ການຫຼຸດ​ພົ້ນ​ອອກ​ຈາກ​ສະ​ຖາ​ນະ​ພາບປະ​ເທດ​ດ້ອຍ​ພັດ​ນ

ການຫຼຸດ​ພົ້ນ​ອອກ​ຈາກ​ສະ​ຖາ​ນະ​ພາບປະ​ເທດ​ດ້ອຍ​ພັດ​ນ

ການຫຼຸດ​ພົ້ນ​ອອກ​ຈາກສະ​ຖາ​ນະ​ປະ​ເທດ​ດ້ອຍ​ພັ​ດ​ທະ​ນາ​ ເປັນ​ເປົ້າ​​ໝາຍສູ້​ຊົນ​ຂອງປະ​ເທດ​ເຮົາ​ທີ່​ຈະ​ເຮັດ​ໃຫ້​ໄດ້​ໃນ​ປີ 2025 ເຊິ່ງວ່າ ປະ​ເທດ​ທີ່​ຂຶ້ນ​ສະ​ຖາ​ນະເປັນ​ປະ​ເທດ​ດ້ອຍ​ພັດ​ທະ​ນາ ຫຼື Least Developed Country (LDC ຕໍ່​ໄປ​ແມ່ນ​ຈະ​ໃຊ້​ຄຳ​ຫຍໍ້​ໂຕ​ນີ້​) UN ໃຫ້​ນິ​ຍາມ​ວ່າ ເປັນປະ​ເທດ​ທີ່​ມີ​ລາຍ​ຮັບ​ຕ່ຳ ແລະ ມີ​ຂໍ້​ຈຳ​ກັດ​ດ້ານ​ໂຄງ​ຮ່າງ ທີ່​ກີດ​ຂວາງ​ການ(structural impediments)​ພັດ​ທະ​ນາ​ແບບ​ຍືນ​ຍົງ.

ຫຼັງຈາກ​ເປົ້າ​ໝາຍ ສະ​ຫັດສະ​ຫວັດ​ດ້ານ​ການ​ພັດ​ທະ​ນາ (MDGs) ​ໃນ​ປີ 2015, ໃນ​ແຜນ 8 ນີ້​ລັດ​ທະ​ບານ​ໄດ້​ສຸມ​ໃສ່​ເປົ້າ​ໝາຍ​ສູ້​ຊົນ LDC ກໍ​ຄື​ການ​ພັດ​ທະ​ນາ​ເພື່ອຫຼຸດ​ພົ້ນ​ອອກ​ຈາກ​ສະ​ຖາ​ນະ​ພາບ​ປະ​ເທດ​ດ້ອຍ​ພັດ​ທະ​ນາ.

​​ UN/Committee for Development Policy (CDP) ຈະ​ເປັນ​ຜູ້​ວັດ​ແທກ ແລະ ປະ​ກາດ​ໃຫ້​ປະ​ເທດນັ້ນ ວ່າ​ໄດ້ຫຼຸດ​ພົ້ນ​ອອກ​ຈາກ​ສະ​ຖານະ LDC ໄດ້​ຈະ​ຕ້ອງ​ໄດ້​ຜ່ານ​ເກນ​​ມາດ​ຕະ​ຖານການ​ວັດ​ແທກ​ຂອງ​ເພິ່ນ​ກ່ອນ ໂດຍ​ເພິ່ນ​ຈະ​ວັດ​ທຸກໆ 3ປີ ແລ​ະ ຕ້ອງ​ຜ່ານ​ເກນ​ມາດ​ວັດ​ຂອງ​ເພິ່ນ​ຈຳ​ນວນ 3 ຄັ້ງ​ຕິດ​ຕໍ່​ກັນ​ຈຶ່ງ​ຖື​ວ່າ​ບັນ​ລຸ​ເປົ້າ​ໝາຍ.

ເກນ​ການ​ວັດ​ແທກ​ໄດ້​ແບ່ງ​ອອກ​ເປັນ 3 ໝວດ​ໃຫຍ່​ຄື:

  1. ​ລາຍ​ໄດ້​ແຫ່ງ​ຊາດ​ຕໍ່​ຫົວ​ຄົນ (GNI: Gross National Income) ເພື່ອ​ວັດ​ແທກ​ລາຍ​ໄດ້ ແລະ ​ລະ​ດັບ ຊັບ​ພະ​ຍາ​ກອນ ໃນ​ການ​ພັດ​ທ​ນະ​ນາ ທີ່​ມີ​ຢູ່​ໃນ​ປະ​ເທດ
  2. Human Assets Index (HAI) ດັດ​​ຊະ​ນີ​ຊັບ​ສິນ​ມະ​ນຸດ ແລະ 
  3. Economic Vulnerability Index (EVI) ດັດ​ຊະ​ນີ​ຄວາມບອບ​ບາງ​ຂອງ​ເສດ​ຖະ​ກິດ ປະ​ກອບ​ດ້ວຍຫຼາຍ​ຕົວ​ຊີ້ບອກ​ນ້ອຍ​ທີ່ ຖືກ​ເລືອກ​ໂດຍ CDP (Committee for Development Policy) 

ລາຍ​ລະ​ອຽດ​ຕົວ​ເລກ​ເພື່ອ​ບັນ​ລຸ​ໃນ​ການ​ຊີ້​ວັດ​ຂອງ​ທັງ 3 ຕົວ​ ປະ​ຈຳ​ປີ 2018:

  1. ລາຍ​ໄດ້​ແຫ່ງຊາດ​ຕໍ່​ຫົວ​ຄົນ (GNI) ຕ້ອງ​ເຮັດ​ໃຫ້​ໄດ້ຫຼາຍ​ກ່​ວາ 1.230 ໂດ​ລາ (ປີ 2015 ແມ່ນ 1.242 ໂດ​ລາ)
  2. ດັດ​ຊະ​ນີ​ຊັບ​ສິນ​ມະ​ນຸດ (HAI) ​ຕ້ອງ​ໃຫ້​ໄດ້ຫຼາຍ​ກ່​ວາ 66
  3. ດັບ​ສະ​ນີ​ຄວາມບອບ​ບາງ​​ຂອງ​ເສດ​ຖະ​ກິດ (EVI) ຕ້ອງ​ຕ່ຳ​ກ່​ວາ 32

ເງື່ອນ​ໄຂ​​​ເພື່ອບັນ​ລຸ LDC:

  • ຈະ​ຕ້ອງ​ບັນ​ລຸ​ມາດ​ຖານ​ໃຫ້​ໄດ້​ຕິດ​ຕໍ່ກັນ 3ຄັ້ງ ເຊິ່ງ​ແຕ່​ລະ​ຄັ້ງ​ຫ່າງ​ກັນ​ແມ່ນ 3ປີ. ໃນ​ປີ 2015 ປະ​ເທດ​ເຮົາ​ບໍ່​ສາ​ມາດ​ເຮັດ​ຜ່ານ​ທັງ 3 ເກນ, ແຕ່​ໃນ​ປີ 2018 ເຮົາ​ສາ​ມາດ​ຜ່ານ 2 ໃນ 3 ເກນ, ຖ້າ​ວ່າ ເຮົາ​ສາ​ມາດ​ເຮັດ​ໄດ້​ໃນປີ 2021 ແລະ 2024 ແມ່ນ​ເຮົາ​ສາ​ມາດ​ປະ​ກາດ​ສະ​ຖາ​ນະ​ ອອກ​ຈາກ​ປະ​ເທດ​ດ້ອຍ​ພັ​ດ​ທະ​ນາ​ໄດ້.
  • ຂຶ້ນ​ກັບ​ການ​ເຈ​ລະ​ຈາຂອງ​ປະ​ເທດນັ້ນໆ

ຄວາມ​ໝາຍ​ຂອງ​ແຕ່​ລະຕົວ​ຊີ້ບອກ

ລາຍ​ໄດ້​ແຫ່ງ​ຊາດ​ຕໍ່​ຫົວ​ຄົນ, Gross National Income (GNI)

ໄດ້​ຈາກ

Gross Domestic Product – Net Transfer

ລວມຍອດ​ຜະ​ລິດ​ຕະ​ພັນ​ພາຍ​ໃນ – (ການ​ໂອນ​ເງິນ​ເຂົ້າ​ຂອງ​ຄົນ​ລາວ​ “ລົບ” ການ​ໂອນ​ເງິນ​ອອກ​ຂອງ​ຄົນ​ຕ່າງ​ປະ​ເທດ)

ເຊິ່ງວ່າ ການ​ປ່ຽນ​ອັດ​ຕາ​ເງິນ​ສະ​ກຸນ​ທ້ອງ​ຖິ່ນ (ກີບ​) ໄປ​ເປັນ​ສະ​ກຸນ​ຕ່າງ​ປະ​ເທດ (ໂດ​ລາ) ເພື່ອບໍ່​ໃຫ້​ເກີດ​ມີ​ຜົນ​ກະ​ທົບ​ຈາກ​ອັດ​ຕາ​ເງິນ​ເຟີ້​ໃນ​ປີ​ດັ່ງ​ກ່າວ ເພິ່ນ​ຈຶ່ງ​ເອົາ​ຄ່າ​ສະ​ເລ່ຍ​ຂອງ 2 ຫາ 3 ປີ​ກ່ອນ​ມີ​ເປັນ​ໂຕ​ປຽບ​ທຽບ ແລະ ອ້າງ​ອີງ. ໂດຍ​ການ​ປ່ຽນ​ຫົວ​ໜ່ວຍ​ເງິນ​ແມ່ນ ເພິ່ນ​ໄດ້​ໃຊ້​ວິ​ທີ​ຂອງ The World Bank Atlas Method ມາ​ໃຊ້.

The World Bank Atlas Method

ເປັນ​ວິ​ທີ​ທີ່​ໃຊ​້ Atlas conversion factor ເພື່ອ​ປ່ຽນ​ຫົວ​ໜ່ວຍ​ສະ​ກຸນ​ເງິນ​ທຸກໆ​ສະ​ກຸນ​ເງິນ​ມາ​ເປັນ​ສະ​ກຸນ​ເງິນ​ທີ່​ນິ​ຍົມ​ໃຊ້​ກັນ​ເຊັ່ນ ໂດ​ລາ. ໂດຍ conversion factor ຈະ​ເອົາ​ຄ່າ​ສະ​ເລ່ຍ​ຂອງ​ອັດ​ຕາ​ການ​ແລກ​ປ່ຽນ​ຈາກ​ສະ​ກຸນ​ຕົ້ນ​ທາງ​ໄປ​ຫາ ໂດ​ລາ ຂອງ​ປີນັ້ນ ແລະ 2 ປີ  ກ່ອນ​ໜ້າ​ນີ້ ລວມ​ທັງ​ປັບ​ອັດ​ຕາ​ເງິນ​ເຟີ້​ພາຍ​ໃນ ແລະ ຕ່າງ​ປະ​ເທດ​ເຂົ້າ​ນຳ. ຈຸດ​ປະ​ສົງ​ຂອງ​ການ​ປັບ​ນີ້​ກໍ​ແມ່ນ​ເພື່ອ​ປ້ອງ​ກັນ​ອັດ​ຕາ​ກາ​ແລກ​ປ່ຽນ​ທີ່​ເກີດ​ຈາກ​ເງິນ​ເຟີ້ໃນ​ປີ​ດັ່ງ​ກ່​າວ.

\(r_{(t-n)}=\frac{P_{t}}{P_{(t-n)}}\)

r(t-n) = P(t) / P(t-n)

r(t-n) ອັດ​ຕາ​ເງິນ​ເຟີ້​ໃນ​ປະ​ເທດ ລະ​ຫວ່າງ​ປີ t ແລະ ປີ t-n

P(t) Gross Domestic Product (GDP) deflator

*ລາຍ​ລະ​ອຽດ​ແບບ​ລົງ​ເລິກ​ສາ​ມາດ​ເຂົ້າ​ໄປ​ສຶກ​ສາ​ໄດ້​ທີ The World Bank Atlas method – detailed methodology

ດັດ​ຊະ​ນີ​ຊັບ​ສິນ​ມະ​ນຸດ, Human Asset Index (HAI)

  • ແມ່ນ​ການ​ວັດ​ລະ​ດັບຊັບ​ພະ​ຍາ​ກອນ​ມະ​ນຸດ​
  • ຖ້າ​ລະ​ດັບ HAI ຕ່ຳ​ ໝາຍ​ເຖິງ ​ຄວາມ​ເປັນ​ໄປ​ໄດ້​ຍາກ​ ຫຼື ມີ​ສິ່ງ​ກີດ​ຂວາງໃນ​ການ​ສ້າງໂຄງ​ຮ່າງ​ ​ເພື່ອ​ການ​ພັດ​ທ​ະ​ນາແບບ​ຍືນ​ຍົງ

ດັດ​ຊະ​ນີ​ຄວາມບອບ​ບາງ​ຂອງ​ເສດ​ຖະ​ກິດ, Economy Vulnerability Index (EVI)

  • ດັດ​ຊະ​ນີ​ທີ່​ວັດ​ແທ​ກ​ຄວາມບອບ​ບາງ​ຂອງ​ໂຄງ​ສ້າງ​ເສດ​ຖະ​ກິດ​ເສດ​ຖະ​ກິດ​ພາຍ​ໃນ ທີ່​ຈະ​ປະ​ເຊີນ​ຕໍ່​ຄວາມ​ສ່ຽງ ຫຼື ຮັບ​ຜົນ​ກະ​ທົບ​ຈາກ​ເສດ​ຖະ​ກິດ​ພາຍນອກ ແລະ ໄພ​ທຳ​ມະ​ຊາດ.
  • ຖ້າ​ຄ່າ EVI ສູງ ໝາຍ​ເຖິງ ໂຄງ​ສ້າງ​ເສດ​ຖະ​ກິດ​ມີ​ຄວາມບອບ​ບາງ ຫຼື ມີ​ຄວາມ​ສ່ຽງ​ສູງ ເຊິ່ງ​ຖ້າ​ຫາກວ່າ​ເສດ​ຖະ​ກິດ​ມີ​ຄວາມບອບ​ບາງ​ສູງ ກໍ​ຈະ​ເຮັດ​ໃຫ້​ເປັນ​ອຸ​ປະ​ສັກ​ຕໍ່​ການ​ພັດ​ທະ​ນາ​ຕາມ​ທິດ​ຍືນ​ຍົງ

ອົງ​ປະ​ກອບ​ຂອງດັບ​ສະ​ນີ​ຊັບ​ສິນ​ມະ​ນຸດ, HAI (Human Assets Index)

  1. ອັດ​ຕາ​ການ​ຕາຍ​ຂອງ​ເດັກ​ນ້ອຍ​ຕ່ຳ​ກ່​ວາ 5ປີ (Under five mortality rate) (1/6)
  2. ອັດ​ຕາ​ສ່ວນ​​ປະ​ຊາ​ກອນ​ທີ່​ຂາດ​ສານ​ອາ​ຫານ (Percentage of population undernourished) (1/6)
  3. ອັດ​ຕາ​ການ​ຕາຍ​ຂອງ​ແມ່ (Maternal Mortality Ratio)  (1/6)
  4. ອັດ​ຕາ​ການ​ເຂົ້າ​ຮຽນ​ຊັ້ນ​ມັດ​ທະ​ຍົມ (Gross secondary school enrollment ratio) (1/4)
  5. ອັດ​ຕາ​ການ​ຮູ້​ໜັງ​ສື​ຂອງ​ຜູ້​ໃຫຍ່ (Adult literacy rate) (1/4)

ອົງ​ປະ​ກອບ​ຂອງ ດັດ​ຊະ​ນີ​ຄວາມບອບ​ບາງ​ຂອງ​ເສດ​ຖະ​ກິດ, EVI (Economic Vulnerability)

  1. ຈຳ​ນວນ​ປະ​ຊາ​ກອນ (Population) (1/8)
  2. ຄວາມ​ຫ່າງ​ໄກ​ຈາກ​ຕະຫຼາດ (Remoteness) (1/8)
  3. ຄວາມ​ກະ​ຈຸກ​ໂຕ​ຂອງ​ສິນ​ຄ້າ​ສົ່ງ​ອອກ (Merchandise Export Concentration) (1/8)
  4. ສັດ​ສ່ວນ​ຂອງ​ກະ​ສິ​ກຳ​ໃນ GDP (Share of Agriculture, Forestry & Fishing in GDP) (1/8)
  5. ສັດ​ສ່ວນ​ຂອງ​ປະ​ຊາ​ກອນ​ຢູ່​ເຂດ​ຊາຍ​ຝັ່ງ (Share of population in low elevated Coastal  Zone) (1/8)
  6. ຄວາມບໍ່​ໝັ້ນ​ຄົງ​ຂອງ​ການ​ສົ່ງ​ອອກ (Instability of exports of goods and services) (1/8)
  7. ຈຳ​ນວນ​ຜູ້​ປະ​ສົບ​ໄພ​ພິ​ບັດ (Victims of natural disasters) (1/8)
  8. ຄວາມບໍ່​ໝັ້ນ​ຄົງ​ການ​ຜະ​ລິດ (Instability of agricultural production) (1/8)

ວິ​ທີ​ການ​ຄິດ​ໄລ່ ດັດ​ຊະ​ນີ​ຂອງ​ແຕ່​ລະ​ຕົວ

ການ​ຄິ​ດ​ໄລ່​ດັ​ດ​ຊະ​ນີ​ຂອງ​ແຕ່​ລະ​ຕົວ​ນັ້ນ​ແມ່ນ​ໃຊ້​ສູດລວມ​​ອັນ​ດຽວ​ກັນ​ຄື

\(I=100*\frac{V-min}{max-min}\)

*ສຳ​ລັບ​ບາງ​ຕົວ​ຊີ້ບອກ ຕົວ​ເລກ​ຜົນ​ໄດ້​ຮັບ​ອາດ​ຈະ​ກົງ​ກັນ​ຂ້າມ ຫຼື ຕ້ອງ​ເປັນ​ຄ່າ​ນ້ອຍ​ກ່​ວາ ເຊັ່ນ: ຕົວ​ຊີ້ບອກ​ດ້ານ​ການ​ຕາຍ​ຂອງ​ເດັກ ເຮົາ​ຈຶ່ງ​ຜັນ​ປ່ຽນ​ສູດ​ເປັນ

\(I^{*}=100-I=100*\frac{max-V}{max-min}\)

I = 100 * [((V) – (min))/((max) – (min))]

I*=100-I = 100 * [((max) – (V))/((max) – (min))]

V ຂໍ້​ມູນ​ຕົວ​ເລກ​ຂອງ​ປະ​ເທດ​ທີ່​ຕ້ອງ​ການ​ຄິດ​ໄລ່

min ຄ່າ​ສະ​ເລ່ຍ​ນ້ອຍ​ສຸດ (lower bound)

max ຄ່າ​ສະ​ເລ່ຍ​ໃຫຍ່​ສຸດ (upper bound)

ຄ່າ​ດັບ​ຊະ​ນີ​ຈະ​ມີ​ຄ່າ​ແຕ່ 0 ຫາ 100

ຕົວ​ຢ່າງ:

ໃນໝວດ​ຂອງ HAI, ຄິດ​ໄລ່​ດັດ​ຊະ​ນີ​ອັດ​ຕາ​ການ​ເຂົ້າ​ຮຽນ​ຂັ້ນ​ມັດ​ທະ​ຍົມ ປີ 2018

V = ອັດ​ຕາ​ການ​ເຂົ້າ​ຮຽນ​ຊັ້ນ​ມັດ​ທະ​ຍົມ ຂອງ ສ​ປ​ປ ລາວ = 61.7

min = ຄ່າ​ສະ​ເລ່ຍ​ນ້ອຍ​ສຸດ = 10.0

max = ຄ່າ​ສະ​ເລ່ຍ​ໃຫຍ່​ສຸດ = 100.0

\(I=100*\frac{61.7-10.0}{100.0-10.0}\)

I = 100 * [((61.7) – (100))/((100) – (10))]

I = 57.4

ສຳ​ລັບ​ດັດ​ຊະ​ນີ EVI, ຄິດ​ໄລ່​ດັດ​ຊະ​ນີ​ປະ​ຊາ​ກອນ

V = ຈຳ​ນວນ​ປະ​ຊາ​ກອນ ສ​ປ​ປ ລາວ = 6758 (ພັນ​ຄົນ)

min = ຄ່າ​ສະ​ເລ່ຍ​ໃນ​ຂອບ​ນ້ອຍ​ສຸດ = 150 (ພັນ​ຄົນ)

max = ຄ່າ​ສະ​ເລ່ຍ​ໃນ​ຂອບ​ໃຫຍ່​ສ​ຸດ = 100000 (ພັນ​ຄົນ)

\(I=100*\frac{ln(max)-ln(V)}{ln(max)-ln(min)}\) \(I=100*\frac{ln(100000)-ln(6758)}{ln(100000)-ln(150)}\)

I = 100 * [(ln(100000) – ln(6758))/(ln(100000) – ln(150))]

I = 41.4

*ສຳ​ລັບຕົວ​ເລກ​ຂອບ​ເທິງ ແລະ ຂອບ​ລຸ່ມນັ້ນ​ແມ່ນ​ອີງ​ຕາມ​ຕົວ​ເລກ​ທີ່​ໄດ້​ຈາກ UN/CDP

**ຕົວ​ເລກ​ການ​ຄິດ​ໄລ່​ໃນ​ໝວດ​ຍ່ອຍ​ຂອງ HAI ແລະ EVI ເພິ່ນ​ໄດ້​ມີ​ສູດ ແລະ ວິ​ທີ​ການ​ຄິດ​ໄລ່​ສະ​ເພາະ​ຂອງແຕ່​ລະ​ຫົວ​ຂໍ້​ຍ່ອຍ​ຕື່ມ​ອີກ

ຂໍ້​ມູນ​ເພີ່ມ​ຕື່ມ

Lao P.D.R. LDC profile

UN – Economic Analysis and Policy Division

Hand Book on Least Developed Country Category