LG ເປີດໂຕ G Pad ແທັບເລັທລຸ້ນທຳອິດຂອງຕົນ

G_PAD_022

LG ເປີດໂຕຜະລິດຕະພັນໃໝ່ G Pad ເປັນແທັບແລັທໜ້າຈໍຂະໜາດ 8.3 ນິ້ວ ເຊິ່ງວ່າເປັນຄັ້ງທຳອິດເລີຍທີ່ວ່າ LG ເພິ່ນໄດ້ຂະຫຍາຍພື້ນທີ່ສ່ວນແບ່ງຕະຫຼາດແທັບແລັທສ່ວນເລື່ອງຈະຖືກໃຈມວນຊົນບໍ່ນັ້ນກໍຕ້ອງມາເບິ່ງກັນ ຕື່ມ. ຈາກການວິເຄາະຈາກຫຼາຍໆສຳນັກຂ່າວເພິ່ນຄິດວ່າ LG ຈະເປີດໂຕແທັບເລັທ G Pad ນີ້ໃນງານ IFA(ເປັນ ງານເປີດໂຕຜະລິດຕະພັນໃໝ່ຂອງແຕ່ລະບໍລິສັດຊັ້ນນຳໃນດ້ານເອເລັກໂຕນິກທົ່ວໂລກ ຈັດໃນເມື່ອງເບີລິນ, ປະເທດເຢຍລະມັນ) ແຕ່ວ່າສຳພັດເປີດໂຕກ່ອນຊ້ຳ, ແຕ່ຈະເປີດໂຕຢ່າງເປັນທາງການແທ້ໆນັ້ນກໍແມ່ນຈະເປີດ ໂຕໃນງານ IFA.

ຈຸດເດັ່ນໃນການໃຊ້ງານຂອງ G Pad ນີ້ມີ 3 ຢ່າງຫຼັກໆຄື:

  1. Slide Aside ໃຊ້ 3 ນິ້ວເລື່ອນໄປທາງຂ້າງເພື່ອປັດແອັບທີເປີດໃຊ້ງານໃຫ້ຢູ່ທາງຂ້າງ, ການທຳງານມັນກະ ຄ້າຍໆກັບການປິດແອັບແຕ່ວ່າບໍ່ໄດ້ປິດໃຊ້ງານເລີຍພຽງແຕ່ປິດມັນໄວ້ທາງຂ້າງຊື່ໆຖ້າຢາກໃຊ້ງານກໍພຽງແຕ່ປັດກັບຄືນມາ.
  2. QSlide ສາມາດຄວບຄຸມແອັບໄດ້ພ້ອມໆກັບ 3 ໂຕໄວ້ໃນໜ້າຈໍດຽວ
  3. KnockON ເປີດ ຫຼື ປິດການທຳງານພຽງແຕ່ແຕະໜ້າຈໍ 2 ຄັ້ງ

LG-G-Pad-8.3_02201308302020377471

ສະເປັກຂອງ LG G Pad ມີດັ່ງນີ້:

  • LG G Pad ມີຂະໜາດໜ້າຈໍ 8.3 ນິ້ວ WUXGA, ຄວາມລະອຽດໜ້າຈໍ 1900 x 1200 ທີ່ 273 ພິກເຊວຕໍ່ນິ້ວ.
  • ມາພ້ອມກັບລະບົບປະຕິບັດການ Android Jelly Bean 4.2.2.
  • ຊິບປະມວນຜົນ Snapdragon 600 ສີ່ແກນ ຄວາມໄວທີ່ 1.7 GHz ຈາກ Qualcomm.
  • RAM 2GB LPDDR2.
  • ກ້ອງຫຼັງ 5 ລ້ານພິກເຊວ ແລະ ກ້ອງໜ້າ 1.3 ລ້ານພິກເຊວ.
  • ຄວາມຈຳ 16 GB.
  • ແບັດເຕີຣີ 4,600mAh.
  • ຂະໜາດໂຕເຄື່ອງ 216.8 x 126.5 x 8.3mm.
  • ນ້ຳໜັກ 338g.
  • ມີພຽງ 2 ສີຄື: ຂາວ ແລະ ດຳ.
  • ລາຄາຍັງບໍ່ບອກເທື່ອ.

LG G Pad ຈະວາງຈຳໜ່່າຍທົ່ວໂລກໃນໄຕມາດສີ່ຂອງປີນີ້.

ຂອບໃຈທີ່ມາ Thenextweb

ຕົ້ນສະບັບ LG Newsroom