​ໜ້າ​ຈໍອອກ​ໄປ.

ຂອບ​ໃຈ​ທີ​ມາ TheVerge