Lenovo ເປີດ​ໂຕ​ໂນດ​​ບຸກ​ Lenovo Y70 ສະ​ເປັກ​ຈັດ​ເຕັມສຳ​ລັບ​ນັກ?

Lenovo ເປີດ​ໂຕ​ໂນດ​ບຸກ Lenovo Y70 ລຸ້ນ​ລ່າ​ສຸດ​ຂອງ​ຕະ​ກຸນ Y ເປັນ​ໂນດ​ບຸກ​ທີ່​ນັກຫຼິ້ນ​ເກມ​ຕ້ອງ​ຮ້ອງວ່າ ວ້າວ​ເລີຍ ເພາະ​ມັນ​ຕອບ​ສະ​ໜອງ​ຄວາມ​ຕ້ອງ​ການ​ຂອງ​ກຸ່ມ​ຄົນຫຼິ້ນ​ເກມ​ໄດ້​ຄືຄວາມ​ບາງ, ເບົາ ແລະ ທີ​ຂາດບໍ່​ໄດ້​ສະ​ເປັກ​ຕ້ອງ​ແຮງນຳ​ອີກ.

lenovo-laptop-y70-touch-back-side-9

Lenovo Y70 ມາ​ພ້ອມ​ກັບ​ໜ້າ​ຈໍສຳ​ຜັດ 17 ນິ້ວ ຄວາມ​ລະ​ອຽດ​ໜ້າ​ຈໍ​ລະ​ດັບ FHD (1920×1080), ໃຊ້ໜ່ວຍ​ປະ​ມວນ​ຜົນສີ່​ແກນ Intel Core i7 ລະ​ຫັດ Haswell, ກາດ​ຈໍ Nvidia GTX 860M GDDR5 ສູງ​ສຸດ 4 GB, RAM ສູງ ສຸດ 16 GB, ໜ່ວຍ​ຄວາມ​ຈຳ HDD 1TB ຄວ​ບ​ຄູ່​ກັບ SSD 8GB ຫຼື SSD 256GB (ສາ​ມາດ​ຮັບ​ໄດ້​ສູງ​ສຸດ 512GB), ປັບ​ແຕ່ງ​ສຽງ​ລຳ​ໂພງ​ຈາກ JBL ແລະ ນ້ຳ​ໜັກ​ເບົາ​ສຸດໆ​ສຳ​ລັບ​ໂນດ​ບຸກ​ສຳ​ລັບ​ນັກ​ຫຼິ້ນ​ເກມ​ໃນ​ເກດ​ດຽວ​ກັນ​ຄືເບົ​າ​ພຽງ 3.4 kg (7.5 pound) ເທົ່າ​ນັ້ນ.

Lenovo ຈະ​ວາງ​ຂາຍ Y50 ໃນ​ເດືອນ​ຕຸ​ລາ ລາ​ຄາ​ເລີ່ມ​ຕົ້​ນ 1,389 ໂດລາ​ສະ​ຫ​ະ​ລັດ

ຂອບ​ໃຈ​ທີ​ມາ Lenovo