MacBook Pro with Retina display ອັບ​ເດດ​ສະ​ເປັກ​ໃໝ່​ໄວ​ກ່​ວາ​ເກົ່າ

Apple ໄດ້​ອັບ​ເດດ​ສະ​ເປັກ​ໃຫ້​ກັບ MacBook Pro with Retina display ທຸກ​ລຸ້ນ​ທັງຈໍ 13 ນິ້ວ ແລະ 15 ນິ້ວ. ການ​ອັບ​ເດດ​ຄັ້ງ​ນີ້ແມ່ນ​ເພີ່ມ​ຄວາມ​ໄວ​ໃຫ້​ກັບ​ໂຕ MacBook ເພື່ອ​ໃຫ້​ທັນ​ກັບ​ຄວາມ​ໄວ​ໃນ​ປັດ​ຈຸ​ບັນ​ ແລະ ​ອີກ​ທັງສືບ​ເນື່ອງ​ມາ​ຈາກວ່າ​​ອາ​ທິດຜ່ານ​ມາບໍ່​ດົນ​ນີ້ Apple ໄດ້​ປ່ອຍ​ລະ​ບົບ​ປະ​ຕິ​ບັດ​ການ Yosemite Beta ໃຫ້​ໃຊ້​ກັນ ມັນ​ອາດ​ຈະ​ເປັນ​ການ​ອັບ​ເດດ​ເພື່ອ​ຮອງ​ຮັບ​ລະ​ບົບ​ປະ​ຕິ​ບັດ​ການ​ໃໝ່​ໂຕນີ້​ກໍ​ອາດ​ຈະ​ເປັນ​ໄປ​ໄດ້.

ໃນ​ການ​ອັບ​ເດດນີ້​ເຮົາ​ສາ​ມາດ​ເຫັນ​ໄດ້​ວ່າ​ໄດ້​ເນັ້ນ​ຄວາມ​ໄວ​ເປັນຫຼັກເຊັ່ນ: ອັບ​ເດດໜ່ວຍ​ປະ​ມວນ​ຜົນ​ທຸກ​ລຸ້ນເປັນ  Intel Core i5 ແລະ i7 Haswell ທີ່​ປະ​ຢັດ​ພະ​ລັງ​ງານ​ຍິ່ງ​ຂຶ້ນ. ໃນ​ສ່ວນ​ຂອງ MacBook Pro with Retina display ໜ້າ​ຈໍ 13 ນິ້ວນັ້ນ​ສະ​ເປັກ​ຕ່ຳ​ສຸດ​ແມ່ນ​ໃຊ້ໜ່ວຍ​ປະ​ມວນ​ຜົນ Intel Core i5 2.6GHz dual-core ແລະ RAM 8 GB ຈາກ​ໂຕ​ເກົ່າ​ທີ​ໃຊ້ໜ່ວຍ​ປະ​ມວນ​ຜົນ  Intel Core i5 2.4GHz dual-core ແລະ RAM 4 GB. ຕາມ​ມາດ​ວ້ຍ  MacBook Pro with Retina display ໜ້າ​ຈໍ 15 ນິ້ວນັ້ນ​ສະ​ເປັກ​ຕ່ຳ​ສຸດ​ແມ່ນ​ໃຊ້ໜ່ວຍ​ປະ​ມວນ​ຜົນ Intel Core i7 2.2GHz dual-core ແລະ RAM 16 GB ຈາກ​ໂຕ​ເກົ່າ​ທີ​ໃຊ້ໜ່ວຍ​ປະ​ມວນ​ຜົນ  Intel Core i7 2.0GHz dual-core ແລະ RAM 8 GB.

ສຳ​ລັບ​ລາ​ຄານັ້ນ​ແມ່ນບໍ່​ປ່ຽນ​ແປງ​ຈາກ​ໂຕ​ເກົ່າ​ຄື: ລຸ້ນ​ໜ້າ​ຈໍ 13 ນິ້ວ​ລາ​ຄາ​ເລີ່ມ​ຕົ້ນ​ແມ່ນ $1,299 ແລະ ລຸ້ນ 15 ນິ້ວ​ແມ່ນ $1,999. ກົງ​ກັນ​ຂ້າມ​ກັບ​ລຸ້ນ​ແພງ​ສຸດ​ຂອງ​ໂຕ 15 ນິ້ວນັ້ນ​ແມ່ນຫຼຸດ​ລາ​ຄາລົງ $100 ຈາກ $2,599 ເຫຼືອ $2,499.

macbook-pro-with-retina-display-new-spec-update-faster

macbook-pro-with-retina-display-new-spec-update-faster-1

ຂອບ​ໃຈ​ທີ​ມາ Apple, The Verge