LG ເປີດໂຕໂມງອັດສະລິຍະໃໝ່ LG Watch Urbane ຫຼູຫຼາຢ່າງມີລະດັບ

LG_WATCH_URBANE-7

LG ໄດ້​ເປີດ​ໂຕ​ໂມງ LG Watch Urbane ເປັນ​ໂມງ​ອັດ​ສະ​ລິ​ຍະ​ທຳ​ອິດ​ຂອງ​ຕົນ​ທີ່​ໄດ້​ນຳ​ເອົາ​ວັດ​ສະ​ດຸ​ເຮັດ​ດ້ວຍ​ໂລ​ຫະມາ​ເຮັດ​ເປັນ​ໂຕ​ເຮືອນ​ຂອງ​ໂມງເຮັດ​ໃຫ້​ຍົກ​ລະ​ດັບ​ໂມງ​ອັດ​ສະ​ລິ​ຍະ​ກ້າວ​ໄປ​ເຖິງ​ລະ​ດັບ​ຄວາມຫຼູຫຼາ​ຍິ່ງ​ຂຶ້ນ.

 

ໂດຍ​ການ​ເປີດ​ໂຕໄດ້​ມີ​ຂຶ້ນ​ໃນ​ງານ Mobile World Congress (MWC) 2015 ​ການ​ເປີດ​ໂຕ​ໂມງ​ອັດ​ສະ​ລິ​ຍະ​ຂອງ​ຕົນ​ຄັ້ງ​ນີ້​ແມ່ນ​ເປັນ​ໜ່ວຍ​ທີ່ 3 ຂອງ​ຕົນ​ແລ້ວ ຈາກ​ການ​ສັງ​ເກດ​ເຫັນ​ວ່າ​ສະ​ເປັກ​ຂອງ LG Watch Urbane ແລະ LG Watch R  ບໍ່​ໄດ້​ແຕກ​ຕ່າງ​ຫຍັງຫຼາຍ​ແຕ່​ວ່າ​ຄວາມຫຼູຫຼານັ້ນ​ທຽ​ບ​ກັນ​ບໍ່​ໄດ້​ເລີຍ. ຈຸດ​ເດັ່ນ​ຂອງ LG Watch Urbane ນີ້​ແມ່ນ​ວັດ​ສະ​ດຸ​ໂຕ​ເຮືອນ​ຂອງ​ໂມງນັ້ນ​ເຮັດ​ດ້ວຍ​ໂລ​ຫະ​ ແນ່ນອນ​ວ່າ​ເປັນ​ວັດ​ສະ​ດຸ​ທີ່​ກຳ​ລັງ​ມາ​ແຮງ​ໃນ​ປັດ​ຈຸ​ບັນ ແລະ ສາຍ​ທີ​ເຮັດ​ຈາກ​ໜັງ, ເຊັນ​ເຊີ​ການ​ກວດ​ວັດ​ການ​ເຕັ້ນ​ຂອງ​ຫົວ​ໃຈ ສິ່ງ​ທີ່​ກ່າວ​ມານັ້ນ​ຈະ​ມາ​ເພີ່ມ​ຄວາມ​ງາມ, ມີ​ລະ​ດັບ ແລະ ເບິ່ງ​ຄື​ໂມງ​ຍິ່ງ​ຂຶ້​ນ.

ລາ​ຄາ ແລະ ວັນ​ຈຳ​ໜ່າຍ​ຍັງ​ບໍ່​ທັນ​ໄດ້​ປະ​ກາດ​ເທື່ອ.

ສະ​ເປັກ​ຂອງ LG Watch Urbane ມີ​ດັ່ງ​ນີ້:

  • ໜ່ວຍ​ປະ​ມວນ​ຜົນ Qualcomm Snapdragon 400 ຄວາມ​ໄວ 1.2 GHz
  • ໃຊ້​ລະ​ບົບ​ປະ​ຕິ​ບັດ​ການ Android Wear
  • ໜ້າ​ຈໍ​ສະ​ແດງ​ຜົນ P-OLED 1.3 ນິ້ວ
  • RAM 512 MB
  • ຄວາມ​ຈຳ​ພາຍ​ໃນ 4GB
  • ແບັດ​ເຕີ​ຣີ 410 mAh ສາ​ມາດ​ຢູ່​ໃນ​ເຖິງ 2 ວັນຕໍ່​ການ​ສາກ​ພຽງ​ຄັ້ງ​ດຽວ
  • ມີ 2 ສີຄື: ເງິນ ແລະ ທອງ​ເຫຼືອງ
  • ກັນ​ຝຸ່ນ ແລະ ນ້ຳ (IP67)

ຂອບ​ໃຈ​ທີ​ມາ LG News Room