ຄວາມ​ໝາຍ​ຂອງ P ແຕ່​ລະ​ໂຕ​ຂອງ 4P(ສ່ວນ​ປະ​ສົມ​ຂອງ​ການ​ຕະ?

ດັ່ງ​ທີ່​ເຮົາ​ຮູ້​ກັນ​ສຳ​ລັບ​ຜູ້​ທີ່​ຮຽນ​ກ່ຽວ​ກັບ​ເສດ​ຖະ​ສາດ,ການ​ບໍ​ລິ​ຫານ​ທຸ​ລະ​ກິດ ຫຼື ການ​ຕະຫຼາດ ​ກໍ​ຈະ​ຕ້ອງ​ຈັກ ຫົວ​ຂໍ້​ໜຶ່ງ​ທີ່​ວ່າ: “ສ່ວນ​ປະ​ສົມ​ຂອງ​ການ​ຕະຫຼາດ” (“Marketing Mix”) ເຊິ່ງ​ໃນ​ນັ້ນ​ຈະ​ເວົ້າ​ກ່ຽວ​ກັບ​ 4P ເຊິ່ງ​ມີ Product(ສິນ​ຄ້າ ຫຼື ການ​ບໍ​ລິ​ການ), Price(ລາ​ຄາ), Place(ສະ​ຖານ​ທີ່) ແລະ  Promotion(ໂປ​ຣ​ໂມ​ເຊິນ). ເຮົາ​ຈະ​ມາ​ເບິ່ງ​ກັນ​ວ່າ​ແຕ່​ລະ​ອັນ​ນັ້ນ​ມັນ​ໝາຍ​ຄວາມ​ວ່າ​ແນວ​ໃດ​ໃນ​ຄວາມໝາຍ​ດ້ານ​ການ​ຕະຫຼາດ.

ທຳ​ອິດ​ເຮົາ​ຕ້ອງ​ເຂົ້າ​ໃຈ​ກ່ອນ​ວ່າ “ສ່ວນ​ປະ​ສົມ​ຂອງ​ການ​ຕະຫຼາດ” (Marketing Mix”) ແມ່ນ​ຫຍັງ?

ສ່ວນ​ປະ​ສົມ​ການ​ຕະຫຼາດ​ແມ່ນກົນ​ລະ​ຍຸດ​​ຂອງ​ແຕ່​ລະ​ບໍ​ລິ​ສັດ​ໃຊ້​ໃນ​ການ​ໂຄ​ສະ​ນາເຄື່ອງ​ໝາຍ​ການ​ຄ້າ​ຂອງ​ຕົນ ຫຼື ຜະ​ລິດ​ຕະ​ພັນ​ຂອງ​ຕົ​ນ​ໃນ​ຕະຫຼາດ. 4P ນັ້ນ​ເປັນ​​ຕົວ​ຢ່າງ​ໜຶ່ງ​ຂອງ​ສວ່ນ​ປະ​ສົມ​ການ​ຕະຫຼາດ ແຕ່​ລະ P ມີ​ຄື: P-Product, P-Price, P-Place ແລະ P-Promotion. ເຖິງ​ຢ່າງ​ໃດ​ກໍ​ຕາມ ປັດ​ຈຸ​ບັນ​ນີ້​ ສ່ວນ​ປະ​ສົມ​ການ​ຕະຫຼາດນັ້ນ​ຈະ​ບໍ່​ຈຳ​ກັດ​ພຽງ​ແຕ່ P ສີ່​ໂຕ​ເທົ່າ​ນັ້ນ, ມັນ​ຍັງ​ມີ P ຫຼາຍໆ​ໂຕ​ມາ​ໃຊ້​ນຳ​ເຊັ່ນ: P-Packaging, P-Position, P-People ແລະ ຍັງ​ລວມ​ເຖິງ P-Politics ນຳ​ອີກ.

ຄ​ວາມ​ໝາຍ​ຂອງ​ແຕ່​ລະ P ຂອງ 4P

Product: ​ແມ່ນ​ສິນ​ຄ້າ ຫຼື ການ​ບໍ​ລິ​ການ​ໃດ​ໜຶ່ງ​ທີ່​ຖືກ​ຂາຍ​ໃຫ້​ກັບ​ລູກ​ຄ້າ. ການ​ບໍ​ລິ​ການ ຫຼື ສິນ​ຄ້ານັ້ນ​ຈະ​ຕ້ອງ​ຢູ່​ໃນ​ເກນ​ຂັ້ນ​ຕ່ຳ​ຂອງ​ຄຸນ​ນະ​ພາບ​ເມື່ອ​ເຖິງ​ມື​ລູກ​ຄ້າ ເພາະ​ສະ​ນັ້ນ, ຖ້າເຮົາ​ເຮັດບໍ່ໄດ້ ​ເຖິງວ່າ P ອື່ນໆ​ເຮົາ​ຈະ​ເຮັດ​ດີ​ສ່ຳ​ໃດ​ມັນ​ກໍ​ບໍ່​ມີ​ຄວາມ​ໝາຍ​ຫຍັງ. ດັ່ງ​ນັ້ນ, ໂຕນີ້​ເປັນ​ໂຕ​ສຳ​ຄັນ​ອຳ​ດັບ​ທຳ​ອິດ​ເລີຍ​ທີ່​ເຮົາ​ຕ້ອງ​ຄິດໃຫ້​ໜັກ.

Price: ໝາຍ​ເຖິງ​ລາ​ຄາ​ຂອງ​ໂຕ​ສິນ​ຄ້າ ຫຼື ການ​ບໍ​ລິ​ການ ເຊິ່ງ​ຈະ​ຂຶ້ນ​ກັບ​ຕົ້ນ​ທຶນ​ຂ​ອງ​ການ​ຜະ​ລິດ, ກຸ່ມ​ເປົ້າ​ໝາຍ​ຂອງ​ລູກ​ຄ້າ, ຄວາມ​ສາ​ມາດ​ຂອງ​ຕະຫຼາດ​ໃນ​ການ​ຈ່າຍ, ອຸ​ປະ​ສົງ-​ອຸ​ປ​ະ​ທານ ຂອງ​ຕະຫຼາດ. ລາ​ຄາ​ສາ​ມາດ​ໃຊ້​ໃນ​ການ​ເປັນ​ເສັ້ນ​ແບ່ງ​, ຄວາມ​ແຕກ​ຕ່າງ ແລະ ເສີມ​ແຕ່ງ​ພາບ​ລັກ​ຂອງ​ສິນ​ຄ້າ.

Place: ໝາຍ​ເຖິງ​ສະ​ຖານ​ທີ່ ຫຼື ຈຸດ​ທີ່​ເຮົາ​ຈະ​ຂາຍ​ສິນ​ຄ້າ​ຂອງ​ເຮົາ ຫຼື ເວົ້າ​ອີກ​ຢ່າງ​ໜຶ່ງວ່າ ບ່ອນ​ທີ່​ເຮົາ​ຈະ​ກະ​ຈາຍ​ສິນ​ຄ້າ​ຂອງ​ເຮົາ​ສູ່​ມື​ຂອງ​ລູກ​ຄ້ານັ້ນ​ເອງ. ທຸກໆ​ບໍ​ລິ​ສັດ ແມ່ນ​ຈະ​ເບິ່ງວ່າ​ລູກ​ຄ້າ ກຸ່ມ​ຜູ້​ເປັນ​ເປົ້າ​ໝາຍ​ຂອງ​ເຂົາ​ນັ້ນວ່າ​ຈະ​ເຮັດ​ແນວ​ໃດ​ສິ​ໃຫ້​ສິນ​ຄ້າ​ຂອງ​ເຂົາ​ນັ້ນ​ແມ່ນ​ງ່າຍ​ໃນ​ການ​ຊື້ ແລະ ​ສາ​ມາດເຂົ້າ​ເຖິງ​ລູກ​ຄ້າ​ຂອງ​ເຂົາ​ໄດ້​ງ່າຍ. ສຳ​ລັບ​ຜູ້​ທີ່​ຂາຍ​ຍ່ອຍນັ້ນ​ແມ່ນ​ຈະ​ຕ້ອງ​ໄດ້​ຈ່າຍ​ເງິນຫຼາຍ​ກ່​ວາ​ເພື່ອ​ທີ່​ຈະ​ໄດ້​ບ່ອນ​ທີ່​ເໝາະ​ຕໍ່​ການ​ເຮັດ​ທຸ​ລະ​ກິດ​ຂອງ​ເຂົາ. ຕາມ​ຄວາມ​ເປັນ​ຈິງ​ແລ້ວ ຄວາມ​ສຳ​ເລັດ​​ສ່ວນຫຼາຍຂອງ​ທຸ​ລະ​ກິດ​ປະ​ເພດ​ຂາຍ​ຍ່ອຍ​ແມ່ນ “ສ​ະ​ຖານ​ທີ່”. ສະ​ນັ້ນ, ຖ້າ​ໃຜ​ທີ່​ກຳ​ລັງ​ຈະ​ເຮັດ​ທຸ​ລະ​ກິດ​ປະ​ເພດນີ້​ຢູ່ ທ່ານ​ຄວນ​ສຶກ​ສາ​ໃຫ້​ລະ​ອຽດ​ກ່ຽວ​ກັບ​ສະ​ຖານ​ທີ່​ທີ່​ທ່ານ​ຈະ​ເຮັດ​ທຸ​ລະ​ກິດ​ຂອງ​ທ່ານຢູ່ນັ້ນ​.

Promotion: ໝາຍ​ເຖິງ​ກິດ​ຈະ​ກຳ​ໃດ​ໜຶ່ງ​ທີ່​ເຮັດ​ໃຫ້​ໂຕ​ສິນ​ຄ້າ ຫຼື ການ​ບໍ​ລິ​ການ​ໃຫ້​ເປັນ​ທີ​ຮູ້​ຈັກ​ໃນກຸ່ມ​ລູກຄ້າ ເພື່ອ​ໄປ​ກະ​ຕຸ້ນ​ການ​ຂາຍ​ສິນ​ຄ້າ​ຂອງ​ເຮົາ.

ສ່ວນ​ປະ​ສົມ​ຂອງການ​ຕະຫຼາດນັ້ນ​ແຕ່​ລະ​ຢ່າງ​ແມ່ນ​ມີ​ຄວາມ​ສຳ​ພັນ​ເຊິ່ງ​ກັນ​ ແລະ ກັນ. ມ​ັນ​ສາ​ມາດ​ເປັນ​ພື້ນ​ຖານ​ການ​ວາງ​ແຜນ​ຂອງ​ທຸ​ລະ​ກິດທີ່​ດີ, ແຕ່​ຫາກວ່າ​ເຮົາ​ວາງ​ແຜນ​ຜິດ ທຸ​ລະ​ກິດ​ຂອງ​ເຮົາ​ອາດ​ຈະ​ໃຊ້​ເວາ​ລາ​ດົນ​ໃນ​ການ​ກູ້​ຄືນ​ສິ່ງ​ທີ​ເຮົາ​ເຮັດ​ຜິ​ເພາ​ໄປ. ສ່ວນ​ປ​ະ​ສົມ​ຂອງ​ການ​ຕະຫຼາດນັ້ນ​ແມ່ນ​ມີ​ຄວາມ​ສັບ​ສົນຫຼາຍ ດັ່ງ​ນັ້ນ​ມັນ​ຕ້ອງ​ໃຊ້​ເວ​ລາຫຼາຍ​ໃນ​ການ​ທຳ​ຄວາມ​ເຂົ້າ​ໃຈ, ຕ້ອງ​ສຶກ​ສາ​ຕະຫຼາດ​ດີໆ ແລະ ປຶກ​ສາ​ກັບຫຼາຍໆ​ຄົນ.