LG ກຽມ​ເປີດ​ໂຕ​ໂມງ​ອັດ​ສະ​ລິ​ຍະ​ໃໝ່​ທ້າ​ຊົນ Moto 360

LG ກຽມ​ເປີດ​ໂຕ​ໂມງ​ອັດ​ສະ​ລິ​ຍະ​ໃໝ່​ໃນ​ງານ IFA 2014 ຈັດ​ຂຶ້ນ​ໃນ​ອາ​ທິດ​ໜ້ານີ້​ທີ​ປະ​ເທດ​ເຢຍ​ລະ​ມັນ. ໂມງ​ໂຕ​ໃໝ່​ນີ້​ແມ່ນ​ແຕ​ກ​ຕ່າງ​ຈາກ LG G Watch ໜ້າ​ມື​ເປັນຫຼັງ​ມື​ເລີຍ​ເພາະ​ວ່າ​ໄດ້​ປ່ຽນ​ການ​ອອກ​ແບບ​ໜ້າ​ປັດ​ໂມງ​ໃໝ່​ຈາກ​ເປັນ​ຮູບ​ຊົງ​ສີ່ຫຼ່ຽມ​ເປັນ​ຮູບ​ຊົງ​ວົງ​ມົນ​ເຮັດ​ໃຫ້​ຄື​ກັບ​ໂມງ​ຍິ່ງ​ຂຶ້​ນ. ການ​ປ່ຽນ​ການ​ອອກ​ແບບ​ໃໝ່​ນີ້​ອາດ​ຈະ​ເປັນ​ການ​ອອກ​ມາ​ເພື່ອ​ມາ​ທ້າ​ຊົນ​ກັບ Moto 360 ທີ່ Moto ຈະ​ເປີດ​ໂຕ​ໃນ​ງານນີ້​ເຊັນ​ກັນ.

ຫຼັງ​ຈາກ​ທີ Google ໄດ້​ເປີດ​ໂຕ​ໂມງ​ອັດ​ສະ​ລິ​ຍະ​ທັງ 3 ໂຕ​ໃນ​ງານ Google I/O 2014 ກໍ​ໄດ້​ເຮັດ​ໃຫ້​ມີ​ຄົນ​ສົນ​ໃຈ Moto 360 ຫຼາຍ​ກ່​ວາ Samsung Gear Live ແລະ LG G Watch. LG ຈະ​ໂປດ​ໂຕ​ເພາະ​ຕ້ອງ​ການ​ແກ້​ໂຕ​ກໍ​ເປັນ​ໄດ້ ແລະ ພຽງ​ແຕ່​ເດືອນ​ໜຶ່ງ​ເທົ່າ​ນັ້ນ​ທີ LG ໄດ້​ຂາຍ LG G Watch ແລ້ວ​ຍັງ​ສິ​ມາ​ເປີດ​ໂຕ​ໂມງ​ໂຕ​ໃໝ່​ອີກ​ເຮັດ​ໃຫ້​ຜູ້​ທີ​ຊື້​ໄປ​ຄໍ​ຕົກ​ໄປ​ຕາມໆ​ກັນ​ເລີຍ​ເນາະ.