LG ເປີດ​ໂຕ​ໂທ​ລະ​ສັບ LG G4 ສານ​ຕໍ່​ຄວາມ​ສຳ​ເລັດ​ຈາກ G3

LG ເປີດ​ໂຕ​ໂທ​ລະ​ສັບ LG G4 ສານ​ຕໍ່​ຄວາມ​ສຳ​ເລັດ​ຈາກ G3

 

ຫຼັງຈາກທີ່ແຕ່ລະຄ້າຍໄດ້ເປີດໂຕ flagship ຂອງຕົນໄປແລ້ວເຊັ່ນ Samsung (Samsung Galaxy S6), Apple (iPhone 6), Sony (Xperia Z4) ກະໄດ້ມາເຖິງຄິວຂອງ LG ກັນແລ້ວ. LG ໄດ້ເປີດໂຕໂທລະສັບມືຖືລຸ່ນ flagship ຂອງຕົນໃນປີນີ້ຄື LG G4 ເປັນການສານຕໍ່ຄວາມສຳເລັດຈາກ LG G3 ລຸ່ນ flagship ຂອງປີກ່ອນທີ່ໄດ້ຮັບສຽງຕອບຮັບທີດີຈົນຂາຍດີເກີນຄາດ. ມາເທື່ອນີ້ LG ກໍບໍ່ໄດ້ເຮັດໃຫ້ຜິດຫວັງສຳລັບຜູ່ທີ່ເປັນສາວົກຢູ່ແລ້ວ ຫຼື ຜູ່ທີ່ກຳລັງເລັ່ງໆວ່າຈະຊື້ມືຖືໃໝ່ຂອງຄ້າຍນີ້ ໂດຍ LG G4 ນັ້ນໄດ້ມີການປັບປຸງຈາກ LG G3 ໂຕເກົ່າຫຼາຍພໍສົມຄວນໂດຍຫຼັກໆແມ່ນຈະປັບປຸງເລື່ອງກ້ອງ, ໜ້າຈໍໃໝ່, ໜ້າຕ່າງ UI ທີ່ພັດທະນາໃຫ້ມີປະສິດທິພາບດີກ່ວາເກົ່າ ແລະ ການປ່ຽນແປງຮູບລັກພາຍນອກເຊັ່ນ ຝາຫຼັງທີ່ເປັນໜັງແທ້ເຮັດໃຫ້ເພີ່ມຄວາມຫຼູຫຼາ ແລະ ໜ້າສຳຜັດບໍ່ນ້ອຍໜ້າວັດສະຖຸທີ່ເຮັດຈາກໂລຫະກັນເລີຍ.

G4_Genuine_Leather3

ຮູບຮ່າງໜ້າຕາ LG G4 ນັ້ນບໍ່ໄດ້ແຕກຕ່າງຈາກ LG G3 ຫຼາຍປານໃດ ໂດຍຍັງຄົງການອອກແບບໂດຍໃຫ້ປຸ່ມ ລົດສຽງ, ເພີ່ມສຽງ ແລະ ລ໋ອກໜ້າຈໍໄວ້ດ້ານຫຼັງ. ໂຕເຄື່ອງມີການໂຄ້ງງໍເລັກນ້ອຍແຕ່ບໍ່ງໍຫຼາຍຄືກັນກັບ LG G Flex 2 ເຊິ່ງຜູ້ໃຊ້ຈະບໍ່ຮູ້ສຶກເລີຍວ່າມັນງໍ. LG ບອກວ່າມັນຈະຊ່ວຍໃຫ້ຜູ້ໃຊ້ງານຈັບຖະໜັດຂຶ້ນ ແລະ ຍັງຊ່ວຍບໍ່ໃຫ້ໜ້າຈໍແຕກງ່າຍຂຶ້ນ 20 ເປີເຊັນເມື່ອທຽບກັບຮູບຮ່າງໜ້າພຽງຂອງ LG G3.

lgg4-1.0 (1)

ໜ້າຈໍສະແດງຜົນຍັງມີຂະໜາດ 5.5 ນິ້ວ ເທົ່າຂອງເດີມ ຄວາມລະອຽດໜ້າຈໍ  2560 x 1400 (ຄວາມລະອຽດລະດັບ QHD) ມາພ້ອມກັບເທັກໂນໂລຢີສະແດງຜົນໃໝ່ “IPS Quantum Display” ເຊິ່ງໃຫ້ສີທີ່ດີຂຶ້ນ 20 ເປີເຊັນ, ປັບປຸງຄວາມສະຫວ່າງຂອງໜ້າຈໍຂຶ້ນອີກ 25 ເປີເຊັນ ແລະ ເພີ່ມຄວາມເຂັ້ມຂອງສີຂຶ້ນອີກ 50 ເປີເຊັນ ຜົນທີ່ໄດ້ຄືໃຫ້ພາບທີ່ສົມຈິງ ແລະ ສູ້ແສງແດດໄດ້ດີຍິ່ງຂຶ້ນ. ນອກນັ້ນຍັງເປັນລຸ້ນທຳອິດຂອງໜ້າຈໍ QHD ທີ່ໃຊ້ເທັກໂນໂລຢີ Advanced In-Cell Touch (AIT) ເປັນເທັກໂນໂລຢີທີ່ລວມເອົາໜ້າຈໍ LCD ແລະ ເຊັນເຊີສຳຜັດລວມເຂົ້າກັນເພື່ອໃຫ້ສີທີດີຂຶ້ນ ແລະ ການຕອບສະໜອງການສຳຜັດແມ່ນຢຳຂຶ້ນ.

G4_Genuine_Leather2

ກ້ອງຫຼັງຂອງ LG G4 ມາພ້ອມກັບຄວາມລະອຽດ 16 ລ້ານພິກເຊວ ໂດຍມີຄວາມກ້ວາງຂອງຮູຮັບແສງກ້ວາງເຖິງ F1.8 ເຊິ່ງແສງສາມາດເຂົ້າໄປໄດ້ດີຂຶ້ນ 80 ເປີເຊັນ. LG ໄດ້ປັບປຸງປະສິດທິພາບການຖ່າຍພາບໃນສະພາບແສງໜ້ອຍດ້ວຍ OIS 2.0 ເຊິ່ງປະສິດທິພາບສູງກ່ວາໂຕເກົ່າເຖິງສອງເທົ່າໂດຍເພີ່ມໄລຍະຂອງການສັ່ນໄຫວຂອງພາບຈາກ 1 ອົງສາເປັນ 2 ອົງສາໃນແກນ X ແລະ ແກນ Y ແລະ ຍັງເພີ່ມແກນທີ 3 ຄືແກນ Z ເປັນແກນທຳອິດ.

ສຳລັບໂໝດໃໝ່ທີ LG ໄດ້ເພີ່ມເຂົ້າມາໃນ LG G4 ນີ້ແມ່ນໂໝດຄວບຄຸມດ້ວຍຕົນເອງ (Manual mode) ເພື່ອເພີ່ມປະສົບການໃໝ່ໆໃຫ້ກັບຜູ້ໃຊ້ງານທີ່ຕ້ອງການປັບແຕ່ງໂດຍສະເພາະແມ່ນຊ່າງຖ່າຍຮູບທີ່ມີປະສົບການ ແລະ ຍັງລວມທັງມືສະໝັກຫຼິ້ນ ໂດຍທ່ານສາມາດປັບແຕ່ງການ Focus, ຄວາມໄວ Shutter, IOS, ການຊົດເຊີຍແສງ(exposure compensation) ແລະ ຄວາມຖືກຕ້ອງຂອງແສງ (white balance). ທີສຳຄັນຄືສາມາດຖ່າຍຮູບອອກມາເປັນນາມສະກຸນ RAW ໄດ້ແລ້ວ ຫວັງວ່າຊ່າງພາບທັງຫຼາຍຄົງຈະຖືກໃຈກັນເປັນແຖວເລີຍລະ.

ນອກຈາກຈະປັບປຸງເລື່ອງການສັ່ນໄຫວຂອງກ້ອງໃຫ້ມີປະສິດທິພາບດີຂຶ້ນແລ້ວ LG ຍັງມີ “color spectrum sensor” ເພື່ອໃຊ້ໃນການປັບຄວາມຖືກຕ້ອງຂອງສີຂອງວັດຖຸ ແລະ ປັບຄວາມຖືກຕ້ອງຂອງແສງໃນສະຖານະການທີຍາກຕໍ່ການວັດແສງ.

ສ່ວນກ້ອງໜ້ານັ້ນ LG ກໍຈັດມາເຕັມຄືກັນດ້ວຍຄວາມລະອຽດຂອງກ້ອງໜ້າທີ 8 ລ້ານພິກເຊວ ເອົາໃຈຂາ selfies ກັນເລີຍ.

lgg4-3.0

ເລື່ອງການປະມວນຜົນນັ້ນ LG G4 ໃຊ້ຊິບປະມວນຜົນ Qualcomm Snapdragon 808, RAM 3GB, ຄວາມຈຳໃນໂຕເຄື່ອງ 32 GB, ແບັດເຕີຣີ 3000mAh ສາມາດຖອດປ່ຽນໄດ້ ແຕ່ບໍ່ມີການລະບົບການສາກໄວຈາກ Qualcomm (Qualcomm QuickCharge) ຫຼື ສາກໄຮ້ສາຍ (wireless charging). ສາມາດເພີ່ມໜ່ວຍຄວາມຈຳພາຍນອກໄດ້ດ້ວຍ Micro SD. ມາພ້ອມກັບລະບົບປະຕິບັດການ Android Lollipop 5.1.

LG ຍັງບໍ່ໄດ້ບອກລາຄາ ແລະ ຈະວາງຂາຍໃນອາເມລິກາທ້າຍເດືອນພຶດສະພາ ຫຼື ຕົ້ນເດືອນມິຖຸນາ. ແນ່ນອນວ່າຈະຕ້ອງມີສອງລາຄາແນ່ນອນລະຫວ່າງລຸ້ນທີມີຝາຫຼັງເປັນຢາງ ແລະ ໜັງແທ້.

G4_Ceramic

ການເປີດໂຕ LG G4 ນັ້ນໃນເລື່ອງໂຕເຄື່ອງຮູບລັກພາຍນອກນັ້ນແມ່ນໄດ້ສ່ວນທາງກະແສຂອງຕະຫຼາດໃນປັດຈຸບັນຄື ຄ້າຍອື່ນໆຈະໃຊ້ວັດສະດຸທີເປັນໂລຫະ ຫຼື ແກ້ວ ເພື່ອເພີ່ມຄວາມຫຼູຫຼາໃຫ້ກັບໂຕເຄື່ອງ ແຕ່ LG ນັ້ນໄດ້ນຳເອົາໜັງແທ້ມາໃຊ້ເຊິ່ງກໍໄດ້ເພີ່ມຄວາມຫຼູຫຼາຄືກັນ ແລະ ຖ້າໃຜບໍ່ມັກແບບໜັງ ເພິ່ນກໍຍັງມີແບບຝາຫຼັງທີເປັນຢາງໃຫ້ເລືອກ. ໃນເລື່ອງຂອງກ້ອງເອງ LG ກໍໄດ້ພັດທະນາຂຶ້ນຈາກໂຕເກົ່າຫຼາຍໂດຍສະເພາະເທັກໂນໂລຢີກັນສັ່ນຂອງຕົນ ແລະ ຍັງໄດ້ນຳເອົາເທັກໂນໂລຢີຂອງຕົນມາໃຊ້ ໄດ້ເຮັດໃຫ້ແຕກຕ່າງຈາກຄ້າຍອື່ນຢ່າງເຫັນໄດ້ຊັດເຈນ, ອີກທັງຍັງສາມາດຖ່າຍພາບໃນຮູບແບບ RAW ໄດ້ຖືວ່າຍັງບໍ່ມີໂທລະສັບ flagship ຂອງຄູ່ແຂງຂອງຕົນເຊັ່ນ: Apple ຫຼື Samsung ເຮັດໄດ້ເທື່ອ(ອັບເດດ 1/05/2015 HTC ອັບເດດແອັບຂອງຕົນໃຫ້ສາມາດຖ່າຍພາບເປັນ RAW ໄດ້ແລ້ວ,ບໍ່ແນ່ Sony ອາດຈະມີກໍ່ໄດ້). ນອກການປັບປຸງຂອງກ້ອງແລ້ວຍັງມີການປັບປຸງໜ້າຈໍນຳອີກຖືວ່າເພິ່ນຈັດເຕັມກັບລຸ້ນ flagship ຂອງຕົນຂະໜາດ.

ຂອບໃຈຂໍ້ມູນ ແລະ ຮູບພາບ LG Newsroom

ຂອບໃຈຮູບພາບເພີ່ມຕື່ມ TheVerge