ການຫຼຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດນ
ການຫຼຸດພົ້ນອອກຈາກສະຖານະປະເທດດ້ອຍພັດທະນາ ເປັນເປົ້າໝາຍສູ້ຊົນຂອງປະເທດເຮົາທີ່ຈະເຮັດໃຫ້ໄດ້ໃນປີ 2025 ເຊິ່ງວ່າ ປະເທດທີ່ຂຶ້ນສະຖານະເປັນປະເທດດ້ອຍພັດທະນາ ຫຼື Least Developed Country (LDC ຕໍ່ໄປແມ່ນຈະໃຊ້ຄຳຫຍໍ້ໂຕນີ້) UN ໃຫ້ນິຍາມວ່າ ເປັນປະເທດທີ່ມີລາຍຮັບຕ່ຳ ແລະ ມີຂໍ້ຈຳກັດດ້ານໂຄງຮ່າງ ທີ່ກີດຂວາງການ(structural impediments)ພັດທະນາແບບຍືນຍົງ.
ຫຼັງຈາກເປົ້າໝາຍ ສະຫັດສະຫວັດດ້ານການພັດທະນາ (MDGs) ໃນປີ 2015, ໃນແຜນ 8 ນີ້ລັດທະບານໄດ້ສຸມໃສ່ເປົ້າໝາຍສູ້ຊົນ LDC ກໍຄືການພັດທະນາເພື່ອຫຼຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາ.
UN/Committee for Development Policy (CDP) ຈະເປັນຜູ້ວັດແທກ ແລະ ປະກາດໃຫ້ປະເທດນັ້ນ ວ່າໄດ້ຫຼຸດພົ້ນອອກຈາກສະຖານະ LDC ໄດ້ຈະຕ້ອງໄດ້ຜ່ານເກນມາດຕະຖານການວັດແທກຂອງເພິ່ນກ່ອນ ໂດຍເພິ່ນຈະວັດທຸກໆ 3ປີ ແລະ ຕ້ອງຜ່ານເກນມາດວັດຂອງເພິ່ນຈຳນວນ 3 ຄັ້ງຕິດຕໍ່ກັນຈຶ່ງຖືວ່າບັນລຸເປົ້າໝາຍ.
ເກນການວັດແທກໄດ້ແບ່ງອອກເປັນ 3 ໝວດໃຫຍ່ຄື:
- ລາຍໄດ້ແຫ່ງຊາດຕໍ່ຫົວຄົນ (GNI: Gross National Income) ເພື່ອວັດແທກລາຍໄດ້ ແລະ ລະດັບ ຊັບພະຍາກອນ ໃນການພັດທນະນາ ທີ່ມີຢູ່ໃນປະເທດ
- Human Assets Index (HAI) ດັດຊະນີຊັບສິນມະນຸດ ແລະ
- Economic Vulnerability Index (EVI) ດັດຊະນີຄວາມບອບບາງຂອງເສດຖະກິດ ປະກອບດ້ວຍຫຼາຍຕົວຊີ້ບອກນ້ອຍທີ່ ຖືກເລືອກໂດຍ CDP (Committee for Development Policy)
ລາຍລະອຽດຕົວເລກເພື່ອບັນລຸໃນການຊີ້ວັດຂອງທັງ 3 ຕົວ ປະຈຳປີ 2018:
- ລາຍໄດ້ແຫ່ງຊາດຕໍ່ຫົວຄົນ (GNI) ຕ້ອງເຮັດໃຫ້ໄດ້ຫຼາຍກ່ວາ 1.230 ໂດລາ (ປີ 2015 ແມ່ນ 1.242 ໂດລາ)
- ດັດຊະນີຊັບສິນມະນຸດ (HAI) ຕ້ອງໃຫ້ໄດ້ຫຼາຍກ່ວາ 66
- ດັບສະນີຄວາມບອບບາງຂອງເສດຖະກິດ (EVI) ຕ້ອງຕ່ຳກ່ວາ 32
ເງື່ອນໄຂເພື່ອບັນລຸ LDC:
- ຈະຕ້ອງບັນລຸມາດຖານໃຫ້ໄດ້ຕິດຕໍ່ກັນ 3ຄັ້ງ ເຊິ່ງແຕ່ລະຄັ້ງຫ່າງກັນແມ່ນ 3ປີ. ໃນປີ 2015 ປະເທດເຮົາບໍ່ສາມາດເຮັດຜ່ານທັງ 3 ເກນ, ແຕ່ໃນປີ 2018 ເຮົາສາມາດຜ່ານ 2 ໃນ 3 ເກນ, ຖ້າວ່າ ເຮົາສາມາດເຮັດໄດ້ໃນປີ 2021 ແລະ 2024 ແມ່ນເຮົາສາມາດປະກາດສະຖານະ ອອກຈາກປະເທດດ້ອຍພັດທະນາໄດ້.
- ຂຶ້ນກັບການເຈລະຈາຂອງປະເທດນັ້ນໆ
ຄວາມໝາຍຂອງແຕ່ລະຕົວຊີ້ບອກ
ລາຍໄດ້ແຫ່ງຊາດຕໍ່ຫົວຄົນ, Gross National Income (GNI)
ໄດ້ຈາກ
Gross Domestic Product – Net Transfer
ລວມຍອດຜະລິດຕະພັນພາຍໃນ – (ການໂອນເງິນເຂົ້າຂອງຄົນລາວ “ລົບ” ການໂອນເງິນອອກຂອງຄົນຕ່າງປະເທດ)
ເຊິ່ງວ່າ ການປ່ຽນອັດຕາເງິນສະກຸນທ້ອງຖິ່ນ (ກີບ) ໄປເປັນສະກຸນຕ່າງປະເທດ (ໂດລາ) ເພື່ອບໍ່ໃຫ້ເກີດມີຜົນກະທົບຈາກອັດຕາເງິນເຟີ້ໃນປີດັ່ງກ່າວ ເພິ່ນຈຶ່ງເອົາຄ່າສະເລ່ຍຂອງ 2 ຫາ 3 ປີກ່ອນມີເປັນໂຕປຽບທຽບ ແລະ ອ້າງອີງ. ໂດຍການປ່ຽນຫົວໜ່ວຍເງິນແມ່ນ ເພິ່ນໄດ້ໃຊ້ວິທີຂອງ The World Bank Atlas Method ມາໃຊ້.
The World Bank Atlas Method
ເປັນວິທີທີ່ໃຊ້ Atlas conversion factor ເພື່ອປ່ຽນຫົວໜ່ວຍສະກຸນເງິນທຸກໆສະກຸນເງິນມາເປັນສະກຸນເງິນທີ່ນິຍົມໃຊ້ກັນເຊັ່ນ ໂດລາ. ໂດຍ conversion factor ຈະເອົາຄ່າສະເລ່ຍຂອງອັດຕາການແລກປ່ຽນຈາກສະກຸນຕົ້ນທາງໄປຫາ ໂດລາ ຂອງປີນັ້ນ ແລະ 2 ປີ ກ່ອນໜ້ານີ້ ລວມທັງປັບອັດຕາເງິນເຟີ້ພາຍໃນ ແລະ ຕ່າງປະເທດເຂົ້ານຳ. ຈຸດປະສົງຂອງການປັບນີ້ກໍແມ່ນເພື່ອປ້ອງກັນອັດຕາກາແລກປ່ຽນທີ່ເກີດຈາກເງິນເຟີ້ໃນປີດັ່ງກ່າວ.
\(r_{(t-n)}=\frac{P_{t}}{P_{(t-n)}}\)r(t-n) = P(t) / P(t-n)
r(t-n) ອັດຕາເງິນເຟີ້ໃນປະເທດ ລະຫວ່າງປີ t ແລະ ປີ t-n
P(t) Gross Domestic Product (GDP) deflator
*ລາຍລະອຽດແບບລົງເລິກສາມາດເຂົ້າໄປສຶກສາໄດ້ທີ The World Bank Atlas method – detailed methodology
ດັດຊະນີຊັບສິນມະນຸດ, Human Asset Index (HAI)
- ແມ່ນການວັດລະດັບຊັບພະຍາກອນມະນຸດ
- ຖ້າລະດັບ HAI ຕ່ຳ ໝາຍເຖິງ ຄວາມເປັນໄປໄດ້ຍາກ ຫຼື ມີສິ່ງກີດຂວາງໃນການສ້າງໂຄງຮ່າງ ເພື່ອການພັດທະນາແບບຍືນຍົງ
ດັດຊະນີຄວາມບອບບາງຂອງເສດຖະກິດ, Economy Vulnerability Index (EVI)
- ດັດຊະນີທີ່ວັດແທກຄວາມບອບບາງຂອງໂຄງສ້າງເສດຖະກິດເສດຖະກິດພາຍໃນ ທີ່ຈະປະເຊີນຕໍ່ຄວາມສ່ຽງ ຫຼື ຮັບຜົນກະທົບຈາກເສດຖະກິດພາຍນອກ ແລະ ໄພທຳມະຊາດ.
- ຖ້າຄ່າ EVI ສູງ ໝາຍເຖິງ ໂຄງສ້າງເສດຖະກິດມີຄວາມບອບບາງ ຫຼື ມີຄວາມສ່ຽງສູງ ເຊິ່ງຖ້າຫາກວ່າເສດຖະກິດມີຄວາມບອບບາງສູງ ກໍຈະເຮັດໃຫ້ເປັນອຸປະສັກຕໍ່ການພັດທະນາຕາມທິດຍືນຍົງ
ອົງປະກອບຂອງດັບສະນີຊັບສິນມະນຸດ, HAI (Human Assets Index)
- ອັດຕາການຕາຍຂອງເດັກນ້ອຍຕ່ຳກ່ວາ 5ປີ (Under five mortality rate) (1/6)
- ອັດຕາສ່ວນປະຊາກອນທີ່ຂາດສານອາຫານ (Percentage of population undernourished) (1/6)
- ອັດຕາການຕາຍຂອງແມ່ (Maternal Mortality Ratio) (1/6)
- ອັດຕາການເຂົ້າຮຽນຊັ້ນມັດທະຍົມ (Gross secondary school enrollment ratio) (1/4)
- ອັດຕາການຮູ້ໜັງສືຂອງຜູ້ໃຫຍ່ (Adult literacy rate) (1/4)
ອົງປະກອບຂອງ ດັດຊະນີຄວາມບອບບາງຂອງເສດຖະກິດ, EVI (Economic Vulnerability)
- ຈຳນວນປະຊາກອນ (Population) (1/8)
- ຄວາມຫ່າງໄກຈາກຕະຫຼາດ (Remoteness) (1/8)
- ຄວາມກະຈຸກໂຕຂອງສິນຄ້າສົ່ງອອກ (Merchandise Export Concentration) (1/8)
- ສັດສ່ວນຂອງກະສິກຳໃນ GDP (Share of Agriculture, Forestry & Fishing in GDP) (1/8)
- ສັດສ່ວນຂອງປະຊາກອນຢູ່ເຂດຊາຍຝັ່ງ (Share of population in low elevated Coastal Zone) (1/8)
- ຄວາມບໍ່ໝັ້ນຄົງຂອງການສົ່ງອອກ (Instability of exports of goods and services) (1/8)
- ຈຳນວນຜູ້ປະສົບໄພພິບັດ (Victims of natural disasters) (1/8)
- ຄວາມບໍ່ໝັ້ນຄົງການຜະລິດ (Instability of agricultural production) (1/8)
ວິທີການຄິດໄລ່ ດັດຊະນີຂອງແຕ່ລະຕົວ
ການຄິດໄລ່ດັດຊະນີຂອງແຕ່ລະຕົວນັ້ນແມ່ນໃຊ້ສູດລວມອັນດຽວກັນຄື
\(I=100*\frac{V-min}{max-min}\)*ສຳລັບບາງຕົວຊີ້ບອກ ຕົວເລກຜົນໄດ້ຮັບອາດຈະກົງກັນຂ້າມ ຫຼື ຕ້ອງເປັນຄ່ານ້ອຍກ່ວາ ເຊັ່ນ: ຕົວຊີ້ບອກດ້ານການຕາຍຂອງເດັກ ເຮົາຈຶ່ງຜັນປ່ຽນສູດເປັນ
\(I^{*}=100-I=100*\frac{max-V}{max-min}\)I = 100 * [((V) – (min))/((max) – (min))]
I*=100-I = 100 * [((max) – (V))/((max) – (min))]
V ຂໍ້ມູນຕົວເລກຂອງປະເທດທີ່ຕ້ອງການຄິດໄລ່
min ຄ່າສະເລ່ຍນ້ອຍສຸດ (lower bound)
max ຄ່າສະເລ່ຍໃຫຍ່ສຸດ (upper bound)
ຄ່າດັບຊະນີຈະມີຄ່າແຕ່ 0 ຫາ 100
ຕົວຢ່າງ:
ໃນໝວດຂອງ HAI, ຄິດໄລ່ດັດຊະນີອັດຕາການເຂົ້າຮຽນຂັ້ນມັດທະຍົມ ປີ 2018
V = ອັດຕາການເຂົ້າຮຽນຊັ້ນມັດທະຍົມ ຂອງ ສປປ ລາວ = 61.7
min = ຄ່າສະເລ່ຍນ້ອຍສຸດ = 10.0
max = ຄ່າສະເລ່ຍໃຫຍ່ສຸດ = 100.0
\(I=100*\frac{61.7-10.0}{100.0-10.0}\)I = 100 * [((61.7) – (100))/((100) – (10))]
I = 57.4
ສຳລັບດັດຊະນີ EVI, ຄິດໄລ່ດັດຊະນີປະຊາກອນ
V = ຈຳນວນປະຊາກອນ ສປປ ລາວ = 6758 (ພັນຄົນ)
min = ຄ່າສະເລ່ຍໃນຂອບນ້ອຍສຸດ = 150 (ພັນຄົນ)
max = ຄ່າສະເລ່ຍໃນຂອບໃຫຍ່ສຸດ = 100000 (ພັນຄົນ)
\(I=100*\frac{ln(max)-ln(V)}{ln(max)-ln(min)}\) \(I=100*\frac{ln(100000)-ln(6758)}{ln(100000)-ln(150)}\)I = 100 * [(ln(100000) – ln(6758))/(ln(100000) – ln(150))]
I = 41.4
*ສຳລັບຕົວເລກຂອບເທິງ ແລະ ຂອບລຸ່ມນັ້ນແມ່ນອີງຕາມຕົວເລກທີ່ໄດ້ຈາກ UN/CDP
**ຕົວເລກການຄິດໄລ່ໃນໝວດຍ່ອຍຂອງ HAI ແລະ EVI ເພິ່ນໄດ້ມີສູດ ແລະ ວິທີການຄິດໄລ່ສະເພາະຂອງແຕ່ລະຫົວຂໍ້ຍ່ອຍຕື່ມອີກ
ຂໍ້ມູນເພີ່ມຕື່ມ